Sabah ເຂດດິນປະສົບກັບພາຍຸລົມແຮງ


(vovworld)- ປະ​ຊາ​ຊົນ ມາ​ເລ​ເຊຍ ​ເຄີຍເອີ້ນ​ເຂດ Sabah ແມ່ນ​ເຂດ​ດິນ​​ປະ​ສົບ​ກັບ​ພາ​ຍຸລົມ​ແຮງ ຍ້ອນ​ວ່າ Sabah ນອນ​ໃນ​ເຂດ​​ຖືກ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸຫລາຍກວ່າ​ໝູ່. ເຂດ​ດິນນີ້ ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ພັກ​ຜ່ອນ​​ຕາກ​ອາ​ກາດຢູ່​ບັນ​ດາ​ຫາດ​ຊາຍ​ທະ​ເລ ເທົ່າ​ນັ້ນ ຫາກຍ​ັງ​ດຶງ​ດູດ​ບັນ​ດາ​​ນັກ​ທ່ອງ​ທ່ຽວ ​ພະ​ຈົນ​ໄພ, ຄົ້ນ​ຫາ​ສາຍ​ພູ​ສູງ ແລະ ເລິກ​ລັບ​ອີກ​ດ້ວຍ. ຍ້ອນ​ເຫດນັ້ນ ໃນ​ຊຸມ​ປີ​ຜ່ານ​ມາ Sabah ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊື່ງ​ ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ຫລາຍ​ຄົນ​​ເຄີຍເລືອກ​ເຟັ້ນ, ພິ​ເສດ ແມ່ນ​ໄວ​ຫນຸ່ມ.

 Sabah ເຂດດິນປະສົບກັບພາຍຸລົມແຮງ - ảnh 1
ເກາະ Sabah
ພາບ:dulichmalaysia

        ເປັນ​ຄັ້ງ​ທຳ​ອິດ ທູ​ເຮືອງ​ພ້ອມ​ກັບ​ໝູ່​ເພື່ອນ​ມາ​ຢ້ຽມ​ຢາມ Sabah. ຄວາມ​ໄຝ່​ຝັນ​​ໄປຢ້ຽມ​ຢາມ​ເຂດ​ດິນ​​ປະ​ສົບ​ກັບ​ພາ​ຍຸລົມ​ແຮງ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ. ຢູ່ Sabah ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ທຸກ​​ບໍ​ລິ​ການ​ທ່ອງ​ທ່ຽວ. ທູ​ເຮືອງ​ໃຫ້​ຮູ້​ວ່າ:

        “ເປັນ​ຄັ້ງ​ທຳ​ອິດ​ໄດ້​ມາ​ຢ້ຽມ​ຢາມ​ເຂດ Sabah. ພວກ​ນ້ອງ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍ. ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຢູ່​ເກາະ Sabah ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ. ເຂດ​ປ່າ​ດົງ​ດິບ, ເກາະ​ຫລາຍ​ແຫ່ງ​ພ້ອມ​ກັບ​ຫາດ​ຊາຍ​ທະ​ເລ​​ຂາວ​ຍາວ​ຢຽດ​ສຸດ​ສາຍ​ຕາ ແມ່ນ​ສິ່ງທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມ​ຢາມ Sabah ຄື​ຂ້າ​ພະ​ເຈົ້າ. ນອກນັ້ນ ຊາວ​ທ້ອ​ງ​ຖິ່ນ ແມ່ນ​ຜູ້​ຮັກ​ແພງ​ແຂກ ແລະ ສະ​ຫນິດ​ສະ​ຫນົມ​ທີ່​ສດ.”

