DX Tour 5 ຫວຽດ​ນາມ: ການ​ເດີນທາງຄົ້ນ​ຫາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ

(VOVWORLD) - ສຳລັບບັນດາຜູ້ຟັງທີ່ຮູ້ຈັກເຖິງປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານລາຍການຕ່າງໆຂອງ VOV,  ເມື່ເຂົາເຈົ້າໄດ້ມາຢ້ຽມຢາມ, ໄດ້ເຫັນກັບຕາ ແລະ ໄດ້ສຳຜັດກັຕົວເອງນັ້ນ ແມ່ນສິ່ງທີ່ເໜືອກວ່າຄາດຫວັງ. ການເດີນທາງຄົ້ນຫາ, ທ່ອງທ່ຽວຢູ່ ຫວຽດນາມ DX Tour 5 ຫວຽດນາມ ຂອງ ຄະນະຜູ້ຟັງວິທະຍຸທ່ີ່ມາຈາກປະເທດ ອິນໂດເນເຊຍ  ໄດ້ເປັນການຢືນຢັນໃຫ້ແກ່ສິ່ງດັ່ງກ່າວ.
DX Tour 5 ຫວຽດ​ນາມ: ການ​ເດີນທາງຄົ້ນ​ຫາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ - ảnh 1ຄະນະ DX Tour 5 ຫວຽດນາມ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ

ເມື່ອມາ ຫວຽດນາມ ໃນຍາມທ້າຍເດືອນມິຖຸນາ, ພາຍຫຼັງທີ່ໄດ້ພົບປະກັບໂຄສົກ, ບັນນາທິການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຄົບຮອບ 58 ປີ (30/6/1966-30/6/2024), DX Tour 5 ຫວຽດນາມ ມີລາຍການຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ພາຍໃນ 5 ວັນ 4 ຄືນ. ຍ່າງເລາະຖະໜົນສາຍຕ່າງໆຢູ່ນະຄອນຫຼວງແຫ່ງອະລິຍະທຳນັບພັນປີ, ໄດ້ຊິມບັນດາເຍື່ອງອາຫານຂາຍຢູ່ແຄມທາງ, ຢ້ຽມຢາມໂບດ ອິດສະລາມ Al Noor, ຖ່າຍຮູບເປັນທີ່ລະນຶກຢູ່ສຸສານປະທານ ໂຮ່ຈີມິນ… ແມ່ນການສຳຜັດທີ່ໃໝ່ອ່ຽມສຳລັບສະມາຊິກເກືອບທຸກຄົນໃນຄະນະ. ລາຍການຄົ້ນຫາ ຮ່າໂນ້ຍ ຍິ່ງມີຄວາມໝາຍກວ່າ ເມື່ອຄະນະມາຢ້ຽມຢາມ ວັນໝຽວ - ກວກຕືຢາມ, ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ທ່ານນາງ Nyo Sui Kheng ມາຈາກ Potianak ໃຫ້ຮູ້ວ່າ:

ການທ່ອງທ່ຽວອ້ອມນະຄອນ ຮ່າໂນ້ຍ ຈົບອົກຈັບໃຈຫຼາຍ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອມີໂອກາດໄດ້ມາຢ້ຽມຢາມມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ: ວັນໝຽວ - ກວກຕືຢາມ ແລະ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດອັນປອດໂປ່ງຢູ່ກ້ອງຮົມໄມ້ທີ່ມີອາຍຸຫຼາຍສິບປີ. ນອກຈາກນັ້ນ, ຂ້າພະເຈົ້າຍັງມີຂໍ້ມູນກ່ຽວກັບການພັດທະນາຂອງຂະແໜງການສຶກສາຂອງ ຫວຽດນາມ ກ່ອນນີ້ເກືອບພັນປີ ອີກດ້ວຍ”.

