Festival ລະຄອນຕຸກກະຕາສາກົນ ຮ່າໂນ້ຍປີ 2015 ແຫ່ງເຕົ້າໂຮມດ້ານວັດທະນະທຳຂອງໂລກ


(vovworld)- Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ທີ່ 4 ໄດ້​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ຫວ່າງ​ແລ້ວນີ້ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ 13 ກອງ​ລະ​ຄອນ​ຕຸກ​ກະ​ຕາ​ທີ່​ມາ​ຈາກ 10 ປະ​ເທດ, ໃນ​ນັ້ນ ຫວຽດ​ນາມ ມີ 3 ກອງ​ລະ​ຄອນຕຸກ​ກະ​ຕາ ໄດ້​ນຳ​ມາ​ໃຫ​້​ຜູ້​ຊົມ​ຈຸດ​ພົ້ນ​ເດັ່ນ​ຂອງ​ສິ​ລະ​ປະ​ລະ​ຄອນ​ຕຸ​ກ​ກະ​ຕາ​ຫວຽດ​ນາມ. ຜ່ານ Festival ລະ​ຄອນຕຸກ​ກະ​ຕາສາ​ກົນຄັ້ງ​ນີ້ ຜູ້​ຊົມ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ ສິ​ລະ​ປະ​ສ້າງ​ເປັນຕົວ​ລະ​ຄອນ, ດົນ​ຕີ, ​ສຽງເພງ ​ກໍ​ຄື ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ມຸ້ງ​ຫວັງ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນແຕ່​ລະ​ປະ​ເທດ.

       

Festival ລະຄອນຕຸກກະຕາສາກົນ ຮ່າໂນ້ຍປີ 2015 ແຫ່ງເຕົ້າໂຮມດ້ານວັດທະນະທຳຂອງໂລກ - ảnh 1

        Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຮ່າ​ໂນ້ຍ ປີ 2015 ຄັ້ງ​ນີ້ ມີ 10 ປະ​ເທດ ເຂົ້າ​ຮ່ວມ​ຄື: ກຳ​ປູ​ເຈຍ, ລາວ, ໄທ, ມຽນ​ມາ, ຟິ​ລິບ​ປີນ, ລັດ​ເຊຍ, ອັງ​ກິດ, ເຢຍ​ລະ​ມັນ, ແບນ​ຊິກ ແລະ ຫວຽດ​ນາມ. ບັນ​ດາ​ນັກ​ສິ​ລະ​ປີນ​ໄດ້​ນຳ​ເອົາ​ລາຍ​ການ​ລະ​ຄອນ​ຕຸກ​ກະ​ຕາ​ທີ່​ເຂັ້ມ​ຂົ້ມ​ໄປ​ດ້ວນ​ສີ​ສັນ​ວັດ​ທະ​ນະ​ທຳ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາດ​ຕົນ​ມາ​ສະ​ເຫ​ນີ​ໃຫ້​ຜູ້​ຊົມ. ​ຕົວ​ຢ່າງ​ຄື: ບັນ​ດາ​ໂຕ​ຊ້າງ, ເຂດ​ປ່າ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປິ​ນກອງ​ລະ​ຄອນ​ຕຸກ​ກະ​ຕາ ລາວ ​ ສະ​ແດງ​​ດ້ວຍ​ອຸ​ປະ​ກອນ​ສິ​ລະ​ປະ​ທຳ​ມະ​ດາ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຄື​: ຄັ​ນ​ຮົ່ມ, ເສື້ອ​ກັນ​ຝົນ, …ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈໃຫ້ແກ່​ຜູ້​ຊົມ. ສ່ວນ​ລາຍ​ການ​ຂອງກອງ​ລະ​ຄອນ​ຕຸກ​ກະ​ຕາ​ມຽນ​ມາ ຜ່ານ​ການ​ສະ​ແດງ​ດ້ວຍ​ເຊືອກທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ວາດ​ຟ້ອນ​ທີ່​ ​ອ່ອ​ນ​ຊອຍ​ຄື: ຟ້ອນ​ພິ​ທີ​ການ, ຟ້ອນ​ມ້າ, ຟ້ອນ​ລິງ….. ກອງ​ລະ​ຄອນ​ຕຸກ​ກະ​ຕາ ກຳ​ປູ​ເຈຍ ເຂົ້າ​ຮ່ວມ​ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ນີ້ ຜ່ານ​ລາຍ​ການ​ສະ​ແດງ​ໝາກ​ບານ, ໃນ​ນັ້ນ ມີ​ການ​ປະ​ສົມ​ປະ​ສານ​ຂອງ​ບັນ​ດາ​ຮູບ​ການ​ສິ​ລະ​ປະ​ຄື: ດົ​ນ​ຕີ, ຮ້ອງ​ລຳ​ທຳ​ເພງ, ການ​ຟ້ອນ, ວິ​ຈິດ​ສິນ…. ແລະ ສິ່ງ​ສຳ​ຄັນ​ກວ່າ ນັ້ນ​ແມ່ນ​ສິ​ລະ​ປະ​ສ້າງ​​ເປັນຕົວ​ລະ​ຄອນ​ດ້ວຍ​ຫ​ນັງ. ທ່ານ Man Kosal, ຫົວ​ຫ​ນ້າ​ກອງ​ລະ​ຄອນ​ຕຸກ​ກະ​ຕາ Sovanna Phum ກຳ​ປູ​ເຈຍ ​ໃຫ້​ຮູ້​ວ່າ:

        “ລາຍ​ການ​ສະ​ແດງ​ຕົວ​ລະ​ຄອນ​ຕຸກ​ກະ​ຕາຂອງ​ພວກ​ຂ້າ​ພະ​ເຈົ້າ​ຄັ້ງ​ນີ້ ແມ່ນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ລະ​ຄອນ​ຕຸກ​ກະ​ຕາ​ໝາກ​ບານ​​ດ້ວຍຫ​ນັງ ແລະ ມວຍ​ສິ​ລະ​ປະພື້ນ​ເມືອງຂອງ​ຂະ​ແມ. ພິ​ເສດ ພວກ​ຂ້າ​ພະ​ເຈົ້າ​ນຳ​ເອົາ​ບັນ​ດາ​ລາຍ​ການ​ຟ້ອນ​ໃນ​ລາ​ຊະ​ວັງ ສົມ​ທົບ​ກັບ​ລາຍ​ການ​ຟ້ອນ​ພື້ນ​ເມືອງ​ຍຸກ​ສະ​ໄຫມ​ ປະ​ຈຸ​ບັນສ້າງ​ເປັນ​ລາຍ​ການ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນີ້.”

Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ບໍ່​ພຽງ​ແຕ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ຂອງ​ບັນ​ດາ​ປະ​ເທດ ແນະ​ນຳ ຄຸນ​ຄ່າ​ສິ​ລະ​ປະ​ລະ​ຄອນ​ຕຸກ​ກະ​ຕາ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ຄຸ້ມ​ຄອງ​ສິ​ລະ​ປະ, ບັນ​ດາ​ນັກ​ສິ​ລ​ະ​ປິນ​ລະ​ຄອນ​ຕຸກ​ກະ​ຕາ​ມີ​ເງື່ອນ​ໄຂ​ພົວ​ພັນ​ແລກ​ປ່ຽນ, ຖອດ​ຖອນ​ສິ່ງຍອດ​ຢ້ຽມ​ຂອງ​ສິ​ລະ​ປະ​ລະ​ຄອນ​ຕຸກ​ກະ​ຕາ​ສາ​ກົນ, ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃນ​ວິ​ວັດ​ການ​ປະ​ດິດ​ສ້າງ​ສິ​ລະ​ປະ. ນັກ​ສິ​ລະ​ປິນ ແທງ​ລອງ, ກອງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ ທັງ​ລອງ ຂອງ​ຫວຽດ​ນາມໃຫ້​ຮູ້​ວ່າ: ກອງ​ຕຸກ​ກະ​ຕາ ທັງ​ລອງ ເຂົ້າ​ຮ່ວມ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ນີ້ ດ້ວຍ​ລາຍ​ການ​ທີ່​ມີ​ຫົວ​ຂໍ້​ວ່າ: “ບິນ​ຂຶ້ນ​ຈາກ​ຫ​ນ້າ​ນ້ຳ”. ລາຍ​ການນີ້​ແມ່ນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຈຸດ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ ແລະ ສິ​ລະ​ປະ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ.

        “ປີ 2015 ໂຮງ​ລະ​ຄອນ​ໄດ້​ນຳ​ເອົາ​ລາຍ​ການ​ໃຫມ່​ມາ​ສະ​ແດງ. ນັ້ນ​ແມ່ນ​ລາຍ​ການ​ຟ້ອນ ບາ​ເລ. ເມື່ອ​ເວົ້າ​ເຖິງ​ການ​ຟ້ອນ ບາ​ເລ ທຸກ​ຄົນ​ລ້ວນ​ແຕ່​ຄິດ​ວ່າ​ບັນ​ດາ​ນັກ​ສິ​ລະ​ປິນ​ສະ​ແດງ​ບົນ​ເວ​ທີ​ທັນ​ສະ​ໄຫມ, ແຕ່​ບັດ​ນີ້ ແມ່ນ​ສະ​ແດງ​ບົນ​ຫນ້ານ້ຳ. ຜ່ານ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ນີ້ ພວກ​ຂ້າ​ພະ​ເຈົ້າ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ ບົດ​ຮຽນ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ງານ​ສາ​ກົນ.”