        Sabah ແມ່ນ​ລັດ​ໃຫຍ່​ອັນ​ດັບ 2 ຂອງ​ມາ​ເລ​ເຊຍ, ຖືກ​ຕັ້ງ​ຢູ່ ທາງ​ທິດ​ເຫນືອ​ຂອງ ເກາະ Berneo ທີ່​ສວຍ​ງາມ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ເກາະ​​ໃຫຍ່​ທີ 3 ຂອງ​ໂລກ. ທ່ານ​ນາງ ຟານ​ຫວີງ​ຫາຍ, ພະ​ນັກ​ງານ​​ກົມ​ໃຫຍ່​ທ່ອງ​ທ່ຽວ   ມາ​ເລ​ເຊຍ ປະ​ຈຳ ນະ​ຄອນ​ໂຮ່​ຈິ​ມີ​ນ ໃຫ້​ຮູ້​ວ່າ:

        “ນັກ​ທ່ອງ​ທ່ຽວ ຫວຽດ​ນາມ ຫລາຍ​ຄົນ ບໍ່​ທັນ​ຮູ້​ຈັກ​ເຖິງເກາະ Sabah. ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ, ​ບັນ​ດາຄ​ູ​ບ່າວ​ສາວ​ເຄີຍ​ມາ​ນີ້​ເພື່ອ​ຖ່າຍ​ຮູບແຕ່ງດອງ​ຫລື​ໄປ​ທ່ອງ​ທ່ຽວ honeymoon. ປະ​ຈຸ​ບັນ ກົມ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ພວມ​ຢາກ​ຮ່ວມ​ມື​ກັບ​ກົມ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຂອງ Sabah ເພື່ອ​ເປີດ​ບັນ​ດາ​ສາຍ​ການ​ບິນ​ໂດຍ​ກົງ​ຈາກ​ນະ​ຄອນ​ໂຮ່​ຈ​ິ​ມີນ ເພື່ອ​ປະ​ຢັດເວ​ລາ​ໃຫ້​ນັກ​ທ່ອງ​ທ່ຽວ. ກົມ​ສົ່ງ​ເສີມ​ທ່ອງ​ທ່ຽວ ມາ​ເລ​ເຊຍ ຈະ​ເຮັດ​ວຽກ​ໂດຍ​ກົງ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່ Sabah, ​ແລະ ໂຮງ​ແຮມຕ່າງໆ ເພື່ອ​ມີ​ລາຍ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ຫວຽດ​ນາມ.”

 Sabah ເຂດດິນປະສົບກັບພາຍຸລົມແຮງ - ảnh 2
ດຳ​ນ້ຳ​ຊົມ​ຫີນ​ປະ​ກາ​ລັງ
ພາບ:tourist.com.vn

        ​ນັກ​ທ່ອງ​ທ່ຽວ​ທັງ​ຫລາຍຖ້າ​ຫາກ​​ໄປ​ຄົ້ນ​ຫາ, ທ່ອງ​ທ່ຽວ​ພະ​ຈົນ​ໄພນັ້ນ Sabah ຈະ​ແມ່ນ​ສະ​ຖານ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍຈອມ​ພູ Kinabalu ມີ​ຄວາມ​ສູງ 4.095 ແມັດ ​ແລະ ໄດ້​ຮັບ​ຖື​ວ່າ ແມ່ນ ຫລັງ​ຄາ​ເຮືອນ ອາ​ຊີ ຕາ​ເວັນ​ອອກ ສ່ຽງ​ໃຕ້. ສຳ​ລັບ ຊາວ​ທ​້ອງ​ຖິ່ນ, ສາຍ​ພູ Kinabalu ແມ່ນ​ສາຍ​ພູ​ທີ່​ສັກສິດ. ເພື່ອ​ຄົ້ນ​ຫາ​ສາຍ​ພູ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານນີ້, ນັກປີນ​ພູຕ້ອງ​ກະ​ກຽມ​​ຂອງ​ກິນເຄື່ອງ​ກິນ, ​ເຄື່ອງນອນ, ໂສ້ງ​ເສື້ອ​ເໝາະ​ສົມ ພິ​ເສດ​ແມ່ນ​ຮັບ​ມື​ກັບ​ອາ​ກາດ​ຫ​ນາວ​ໃນ​ຍາມ​ເຊົ້າຢູ່​ຈອມ​ພູ. ອາ​ກາດ​ດີ​ສຸດ​ເພື່ອ​ປີນ​ພູ Kinabalu ແມ່ນ​ເດືອນ 4 ແລະ ໃນ​ວັນ​ເພງ​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ປະ​ທັບ​ໃຈ​ກວ່າ​ເມື່ອ​ໄດ້​​ເຫັນ​ປະ​ຈັກ​ຕາ​ຄວາມ​ສວຍ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດຢູ່​ທີ່ນີ້.

