Festival ດົນຕີໃຫມ່ ອາຊີ - ເອີລົບປີ 2014: ຂົວຕໍ່ວັດທະນະທຳອາຊຽນກັບໂລກ


(vovworld)- “ຄ​ວາມ​ປະ​ທັບ​ໃຈ, ເປັ​ນ​ເອ​ກະ​ລັ​ກ​ສະ​ເພາະ ແລະ ແມ່ນ​ລາຍ​ການ​ສະ​ແດງ​ດົນ​ຕີ​ພິ​ເສດ” ນັ້ນ​ແມ່ນ​ການ​ຕີ​ລາ​ຄາ​ຂອງ​ນັກ​ສິ​ປະ​ລິນ​ຫລາຍ​ຄົນ​ທີ່​ມາ​ຈາກ 30 ປະ​ເທດ​ໃນ​ໂລກ ເມື່ອ​ເຂົ້າ​ຮ່ວມ Festival ດົນ​ຕີ​ໃຫມ່ ອາ​ຊີ - ເອີ​ລົບ 2014 ຊື່ງ​ຖືກ​ຈັດ​ຂຶ້​ນ​ແຕ່​ວັນ​ທີ 8-12/10 ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ ຮ້າ​ລອງ ແຂວງ ກວ໋າງ​ນີງ ຂອງ​ຫວຽດ​ນາມ. ໃນ​ຈຳ​ນວນ​ນັກ​ສິ​ລະ​ປິນ​ສາ​ກົນ 200 ຄົນນັ້ນ, ມີ​ການ​ປະ​ກອບ​ສ່ວນ​ຂອງ​ນັກ​ສິ​ລະ​ປິນ​ມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຊຽນ ຄື: ກ​ຳ​ປູ​ເຈຍ, ລາວ, ໄທ ແລະ ຟິ​ລິບ​ປີນ.

       

Festival ດົນຕີໃຫມ່ ອາຊີ - ເອີລົບປີ 2014: ຂົວຕໍ່ວັດທະນະທຳອາຊຽນກັບໂລກ - ảnh 1
Festival ດົນ​ຕີ ​ອາ​ຊີ - ເອີ​ລົບ
photo:vov

ມາຍ​ແອງໃຫ້​ຮູ້​ວ່າ: “ນ້ອງ​ເຫັນ​ວ່າ ບັນ​ດາລາຍ​ການ​ດົນ​ຕີ​ລ້ວນ​ແຕ່​ມີ​ທ່າ​ອ່ຽງ​ຂອງ​ຍຸກ​ສະ​ໄຫມ, ແມ່ນ​ສິ່ງ​ທີ່​ໃຫມ່​ອ່ຽມ, ໃກ້​ຊິດ​ກັບ​ຊີ​ວິດ”

​ຫາຍ​ລອງ​ໃຫ້​ຮູ້​ວ່າ “ບັນ​ດາ​ລາຍ​ການ​ດົນ​ຕີ ລ້ວນ​ແຕ່​ເຮັດ​ໃຫ້​ມະ​ນຸດ​ຮູ້​ສຶກ​ຮັກ​ແພງ​ຊີ​ວິດກວ່າ.

