“The heart attack”- ຮູບເງົາກ່ຽວກັບ freelance ຂອງໄທທີ່ສາຍຢູ່ຫວຽດນາມ

(vovworld)- ປະຈຸບັນ ຢູ່ ໄທ ບັນດາ freelance ຫລືເອີ້ນວ່າ ບັນດາຜູ້ເຮັດອາຊີບເສລີ ນັບມື້ນັບ ຫລາຍ. ສິ່ງດັ່ງກ່າວແມ່ນເລີ່ມຈາກຄວາມຄິດຂອງໄວຫນຸ່ມໄທພາກສ່ວນຫນຶ່ງທີ່ຢາກຮັບວຽກ, ເຮັດດ້ວຍຕົນເອງ ຫາກບໍ່ຢາກເຂົ້າເຮັດວຽກຢູ່ບໍລິສັດຕ່າງໆ. ເຖິງຢ່າງໃດກໍ່ຕາມ, ເຮັດວຽກແບບເສລີນີ້ ບາງເທື່ອກໍ່ພົບກັບຄວາມຫຍຸ້ງຍາກລຳບາກ ເພາະວ່າ ຕົນເອງບໍ່ສາມາຄວບຄູມວຽກງານທັງໝົດໄດ້. ສິ່ງດັ່ງກ່າວໄດ້ຮັບການສະແດງອອກຢ່າງຈະແຈ້ງຜ່ານຮູບພາບຕົວລະຄອນ ຍຸ່ນ ໃນຮູບເງົາເລື່ອງ The heart attack ຂອງຜູ້ກຳກັບການສະແດງ ນາວັນພົງ ທຳຣົງຣັດຕະນາຣິດ, ເຊິ່ງພວມສາຍຢູ່ຮ່າໂນ້ຍ. ຮູບເງົາດັ່ງກ່າວແມ່ນອີງຕາມເລື່ອງລາວມີຈິງໃນຊີວິດຂອງ ຜູ້ກຳກັບການສະແດງ ນາວັນພົງ, freelance ຜູ້ຫນຶ່ງ ແລະບັນດາເພື່ອນ freelanceອື່ນໆ. ບົດຂຽນຂອງ ນັກຂ່າວ ມີງລີ.

“The heart attack”- ຮູບເງົາກ່ຽວກັບ freelance ຂອງໄທທີ່ສາຍຢູ່ຫວຽດນາມ - ảnh 1
ພິທີປະກາດສາຍຮູບເງົາເລື່ອງ The heart attack ຢູ່ຫວຽດນາມ

ສຽງຂອງ ຍຸ່ນ

        ຮູບເງົາໄດ້ຮັບການເປີດສາກດ້ວຍຄຳກ່າວເຕືອນຂອງ ກະຊວງສາທາລະນະສຸກ ໄທ ທີ່ວ່າ: ທຸກຄົນຄວນຫຼັບຢ່າງຫນ້ອຍສຸດແມ່ນ 7-8 ຊົ່ວໂມງ/ມື້.  ຕໍ່ຈາກນັ້ນແມ່ນພາບຕົວລະຄອນ ຍຸ່ນ ອາຍຸ 30 ປີ ຊື່ງແມ່ນ freelance ເຮັດອາຊີບ ອອກແບບກຣາບຟິກ (graphic)   ພວມຢູ່ໃນອາການສຸຂະພາບອິດເມື່ອຍ, ທັງຕົນໂຕຢູ່ໃນເງົາມືດ, ພຽງແຕ່ປະກົດເຫັນໃບໜ້າໄດ້ເຄິ່ງໜຶ່ງ. ເທິງໂຕະເຮັດວຽກຂອງລາວມີຄອມພິວເຕີໜ່ວຍໜຶ່ງຍັງເປີດຢູ່ ດ້ວຍຮູບພາບນາງແບບກຳລັງດັດປັບບໍ່ທັນແລ້ວ. ເວລານີ້ແມ່ນ 4 ໂມງ 31 ນາທີເຊົ້າ. ເມື່ອຍິນສຽງໂທລະສັບດັງຂຶ້ນ.  ຍຸ່ນກໍ່ລຸກຂຶ້ນໃນທັນທີ ແລ້ວສືບຕໍ່ເຮັດວຽກ, ມືຊ້າຍບັນຊາ keyboard, ມືຂວາບັນຊາປາກກາເຕັກນິກ, ຕາມຸ່ງໃສ່ໜ້າຈໍຈົນຮອດເວລາ Je, ຜູ້ຮ່ວມງານຂອງ ຍຸ່ນ, ເຂົ້າມາເລັ່ງມອບຮູບ. ຍຸ່ນ ເຮັດວຽກຕະຫຼອດ 3 ວັນ ແລະ ຄືນໂດຍບໍ່ໄດ້ຫຼັບ. ແຕ່ມີເວລາພຽງ 4 ຊົ່ວໂມງ ເພື່ອດັດປັບຮູບ 7 ແຜ່ນໃຫ້ສຳເລັດ ເພື່ອມອບໃຫ້ແຂກຕາມສັນຍາ. ທ້າວຊັນນີ ສຸວັນເມທາໂນນ, ຜູ້ສວມເປັນ ຕົວລະຄອນ ຍຸ່ນ ແບ່ງປັນວ່າ:

ສຽງຊັນນີ

ຕາຕະລາງເຮັດວຽກຂອງ freelance ຄື ຍຸ່ນ ແມ່ນບໍ່ມີມື້ຫວ່າງ. ສະນັ້ນ ເຖິງວ່າຢູ່ບ່ອນໃດ, ໃນວັດ, ໃນຫ້ອງລໍຖ້າກວດພະຍາດຢູ່ໂຮງໝໍ ຫຼືໃນຫ້ອງກຳລັງກາຍ, ຍາມໃດ ຍຸ່ນກໍ່ນຳເອົາຄອມພິວເຕີເຊື່ອມຕໍ່ກັບເຄືອຂ່າຍອິນເຕີນແນັດເພື່ອເຮັດວຽກໃນທຸກເວລາ. ຊ້ຳບໍ່ໜຳ, ເພື່ອສຸມຈິດສຸມໃຈເຂົ້າໃນພາບແຕ້ມ ຍຸ່ນ ຍັງເອົາແພປົກທັງຫົວ ແລະ ຄອມພິວເຕີ ເພື່ອເຮັດວຽກ. ເມື່ອເປັນພູມແພ້, ຕຸ່ມປົ່ງຂຶ້ນທົ່ວຕົນໂຕ ຍ້ອນເຮັດວຽກບໍ່ໄດ້ຫຼັບຕະຫຼອດ ແຕ່ ຍຸ່ນ ບໍ່ກ້າກິນຢາຕາມແພດສັ່ງ ເພາະຢ້ານເກີດອາການເຫງົານອນ ຈະເຮັດວຽກບໍ່ໄດ້.  ຍ້ອນເຫດນັ້ນພະຍາດພູມແພ້ຂອງ ຍຸ່ນ ນັບມື້ນັບຮ້າຍແຮງກວ່າ.

ມາຮອດມື້ຫນຶ່ງ ຍຸ່ນ ໄດ້ຮັບສັນຍາການຄ້າ ດັດປັບຮູບສິລະປະເພື່ອເຂົ້າຮ່ວມງານວາງສະແດງຢູ່ ນິວຢອກ ດ້ວຍຄ່າແຮງງານສູງ, ທັງເປັນໂອກາດເພື່ອໄປອາເມລິກາອີກ. ຕາມສັນຍາ ຍຸ່ນ ຕ້ອງເຮັດວຽກນີ້ແຕ່ຜູ້ດຽວໃຫ້ສຳເລັດ ໃນເວລາ 2 ສັບປະດາ. ເພື່ອເຮັດສິ່ງດັ່ງກ່າວໃຫ້ສຳເລັດ, ຍຸ່ນຕ້ອງເຮັດວຽກຕະຫຼອດໂດຍບໍ່ຫຼັບບໍ່ນອນໃນຫຼາຍຄືນລຽນຕິດ.

        ຮອດມື້ທີ 9, ຕາທັງຄູ່ເປັນສີແດງ, ຮ່າງກາຍເຕັມໄປດ້ວຍພູມແພ້. ຍ້ອນບໍ່ໄດ້ຫຼັບບໍ່ໄດ້ນອນຢ່າງລຽນຕິດ, ຮອດມືທີ 12, ສຸຂະພາບຂອງ ຍຸ່ນ ກໍ່ອ່ອນເພຍຫຼາຍ, ຈົນຖ່າຍເບົາເປັນເລືອດ, ບໍ່ມີແຮງອີກ. ແຕ່ຍັງມີຮູບໜຶ່ງແຜ່ນດັດປັບບໍ່ທັນແລ້ວ, ເຖິງວ່າໄດ້ພະຍາຍາມຢ່າງສຸດຂີດ ຍຸ່ນ ກໍ່ບໍ່ສາມາດເຮັດໃຫ້ສຳເລັດໄດ້, ລາວໄດ້ລົ້ມລົງພື້ນເຮືອນທີ່ເດຍລະດາດດ້ວຍສິ່ງເສດເຫຼືອຈາກເຄື່ອງກິນດຶ່ມສຳເລັດຮູບ. ອາດເວົ້າໄດ້ວ່າ ນີ້ແມ່ນພາບທີ່ສ້າງຄວາມ ຕື້ນຕັນໃຈທີ່ສຸດໃຫ້ແກ່ຜູ້ຊົມ.

