Taxiມາເລເຊຍສ້າງພາບພົດສວຍງາມຄືນໃຫມ່ດ້ວຍການໝູນໃຊ້ເຕັກໂນໂລຊີເຄື່ອນທີ່

(vovworld)- ບໍລິການຈ່ອງ​ລົດ​ taxi ຜ່ານ​ໂທລະສັບ​ທີ່ທັນ​ສະ​ໄຫມ​ພວມ​​ໄດ້​ຮັບ​ການ​ໝູນ​ໃຊ້ ຈາກ ບັນດາປະ​ເທດ ອາ​ຊຽນ, ພິ​ເສດ​ແມ່ນຢູ່ ມາ​ເລ​​ເຊຍ. ບໍລິການນີ້​ໄດ້​ປະ​ກອບ​ສ່ວນ​ປັບປຸງ​ຄຸນ​ນະພາ​ບຮັບ​ໃຊ້​ກໍ​ຄື​ພາ​ບພົດ​ບໍລິການ ​taxi ຂອງ ມາ​ເລ​​ເຊຍ ​ໃນ​ສາຍຕາ​ເພື່ອນ​ມິດສາ​ກົນ, ຊ່ວຍ​ຍູ້​ແຮງ​ການ​ພັດທະນາ​ ຂະ​ແຫນງ​ຂົນ​ສົ່ງຂອງ​ປະ​ເທດ​​ ມາ​ເລ​ເຊຍ.

Taxiມາເລເຊຍສ້າງພາບພົດສວຍງາມຄືນໃຫມ່ດ້ວຍການໝູນໃຊ້ເຕັກໂນໂລຊີເຄື່ອນທີ່ - ảnh 1
ລົດ taxi ຢູ່ ມາເລເຊຍ
ພາບ:internet

ມີ​ບາງ​ໄລຍະ ບໍລິການ​ຂົນ​ສົ່ງ taxi ຂອງ​ມາ​ເລ​ເຊຍ ​ໄດ້​ຮັບຖື​ວ່າ: ຊ່ົວ​ຮ້າຍ​ທີ່​ສຸດ​ຢູ່​​ໃນ​ໂລກ, ​ແລະ ​ເຄີຍ​​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​: ​ຄ່າ​ບໍລິການ​ສູງ​ໂພດ, ບໍ່​​ເປັນຕາ​​ເຊື່ອ. ​​ແຕ່ສະພາບ​ການ​ນີ້​ພວມ​​ໄດ້​ຮັບ​ການ​ແກ້​ໄຂ ​ແລະ ບັນດາ​ taxi ຂອງ​ມາ​ເລ​ເຊຍ ​​ໄດ້ສ້າງ​ພາບ​ພົດ​ຄືນ​ໃຫມ່​​ເທື່ອລະ​ກ້າວ. ນີ້​ແມ່ນ​ໝາກຜົນຈາກ​ບໍລິການ​ຈ່ອງ​ taxi ຜ່ານ​ໂທລະ​ສັບ​ມື​ຖື​ທີ່​ທັນ​ສະ​ໄຫມ ຫຼືເອີ້ນ​ວ່າ MyTeksi. ບໍລິການນີ້​ໄດ້​ຊ່ວຍ​​ໃຫ້​ຜູ້​ໂດຍສານເລືອກ​​ເຟັ້ນ taxi ທີ່​ມີລາຄາ​​ເໝາະ​ສົມ ​ແລະ ປອດ​ໄພ. ນັບ​ແຕ່​​​ເປີດ​ສະຫຼອງ MyTeksi, ບໍລິການຈ່ອງ​ taxi ​ໄດ້​ຮັບ​ນິຍົມ​ໃຊ້​ຫຼາຍ​ກວ່າ​ໝູ່​ຢູ່​ມາ​ເລ​ເຊຍ​ໃນປະຈຸ​ບັນ ​ແລະ ດຶງ​ດູດ​ຜູ້​ເຂົ້າ​ຊົມ​ກວ່າ 400.000 ​ເທື່ອ​ຄົນ. ຍັງ​ມີບໍລິການ​ອື່ນ​ອີກທີ່​ຄ້າຍຄື​ກັນ ນັ້ນ​ແມ່ນ “ຈ່ອງ​ taxi ຢ່າງ​ງ່າຍ​ດາຍ​ດ້ວຍ Brazil” ກໍ​ມີ​ຜູ້​ເຂົ້າ​ຊົມ​​ເຖິງ 90.000 ​ເທື່ອ​ຄົນ ນັບ​ແຕ່​ເດືອນ 5/2013 ມາ​ຮອດ​ປະຈຸ​ບັນ. ທ່ານ​ນາງ Adelene Foo, ຜູ້​ຄຸ້ມ​ຄອງ​ບໍລິການ MyTeksi ຢູ່ ມ​າ​ເລ​ເຊຍ ​ໃຫ້​ຮູ້​ວ່າ:

“ຄວາມ​ປອດ​ໄພ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄວາມ​ສົນ​ໃຈ​ຕົ້ນຕໍ​ຂອງ​ຜູ້​ໂດຍສານ ເມື່ອ ພວກ​ຂ້າພະ​ເຈົ້າ​ປະຕິບັດ​ການ​ສຳ​ຫລວດ. ​ແຕ່​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ໂດຍສານ, ການບໍລິການ​ດັ່ງກ່າວ​ໄດ້​ຊ່ວຍ​ຜູ້​ໂດຍສານຮູ້ຈັກ​ໄດ້​ວ່າ ຜູ້ຂັບ​ລົດ​​​​ແມ່ນ​ໃຜ ​ແລະ ມີ​ຊື່​ຫຍັງ, ໝາຍ​ເລກ​ປ້າຍ​ລົດ, ນັບ​ທັງ​​ໂທລະສັບ​ຂອງ​ຜູ້​ຂັບ​ລົດ​ອີກ. ຜູ້​ໂດຍສານ​ສາມາດ​ຕິດຕາມ​ສາຍທາງ​​ເດີນຂອງ​ taxi ຊື່​ງຕົນ​ເອງ​ໄດ້ຈ່ອງ. ​ເພາະວ່າ ຮູບ​ພາບ​ຂອງ​ taxi ນັ້ນ​ຈະ​ປະກົດ​ອອກ​ເທິງ​ແຜນ​ທີ່ ນັບ​ທັງ​ເວລາ​ຜູ້​ໂດຍສານ​ພວມ​ຢູ່​ໃນ​ລົດ. ຈາກ​ນັ້ນຜູ້​ໂດຍສານ​ສາມາດ​ແບ່ງປັນ​ການ​ເດີນທາງ​ຂອງ​ຕົນ​ໃຫ້​ໝູ່​ເພື່ອນ​ໄດ້.”

ຈ່ອງ​ taxi ຜ່ານ My Teksi ຫລື “ຈ່ອງ​ taxi ຢ່າງ​ງ່າຍ​ດາຍ​ດ້ວຍ Brazil” ​ໂດຍ​ອີງ​ໃສ່​ບັນດາ​ບໍລິການ​ໂທລະສັບ​ທັນ​ສະ​ໄຫມທີ່​ມີ​ຢູ່​ແລ້ວ​​ໃນ​ໂທລະສັບ​ມື​ຖື Iphone ​ແລະ ບັນດາ​ອຸປະກອນ​ອີງ​ໃສ່​ລະບົບ Android. ວິທີ​ໃຊ້​ກໍ​ງ່າຍດາຍ. ຜູ້​ໂດຍສານ ​ເຂົ້າ​ລາຍການ, ຊອກ​ຫາ​ບ່ອນ​ທີ່​ຕົນ​ຢາກ​​ໄປ. ຫລັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ຈະ​ຮູ້​ຈັກ​ລາຄາ​ ແລະ ສາຍທາງ​ເດີນຢ່າງລະອຽດ. ຖ້າ​ຕົກລົງ​ລາຄາ​ດັ່ງກ່າວ, ຊື່​ຜູ້​ຂັບ​ລົດ, ​ໂທລະສັບ, ໝາຍ​ເລກປ້າຍ​ລົດ ຈະ​ຖືກ​ສົ່ງ​ເຖິງ​ ຜູ້​ໂດຍສານ. ບໍລິການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຜູ້ໂດຍສານ​ຮູ້​ສຶກປອດ​ໄພ​ກວ່າ​ເທົ່າ​ນັ້ນ ຫາກ​ຜູ້​ຂັບ​ລົດ ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດອີກ​ດ້ວຍ. ຜູ້​ຂັບ​ລົດ​​ໃຫ້​ຮູ້​ວ່າ:

“ບໍລິການ​ນີ້​ແມ່ນ​ສະດວກ​ທີ່​ສຸດ​​ໃຫ້​ແກ່ພວກ​ຂ້າພະ​ເຈົ້າ. ບັນດາ​ຄວາມ​ຫຍຸ້ງຍາກ​ເມື່ອ​ໄປ​ຊອກ​ຫາ ຜູ້​ໂດຍສານຕາມ​ເສັ້ນທາງ ​ປະຈຸ​ບັນ ບໍ່​ມີ​ອີກ​ແລ້ວ.”

ບໍລິສັດ​ຂົນ​ສົ່ງ taxi ຫລາຍ​ແຫ່ງ​ຕີ​ລາຄາ​ວ່າ, ບໍລິການ​ຈ່ອງ​ taxi ຜ່ານ​ໂທລະສັບ​ມື​ຖື​ທັນ​ສະ​ໄຫມ ​ໄດ້​ຫລຸດຜ່ອນ​ເວລາ​ລໍຖ້າ​ລົດ​ຂອງ​ຜູ້​ໂດຍສານ ຈາກ 20 ນາ​ທີ່​ລົງເຫລືອ​ພຽງ 5 ນາ​ທີ່. ​ເລື່ອງ​ຊັບຊ້ອນ​ລົດ​ກໍ​ມີ​ປະສິດທິ​ຜົນ​ກວ່າ ​ແລະ ປະຢັດນຳ້​ມັນກວ່າ. ສະ​ນັ້ນ ຕໍ່​ຈາກ​ຜົນສຳ​ເລັດ​ຢູ່ ມາ​ເລ​​ເຊຍ, ບໍລິສັດ​ຫລາຍ​ແຫ່ງ​ໄດ້ໝູນ​ໃຊ້​ບໍລິການ​ດັ່ງກ່າວ. ​ແລະ My Teksi ​ໄດ້​ຮັບ​ການເປີດ​ກວ້າງ​ ​ໄປ​ສູ່ບັນດາ​ປະ​ເທດ​ ອາ​ຊຽນຄື: ຟິລິບ​ປີນ, ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ຊ້ຳ​ບໍ່​ຫນຳ​ຢູ່​ຕະຫລາດ​ທີ່​ມີ​ຄວາມ​ຕ້ອງການ​ສູງ​ຄື ສິງກະ​ໂປອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