EWEC ກາລະໂອກາດພັດທະນາໃຫ້ແຂວງ ກວ໋າງຈີ້

(vovworld)- ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ (EWEC) ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 2006, ໃນ​ໄລ​ຍະກວ່າ 10 ປີ​ຜ່ານ​ມາ, “ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ ໄດ້​ປະ​ກອບ​ສ່ວນບໍ່​ແມ່ນ​ຫ​ນ້ອຍ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ. ດ້ວຍ​ທ່າ​ໄດ້​ປຽບແມ່ນ​ແຂວງ​​ທີ່ຕັ້ງ​ຢູ່​ຈຸດ​ເລີ່ມ​ຕົ້ນ​ຂອງ​ແລວ​ເສດ​ຖະ​ກິດ ແລະ ຕິດ​ກັບ​ບັນ​ດາ​ແຂວງ​ພາກ​ກາງ​ຫວຽດ​ນາມ, ແຂວງ ກວ໋າງ​ຈີ້ ແມ່ນ​ຫ​ນຶ່ງ​ໃນ​ 3 ແຂວງ​ພາກ​ກາງ​ຫວຽດ​ນາມ ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຫລາຍ​ສຸດ​ຈາກ​ແລວ​ເສດ​ຖະ​ກິດນີ້.

EWEC ກາລະໂອກາດພັດທະນາໃຫ້ແຂວງ ກວ໋າງຈີ້ - ảnh 1
ແຜນ​ທີ່​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ

        ໂດຍນອນ​ໃນ​ທີ່​ຕັ້ງ​ເຊື່ອມ​ຕໍ່​ກັບ​ລາວ - ໄທ - ມຽ​ນ​ມາ ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ບ໋າວ ຮອດ​ທ່າ​ກຳ​ປັ່ນ​ພາກ​ກາງ​ຄື: ເກ​ື໋ອ​ຫວຽດ, ເຈີນ​ເມີຍ, ດາ​ຫ​ນັງ, ຫວູ​ງອາງ.. ແຂວງ ກວ໋າງ​ຈີ້​ມີ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ, ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ, ພັດ​ທະ​ນາ​ການ​ຄ້າ, ການບໍ​ລິ​ການ ແລະ ການ​ທ່ອງ​ທ່ຽວ ໃນ​ພ​າກ​ພື້ນ. ທ່ານ ດີງງອກ​ແທງ, ຮອງ​ຫົວ​ຫ​ນ້າ​ພະ​ແນກ​ພາ​ສີ​ແຂວງ ກວ໋າງ​ຈີ້ ໃຫ້​ຮູ້​ວ່າ: ພາ​ຍ​ຫລັງ​ເຊື່ອມ​ຕໍ່​ແລວ​ເສດ​ຖະ​ກິດ​ດັ່ງ​ກ່າວ​ແລ້ວ, ປະ​ລິ​ມານ​ສິນ​ຄ້າ​ຜ່ານ​ແລວ​ເສດ​ຖະ​ກິດນີ້​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ສົມ​ຄວນ, ປີ​​ນີ້​ສູງກວ່າ​ປີ​ກ່ອນແມ່ນ​ແຕ່​ 10% - 30%.

        “ຕົ້ນ​ປີ 2016, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົມ​ທົບ​ກັບ​ພາ​ສີ​ດ່ານ​ຊາຍ​ແດນ​ສາ​ກົນ ແດນ​ສະ​ຫວັນ (ລາວ) ຜັນ​ຂະ​ຫ​ຍາຍ​ຮູບ​ແບບ “ປະ​ຕູ​ດຽວ - ຢຸດ​ເທື່ອ​ຫ​ນຶ່ງ” ຢູ່ ດ່ານ​ຊາຍ​ແດນ​ພາ​ສາ​ສາ​ກົນ ລາວ​ບ໋າວ - ແດນ​ສະ​ຫວັນ. ນີ້​ແມ່ນ​ຮູບ​ແບບ​ປະ​ຕິ​ຮູບ​ມີ​ລັກ​ສະ​ນະ​ກະ​ໂດດ​ຂັ້ນ​ໃນ ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ ຊ່ວຍ​ໃຫ້​ການ​ເຮັດ​ລະ​ບຽບ​ການ​ພາ​ສີ​ຢ່າງວ່ອງ​ໄວ, ສະ​ດວກກວ່າ. ລະ​ບຽບ​ການ​ບໍ​ລິ​ຫານ​ມີ​ຄວາມ​ໂປ່ງ​ໃສ, ຫລຸດ​ຜ່ອນ​ການ​ຫ​ຍໍ້​ທໍ້ ແລະ ກ​ານ​ສູນ​ເສຍເກັບ​ ພາ​ສ​ີອາ​ກອນໃຫ້​ແກ່​ງົບ​ປະ​ມານແຫ່ງ​ລັດ.”

