Page ​“Talk about Vietnamese” ຂອງ ເອື້ອຍ​ຄູ ຄົນ ໄທ ແລະ ຄວາມ​ຮັກ ພາ​ສາ ຫວຽດ

(VOVWORLD) -ສຳລັບປະຊາຄົມຊາວ ໄທ ຮັກ ຫວຽດນາມ ຫຼື ປະຊາຄົມ ຊາວຫວຽດນາມ ຮັກ ໄທ, facebook “Talk about Vietnamese” ໄດ້ເປັນທີ່ຮູ້ຈັກກັນດີ ຍ້ອນບັນດາຂໍ້ມູນທີ່ເປັນປະໂຫຍດ ເຊິ່ງ page ນີ້ ນຳມາໃຫ້ ແລະ ຍິ່ງຈັບອົກຈັບໃຈກວ່າອີກ ເມື່ອ admin ຂອງ page ນີ້ ແມ່ນຂອງເອື້ອຍຄູຄົນ ໄທ ທີ່ມີຄວາມເມົາມົວກັບ ພາສາ ຫວຽດຕໍ່ໄປ ເຊີນທ່ານພ້ອມກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມພົບປະກັບເອື້ອຍຄູຄົນນີ້.

  ທີ່ທ່ານຟັງມານັ້ນ ແມ່ນຂ່າວສັ້ນຂ່າວໜຶ່ງ ເຊິ່ງ ເອື້ອຍຄູ ພັດທິດາ ບົນຊະວະຣິດ ໄດ້ນຳສະເໜີໃນ facebook “Talk about Vietnamese”. ໂດຍເປັນຄົນທີ່ມີຮູບຮ່າງຈ່ອຍສູງ, ໄວ້ຊົງຜົມສັ້ນສີດຳເຫຼື້ອມ, ໃສ່ແວນຕາ ແລະ ເວົ້າພາສາ ຫວຽດ ລ່ຽນໄຫຼປານຄົນ ຫວຽດ, ບໍ່ມີຜູ້ໃດຄິດວ່າ ພັດທິດາ ແມ່ນຄົນ ໄທ. ນາງ ພັດທິດາ ພວມຄົ້ນຄວ້າປະລິນຍາເອກສາຍພາສາ ຫວຽດ ຢູ່ ມະຫາວິທະຍາໄລວິທະຍາສາດ - ສັງຄົມ ແລະ ມະນຸດສາດ ແລະ ກໍແມ່ນ admin ຂອງ page “Talk about Vietnamese” ທີ່ມີຜູ້ຕິດຕາມເກືອບ 7.000 ຄົນ. Page ໄດ້ສະໜອງຂໍ້ມູນ, ສາລະໜ້າຮູ້ທີ່ຫຼາກຫຼາຍກ່ຽວກັບປະເທດ ຫວຽດນາມ ດ້ວຍທັງພາສາ ໄທ ແລະ ພາສາ ຫວຽດ ຜ່ານຮູບພາບ, ຄຼິບວີດີໂອກ່ຽວກັບອາຫານການກິນ, ວັດທະນະທຳ, ສະຖານທີ່ທ່ອງທ່ຽວ ຫຼື ຊີວິດປະຈຳວັນຂອງຊາວ ຫວຽດນາມ ເຊິ່ງເປັນປະສົບການຂອງ admin ເອງ ແລະ ເລົ່າຄືນສູ່ຟັງ. ເພາະສະນັ້ນ, page ໄດ້ດຶງດູດຜູ້ຕິດຕາມເປັນຈຳນວນຫຼາຍພໍສົມຄວນ ແລະ ຈາກຫຼາຍເກນອາຍຸ ນັບແຕ່ນັກຮຽນ, ນັກສຶກສາ, ຄູອາຈານ ຕະຫຼອດຮອດພະນັກງານ, ກຳມະກອນ ທີ່ຕ່າງຄົນຕ່າງມີຄວາມສົນໃຈຕໍ່ປະເທດ ຫວຽດນາມ.

