Gojek ຫວຽດ​ນາມ ແລະ ພາ​ລະ​ກຳ​ໜູນ​ຊ່ວຍ​ຄູ່​ຮ່ວມ​ມື​ຜູ້​ຂັບ​ລົດພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ໂດຍປະກົດຕົວຢູ່ ຫວຽດນາມ ນັບແຕ່ປີ 2018, ມາຮອດປັດຈຸບັນ Gojek ຫວຽດນາມ ນອນໃນກຸ່ມບໍລິສັດ Go To (ອິນໂດເນເຊຍ) ມີຜູ້ຂັບລົດກ່ວາ 200.000 ຄົນ. ໃນການເຄື່ອນໄຫວເປັນເວລາ 5 ປີ, Gojek ຫວຽດນາມ ຍາມໃດກໍ່ຮັກສາຄຳໝັ້ນສັນຍາທີ່ຍາວນານຂອງຕົນໃນການສ້າງບັນດາຜົນກະທົບທີ່ຕັ້ງໜ້າ, ໜູນຊ່ວຍບັນດາຜູ້ຂັບລົດຮັກສາການທຳມາຫາກິນ ແລະ ພັດທະນາແບບຍືນຍົງ. ບົດຂຽນຂອງນັກຂ່າວ ຫງວຽນຮ່າ.

Gojek ຫວຽດ​ນາມ ແລະ ພາ​ລະ​ກຳ​ໜູນ​ຊ່ວຍ​ຄູ່​ຮ່ວມ​ມື​ຜູ້​ຂັບ​ລົດພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ພາບປະກອບ

ທ້າວ ຟ້າມແທັງດາດ, ອາຍຸ 22 ປີ, ນັກສຶກສາປີທີ 3 ຂອງມະຫາວິທະຍາໄລ ຊົນລະປະທານ, ບ້ານເກີດຢູ່ ຫ໋າຍເຢືອງ, ຫາກໍ່ສຳເລັດການໄປສົ່ງຜູ້ໂດຍສານ ຖ້ຽວທີ 5 ໃນວັນຂອງຕົນ. ການເຮັດວຽກກັບ Gojek ແມ່ນວຽກ partime ເຊິ່ງ ທ້າວ ດາດ ເລືອກເອົາເພື່ອຫາເງິນຕື່ມ ໃນໄລຍະເວລາຮຽນຢູ່ນະຄອນຫຼວງ. ແຕ່ລະວັນ ດາດ ຈະໄປສົ່ງຜູ້ໂດຍສານແຕ່ 15 – 20 ຖ້ຽວ, ມື້ໃດໄວຈະໃຊ້ເວລາ 5 – 6 ຊົ່ວໂມງ, ມື້ໃດມີຄົນໃຊ້ບໍລິການໜ້ອຍກໍຈະໃຊ້ເວລາແຕ່ 7 – 8 ຊົ່ວໂມງ. ດ້ວຍລາຍຮັບປະມານ 5 – 6 ລ້ານດົງຕໍ່ເດືອນ, ການເຮັດວຽກກັບ Gojek ຊ່ວຍ ດາດ ສາມາດຈ່າຍຄ່າຫ້ອງເຊົ່າ, ການດຳລົງຊີວິດປະຈຳວັນ, ຄ່າຮຽນ ແລະ ສ່ວນໜຶ່ງແມ່ນເພື່ອເກັບທ້ອນ.

ໂດຍຕ່າງກັນກັບ ທ້າວ ດາດ, ສຳລັບທ້າວ ເລວັນຈ້ອງ ຢູ່ ນາມຕືລຽມ, ຮ່າໂນ້ຍ ແລ້ວ, ແຫຼ່ງລາຍຮັບຈາກການເຮັດວຽກກັບ Gojek ແມ່ນແຫຼ່ງລາຍຮັບຕົ້ນຕໍສຳລັບຄອບຄົວທີ່ມີ 4 ຄົນ. ໂດຍເລີ່ມເຮັດວຽກກັບ Gojek ແຕ່ປີ 2020 ໃນເວລານັ້ນຍັງມີຊື່ວ່າ Goviet, ມາຮອດປັດຈຸບັນ ທ້າວ ຈ້ອງ ກໍ່ໄດ້ເຮັດວຽກເປັນເວລາ 3 ປີແລ້ວ. ເດືອນໃດມີລາຍຮັບສູງສຸດ ກໍ່ຫຼາຍກ່ວາ 20 ລ້ານດົ່ງ, ລວມທັງເງິນເປີເຊັນລາຍຮັບຈາກຖ້ຽວບໍລິການລູກຄ້າ (ເງິນຂະຫຍັນ) ແລະ ເງິນໂບນັດຂອງບໍລິສັດ. ເມື່ອແບ່ງປັນກ່ຽວກັບສາຍເຫດທີ່ເຂົ້າເຮັດວຽກ ແລະ ຕິດພັນກັບ Gojek ຫວຽດນາມ, ທ້າວ ດາດ ແລະ ທ້າວ ຈ້ອງ ໃຫ້ຮູ້ວ່າ:

ໃນຕົວຈິງແລ້ວ, ຕອນທຳອິດນ້ອງກໍ່ລັງເລໃຈ ລະຫວ່າງບັນດາແອັບພລີເຄຊັ້ນລົດໂດຍສານເຕັກໂນໂລຢີ ແຕ່ນ້ອງເຫັນວ່າ ລະບຽບການຈົດທະບຽນສຳລັບນັກສຶກສາຂອງ Gojek ແມ່ນງ່າຍດາຍທີ່ສຸດ ດັ່ງນັ້ນ ນ້ອງຈິ່ງຕັດສິນໃຈເລືອກຈົດທະບຽນເຮັດວຽກກັບ Gojek. ອັດຕາຫັກຄ່າໃຊ້ຈ່າຍຂອງ Gojek ກໍ່ເໝາະສົມ, ປະມານ 20%/ຖ້ຽວ.

ເພື່ອນຮ່ວມງານຂອງຂ້າພະເຈົ້າກໍ່ມີຄົນລອງເຮັດວຽກກັບ ແອັບພລີເຄຊັ້ນລົດໂດຍສານເຕັກໂນໂລຢີຂອງບໍລິສັດຕ່າງໆ ເພື່ອລອງເບິ່ງລາຍຮັບເປັນແນວໃດ ແຕ່ສຸດທ້າຍກໍ່ກັບຄືນມາເຮັດວຽກກັບ Gojek. ສະເພາະຂ້າພະເຈົ້າແມ່ນຍັງເຮັດວຽກກັບ Gojek ນັບແຕ່ຕອນຫາກໍ່ເປີດຕົວ. ຍ້ອນຂ້າພະເຈົ້າເຫັນວ່າ ອັດຕາການຫັກຄ່າໃຊ້ຈ່າຍຕ່າງໆຂອງບັນດາບໍລິສັດ ບໍ່ແຕກຕ່າງກັນປານໃດ. ຍິ່ງໄປກ່ວານັ້ນ Gojek ຍັງມີບັນດາລາຍການບຸລິມະສິດຄື ມອບໝວກ, ເສື້ອກັນຝົນ, ໜູນຊ່ວຍຄ່ານ້ຳມັນໃຫ້ແກ່ຄົນຂັບລົດ ແລະ ຍັງມີຄະແນນຂະຫຍັນໃຫ້ເຮົານຳອີກ.

ໂດຍແມ່ນພື້ນຖານເຕັກໂນໂລຢີເຊື່ອມຕໍ່ຜູ້ຂັບລົດນັບແສນຄົນ, Gojek ຫວຽດນາມ ຍາມໃດກໍ່ມານະພະຍາຍາມສ້າງກາລະໂອກາດສ້າງລາຍຮັບໃຫ້ແກ່ຄູ່ຮ່ວມມື, ຊ່ວຍໃຫ້ເຂົາເຈົ້າສຳຜັດກັບເຕັກໂນໂລຢີ ແລະ ວິທີການບໍລິການທີ່ເປັນມືອາຊີບ. ມີຫຼາຍລາຍການ ແລະ ຂໍ້ລິເລີ່ມໂດຍ Gojek ຫວຽດນາມ ຜັນຂະຫຍາຍເພື່ອແນໃສ່ເບິ່ງແຍງດູແລຊີວິດດ້ານວັດຖຸ ແລະ ຈິດໃຈຂອງບັນດາຜູ້ຂັບລົດ, ພິເສດແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກທັງຢູ່ໃນກ່ອນ ແລະ ຫຼັງໄລຍະເກີດພະຍາດໂຄວິດ - 19.

Gojek ຫວຽດ​ນາມ ແລະ ພາ​ລະ​ກຳ​ໜູນ​ຊ່ວຍ​ຄູ່​ຮ່ວມ​ມື​ຜູ້​ຂັບ​ລົດພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 2ທ່ານນາງ ຫງວຽນທິທູເວິນ, ຜູ້ອຳນວຍການຮັບຜິດຊອບປະຊາຄົມຄູ່ຮ່ວມມືຜູ້ຂັບລົດ, Gojek ຫວຽດນາມ

 ໃນສະພາບການຕະຫຼາດມີການປ່ຽນແປງຢ່າງຕໍ່ເນື່ອງ ແລະ ການແກ້ງແຍ່ງຢ່າງແຮງຈາກບັນດາບໍລິສັດເຕັກໂນໂລຢີຕ່າງໆທີ່ມີໜ້າຢູ່ ຫວຽດນາມຄື: Grab, Be, MyGo, FastGo…. ເຕັກໂນໂລຢີ ແລະ ບັນດາຄຸນຄ່າຂອງວິສາຫະກິດເດີນຕາມແມ່ນອາວຸດສຳຄັນທີ່ສຸດຊ່ວຍ Gojek ຫວຽດນາມ ໝັ້ນຄົງ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ. ທ່ານນາງ ຫງວຽນທິທູເວິນ, ຜູ້ອຳນວຍການຮັບຜິດຊອບປະຊາຄົມຄູ່ຮ່ວມມືຜູ້ຂັບລົດ, Gojek ຫວຽດນາມ ໃຫ້ຮູ້ວ່າ:

ໃນຖານະເປັນໜຶ່ງໃນບໍລິສັດເຕັກໂນໂລຢີ, ພວກຂ້າພະເຈົ້າເຊື່ອໝັ້ນວ່າການປັບປຸງເຕັກໂນໂລຢີດ້ວຍວິທີການຮັບຟັງຄຳເຫັນປະກອບຈາກຜູ້ຂັບລົດ ແລະ ຜູ້ນຳໃຊ້ ຜ່ານຊ່ອງທາງໜູນຊ່ວຍລູກຄ້າ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າປັບປຸງການບໍລິຫານຂອງຕົນທີ່ພວມມີໜ້າຢູ່ຕະຫຼາດ. ໃນປີຜ່ານມາ, ພວກຂ້າພະເຈົ້າມີຕື່ມອີກ ເກືອບ 40 ລາຍການໃໝ່ທີ່ສະຫງວນໃຫ້ແກ່ຜູ້ນຳໃຊ້ ແລະ ຜູ້ຂັບລົດ. ພິເສດສຳລັບການຮັບສະໝັກຜູ້ຂັບລົດ, ພວກຂ້າພະເຈົ້າຫາກໍ່ເປີດນຳໃຊ້ການບໍລິການ Gocar ໃນທ້າຍປີ 2021 ເຊິ່ງຈະເປີດກາລະໂອກາດເຮັດວຽກ ແລະ ຫາເງິນຕື່ມອີກໃຫ້ແກ່ຕະຫຼາດແຮງງານຢູ່ ຫວຽດນາມ.

ໃນວິວັດການແຫ່ງການພັດທະນາຂອງຕົນ, ການລົງພຶດຕິກຳຕົວຈິງ ແລະ ການປະກອບຄຳເຫັນຂອງລູກຄ້າຍາມໃດກໍ່ໄດ້ຮັບຄວາມເຄົາລົບ ແລະ ຮັບຮູ້ຈາກ GoJek ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການ, ນຳມາເຊິ່ງຄວາມສະດວກທີ່ສຸດໃຫ້ແກ່ລູກຄ້າ. ນາງ ຫງວຽນທິຮຽນ ມາຈາກຮ່າໂນ້ຍ, ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອນຳໃຊ້ບັນດາການບໍລິການຂອງ Gojek ວ່າ:

ດີຫຼາຍ. Gojek ເຄີຍມີບັນດາລາຍການຫຼຸດລາຄາ. ຮູບແບບຂອງແອັບພລີເຄຊັ້ນແມ່ນເບິ່ງງ່າຍ, ນຳໃຊ້ງ່າຍດາຍ ແລະ ມີຄົບທຸກການບໍລິການຄືຮັບສົ່ງລູກຄ້າ, ສົ່ງເຄື່ອງຂອງ ຫຼື ອາຫານແບບທາງໄກ, ມັນມີຄວາມສະດວກຫຼາຍ.

Gojek  ຈະສາມາດພັດທະນາໄດ້ກໍ່ຕໍ່ເມື່ອບັນດາຄູ່ຮ່ວມມື, ລູກຄ້າຂອງຕົນພັດທະນາ ຄືດັ່ງຄຳຢັ້ງຢືນຂອງທ່ານນາງ ຫງວຽນທິທູເວິນ, ຜູ້ອຳນວຍການຮັບຜິດຊອບປະຊາຄົມຜູ້ຂັບລົດ, Gojek ຫວຽດນາມ. ດ້ວຍການປະກອບສ່ວນຂອງຕົນໃຫ້ແກ່ປະຊາຄົມ, ເດືອນມີນາ ຜ່ານມາ, ຢູ່ດ່ານັ້ງ ໃນຂອບເຂດເວທີປາໄສຂົວຕໍ່ພັດທະນາ ຫວຽດນາມ, Gojek ຫວຽດນາມ ໄດ້ຮັບການເຊີດຊູແມ່ນ 1 ໃນຈຳນວນ 50 ວິສາຫະກິດ FDI ດີເດັ່ນ ປີ 2022 – 2023 ດ້ວຍລາງວັນມັງກອນຄຳ ເປັນຄັ້ງທີ 3 ຢ່າງລຽນຕິດ. ນີ້ແມ່ນລາງວັນເຊີດຊູບັນດາວິສາຫະກິດທີ່ນຳໜ້າໃນການປ່ຽນແປງໃໝ່ນະວັດຕະກຳ, ຫັນເປັນສີຂຽວ, ນຳໃຊ້ເຕັກໂນໂລຢີດີຈີຕອນ ໃນວິວັດການຜະລິດ, ບັນດາວິສາຫະກິດ ບັນລຸໄດ້ໝາກຜົນຟື້ນຟູທີ່ເປັນໜ້າປະທັບໃຈໃນໄລຍະຫຼັງໂຄວິດ - 19 ແລະ ສະແດງໃຫ້ເຫັນຍຸດທະສາດພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