E-Sport – ຂົວຕໍ່ມິດຕະພາບຂອງໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -E-sports  ຫຼື ກິລາເອເລັກໂຕນິກ ແມ່ນໜຶ່ງໃນກິລາ 4 ປະເພດທີ່ໄດ້ເພີ່ມໃສ່ເນື້ອໃນແຂ່ງຂັນຂອງງານມະຫາກໍາກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຢູ່ ຫວຽດນາມ. ນີ້ແມ່ນງານມະຫາກໍາກິລາ ຊີເກມ ຄັ້ງທີ 2 ໃນປະຫວັດສາດ ທີ່ E-sports  ໄດ້ຮັບການຄັດເລືອກ ແລະ ຍອມຮັບວ່າເປັນກິລາປະເພດໜຶ່ງທີ່ເປັນທາງການ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ເພື່ອນໜຸ່ມໄດ້ທົດສອບຕົວເອງ, ແຂ່ງຂັນຄວ້າລາງວັນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ສັງຄົມຮັບຮູ້ E-sports  ໃນຫຼາຍດ້ານກວ່າ. ບໍ່ພຽງແຕ່ເທົ່ານັ້ນ, ນີ້ຍັງແມ່ນໂອກາດເພື່ອໃຫ້ E-sports  ສະແດງທ່າແຮງຂອງຕົນໃນການເປັນຂົວຕໍ່ສ້າງສາຍສໍາພັນໄມຕີຈິດມິດຕະພາບຂອງໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ໃນສັງກາດດີຈີຕອນ, ສັງກາດ 4.0.
E-Sport – ຂົວຕໍ່ມິດຕະພາບຂອງໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ນັກກິລາອີສະປອດທິມຊາດ ລາວ ຖ່າຍຮູບກັບ ນັກກິລາ ອີສະປອດທິມຊາດ ຫວຽດນາມ

E-sports  ແມ່ນໜຶ່ງໃນ 40 ປະເພດກິລາ ເຊິ່ງນັກກິລາມາຈາກບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມການແຂ່ງຂັນໃນ ຊີເກມ 31 ຢູ່ ຫວຽດນາມ ແຕ່ວັນທີ 12 – 23 ພຶດສະພາ. ເຖິງວ່າ, ຊີເກມ 31 ໄດ້ອັດລົງແລ້ວກໍຕາມ, ແຕ່ສຽງກັງວານຍັງດັງກ້ອງໃນໃຈນັກກິລາແຕ່ລະຄົນ ແລະ ນັບທັງແຟນກິລາອີກດ້ວຍ. ສຳລັບກິລາ E-sports ແມ່ນຍິ່ງພິເສດກວ່າ, ຍ້ອນວ່ານີ້ເປັນຄັ້ງທໍາອິດທີ່ມີຫຼາຍເກມໄດ້ຄັດເລືອກໃຫ້ຈັດການແຂ່ງຂັນຫຼາຍປານນັ້ນ, ມີເຖິງ 10 ລາງວັນສໍາລັບ ເກມ 8 ປະເພດ. ພິເສດ, ນີ້ກໍເປັນງານມະຫາກໍາກິລາຄັ້ງທໍາອິດທີ່ E-sports  ຈັດການແຂ່ງຂັນສຳລັບເພດຍິງອີກດ້ວຍ, ເປັນຕົ້ນແມ່ນ ເກມ League of Legend WILD RIFT. ເພາະສະນັ້ນ, ບັນດານັກກິລາຍິງຜູ້ໃດກໍມີຄວາມພາກພູມໃຈ ທີ່ເປັນຄັ້ງທຳອິດໃນຊີວິດໄດ້ເຂົ້າຮ່ວມການແຂ່ງຂັນຄືກັນກັບເພດຊາຍ.