DX Tour 5 ຫວຽດ​ນາມ: ການ​ເດີນທາງຄົ້ນ​ຫາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ - ảnh 2ຄະນະ DX Tour 5 ຫວຽດນາມ ຢ້ຽມຢາມ ເມື່ອງເກົ່າ ຮວາລື (ນິງບິ່ງ)

ນອກຈາກ ຮ່າໂນ້ຍ ແລ້ວ, ການເດີນທາງຄົ້ນຫາ ຫວຽດນາມ ຍັງສືບຕໍ່ໄດ້ດຳເນີນດ້ວຍບັນດາສະຖານທີ່ຄື ຕາມກົກ - ວິຫານ ວົວດິງ - ເມື່ອງເກົ່າ ຮວາລື (ນິງບິ່ງ), ບ້ານ ກາດກາດ - ເທດສະບານ ຊາປາ - ຈອມພູ ຟານຊີປັງ (ແຂວງ ລາວກາຍ). ແຕ່ວ່າ, ສະຖານທີ່ທີ່ພິຊິດໄດ້ຫົວໃຈຂອງບັນດາສະມາຊິກໃນຄະນະ ແມ່ນ ອ່າວຮະລອງ - ມໍລະດົກທຳມະຊາດໂລກ. 

ໂດຍຢ້ຽມຢາມອ່າວຮະລອງໃນມື້ຟ້າແດດ, ບັນດາສະມາຊິກໃນຄະນະລ້ວນແຕ່ຕົກສະເງີ້ກັບຜົນງານສິລະປະທີ່ຍອດຍິ່ງ ແລະ ໃຫຍ່ໂຕມະໂຫຖານໂດຍທຳມະຊາດສ້າງຂຶ້ນ ດ້ວຍການປະກົດຂອງເກາະຫີນໃຫຍ່ນ້ອຍນັບພັນເກາະ. ທາງໃນຂອງເກາະຫີນໃຫຍ່ນ້ອຍແຫ່ງຕ່າງໆນັ້ນ ແມ່ນລະບົບຖ້ຳທີ່ສວຍງາມແບບມະຫັດສະຈັນ ເຊັ່ນ ຖ້ຳທຽນກູງ, ຖ້ຳເດົ່າໂກ໊... ດ້ວຍລະບົບຫີນຍ້ອຍທີ່ໄດ້ສ້າງຂຶ້ນແຕ່ນັບສິບພັນປີກ່ອນ. ຄະນະກໍໄດ້ສຳຜັດກັບການຂີ່ເຮືອໄປຢ້ຽມຢາມ ບາຮາງ - ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ ທີ່ໄດ້ຮັບການເລືອກເອົາຖ່າຍທຳຟິມຮູບເງົາທີ່ຊື່ສຽງ “Kong: Skull Island” ຢູ່ ຫວຽດນາມ. ບັນດາການລົງຕົວຈິງນີ້ ໄດ້ເຮັດໃຫ້ຜົວເມຍ ລຸງ Hero  ແລະ ປ້າ Nike  ຍິ່ງມີຄວາມປະເອີບໃຈກວ່າກັບສິ່ງທີ່ໄດ້ແນະນຳໃນຄື້ນຂອງ VOV5.

ພວກຂ້າພະເຈົ້າໄດ້ໄປຢາມ ອ່າວຮະລອງ, ຕາມກົກ, ຊາປາ. ຖືວ່າຈັບອົກຈັບໃຈຫຼາຍ. ເມື່ອກ່ອນນີ້, ຂ້າພະເຈົ້າເຄີຍໄດ້ຟັງ VOV5 ແນະນຳກ່ຽວກັບການທ່ອງທ່ຽວ ຫວຽດນາມ ກັບປະຊາຊົນ, ໝູ່ບ້ານເຂດຊົນນະບົດ ແລະ ກາບໍລິການຕ່າງໆ ກໍເຫັນວ່າຈັບໃຈແລ້ວ. ແຕ່ເມື່ອໄດ້ເຫັນກັບຕາ, ຈຶ່ງເຫັນວ່າ ມັນຍັງມີຄວາມງາມຫຼາຍກວ່ານັ້ນ, ມີຄວາມຈັບໃຈກວ່າຫຼາຍໆເທົ່າ. ພວກຂ້າພະເຈົ້າຈະມາຢຽມ ຫວຽດນາມ ຕື່ມອີກ ແລະ ຈະເລົ່າສູ່ໝູ່ຄູຟັງກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມນີ້”.