Page ​“Talk about Vietnamese” ຂອງ ເອື້ອຍ​ຄູ ຄົນ ໄທ ແລະ ຄວາມ​ຮັກ ພາ​ສາ ຫວຽດ - ảnh 1ເອື້ອຍຄູ ພັດທິດາ - admin ຂອງ page “Talk about Vietnamese”
ສະມາຊິກຂອງ page “Talk about Vietnamese” ບໍ່ພຽງແຕ່ແມ່ນຄົນ ໄທ ທີ່ຮັກມັກກັບການຮຽນພາສາ ຫວຽດ ແລະ ມີຄວາມສົນໃຈຕໍ່ ຫວຽດນາມ ເທົ່ານັ້ນ ຫາກຍັງມີຄົນ ຫວຽດ ທີ່ຮຽນພາສາ ໄທ ແລະ ຮັກມັກການຮຽນພາສາ ໄທ ນຳອີກ. ເມື່ອຕິດຕາມ page ນີ້, ບັນດາສະມາຊິກທີ່ຮັກມັກການຮຽນພາສາ ໄທ, ພິເສດແມ່ນນັກຮຽນ ທີ່ພວມຮຽນພາສາ ໄທ ຫຼື ຜູ້ທີ່ເຮັດວຽກຢູ່ບັນດາບໍລິສັດຂອງ ໄທ ກໍສາມາດປະກອບຄວາມຮູ້, ຊອກຫາວຽກເຮັດງານທຳທີ່ກ່ຽວຂ້ອງເຖິງພາສາ ໄທ ກໍຄື ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບປະເທດ ໄທ.

ນ້ອງຊື່ວ່າ ເວິນ, ປັດຈຸບັນ ເປັນອາຈານສອນ ແລະ ນາຍແປພາສາ ໄທ ຢູ່ ຮ່າໂນ້ຍ. ນ້ອງໄດ້ຕິດຕາມ page “Talk about Vietnamese” ນັບແຕ່ປີ 2015. ນ້ອງເຫັນວ່າ page ນີ້ໜ້າຮັກຫຼາຍ ແລະ ໄດ້ແບ່ງປັນລະອຽດບັນດາບັນຫາເລັກໆນ້ອຍໆຂອງ ຫວຽດນາມ ໂດຍລະອຽດນັບແຕ່ບັນດາເຍື່ອງອາຫານແຄມທາງ, ວັນບຸນຕ່າງໆ ຫຼື ຮູບພາບຂອງການດຳລົງຊີວິດປະຈຳວັນ ແຕ່ນັ້ນແມ່ນບັນດາຂີດໝາຍ, ບັນດາຮູບພາບນັ້ນ ໄດ້ສ້າງເປັນພື້ນຖານວັດທະນະທຳຂອງ ຫວຽດນາມ ແລະ ໄດ້ຂຽນເປັນພາສາ ໄທ ອີກດ້ວຍ. ນັ້ນແມ່ນຈຸດທີ່ພິເສດກວ່າ page ອື່ນໆ ທີ່ນ້ອງເຄີຍໄດ້ເບິ່ງ ແລະ ຕິດຕາມ. ນອກຈາກໄດ້ປະກອບຄວາມຮູ້ແລ້ວ, ນ້ອງເຫັນວ່າ page ນີ້ ຍັງແນະນຳວຽກເຮັດງານທຳທີ່ກ່ຽຂ້ອງເຖິງພາສາ ຫວຽດ ແລະ ໄທ, ຊ່ວຍໃຫ້ພວກ້ອງເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຂອງສາທີ່ຕົນກຳລັງຮຽນອີກດ້ວຍ. ແລະ ຜ່ານ page ດັ່ງກ່າວ, ້ອງເຊື່ອໝັ້ນຢ່າງແນວແນ່ວ່າ ບັນດາເພື່ອນ ໄທ ກໍຈະມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ ຫວຽດນາມ ແລະ ຈະມີຄວາມຮັກຕໍ່ ຫວຽດນາມ ຫຼາຍກວ່າ”.

Page ​“Talk about Vietnamese” ຂອງ ເອື້ອຍ​ຄູ ຄົນ ໄທ ແລະ ຄວາມ​ຮັກ ພາ​ສາ ຫວຽດ - ảnh 2ນາງ ພັດທິດາ ໃນຊຸດເສື້ອຍາວຂອງ ຫວຽດນາມ