“ນີ້ເປັນປະເພດກິລາໃໝ່, ຢາກໃຫ້ທຸກຄົນຮູ້ຈັກ ແລະ ຍອມຮັບ. ນອກຈາກນັ້ນແລ້ວ, ຍັງມີເກມຫຼາຍປະເພດທີ່ສາມາດນຳມາແຂ່ງຂັນໄດ້. ຊີເກມ ຄັ້ງນີ້ເໝືອນວ່າເປັນຈຸດເລີ່ມຕົ້ນ ທີ່ໄດ້ນຳເກມຫຼາຍປະເພດເຂົ້າສູ່ການແຂ່ງຂັນ. ສະນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເປັນກຽດເປັນຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ປະເທດເຂົ້າຮ່ວມການແຂ່ງຂັນຄັ້ງນີ້.”

  "E-sports ແມ່ນປະເພດກິລາແຂ່ງຂັນແບບອອນລາຍເຮັດໃຫ້ບໍ່ຄ່ອຍໄດ້ມາພົບປະກັນ, ແຕ່ໃນຊີເກມຄັ້ງນີ້ ໄດ້ເຮັດໃຫ້ບັນດານັກກິລາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ນີ້ ໄດ້ມາພົບພໍ້ກັນ, ແຂ່ງຂັນ, ແລກປ່ຽນຄວາມຮູ້ ແລະ ຜູກມິດສໍາພັນໄມຕີ, ໄດ້ມາພົບໝູ່ໃໝ່. ທີ່ສໍາຄັນຄືກໍ, ການເຂົ້າຮ່ວມການແຂ່ງຂັນໃນຊີເກມ 31 ຢູ່ ສສ.ຫວຽດນາມ ເໝືອນດັ່ງຄວາມຊົງຈໍາທີ່ມີຄ່າ ທີ່ຄັ້ງໜຶ່ງໃນຊີວິດເຮົາກໍມີໂອກາດໄດ້ເຂົ້າຮ່ວມ". 
E-Sport – ຂົວຕໍ່ມິດຕະພາບຂອງໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ảnh 2ນັກກິລາທິມຊາດ ໄທ ແລະ ລາວ ຖ່າຍຮູບເປັນທີ່ລະນຶກ
ເກມປະເພດຕ່າງໆທີ່ໄດ້ນໍາເຂົ້າສູ່ການແຂ່ງຂັນໃນ ຊີເກມ ຄັ້ງນີ້ ລວມມີ: League of Legends, Arena of Valor, FIFA Online 4, Free Fire, League of Legend WILD RIFT, PUBG Mobile, Mobile Legends: Bang Bang  ແລະ Crossfire Legends. ເກມ 8 ປະເພດນີ້ ເບິ່ງຄືວ່າເປັນທີ່ຮູ້ຈັກກັນດີສໍາລັບໄວໜຸ່ມຫຼາຍຄົນແລ້ວ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງການຫຼີ້ນເກມ, ໃນສັງຄົມຂອງພວກເຮົາຍັງມີຫຼາຍຄົນມີອະຄະຕິຢູ່. ເພາະສະນັ້ນ, ເມື່ອເຂົ້າຮ່ວມການແຂ່ງຂັນ E-sports  ໃນຊີເກມ 31 ນີ້, ນັກກິລາຄື Ennis (ຂອງທິມຊາດ ຫວຽດນາມ) ແລະ Juviana (ນັກກິລາທິມຊາດລາວ) ກໍຢາກສົ່ງສານກ່ຽວກັບກິລາປະເພດນີ້.

