MONORAIL- ມາດຕະການຄົມມະນາຄົມໃນອະນາຄົດຂອງ ນະຄອນຫລວງ ຢາກາກຕາ

(vovworld)- ​ແຜນການ​ສ້າງ​ລະບົບ​ລົດ​ໄຟ​ລາງດຽວ(Monorail) ຢູ່​ນະຄອນຫລວງ ຢາກ​າກຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ​​ເລີ່​ມຕົ້ນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ພາຍຫລັງ 5 ປີ ຖືກ​​ໂຈະ​ໄວ້ ຍ້ອນ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ. ​ໄລຍະ 1 ຂອງ​ລະບົບ Monorail ດັ່ງກ່າວ​ຄາດ​ວ່າ​ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ 2016. ອຳນາດ​ການ​ປົກຄອງ​ນະຄອນ ປາດ​ຖະ​ຫນາ​ວ່າ ບໍລິການ​ຄົມມະນາຄົມສາທາລະນະ​ລັດ​ນີ້​ຈະ​​​ເຮັດ​​ໃຫ້​ສະພາບ​ລົດ​ຕິດ​ຢູ່​ນະຄອນຫລວງ ຢາ​ກາກ​ຕາປະຈຸ​ບັນ ຫລຸດ​ລົງ.

MONORAIL- ມາດຕະການຄົມມະນາຄົມໃນອະນາຄົດຂອງ ນະຄອນຫລວງ  ຢາກາກຕາ - ảnh 1
ສະພາບລົດຕິດຢູ່ ອິນໂດເນເຊຍ
ພາບ:internet

        ລະບົບ Monorail ຢູ່ ຢາ​ກາກ​ຕາ ​ແມ່ນ​ສ່ວນ​ຫນຶ່ງ​ໃນ​​ໂຄງການ​ກໍ່ສ້າງ​ລະບົບ​ຄົມມະນາຄົມສາທາລະນະ​ມີ​ຄວາມ​ໄວ​ສູງ(Mass Rapid Transit- MRT). ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ບໍລິສັດ​ຍີ່​ປຸ່ນ, ຈີນ ​ແລະ ອິນ​ໂດ​ເນ​ເຊຍ, ​ໂຄງການ​ລວມມູນ​ຄ່າ 800 ລ້າ​ນ USD ດັ່ງກ່າວ​ຈະ​ກໍ່ສ້າງ​ລະບົບ​ລາ​ງລົດ​ໄຟ​ມີ​ຄວາມ​ຍາວ​ 108,7 ກິ​ໂລ​ແມັດ ພ້ອມ​ກັບ​ບັນດາ​ພື້ນຖານ​ໂຄງ​ລ່າງ​ຄື: ສະຖານີ​ລົດ​ໄຟ, ບ່ອນ​ຈອດ…. ລະບົບ​ລາງ​ລົດ​ໄຟ​ນີ້​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ສອງ​ວິທີ​ການ​ຄື​: ລົດ​ໄຟໃຕ້​ດິນ(Subway) ​ ແລະ ລົດ​ໄຟ​ລອຍ​ຟ້າ(Skytrain) ​ເຊື່ອມ​ຕໍ່​ລະຫວ່າງ​​​ເຂດເຫນືອ- ​ໃຕ້ນະຄອນຫລວງ ຢາ​ກາກ​ຕາ. ຕາມ​ແຜນການ​ແລ້ວ, ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​ຕາມ 3 ​ໄລຍະ. ​ໄລຍະ 1 ຈະ​​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​ໃນ​ທ້າຍ​ປີ​ນີ້. ​ໃນ​ໄລຍະ​ນີ້, ລະບົບ​ລາງ​ລົດ​ໄຟ​ໄດ້​ຮັບ​ການ​ກໍ່ສ້າງ​ຜ່ານ​ສະຖານີ​ລົດ​ໄຟລອຍ​ຟ້າ 7 ​ແຫ່ງ ​ແລະ ໃຕ້​ດິນ 6 ​ແຫ່ງ ຈາກ​ທາງ​ທິດ​ໃຕ້ ຢາກາກ​ຕາ ​ເຖິງ​ເຂດ​ໃຈກາງ​ນະຄອນຫລວງ ​ແລະ ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ 2016. ດ້ວຍ​ລະດັບ​ຄວາມ​ໄວ​ປະມານ 50 ກິ​ໂລ​ແມັດ/ຊົ່ວ​ໂມງ, ລົດ​ໄຟ​ Monorail ສາມາດ​ຂົນ​ສົ່ງ​ຜູ້​ໂດຍສານ​ປະມານ 800.000 ​ເທື່ອ​ຄົນ​/ມື້. ​ໃນ​ໄລຍະ 2 ​ແລະ 3, ລະບົບ​ດັ່ງກ່າວ​ຈະ​ສືບ​ຕໍ່​​ໄດ້ຮັບ​ການ​ກໍ່ສ້າງ​ເພື່ອ​ເຊື່ອມ​ຕໍ່​ເຂດ​ໃຈກາງ​​ເຂດ​ທິດ​ເຫນືອ​ນະຄອນຫລວງ ຢາ​ກາກ​ຕາ ​ແລະ ຄາດ​ວ່າ​ຈະ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2020. ທ່ານ​ນາງ Danang Parikesit, ຜູ້ອຳນວຍການ​ຮັບຜິດຊອບ​ບັນຫາ​ຄົມມະນາຄົມສາທາລະນະ​ ອິນ​ໂດ​ເນ​ເຊຍ ຂຶ້ນ​ກັບ​ກະຊວງ​ຄົມມະນາຄົມ ອິນ​ໂດ​ເນ​ເຊຍ ປາດ​ຖະຫນາ​ວ່າ: ຖ້າ​ມີ ລະບົບຄົມມະນາຄົມ​ສາທາລະນະ ​​ດີ ຈະ​ດຶງ​ດູດ​​ຄວາມ​ສົນ​ໃຈ​ນຳ​ໃຊ້​ຂອງ​ປະຊາຊົນ.