        ເມື່ອແບ່ງປັນກ່ຽວກັບຊຸມວັນທຳອິດຂອງການຕັ້ງ page, ນາງ ພັດທິດາ ໃຫ້ຮູ້ວ່າ:  ນາງໄດ້ຕັ້ງ page ດັ່ງກ່າວ ນັບແຕ່ປີ 2012 ເພື່ອຂຽນບົດບັນທຶກປະຈຳວັນ ແລະ ບັນທຶກບັນດາຄວາມຮູ້ໃໝ່ໆກ່ຽວກັບ ຫວຽດນາມ ເພື່ອທົບທວນຄືນເທົ່ານັ້ນ ແລະ ຫຼັງຈາກນັ້ນ, ຈຳນວນຜູ້ຕິດຕາມ ແລະ ມີຄວາມສົນໃຈ page ກໍນັບມື້ນັບເພີ່ມຂຶ້ນ ສະນັ້ນ ນາງ ພັດທິດາ ຈຶ່ງຄິດເຖິງຈຸດປະສົງທີ່ຍາວໄກກວ່າ ນັ້ນແມ່ນ ແບ່ງປັນຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບ ປະເທດ ຫວຽດນາມ ທີ່ສວຍງາມໃຫ້ແກ່ຜູ້ທີ່ມີຄວາມສົນໃຈຄືກັນກັບຕົນ.

ປັດຈຸບັນ, ມີຜູ້ຕິດຕາມ page ປະມານກວ່າ 6000 ຄົນ ເພາະສະນັ້ນ, ແຕ່ລະເທື່ອລົງບົດຂຽນໃດໜຶ່ງ ຂ້າພະເຈົ້າກໍຕ້ອງຊອກຮູ້, ທາບທາມຂໍມູນໃຫ້ຖືກຕ້ອງ, ຊັດເຈນ ແລະ ເໝາະສົມກວ່າ. ດຽວນີ້, page ຍັງມີຈຸດປະສົງແມ່ນແນະນຳວຽກງານທີ່ກ່ຽວຂ້ອເຖິງພາສາ ຫວຽດ ແລະ ປະເທດ ຫວຽດນາມ, ແນະນຳບັນດາເຍື່ອງອາຫານ ຫວຽດນາມ ຢູ່ ໄທ ແລະ ບັນດາເຍື່ອງອາຫານຂອງ ຫວຽດນາມ ຢູ່ ຫວຽດນາມ ໃຫ້ແກ່ຄົນ ໄທ ໄດ້ຮັບຮູ້ນຳ. ສະມາຊິກໃນ page ມັກຮຽນພາສາ ຫວຽດ ແລະ ມັກຮັກ ຫວຽດນາມ, ເຖິງວ່າ ຂ້າພະເຈົ້າບໍ່ໄດ້ລົງຂ່າວ, ບົດເປັນປະຈຳ ແຕ່ເຂົາເຈົ້າຍັງລໍຖ້າ. ຄືມື້ນີ້ ຂ້າພະເຈົ້າໄດ້ຮັບຂໍ້ຄວາມຂໍຄວາມຊ່ວຍເຫຼືອ ເພື່ອຊອກຄົນຫາຍ ູ່ ຫວຽດນາມ, ຂໍ້ຄວາມຖາມກ່ຽວກັບພາສາ ຈາກນັກສຶກສາ ຢູ່ ໄທ ແລະ ຫວຽດນາມ ແລະ ບາງຄົນຖາມກ່ຽວກັບການຫາວຽກເຮັດງານທຳ”.

ກ່ຽວກັບບຸນວາດສະໜາຮຽນພາສາ ຫວຽດ ແລະ ມີຄວາມເມົາມົວກັບພາສາ ຫວຽດ, ນາງ ພັດທິດາ  ໃຫ້ຮູ້ວ່າ: ນາງຮັກມັກການຮຽນພາສາ ຫວຽດ ໂດຍທຳມະຊາດ ແລະ ເມື່ອມີຄວາມຮັກມັກພາສານີ້ຢ່າງແທ້ຈິງ ກໍແມ່ນຈຸດເວລາທີ່ ນາງຮູ້ວ່າ ນາງກໍເປັນຜູ້ໜຶ່ງທີ່ມີສາຍເລືອດຫວຽດ.