        “ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ” ແມ່ນ​ຫ​ນຶ່ງ​ໃນ 5 ແລວ​ເສດ​ຖະ​ກິດ​ຂຶ້ນ​ກັບ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ GMS ​ຊື່ງໄດ້​ຮັບ​ການ​ເຊື່ອມ​ຕໍ່​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 20/12/2006. ນີ້​ແມ່ນ​ໂຄງ​ການ​ໃຫ​ຍ່​ໄປ​ຜ່ານ 13 ແຂ​ວງ ຂອງ 4 ປະ​ເທດ​ຄື: ຫວຽດ​ນາມ, ລາວ, ໄທ, ມຽນ​ມາ ດ້ວຍ​ຄວາມ​ຍາວ​ 1.450 ກິ​ໂລ​ແມັດ, ກ້ຳ​ຕາ​ເວັນ​ຕົກ ແມ່ນ​ນະ​ຄອນ​ທ່າ​ກຳ​ປັ່ນ Mawlamyine ປະ​ເທດ ມຽນ​ມາ ຜ່ານ​ລັດ Kayin (ມຽນ​ມາ) ຜ່ານ​ບັນ​ດາ​ແຂວງປະ​ໂສ​ທອນ, ມຸກ​ດາ​ຫານ(ໄທ), ແຂວງ ສະ​ຫວັນ​ນະ​ເຂດ​ຂອງ​ລາວ, ແຂວງ ກວ໋າງ​ຈີ້, ເທື່ອ​ທຽນ​ເຫ້ວ ແລະ ນະ​ຄອນ​ດາ​ຫ​ນັງ​ຂອງ​ຫວຽດ​ນາມ”.

EWEC ກາລະໂອກາດພັດທະນາໃຫ້ແຂວງ ກວ໋າງຈີ້ - ảnh 2
ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ບ໋າວ
ພາບ:baochinhphu.vn