        ໃນ​ຊຸມມື້​ຜ່ານ​ມາ, ຜູ້​ນິ​ຍົມ​ດົນ​ຕີ​ໄດ້​ຮັບ​ຊົມ​ Festival ດົນ​ຕີຂອງ​ອາ​ຊີ - ເອີ​ລົບ​ໃນ​ຍຸກ​ປະ​ຈຸບັນ ດ້ວຍ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ. Festival ດົນ​ຕີຄັ້ງ​ນີ້ ປະ​ກອບ​ດ້ວຍ​ດົນ​​ຕີປະ​ສານ​ສຽງ, ດົນ​ຕີ​ລະ​ຄອນ, ດົນ​ຕີ​ພື້ນ​ເມືອງ…. ທັງ​ໝົດ​​ເຫຼົ່າ​ນັ້ນໄດ້​ສ້າງ​ເປັນ​ດົນຕີ​ປະ​ສານ​ສຽງດ້ວຍຫລາຍ​ຮູບ​ຫລາຍ​ແບບ, ສ່ອງ​ແສງ​ເຖິງ​ຊີ​ວິດ​ອັນ​ດີ​ງາມ, ກໍ່​ຄື​ແນວ​ຄິດ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ. ຈຸດ​ເດັ່ນ​ຂອງFestival ດົນ​ຕີ ຄັ້ງ​ນີ້ ແມ່ນ​ລາຍ​ການ​ປະ​ສານ​ສຽງ​ດົນ​ຕີ​ພື້ນ​ເມືອງ ຫວຽດ​ນາມ ທີ່​ສະ​ແດງ​ຢູ່ ຖ້ຳ ເດົາ​ໂກ ອ່າວ​ຮ້າ​ລອງ. ລາຍ​ການ​ປະ​ສານ​ສຽງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ສິ​ລະ​ປິນ. ນັກ​ດົນ​ຕີ Rasid Kalimulin, ປະ​ທານ​ສະ​ມາ​ຄົມ​ດົນ​ຕີ ສ Tatarstan ສະ​ຫະ​ພັນ​ລັດ​ເຊຍ ຊື່ງ​ແມ່ນ​ຜູ້​ສະ​ແດງ​ດົນ​ຕີ overture Ho Chi Minh ໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທີ​ສອງ ທີ່ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ ​ແລະ​ສະ​ແດ​ງຢູ່ຫວຽດ​ນາມ ຕາມ​ຄຳ​ເຊີນ​ຂອງ​ປະ​ທານ​ສະ​ມາ​ຄົມ​ດົນ​ຕີ​ຫວຽດ​ນາມ, ນັກ​ປະ​ພັນດົນ​ຕີ​ທີ່​ລື​ຊື່ ໂດ​ຮົ່ງ​ກວນ. Festival ດົນ​ຕີ ໃຫມ່ ອາ​ຊີ - ເອີ​ລົບ ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ມີ​ຫລາຍ​ຮູບ​ຫລາຍ​ແບບ. ນີ້​ແມ່ນ​ລາຍ​ການ​ດົນ​ຕີ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ໃຫ້​ແກ່​ຜູ້​ນິ​ຍົມ​ດົນ​ຕີ. ໃນ​ນັ້ນ ວັດ​ທະ​ນະ​ທຳ​ຫວຽດ​ນາມ ແມ່ນ​ຂົວ​ຕໍ່​ແນະ​ນຳ​ໃຫ້​ຜູ້​ນິ​ຍົມ​ດົນ​ຕີ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ປະ​ເທດ​ອື່ນໆ​ກວ່າ​ອີກ.”

       

Festival ດົນຕີໃຫມ່ ອາຊີ - ເອີລົບປີ 2014: ຂົວຕໍ່ວັດທະນະທຳອາຊຽນກັບໂລກ - ảnh 2
ນັກ​ສິ​ລະ​ປິນ violon ບູ່ຍ​ກົງ​ຢີ ຂອງ​ຫວຽດ​ນາມ
photo:vov

        ເຂົ້າ​ຮ່ວມ Festival ດົນ​ຕີຄັ້ງ​ນີ້, ນັກ​ດົນ​ຕີ​ Rin Ean ທັງ​ແມ່ນ​ຄູ​ສອນ​ຢູ່ ກົມ​ສິ​ລະ​ປະ​ການ​ສະ​ແດງ, ສັງ​ກັດ​ກະ​ຊວງວັດ​ທະ​ນະ​ທຳ ແລະ ສິ​ລ​ະ​ປະ ກຳ​ປູ​ເຈຍ, ຕາງ​ຫ​ນ້າ​ໃຫ້​ປະ​ເທດ​ຕົນ ສົ່ງ​ເຖິງ​ຜູ້​ນິ​ຍົມ​ດົນ​ຕີ​ບົດ​ເ​ພງ “Bopha Bodolchat” ຜ່ານ​​ການ​ສະ​ແດງ​​​ຂອງນັກ​ດົນ​ຕີ​ກຳ​ປູ​ເຈຍ Som Som ang​.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້ເຂົ້າ​ຮ່ວມ Festival ດົນ​ຕີ​ຄັ້ງ​ນີ້. ພາຍ​ຫລັງ​ກັບ​ຄືນ​ເມືອ​ປະ​ເທດ ຂ​້າ​ພະ​ເຈົ້າ​ຈະ​ແບ່ງ​ປັນໃຫ້​ພວກ​ນ້ອງ​ນັກ​ຮຽນ​ວ່າ: ນີ້​ແມ່ນ Festival ດົນ​ຕີ ມີ​ຂອບ​ຂະ​ຫ​ນາ​ໃຫ​ຍ່​ສຸດ​ຢູ່ ຫວຽດ​ນາມ ແລະ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ສິ​ລະ​ປິນ​ໃນ​ທົ່ວ​ໂລກ ພົບ​ປະ​ກັນ ແບ່ງ​ປັນ​ບົດ​ຮຽນ​ນຳ​ກັນ​, ກໍ​ຄືມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ດົນ​ຕີ ​ແລະ ວັດ​ທະ​ນະ​ທຳ​ຂອງ​ກັນ.”