Festival ລະຄອນຕຸກກະຕາສາກົນ ຮ່າໂນ້ຍປີ 2015 ແຫ່ງເຕົ້າໂຮມດ້ານວັດທະນະທຳຂອງໂລກ - ảnh 2

        ສິ່ງ​ພິ​ເສດ​ໃນ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ທີ 4 ແມ່ນ​ບັນ​ດາ​ລາຍ​ການ​ສະ​ແດງ​ມ່ວນ ​ລ້ວນ​ແຕ່​ມີ​ການ​ປະ​ສົມ​ກັບ​ຫລາຍ​ຮູບ​ການ​ສິ​ລະ​ປະ​ທີ່​ແຕກ​ຕ່າງ​ກັນ, ​ເຮັດ​ໃຫ້​ສິ​ລະ​ປະ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາອຸ​ດົມ​ສົມ​ບູນກວ່າ. ທ່ານ ເວືອງ​ຢີ​ບຽນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ທີ 4 ຮ່າ​ໂນ້ຍ ປີ 2015 ແມ່ນ​ວັນ​ບຸນ​​ແຫ່ງ​ການແຂ່ງ​ຂັ​ນຂອງ​ບັນ​ດາ​ນັກ​ສິ​ລະ​ປິ​ນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ນຳ​ມາ​ໃຫ້​ຜູ້​ຊົມ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປະ​ທັບ​ໃຈ. ໃນ​ຖາ​ນະ​​ເປັນປະ​ເທດ​ເຈົ້າ​ພາບ, ຫວຽດ​ນາມ ຢາກ​ແນະ​ນຳ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສິ​ລະ​ປະ​ລະ​ຄອນ​ຕຸກ​ກະ​ຕາ​ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ເວົ້າ​ລວມ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຜ່ານ​​ການເຂົ້າ​ຮ່ວມ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ນີ້, ບັນ​ດາ​ນັກ​ສິ​ລະ​ປິນ ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມກວ່າ.”

        ໂຮງ​ລະ​ຄອນ​ຕຸກ​ກະ​ຕາ​ສູນ​ກາງ ດ້ວຍ​​ 500 ບ່ອນນັ່ງ ​ແຕ່​ພັດເຕັມ​ໝົດ. ບັນ​ດາ​ລາຍ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຊົມ​ທັງ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ. ເພື່ອນ​ບີກ​ເຟື້ອງ ແລະ ຖູ່ຍ​ຢູງ ຢູ່ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ເຂົ້າ​ຮ່ວມ Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ນີ້ ນ້ອງ​ເຫັນ​ວ່າ ບັນ​ດາ​ລາຍ​ການ​ສະ​ແດງ​ມ່ວນ​ຫລາຍ, ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ.”

“ລາຍ​ກາ​ນ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ຂອງ​ຫວຽດ​ນາມ ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ຫລາຍ. ຊ້ຳ​ບໍ່​ຫ​ນຳ ເຮັດ​ໃຫ້​ຫລາຍ​ຄົນ​ນ້ຳຕາ​ອອກ.”

Festival ລະ​ຄອນຕຸກ​ກະ​ຕາສາ​ກົນ ຄັ້ງ​ທີ 4 ດຳ​ເນີນ​ແຕ່​ວັນ​ທີ 10-16/10 ຢູ່ ຮ່າ​ໂນ້ຍ. ນອກນັ້ນ ຄະ​ນະ​ຈັດ​ຕັ້ງ ຍັງຈັດ​ຕັ້ງໃຫ້​ກອງ​ລະ​ຄອນ​ຕຸກ​ກະ​ຕາ​ຫວຽດ​ນາມ ແລະ ສາ​ກົນ​ໄປ​ສະ​ແດງ​ຢູ່​ຫລາຍ​ແຂວງ​ຄື: ນາມ​ດີງ, ແທງ​ຮ​ວາ, ຫາຍ​ເຢືອງ, ຫວີງ​ຟຸກ… ເພື່ອ​ໃຫ້​ຜູ້​ຊົມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ມີ​ກາ​ລະ​ໂອ​ກາ​ດ​ໄດ້​ຮັບ​ຊົມ​ສິ​ລະ​ປະ​ລະ​ຄອນ​ຕຸ​ກ​ກະ​ຕາ ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ສາ​ກົນ ໄປ​ຢ້ຽມ​ຊົມ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ຂອງ​ຫວຽດ​ນາມ  ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