        Sabah ມີ​ຝັ່ງ​ທະ​ເລ​ຍາວກວ່າ 1.400 ກິ​ໂລ​ແມັດ ດ້ວຍ​ເກາະ​ນ້ອຍ​ຫລາຍ​ແຫ່ງ. ເກາະ​ສ່ວນ​ຫລາຍ​​ຖືກວາງ​ແຜນ​ຜັງ​ເພື່ອ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ ແລະ ອະ​ນຸ​ລັກ​ຮັກ​ສາ​ສັດ, ພືດ​ທີ່​ຫາ​ຍາກ. ນັກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ມາ​ອາບ​ນ້ຳ​ຢູ່​ທະ​ເລ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ດຳ​ນ້ຳ, ພາຍ​ເຮືອ ອີກ​ດ້ວຍ. ເມື່ອ​ມາ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖານ​ທີ່​ດຳ​ນ້ຳ​ຢູ່ Sabah, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ຫີນ​ປະ​ກາ​ລັງ​ຫລາຍ​ປະ​ເພດ​ທີ່​ສວຍ​ງາມ. ນອກນັ້ນ ຢູ່​ທີ່ນີ້​ຍັງ​ແມ່ນ​ບ່ອນ​ເພິ່ງ​ພາ​ອາ​ໄສ​ຂອງ​ສັດ​ນ້ຳ​ຫາ​ຍາກ​ຫລາຍ​ຊະ​ນິດ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ປະ​ທັບ​ໃຈ​ເມື່ອ​ມາ​ທ່ອງ​ທ່ຽວ​ຢູ່ Sabah. ທ່ານ​ນາງ ຟານ​ຫວີງຫາຍ ໃຫ້​ຮູ້​ວ່າ:

        “ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມ​ຢາມ​ແຫ່ງນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມ່ວນ​ຫລາຍ ເພາະ​ວ່ານີ້​ເປັນ​ຄັ້ງ​ທຳ​ອິດ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ກິ​ລາ​ທະ​ເລ​ທີ່​ຈັບ​ອົກ​ຈັບ​ໃຈ. ການ​ເຄື່ອນ​ໄຫວ​ຄືແນວນີ້​ຢູ່​ຫວຽດ​ນາມ ກໍ​ມີ ແຕ່​ບັນ​ຍາ​ກາດ​ຢູ່​ມາ​ເລ​ເຊຍ ແມ່ນ​ແຕກ​ຕ່າງ​ຫລາຍ, ທິວ​ທັດ​ທຳ​ມະ​ຊາດ​ກໍ​ສວຍ​ງາມ.”

        ໄປ​ຢ້ຽມ​ຢາມ Sabah, ຜູ້ມັກ​ໄປ​ທ່ອງ​ທ່ຽວທະ​ເລ​ເຄີຍ​ຄົ້ນ​ຫາ​ເກາະ​ນ້ອຍ​ບາງ​ແຫ່ງ​ທີ່​ສວຍ​ງາມ​ຢູ່ນອກ​ຝັ່ງ​ທະ​ເລ Kota Kinabalu ຊື່ງ​ຕ້ອງ​ຂີ່​ເຮືອ​ກາ​ໂນ​ປະ​ມານ 20 ນາ​ທີ​ຈຶ່ງ​ຮອດ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ແຕ່​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ເກາະ​ແຫ່ງນີ້​ແມ່ນ​ເຂັ້ມ​ງວດ​ທີ່​ສຸດ, ຫາດ​ຊາຍ​ທະ​ເລ​ຍາມ​ໃດ​ກໍ​ສະ​ອາດ, ບໍ່​ມີ​ຂີ້​ເຫຍື້ອ, ​​ມີ​ຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສະ​ຫງົບ. ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ທຸກ​ຄົນ​ມາ​ທ່ອງ​ທ່ຽວ​ຢູ່ Sabah ​ກໍລ້ວນ​ແຕ່​ຢາ​ກ​ກັບ​ຄື​ນອ​ີກ​.

ຕອບກັບ

ຂ່າວ/ບົດ​ອື່ນ