        “ປະຈຸ​ບັນ ສະພາບ​ນຳ​ໃຊ້​ບໍລິການ​ຄົມມະນາຄົມ​ສາທາລະນະ​ຢູ່ ຢາ​ກາກ​ຕາ ​ເວົ້າ​ສະ​ເພາະ ​ແລະ ອິນ​ໂດ​ເນ​ເຊຍ ​ເວົ້າ​ລວມ ນັບ​ມື້​ນັບ​ຫລຸດຜ່ອນ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ​ນີ້. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ປຸກລຸກ​ຄວາມ​ຊີ​ນ​ເຄີ​ຍນຳ​ໃຊ້​ບັນດາ​ພາຫະນະ​ ຄົມມະນາຄົມ​ສາທາລະນະ​ຂອງ​ປະຊາຊົນ. ວິທີ​ຫນຶ່ງ​ດຽວ​ເພ່ືອ​ປະຕິບັດ​ສິ່ງ​ດ່ັງກ່າວ​ແມ່ນ​ໂຮມ​ທຸກ​ພາຫະນະ​ຄົມມະນາຄົມ​ສາທາລະນະ​ກາຍ​ເປັນ​ລະບົບ​ດຽວເປັນ​ຢ່າງ​ດີ, ສາມາດ​ແກ​້ງ​ແຍ້​ງ ​ ແທນ​​ໃຫ້​ລົດ​ໂອ​ໂຕ ​ແລະ ລົດຈັກ. Monorail ​ແມ່ນ​ການ​ເລືອກ​ເຟັ້ນດີ​ສຸດ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ.”

MONORAIL- ມາດຕະການຄົມມະນາຄົມໃນອະນາຄົດຂອງ ນະຄອນຫລວງ  ຢາກາກຕາ - ảnh 2

        ຕາມ​ການ​ສະຖິຕິ, ​ໃນ​ຈຳນວນ​ພົນລະ​ເມືອງ 11 ລ້ານ​ຄົນ​ທີ່​ເຂົ້າ​ຮ່ວມ​ຄົມມະນາຄົມ​ຢູ່ ຢາ​ກາກ​ຕາ, ມີ​ເຖິງ 56% ​ນຳ​ໃຊ້​ບໍລິການ​ຄົມມະນາຄົມ​ສາທາລະນະ. ​ໃນ​ຂະນະ​ນັ້ນ ພາຫະນະ​ຄົມມະນາຄົມ​ຕົ້ນ​ຕໍ່​ຢູ່ ຢາ​ກາກ​ຕາ ​ແມ່ນ​ລົດ​ເມ ປະຈຸ​ບັນ ພວມ​ລ້າ​ຫລັງ ​ແລະ ບໍ່​ຕອບ​ສະຫນອງ​ຄວາມ​ຕ້ອງການ​ໄປມາ​ຂອງ​ປະຊາຊົນ​ໄດ້. ສະ​ນັ້ນ ລົດ​​ໄຟ ຈະ​ກາຍ​ເປັນ​ມາດ​ຕະການ​ຫນຶ່ງ​ທີ່ມີ​ປະສິດທິ​ຜົນ​ເພື່ອ​ແກ້​ໄຂ​ສະພາບ​ການ​ນີ້. ຊາວ ອິນ​ໂດ​ເນ​ເຊຍ ຜູ້​ຫນຶ່ງ​​ເວົ້າ​ວ່າ:

        “​ເລື່ອງ​ຜັນ​ຂະຫຍາຍ​ການກໍ່ສ້າງ MRT ຈະ​ປ​ະກອບ​ສ່ວນ​ແກ້​ໄຂ​ສະພາບ​ລົດ​ຕິດ​ຢູ່ ຢາ​ກາກ​ຕາ ຢ່າງ​ວ່ອງ​ໄວ. ​ເພາະວ່າ ຍ້ອນສະພາບ​ລົດ​ຕິດ​ຢູ່​ຢາ​ກາກ​ຕາ​ຄືປະ​ຈຸ​ບັນ ຖ້າ​ພວກ​ເຮົາ​ບໍ່​ຊອກ​ໄດ້​ວິທີ​​ແກ້​ໄຂ​ຢ່າງ​ວ່ອງ​ໄວ, ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ ລະບົບ​ຄົມມະນາຄົມ​ຢູ່ ຢາ​ກາກ​ຕາ ຈະ​ບໍ່​ຕອບ​ສະຫນອງ​ຄວາມ​ຕ້ອງ​ການ​ໄປມາ​ໄດ້. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ສະຫນັບສະຫນູນ​ການ​ຜັນ​ຂະຫຍາຍ​ກໍ່ສ້າງ MRT”.

        ​ມີ​ບັນຫາ​ຫນຶ່ງທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງປະຊາຊົນ​ເປັນ​ຈຳ​ນວນ​ຫລວງຫລາຍ ນັ້ນ​ແມ່ນ ລາຄາ​ປີ້​ລົດ​ໄຟ. ຕາມ​ທ່ານ Zemangindaas, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ອິນ​ໂດ​ເນ​ເຊຍ ​ແລ້ວ, ລັດຖະບານ ອິນ​ໂດ​ເນ​ເຊ​ຍ ​ແລະ ອຳນາດ​ການ​ປົກຄອງ ຢາ​ກາກ​ຕາ ຈະ​ຫນູນ​ຊ່ວຍ​ລາຍ​ຈ່າຍ​ເພື່ອ​ສາມາດ​​ຫລຸດຜ່ອນ​ລາຄາ​ປີ້​ເພື່ອໃຫ້​ປະຊາຊົນ​ນຳ​ໃຊ້​ການບໍລິການ​ຄົມມະນາຄົມ​ໃຫມ່ ​ແລະ ມີ​ຄວາມສະດວກ​ນີ້. ຄາດ​ວ່າ ລາ​ຄາ​ປີ້​ລົດ​ໄຟ ຈາກ 1- 1,5 USD ​/​ໄລຍະ​ທາງ​ຈະ​ສາມາດ​ກະຕຸກ​ຊຸກຍູ້​ປະຊາຊົນ​ນຳ​ໃຂ້ພາຫະນະ​ຄົມມະນາຄົມ​ສາທາລະນະ​ນີ້. ຫວັງ​ວ່າ ລະບົບ Monorail ຈະ​ກາຍ​ເປັນ​ພາຫະນະ​ຄົມມະນາຄົມ​ສາທາລະນະ​ຕົ້ນຕໍ​ຢູ່ ຢາ​ກາກ​ຕາ.

​ເລື່ອງ​ກໍ່ສ້າງ​ລະບົບ​ລົດ​ໄຟ Monorail ຢຸ່ ຢາ​ກາ​ຕາ ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ການ​ຫລຸດຜ່ອນ​ສະພາບ​ລົດ​ຕິດ ​ແລະ ເພີ່ມ​ທະວ​ີຄຸນ​ນະພາ​ບບໍລິການ​ຄົມມະນາຄົມ​ສາທາລະນະ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ​ນະຄອນຫລວງຢາ​ກາກ​ຕາ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