        ດ້ວຍ​ລັກ​ສະ​ນະ​ແມ່ນ​ຜ່ານຫລາຍ​ປະ​ເທດຄື​ແນວນັ້ນ, ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ ໄດ້​ຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ບັນ​ດາ​ປ​ະ​ເທດ​ລຽບ​ຕາມ​ແລວ​ເສດ​ຖະ​ກິດນີ້, ຫລຸດ​ຜ່ອນ​ຄ່າ​ຂົນ​ສົ່ງ, ຊ່ວຍ​ໃຫ້​ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ຜູ້​ໂດຍ​ສານ​ບັນ​ລຸ​ປະ​ສິດ​ທິ​ຜົນ​ກວ່າ. ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ ເຊື່ອມ​ຕໍ່​ກັບ​ບັນ​ດາ​ສາຍ​ທາງ​ຕົ້ນ​ຕໍ​ທາງ​ທິດ​ເຫ​ນືອ​ກັບ​ທາງ​ທິດ​ໃຕ້​ຄື: Yangon – Dawei, ຊຽງ​ໃຫມ່ - ບາງກອກ, ເສັ້ນ​ທາງ 13 ຂອງ​ລາວ ແລະ ທາງ​ຫລວງ 1 A ຫວຽດ​ນາມ, ຍ້ອນ​ເຫດ​ນັ້ນ ແຂວງ ກວ໋​າງ​ຈີ້ ກໍ​ຄື​ບັນ​ດາ​ແຂວງ ລຽບ​ຕາມ​ແລວ​ເສດ​ຖະ​ກິດນີ້ ມີ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ການ​ຄ້າ​ຕາມ​ທິດ​ເຫ​ນືອ ຫລື ທິດ​ໃຕ້ ໄປ​ເຖິງ​ບັນ​ດ​າ​ສູນ​ການ​ຄ້າ​ໃຫ​ຍ່​ຄື: ບາງກອກ, ນະ​ຄອນ ໂຮ່​ຈິ​ມີນ.. ດ້ວຍ​ຄວາມສະ​ດວກ​ດັ່ງ​ກ່າວ, ປະ​ຈຸ​ບັນ ຢູ່​ບໍ​ລິ​ເວນ​ແຂວງ ກວ໋າງ​ຈີ້ ໄດ້​ສ້າງ​ຕັ້ງ 15 ກຸ່ມ​ອຸດ​ສາ​ຫະ​ກຳ ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ. ແຂວງ​ກໍ​ນຳ​ໃຊ້​ບັນ​ດາ​ກອບ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດຂອງ​ລັດ​ຄື: ຄ່າ​ເຊົ່າ​ທີ່​ດິນໄດ້​ຮັບ​ການ​ດັດ​ປັບ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ໂດຍ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ລັດ, ນະ​ໂຍ​ບາຍ​ກ່ຽວ​ກັບ​ອາ​ກອນ​ລາຍ​ຮັບ, ຫ​ນູນ​ຊ່ວຍ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກໍ່​ສ້າງ​ໂຮງ​ຮຽ​ນ​ສອນ​ວິ​ຊາ​ຊີບ​ເທື່ອ​ລະ​ກ້າວ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ລວມ. ທ່ານ​ຫງວຽນ​ວັນ​ບີງ ຜູ້​ອຳ​ນວຍ​ການ​ສູນ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ​ຄ້າ​ແຂວງ ກ​ວ໋າງ​ຈີ້ ຕີ​ລາ​ຄາ​ວ່າ:

        “ປະ​ຈຸ​ບັນ ແຂວງ ກວ໋າງ​ຈີ້ ພວມ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຕາ​ສ່ຽງ​ໃຕ້, ຫ່າງ​ຈາກ​ນະ​ຄອນ ດົງ​ຮ່າ​​ໄປທາງ​ທິດ​ໃຕ້ ປະ​ມານ 35 ກິ​ໂລ​ແມັດ. ເມື່ອ​ເຂດ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແມ່ນ​ຕິດ​ພັນ​ກັບ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ໝີ​ຖູຍ, ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ ຈະ​ຫລຸດ​ຜ່ອນ​ໄລ​ຍາ​ທາງ​​ລົງປະ​ມານ 150 ກິ​ໂລ​ແມັດ.”

        ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດັ່ງ​ກ່າວ, ເບື້ອງ​ຕົ້ນ ແຂວງ​ໄດ້​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຄື: CAMEL (ຜະ​ລິດ​ຢາງ​ລົດ​ຖີບ, ລົດ​ຈັກ), ນ້ຳ​ຊູ​ກຳ​ລັງ​ Super horse, ກຸ່ມ​ບໍ​ລິ​ສັດ CP ລ້ຽງ​ສັດ​ຂອງ ໄທ, ບັນ​ດາກ​ຸ່ມ​ບໍ​ລິ​ສັດ ສິງ​ກະ​ໂປ. ທ່ານ ຫງວຽນ​ກວກ​ຕວນ, ຮອງ​ຫົວ​ຫ​ນ້າ​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ​ແຂວງ ກວ໋າງ​ຈີ້ ໃຫ້​ຮູ້​ວ່າ:

        “ໄລ​ຍະ​ມໍ່​ມານີ້ ແຂວງ ກວ໋າງ​ຈີ້ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫ​ຍ່​ຄື: ໂຄງ​ການກໍ່​ສ້າງ​ໂຮ​ງ​ງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ດ້ວຍ​ເຈົ້າ​ຂອງ​ການ​ລົງ​ທຶນ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ໄຟ​ຟ້າ​ແຫ່ງ​ຊາດ​ໄທ EGAT, ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ລູກ​ຢູ່ ຫວຽດ​ນາມ ແມ່ນ EGATi, ຄາດ​ວ່າ ປະ​ລິ​ມານ​ໄຟ​ຟ້າ​ຈະ​ຜະ​ລິດ​ມາ​ໄດ້​ປະ​ມານ 1200 MW, ດ້ວຍ​ຈຳ​ນວນ​ເງິນ​ລົງ​ທຶນ​ປະ​ມານ 2 ຕື້​ໂດ​ລາ​ສະ​ຫະ​ລັດ. ສ່ວນ ແຂວງ ກວ໋າງ​ຈີ້ ໄດ້​ວາງ​ແຜນ​ຜັງ​ເຂດ​ແຄມ​ທ່າ​ກຳ​ປັ່ນ ໝີ​ຖູຍ ດ້ວຍ​ເນື້ອ​ທີ່​ປະ​ມານ 400 ເຮັກ​ຕາ ສະ​ຫງວນ​ໃຫ້​ແກ່​ໂຄງ​ການນີ້. ໄລ​ຍະ​ມໍ່ໆ​ມານີ້ ແມ່ນ​ກຸ່ມ​ບໍ​ລິ​ສັດ Kinder World  ​ໄດ້ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ຂອງ ສິງ​ກະ​ໂປ ໄດ້​ຊອກ​ຮູ້, ສຳ​ຫລວດ​ຢູ່​ເຂດທ່ອງ​ທ່ຽວ ເກືອ​ຕູງ, ເກືອ​ຫວຽດ, ເກາະ​ກົນ​ກໍ໋ ເພື່ອ​ຜັນ​ຂະ​ຫ​ຍາຍ​ໂຄງ​ການກໍ່​ສ້າງ​ກຸ່ມ​ທ່ອງ​ທ່ຽວ​ສຶກ​ສາບ​ຳ​ລຸງ​ສ້າງ​ຢູ່​ແຂວງ ກວ໋າງ​ຈີ້. ຄຽງ​ຄູ່​ກັນ​ນັ້ນ ຍັງ​ມີ​ກຸ່ມ​ບໍ​ລິ​ສັດ AMATA ຂອງ​ໄທ ແລະ VSIP ຂອງ​ສິງ​ກະ​ໂປ ກໍ​ພວມ​ຄົ້ນ​ຄ້​ວາ​ເພື່ອ​ລົງ​ທຶນ​ໃນ​ບໍ​ລິ​ເວນ.”

 ນອກນັ້ນ, ຢູ່ ແຂວງ ກວ໋າງ​ຈີ້, ລັດ​ຖ​ະ​ບານ​ຫວຽດ​ນາມ ພວມ​ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ ລາ​ໄລ ເຊື່ອມ​ຕໍ່​ແຂວງ ກວ໋າງ​ຈີ້ ກັບ​ແຂວງ ສາ​ລາ​ວັນ​ຂອງ​ລາວ ​ແລະ ແຂວງ​ສາ​ລາ​ວັນ​​ກັບ​ແຂວງ ອຸ​ດອນ​ທາ​ນີ ຂອງ​ໄທ, ຫລັງ​ຈາກນັ້ນ​ຈະ​ກໍ່​ສ້າງ​ຂົວ​ມິດ​ຕະ​ພາບ 4 ຂ້າມ​ແມ່​ນ້ຳ​ຂອງ ລະ​ຫວ່າງ ລາວ ແລະ​ໄທ. ນີ້​ຈະ​ແມ່ນ​ແລວ​ທ​າງຫ​ນູນ​ຊ່ວຍ​ໃຫ້​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ. ເປັນ​ອັນ​ວ່າ ໃນ​ອະ​ນາ​ຄົດການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ເຂດ​ຈາກ​ຕາ​ເວັນ​ອອກ​ໄປ​ຍັງ​ຕາ​ເວັນ​ຕົກ ແລະ ກົງ​ກັນ​ຂ້າມ ຈະ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ແລະ ມີ​ຄວາມ​ສະ​ດວກກວ່າ. 


ຕອບກັບ

ຂ່າວ/ບົດ​ອື່ນ