Vietnam Expo 2015 - ການຮ່ວມມືມູ່ງໄປເຖິງປະຊາຄົມ ອາຊຽນ 2015


(vovworld)- ໃນ​ໄລ​ຍະ​ມໍ່ໆ​ມານີ້, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ ອາ​ຊຽນ ແມ່ນ​ບັນ​ຫາບໍ່​ພຽງ​ແຕ່​ຫວຽດ​ນາມ ມີ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ ຫາກ​​ນັບ​ທັງບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນອາ​ຊຽນອີກ​ດ້ວຍ, ສິ່ງ​ດັ່ງກ່າວສະ​ແດງອອກ​ຜ່ານ​ເລື່ອງ ບັນ​ດາ​ປະ​ເທດ​ອາ​ຊຽນ ຕັ້ງ​ຫ​ນ້າຜັນ​ຂະ​ຫ​ຍາຍ​​ການ​ເຄື່ອນ​ໄຫວ​ກະ​ກຽມ​ສ້າງ​ຕັ້ງ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ (AEC) ໃນ​ປີ 2015. ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ AEC, ຫວຽດ​ນາມ ໄດ້​ຊຸກ​ຍູ້​​ບັນ​ດາການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ສົ່ງ​ເສີມ​ການ​ລົງ​ທຶນຄື: ຈັດ​ຕັ້ງ​ບັນ​ດາ​ເວ​ທີ​ປາ​ໄສ, ງານ​ຕະ​ຫລາດ​ນັດ, ໂຄ​ສະ​ນາ. ຫວ່າງ​ແລ້ວນີ້, ງານ​ຕະ​ຫລາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 25 – Vietnam Expo 2015 ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ” ດຳ​ເນີນ​ໄປ​ແຕ່​ວັນ​ທີ 15-18/4/2015 ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ດຶງ​ດູດ​​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຫລາຍ​ແຫ່ງ.

Vietnam Expo 2015 - ການຮ່ວມມືມູ່ງໄປເຖິງປະຊາຄົມ ອາຊຽນ 2015 - ảnh 1
ພິ​ທີ​ໄຂ​ງານ​ຕະ​ຫລາດ​ນັດ
ພາບ:vov

        ງານ​ຕະ​ຫລາດ​ນັດ ມີ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ 600 ກວ່າວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 28 ປະ​ເທດ ແລະ ເຂດ​ແຄ້ວນ ຄື: ລາວ, ໄທ, ຈີນ, ກູ​ບາ, ໄຕ້​ຫວັນ(ປະ​ເທດຈີນ), ສິງ​ກະ​ໂປ, ຫວຽດ​ນາມ… ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ງານ​ຕະ​ຫລາດນັດ ແມ່ນ​​ມີຫລາຍ​ຮູບ​ຫລາຍ​ແບບ, ຈາກ​ກົນ​ຈັກ, ອຸ​ປະ​ກອນ​ໄຟ​ຟ້າ, ເຄື່ອງ​ອາ​ໄຫຼ່​ຕະ​ຫລອດ​ຮອດ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບ​ຄົວ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ, ບໍ​ລິ​ການ…

        ງານ​ຕະ​ຫລາດນັດ​ຄັ້ງ​ນີ້ ແບ່ງ​ເປັນ 3 ເຂດ​ຄື: ​ເຂດ​​ວາງສະ​ແດງ​ຜະລິດ​ຕະພັນໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ສົ່ງ​ເສີມ​ການ​ຄ້າ, ຫ​ນູນ​ຊ່ວຍ​ການ​ອອກ​ແບບ, ເຂດ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ແລະ ສ​ເກົາ​ຫລີ ແລະ ພິ​ເສດ ແມ່ນ​ເຂດ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ແບບ​ພິ​ເສດ​ກັບ​ຫວຽດ​ນາມ​ຄື: ລາວ, ໄທ, ກຳ​ປຸ​ເຈຍ, ກູ​ບາ, ມຽນ​ມາ… ທ່ານ​ນາງ ຕັງ​ສີ​ຣີ​ໄພ​ບອນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ fashions Kingkaew ປະ​ເທດ​ໄທ ແບ່ງ​ປັນ​ວ່າ:

        ສຽງ​ທ່ານ​ນາງ

        ຮ້ານ​ວາງ​ສະ​ແດງ​ເຄື່ອງເອ້​ປະ​ດັບ​ເຮັດ​ດ້ວຍ​ເງິນ, ຄຳຂອງ​ລາວ ແມ່ນ​ຮ້ານ​ທີ່​ດຶງ​ດູດ​ແຂກ​ເຂົ້າ​ຊົມ​ຫລາຍ​ສຸດ. ບໍ​ລິ​ສັດ​ຂາ​ເຂົ້າ​ຂາ​ອອກ​ເງິນ​ຄຳ Lao Gem&Jewwelry ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ຫ​ນູນ​ຊ່ວຍ​ອອກ​ແບບ ແລະ ຊອກ​ຫາ​ຄູ່​ຄ້າ​ໃນ​ຂະ​ແຫນງ​ຜະ​ລິດ​ເຄື່ອງ​ເອ້​ປະ​ດັບແກ້ວ​ມາ​ນີ. ດ້ວຍ​ຜະ​ລິ​ດ​ຕະ​ພັນ​ນັບ​ຮ້ອຍໆ​ຢ່າງ ທີ່ມີ​ລາ​ຄາ ຈາກ 10 -200 USD, ບັນ​ດາ​ຜະ​ລິດ​ຕະ​ພັນ​ນີ້​ ມີ​ຄຸນ​ນະ​ພາບ​ດີ ແລະ ງາມ, ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ຂອງ​ຜູ້​ໃຊ້​ສອຍ. ທ່ານ ບຸນ​ປະ​ສົງ ມຸດທະ​ພາ, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ບໍ​ລິ​ສັດ ແບ່ງ​ປັນ​ວ່າ:

        ສຽງທ່ານ​ບຸນ​ປ​ະ​ສົງ

        ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ Vietnam Expo 2015 ລ້ວນ​ແຕ່​ປາດ​ຖະ​ຫ​ນາ​ວ່າ ນອກ​ຈາກ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດຍ​ກົງ​ເຖິງ​ລູກ​ຄ້າ, ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ແລ້ວ, ຈະ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ຫລາຍ​ສະ​ບັບ​ກັບ​ຄູ່​ຄ້າ, ເປີດກວ້າງ​ຕະ​ຫລາດ​ສົ່ງ​ອອກ, ໄດ້​ພົບ​ປະ, ຖອດ​ຖອ​ນ​ບົດ​ຮຽນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ຈາກ​ຫລາຍ​ປະ​ເທດ. ທ່ານ​ນາງ ຟ້າມ​ທິ​ບີກງອກ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ Kona ຈຳ​ກັດ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ໂອ​ກາດ​ເພື່ອ​ພົວ​ພັນ​ແລກ​ປ່ຽນ​ກັບ​ຄູ່​ຄ້າ​ສາ​ກົນ ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຢາດ​ໄດ້​ພົບ​ປະ ແລະ ຊອກ​ຮູ້​ຄູ່​ຮ່​ວມ​ມື​ຕ່າງ​ປະ​ເທດ. ນີ້​ກໍ​ແມ່ນ​ງານ​ຕະ​ຫລາດ​ນັດ​ຂະ​ຫ​ນາດ​ໃຫ​ຍ່ ທີ່ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຫລາຍ​ແຫ່ງ. ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ຄັ້ງ​ນີ້ ພວກ​ຂ້າ​ພະ​ເຈົ້າກໍ​ຢາກ​ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຫມ່​ເຖິງ​ຜູ້​ໃຊ້​ສອຍ.”

        ໃນ​ຂອບ​ເຂດ Vietnam Expo 2015 ຍັງມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ສົ່ງ​ອອກ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ, ການ​ພົບ​ປະ​ສົນ​ທະ​ນາ​ສົ່ງ​ເສີມ​ການ​ຄ້າ ລະ​ຫວ່າງວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ສາ​ກົນ, ພິ​ທີ​ລົງ​ນາມ​ບັນ​ດາ​ສັນ​ຍາ​ພົ້ນ​ເດັ່ນ, ລາຍ​ການ​ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ.. ດ້ວຍ​ຈຸດ​ປະ​ສົງ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ​ກັບ​ປະ​ເທດຕ່າງໆ ຕາມ​ຫລັກ​ການ​ແລກ​ປ່ຽນ​​ຮ້ານ​ວາງ​ສະ​ແດງສິນ​ຄ້າ​ຢູ່​ງານ​ຕະ​ຫລາດ​ນັດ​ຂອງ​ບັນ​ດາ​ປະ​ເທດ, ງານ​ຕະ​ຫລາດ​ນັດ​ຄັ້ງ​ນີ້ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລ​ກ​ປ່ຽນ, ເຊື່ອມ​ຕໍ່​ເສດ​ຖະ​ກິດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ຫວຽດ​ນາມ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນໃນ​ທ້າຍ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