        “ຮູບພາບທີ່ນ້ອງຮູ້ສຶກຕຶ້ນຕັນໃຈທີ່ສຸດ ນັ້ນແມ່ນເມື່ອ ຍຸ່ນ ຖືກລົ້ມລົງພາຍຫລັງເຮັດວຽກຕະຫຼອດໂດຍບໍ່ໄດ້ຫຼັບບໍ່ໄດ້ນອນມາເປັນເວລາ 12 ວັນ. ນ້ອງເປັນຫ່ວງທີ່ສຸດ, ບໍ່ຮູ້ໄດ້ວ່າ ຍຸ່ນ ຈະຢູ່ໄດ້ຫຼືບໍ.

-         ນ້ອງນິຍົມວິທີເຮັດວຽກຂອງ ອ້າຍຍຸ່ນ, ເຮັດວຽກໃດກໍພະຍາຍາມຈົນສຸດຄວາມສາມາດຂອງຕົນ.

-         ຂ້າພະເຈົ້າເອງກໍເປັນຜູ້ເຮັດວຽກແບບເສລີ, ເຄີຍຈັດຕັ້ງເຫດການຕ່າງໆຄື: ບັນດາກອງປະຊຸມ, ງານດອງ, ສະນັ້ນ ຂ້າພະເຈົ້າ ເຂົ້າໃຈທີ່ສຸດຕໍ່ວຽກງານທີ່ອ້າຍ ຍຸ່ນ ເຮັດ, ນີ້ແມ່ນການເຮັດວຽກທີ່ມີລັກສະນະແກ້ງແຍ້ງສູງ, ຕ້ອງແກ້ໄຂທຸກສິ່ງທຸກຢ່າງດ້ວຍຕົນເອງ. ແຕ່ອາຊີບ freelance ພັດສ້າງຄວາມດູດດື່ມສຳລັບພວກເພື່ອນຫນຸ່ມທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ  ຢາກເຮັດບັນດາວຽກງານທີ່ຕົນນິຍົມ ແລະ ເປັນສີສັນສະເພາະຂອງຕົນ.”

ຮູບເງົາດັ່ງກ່າວສິ້ນສຸດລົງໃນສຽງຕົບມືຊົມເຊີຍຂອງຜູ້ຊົມ. ຍຸ່ນ ໄປຫາທ່ານໝໍ ອີມ. ຕໍ່ຈາກນີ້ເລື່ອງລາວກ່ຽວກັບ freelance ກໍ່ຫຼຸດພົ້ນອອກຈາກວຽກງານທີ່ໜັກໜ່ວງ, ທັງເປີດທິດທາງໃຫມ່ ທີ່ມີວັດທະນາທຳມະນຸດກວ່າ ແລະ ໃກ້ຊິດກັບຊີວິດການເປັນຢູ່ກວ່າ. ຖ້າຢາກຮູ້ສິ່ງນັ້ນແມ່ນຫຍັງ ? ເຊີນເພື່ອນໄປຊົມຮູບເງົາເລື່ອງ The heart attack.

        ຮູບເງົານີ້ ເລີ່ມສາຍຢູ່ ຮ່າໂນ້ຍ ແຕ່ວັນທີ 23/10 ແລະ ປະຈຸບັນພວມສາຍຢູ່ບັນດານະຄອນໃຫຍ່ຂອງຫວຽດນາມ. ນອກນັ້ນ, ຮູບເງົານີ້ຍັງໄດ້ສາຍຢູ່ ລາວ, ກຳປູເຈຍ, ມຽນມາ, ອິນໂດເນເຊຍ, ສິງກະໂປ ແລະ ຈະສືບຕໍ່ນຳສາຍຢູ່ທຸກປະເທດສະມາຊິກ ອາຊຽນ ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