        ດ້ວຍ​ຄາດໝາຍນຳ​ດົນ​ຕີ​ໃກ້​ຊິດ​ກັບ​ຜູ້​ນິ​ຍົມ​ດົນ​ຕີ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ ກວ່າ, ນັກ​ດົນ​ຕີ Kahchun Wong, ຜູ້​ອຳ​ນວຍ​ການ​ຮັບຜິດຊອບ​ດ້ານສິ​ລະ​ປະ​ຂອງ​ອົງ​ການ​ດົນ​ຕີ​ອາ​ຊີ ຍຸກ​ປະ​ຈຸ​ບັນ ຢູ່ ສິງ​ກະ​ໂປ ໄດ້​ແບ່ງ​ປັນ​ບົດ​ຮຽນ​ຂອງ​ປະ​ເທດ​ຕົນ​ໃນ​ບັນ​ຫານີ້​ວ່າ:

        “ຄວາ​ມ​ຈິງ, ບັນ​ດາ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ຍາກ​ທີ່​ຂາຍ​ປີ້​ໄດ້​ຫລາຍ. ປ​ະ​ຊາ​ຊົນ ສິງ​ກະ​ໂປ ບໍ່​ມັກ​ຊົມ​ລາຍ​ການ​ດົນຕີປະ​ສານ​ສຽງ​ທີ່ທັນ​ສະ​ໄຫມ. ຫາກມັກ​​ຊົມ​ບັນ​ດາ​ລາຍ​ການ​ດົນ​ຕີ​ທີ່​ລື​ຊື່​ຄື: Bethoven, Mozart, Chaikovsky ຫລື Brahm. ແຕ່ 3-4 ປີມາ​ນີ້ ດ​້ວຍ​ຄ​ວາມ​ມາ​ນະ​ພະ​ຍາ​ຍາມ​ຈັດ​ຕັ້ງ​ລາຍ​ການດົນຕີ​ປ​ະ​ສານ​ສຽງ​​ເປັນ​ປະຈຳ, ​ໄດ້​ດຶງ​ດູດປ​ະ​ຊາ​ຊົນມາ​ຊົມ​ນັບມື້​ນັບ​ຫຼາຍ.ດັ່ງ​ນັ້ນ​ເຂົາ​ເຈົ້າຈຶ່ງ​ສາມາດເຂົ້າ​ໃຈ​ດົນ​ຕີ​ປະ​ເພດນີ້ກວ່າ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ໃນ​ໄລ​ຍະ 4-5 ປີ​ຂ້າງ​ຫ​ນ້າ, ປະ​ຊາ​ຊົນຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເວົ້າ​ລວມ ​ຈະ​ລື້ງ​ເຄີຍ​ກັບ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ທີ່ທັນ​ສະ​ໄຫມນີ້. Festival ດົນ​ຕີ​ໃຫມ່ ອາ​ຊີ - ເອີ​ລົບ ຄັ້ງ​ນີ້ ແມ່ນ​ກຳ​ລັງ​ຫ​ນູນ​ເພື່ອ​ສ້າງ​ເປັນ​ສິ່ງ​ດັ່ງ​ກ່າວ.”

        ​ລາຍ​ການ​ສະ​ແດງ​ຂັບ​ກວານ​ຫ​ໍ້ “ອ​ຳ​ລາ​ເພື່ອນ” ໄດ້​ເປັນ​ການ​ປີດ​ທ້າຍFestival ດົນ​ຕີ ໃຫມ່ ອາ​ຊີ - ເອີ​ລົບ 2014 ໃນ​ຕອນ​ຄ່ຳ​ວັນ​ທີ 12/10/2014. ບັນ​ດາ​ນັກ​ສິ​ລະ​ປິນ ອຳ​ລາ​ກັນ ແຕ່​ບັນ​ດາ​ລາຍ​ການ​ດົນ​ຕີ​ໃນFestival ຍັງ​ຝັງ​ເລິກ​ໃນ​ດວງໃຈ​ຂອງ​ເຂົາ​ເຈົ້າຢູ່ , ນີ້​ກໍ່​​ເປັນ​ຂົວ​ຕໍ່​ວັດ​ທະ​ນະ​ທຳ​ລະຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ໂລກອີກ.

ຕອບກັບ

ຂ່າວ/ບົດ​ອື່ນ