ຂ້າເຈົ້າກໍຫາກໍຮູ້ວ່າ ຕົນເອງແມ່ນຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ເພາະວ່າ ບໍ່ມີໃຜເລົ່າສູ່ຟັງກ່ຽວກັບເຊື້ອຊາດວ່າເປັນແນວໃດ. ແຕ່ຂ້າພະເຈົ້າມັກຮຽນ ພາສາ ຫວຽດແຕ່ຕອນຮຽນປີທີ 3 ມະຫາວິທະຍາໄລ ຂອນແກ່ນ. ພາຍຫຼັງຮຽນຈົບ ແລະ ໄປເຮັດວຽກໄດ້ 1 ປີ, ຕົນເອງຮູ້ສຶກວ່າຢາກຮຽນພາສາຕ່າງປະເທດໃດໜຶ່ງແຕ່ບໍ່ແມ່ນພາສາ ອັງກິດ. ຕອນນັ້ນ, ແຂວງ ນະຄອນ ພະນົມ ແລະ ມະຫາວິທະຍາໄລ ວິງ (ເງະອານ) ມີການຮ່ວມມື ແລະ ແລກປ່ຽນນັກຮຽນ. ຂ້າພະເຈົ້າ ຈຶ່ງຈົດທະບຽນໄປຮຽນຢູ່ມະຫາວິທະຍາໄລ ວິງ 1 ປີ. ຫຼັງຈາກນັ້ນ, ຂ້າພະເຈົ້າກັບມາຮຽນຕໍ່ປະລິນຍາໂທ ຢູ່ມະຫາວິທະຍາໄລ ມະຫາສາລະຄາມ. ພາຍຫຼັງຮຽນຈົບ ກໍເລີ່ມໄປສອນພາສາ ຫວຽດ ຢ່າງເປັນທາງການຢູ່ມະຫາວິທະຍາໄລບາງແຫ່ງ. ປັດຈຸບັນ, ຂ້າພະເຈົ້າສອນຢູ່ ມະຫາວິທະຍາໄລ Ramkhamhaeng.”

ເຖິງວ່າ ພັດທິດາ ພວມຫຍຸ້ງກັບການແປງບົດເພື່ອປ້ອງກັນບົດນິພົນປະລິນຍາເອກກໍຕາມ ແຕ່ຄວາມຮັກທີ່ມີຕໍ່ພາສາ ຫວຽດ ຍັງກະຕຸ້ນໃຫ້ນາງ ພັດທິດາ ອັບເດດຂໍ້ມູນໃນໜ້າ page ເພື່ອຕອບສະໜອງຄວາມລໍຄອຍທີ່ຈະໄດ້ເຫັນປະຈັກຕາບັນດາຮູບພາບກ່ຽວກັບປະເທດ ຫວຽດນາມ ຂອງຄົນ ໄທ ຫຼາຍຄົນ ທີ່ຢາກມາຫວຽດນາມ ແຕ່ມາບໍ່ໄດ້. ພິເສດ ແມ່ນຊາວຫວຽດນາມ ອາໄສ ຢູ່ ໄທ ຄື ລຸງຂອງນາງ ພັດທິດາ  ຍ້ອນອາຍຸສູງ ສະນັ້ນກັບເມືອຢາມບ້ານເກີດເມືອງນອນບໍ່ໄດ້. ນາງ ພັດທິດາ ບໍ່ສາມາດເຊື່ອງຄວາມຕື້ນຕັນໃຈຂອງຕົນໄດ້ ເມື່ອເວົ້າເຖິງຄຳວ່າ “ຫວຽດນາມ”. ນາງໃຫ້ຮູ້ວ່າ ແນ່ນອນວ່າຈະກັບມາຢ້ຽມຢາມ ຫວຽດນາມ ທຸກປີ ເພາະວ່າ ໄລຍະ 3 ປີກວ່າ ທີ່ສຶກສາ, ຄົ້ນຄວ້າ ແລະ ດຳລົງຊີວິດຢູ່ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ ເໝືອນດັ່ງເປັນບ້ານ, ເປັນບ້ານເກີດແຫ່ງທີ 2 ຂອງ ນາງ. ແລະ ເມື່ອການໃຊ້ພາສາ ຫວຽດ ທີ່ນັບມື້ນັບດີຂຶ້ນນັ້ນ, ນາງຫວັງວ່າ ຈະກາຍເປັນຂົວຕໍ່ແບ່ງປັນຂໍ້ມູນຕ່າງໆ, ຊ່ວຍໃຫ້ ຊາວ ໄທ ມີຄວາມເຂົ້າໃຈແຈ້ງກວ່າ ແລະ ຮັກ ປະເທດ ຫວຽດນາມ ເໝືອນດັ່ງ ຄວາມຮັກຂອງ ນາງ ທີ່ມີຕໍ່ປະເທດ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