ສຳລັບຂ້າພະເຈົ້າແລ້ວ, ການເດີນທາງມາ ຫວຽດນາມ ຄັ້ງນີ້ ແມ່ນການເດີນທາງສຸດທີ່ມີຄວາມໝາຍ. ມັນບໍ່ພຽງແຕ່ແມ່ນການທ່ອງທ່ຽວເທົ່ານັ້ນ, ຫາຍັງເປັນການຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງ ຂ້າພະເຈົ້າກັບສະມາຊິກຂອງ VOV. ຂ້າພະເຈົ້າ ຈະກັບມາ ຢ້ຽມຢາມ ຫວຽດນາມ ພ້ອມກັບໝູ່ເພື່ອນຂອງຂ້າພະເຈົ້າ ເພື່ອໃຫ້ເຂົາເຈົ້າເຫັນວ່າ ຫວຽດນາມ ພັດທະນາຄືແນວໃດ, ການທ່ອງທ່ຽວ ຫວຽດນາມ ດູດດື່ມແນວໃດ”.

DX Tour 5 ຫວຽດ​ນາມ: ການ​ເດີນທາງຄົ້ນ​ຫາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ - ảnh 3ຄະນະມີຄວາມປະທັບໃຈກັບທິດທັດທຳມະຊາດ ແລະ ການຄົ້ນຫາ ຢູ່ ອ່າວຮະລອງ 

ການທ່ອງທ່ຽວ ຫວຽດນາມ ບໍ່ພຽງແຕ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ, ຫາກຍັງຍ້ອນພື້ນຖານອາຫານການກິນທີ່ຫຼາກຫຼາຍອີກດ້ວຍ. ລົດຊາດຂອງບັນດາເຍື່ອງອາຫານ Halal ຫຼື ເຝີງົວ, ປີ້ງໄກ່, ປີ້ງປາ…, ລົດຊາດຂອງຈອກກາເຟໄຂ່ຮ້ອນໆມັນໆ; ຄວາມໜຽວ, ມັນຂອງເຂົ້າໜົມປ່ານ, ຂອງເຂົ້າເໝົ້າ, ຫຼືເຂົ້າໜົມເຂົ້າເໝົ້າ ຢູ່ຖະໜົນຮ່າງທານ… ລ້ວນແລ້ວແຕ່ສ້າງຄວາມຕິດອົກຕິດໃຈໃຫ້ບັນດາສະມາຊິກໃນຄະນະ. ລຸງ Idris ແບ່ງປັນວ່າ:

ອາຫານ ຫວຽດນາມ ມີຄວາມເປັນເອກະລັກເພາະຫຼາຍ, ຂ້າພະເຈົ້າຮູ້ສຶກວ່າ ຖືກປາກຖືກຄໍພໍສົມຄວນ. ຕອນທຳອິດ, ຂ້າພະເຈົ້າ ບໍ່ຮູ້ຈະກິນແນວໃດ ແຕ່ກິນໄປກໍລຶ້ງ ແລະ ມັກກິນ. ກາເຟ ຢ໋າງ ຢູ່ ຫງວຽນຫືວວັນ ກໍມີລົດຊາດພິເສດທີ່ສຸດ. ການໄດ້ຊິມລົດຊາດຂອງຈອກກາເຟໄຂ່ຮ້ອນໆ, ຄວາມຂົມຂອງກາເຟ ແລະ ຄວາມມັນຂອງໄຂ່ປະສົມກົມກຽວເຂົ້າກັນ ອັນໄດ້ສ້າງເປັນປະເພດເຄື່ອງດືທີ່ລືມໄດ້ຍາກ. ກຳລັງບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ ແມ່ນໃຫຍ່ຫຼວງພໍສົມຄວນ”.

ເຖິງວ່າພຽງແຕ່ແມ່ນການເດີນທາງໃນເວລາສັ້ນໆພາຍໃນ 1 ອາທິດຢູ່ ຫວຽດນາມ ກໍຕາມ, ແຕ່ນີ້ແມ່ນການສຳຜັດຕົວຈິງທີ່ລ້ຳຄ່າ, ດ້ວຍຄວາມຊົງຈຳທີ່ສວຍງາມສຳລັບສະມາຊິກທຸກຄົນໃນຄະນະ. ຍັງມີຫຼາຍສະຖານທີ່ທ່ອງທ່ຽວ ແລະ ອາຫານຫຼາຍເຍື່ອງ ເຊິ່ງ VOV5 ໄດ້ແນະນຳໄປແລ້ວ ຈະກາຍເປັນສະຖານທີ່ແດງ ໃນປຶ້ມຄູ່ມືການທ່ອງທ່ຽວຂອງນັກທ່ອງທ່ຽວ./.

ຕອບກັບ

ຂ່າວ/ບົດ​ອື່ນ