“ການຫຼີ້ນເກມບໍ່ພຽງແຕ່ເປັນການບັນເທິງເທົ່ານັ້ນ, ຖ້າຫາກວ່າພວກເຮົາຫຼີ້ນ ແລະ ມີການຝຶກຊ້ອມແບບມີວິໄນ, ມີວິທີນັ້ນ ມັນກໍຈະຊ່ວຍໃຫ້ເຮົາມີທັກສະທີ່ດີຫຼາຍທັກສະຄື ທັກສະໃນການເຮັດວຽກເປັນກຸ່ມ, ຄວາມສາມັກຄີ, ເຮັດໃຫ້ເຮົາມີຄວາມຕັ້ງໃຈສູງ ແລະ ຝຶກໃຫ້ຕາຂອງເຮົາວ່ອງໄວມີພິກໄຫວກວ່າ... ແລະ ກໍຍ້ອນການຝຶກຊ້ອມແບບມີ ລະບຽບວິໄນນີ້ ໄດ້ເຮັດໃຫ້ຂ້າພະເຈົ້າໄດ້ກາຍເປັນການນັກກິລາທີ່ເປັນມືອາຊີບ ແລະ ເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ. ເພາະສະນັ້ນ, ຂ້າພະເຈົ້າຫວັງວ່າ ທຸກຄົນຈະເປີດໃຈ, ເບິ່ງກິລາປະເພດນີ້ໃນຫຼາຍດ້ານຫຼາຍມູມມອງ ແລະ ຍອມຮັບເກມປະເພດຕ່າງໆນັ້ນ ເປັນກິລາປະເພດໜຶ່ງຢ່າງເປັນທາງການຄືກັບກິລາ ປະເພດອື່ນໆ.”

  "E-sports  ກໍຄືການຫຼີ້ນເກມທໍາມະດາໃຫ້ຫັນມາເປັນກິລາລະດັບສາກົນ ແລະ ພວກນ້ອງກໍຢາກສ່ົງເສີມໃຫ້ເດັດນ້ອຍຫຼີ້ນເກມແບບມີວິໄນ ແລະ ສົ່ງເສີມພັກດັນໃຫ້ກັບຄົນທີ່ມີຄວາມສາມາດສູ່ນັກກິລາ E-sports ຂອງປະເທດ".
E-Sport – ຂົວຕໍ່ມິດຕະພາບຂອງໄວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ảnh 3ບັນດານັກກິລາ E-sports   ຂອງ ຟີລິບປິນ ແລະ ລາວ ຖ່າຍຮູບນຳກັນ, ຮັກແພງກັນພາຍຫຼັງການແຂ່ງຂັນ ໂດຍບໍ່ຈຳແນກທິມໃດໄດ້, ທິມໃດເສຍ

ບໍ່ພຽງແຕ່ເທົ່ານັ້ນ, E-sports  ຍັງເປັນຂົວຕໍ່ສ້າງສາຍສຳພັນໄມຕີຈິດມິດຕະພາບ ຊ່ວຍໃຫ້ໄວໜຸ່ມ - ຜູ້ທີ່ມີແນວໂນ້ມຄືກັນໃນພາກພື້ນ ແລະ ສາກົນສາມາດຫຍັບເຂົ້າໃກ້ກັນກວ່າ, ເຂົ້າໃຈກັນຫຼາຍກວ່າ. ນີ້ກໍແມ່ນທ່າໄດ້ປຽບ ເຊິ່ງກິລາຫຼາຍປະເພດອື່ນບໍ່ສາມາດເຮັດໄດ້ ຖ້າຫາກວ່າບໍ່ໄດ້ພົບກັນແບບເຊິ່ງໜ້າ.  Andy - ນັກກິລາ WILD RIFT ຍິງຂອງ ໄທ ແລະ Ennis - ນັກກິລາ WILD RIFT ຍິງຂອງ ຫວຽດນາມ ແບ່ງປັນວ່າ:

“ການເຂົ້າຮ່ວມການແຂ່ງຂັນກິລາປະເພດນີ້ໄດ້ຊ່ວຍສ້າງສາຍສຳພັນໃຫ້ໄວໜຸ່ມລະຫວ່າງປະເທດ. ເຖິງວ່າຈະແພ້ ຫຼື ຊະນະ, ພວກເຮົາກໍຍັງເປັນໝູ່ກັນ, ຍັງຮັກແພງກັນ ແລະ ພົບປະແລກປ່ຽນກັນ ຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈກັນຫຼາຍຂຶ້ນ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ສາຍພົວພັນລະຫວ່າງບັນດາປະເທດມີຄວາມໃກ້ຊິດສະໜິດສະໜົມກວ່າ ແລະ ປະກອບສ່ວນສ້າງ ອາຊີຕາເວັນອອກສ່ຽງໃຕ້ເຂັ້ມແຂງກວ່າ.”

“ຫົວຂໍ້ຂອງງານມະຫາກຳກິລາ ຊີເກມ 31 ຄັ້ງນີ້ແມ່ນ “ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”, ຂ້າພະເຈົ້າຄິດວ່າ E-sports   ຈະປະກອບສ່ວນຫຼາຍຢ່າງເຂົ້າໃນວິວັດທະນາການສ້າງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າໃນຕໍ່ໜ້າ. ເພື່ອໃຫ້ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງກວ່ານັ້ນ, ຂ້າພະເຈົ້າຄິດວ່າ ກ່ອນອື່ນໝົດ, ພວກເຮົາຕ້ອງມີຄວາມຜູກພັນຢ່າງໜຽວແໜ້ນ, ເຂົ້າໃຈເຊິ່ງກັນແລະກັນ, ຮັດແຄບໄລຍະຫ່າງສາກົນ. ຂ້າພະເຈົ້າຄິດວ່າ E-sports   ຈະເສີມຂະຫຍາຍໄດ້ທ່າແຮງຂອງຕົນ ນັ້ນແມ່ນສາມາດເປັນໝູ່ກັນ ແລະ ພົວພັນແລກປ່ຽນກັນໄດ້ຢູ່ທຸກທີ່ທຸກບ່ອນຜ່ານທາງອອນໄລ. ຂ້າພະເຈົ້າເອງກໍມີໝູ່ໃໝ່ຫຼາຍຄົນຜ່ານການຫຼີ້ນເກມ ແລະ ກໍມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະນຳຂອງບັນດາປະເທດບ້ານໃກ້ເຮືອນຄຽງ”.

ຊີເກມ 31 ໄດ້ອັດລົງແລ້ວ, ບາງທິມກັບເມືອປະເທດດ້ວຍໄຊຊະນະ, ບາງທິມກໍກັບມືເປົ່າ ພ້ອມດ້ວຍປະສົບການແຕ່ໃນໃຈຂອງນັກກິລາທຸກຄົນແມ່ນເຕັມໄປດ້ວຍອາລົມຈິດ, ຄວາມພາກພູມໃຈ ແລະ ຄວາມຮັກແພງກັນ ເໝືອນດັ່ງສຽງຂັບຮ້ອງ ແລະ ຄວາມຮູ້ສຶກ ເຊິ່ງບັນດານັກກິລາ E-sports   ຂອງ ຟີລິບປິນ ເມື່ອຫາກໍລົງຈາກແທ່ນຂຶ້ນກັບລາງວັນກໍຟ້າວອອກໄປກອດນາງສາວລາວ ແລະ ພ້ອມກັນຮ້ອງໂຮບົດເພງສຸກສັນວັນເກີດທີ່ເປັນເອກະລັກສະເພາະຂອງ ຊາວ ຟີລິບປິນ. ສຳລັບນັກກິລາ E-sports   ທຸກຄົນແລ້ວ, ນີ້ບໍ່ພຽງແຕ່ແມ່ນເວທີເພື່ອແຂ່ງຂັນກັນເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ມິດຕະພາບ ຊ່ວຍໃຫ້ເຂົາເຈົ້າຫຍັບມໍ່ເຂົ້າໃກ້ກັນກວ່າ, ສາມັກຄີກັນ, ແລກປ່ຽນປະສົບການ ແລະ ພ້ອມກັນພັດທະນາ ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