Viettel - ກຸ່ມບໍລິສັດໂທລະຄົມກອງທັບ ຫວຽດນາມ ລົງທຶນສຳເລັດຜົນຢູ່ ສປປ ລາວ

(vovworld) - ​ໃນ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ, ກຸ່ມ​ບໍລິສັດ​ໂທລະ​ຄົມ ກອງທັບ ຫວຽດນາມ (Viettel) ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເປີດ​ກວ້າງ​ ​ແລະ ພັດທະນາ​ການດຳ​ເນີນ​ທຸລະ​ກິດ​ອອກ​ສູ່ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພິ​ເສດ​​ແມ່ນປະ​ເທດ​ບ້ານ​ໃກ້​ເຮືອນ ຄືລາວ ​ແລະ ກຳປູ​ເຈຍ. ພາຍຫລັງ 3 ປີ​ແຫ່​ງການ​ຮ່ວມ​ມື​ລົງທຶນ​ຢູ່ ລາວ, Viettel ບໍ່​ພຽງ​​ແຕ່​ນຳ​ມາ​ເຊິ່ງລາຍ​ຮັບ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງຕົນ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ດີ​ພໍ​ສົມຄວນ​ໃຫ້​ແກ່​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຂອງ ລາວ ອີກ​ດ້ວຍ. ​

        ​ເມື່ອ​ຄົ້ນ​ຄ້ວາຕະ​ຫລາດ ລາວ, Viettel ​ເຫັນ​ວ່າ ລາວ ​ແມ່ນ​ຕະຫລາດ​ນ້ອຍ, ພົນລະ​ເມືອງ​ຫນ້ອຍ, ປະຊາຊົນ​ດຳ​ລົງ​ຊີວິດ​ກະ​ແຈກ​ກະຈາຍ, ພູມສັນຖານ​ສ່ວນ​ຫລາຍ​ແມ່ນ​ປ່າ​ໄມ້ ນັ້ນ​ແມ່ນ​​ສິ່ງ​ທ້າ​ທາຍ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ເມື່ອ​ລົງທຶນ​​ເຂົ້າຂົງ​ເຂດ​ໂທລະ​ຄົມ. ຄຽງ​ຄູ່​ກັນ​ນັ້ນ, ການ​ມີຫນ້າ​ຂອງ 4 ບໍລິສັດ​ໂທລະ​ຄົມ​ທີ່ພວມ​ເຄື່ອນ​ໄຫວມາ​ໄດ້​ຫຼາຍ​ປີ​ຢູ່ ລາວ ​ເຊັ່ນ: LaoTelecom, Tigo, Enterprice Telecomlao ​ແລະ AsiaTelecom ກໍ​ແມ່ນ​ສິ່ງ​ກີດຂວາງ​ສຳລັບ Viettel. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍຫລັງ​​​ໄຈ້​ແຍກ​ຕະຫລາດ​ລາວ​ຢ່າງ​ລະອຽດ​, Viettel ​ຖື​ວ່າ: ລາວ​ ຍັງ​ຄົງແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ Viettel ຕັດສິນ​ໃຈ​ລົງທຶນ​ເຂົ້າ​ລາວ. ​ເພາະວ່າ ລາວ ​ແລະ ຫວຽດນາມ ມີ​ຈຸດ​ທີ່ຄ້າຍຄື​ກັນ​ຫລາຍ​ຢ່າງ; ພູມີ​ປະ​ເທດ​ກໍ​​ໃກ້​ກັນ; ນອກ​ນັ້ນ 4 ບໍລິສັດ​ດັ່ງກ່າວ​ລ້ວນ​ແຕ່​ບໍ່​ທັນລົງທຶນ​ສາຍ​ສົ່ງດ້ວຍ​ສາຍໄຍ​ແກ້ວ, ​ໃນ​ຂະນະ​ນັ້ນ ​ເລ່ືອງ​ຜັນ​ຂະຫຍາຍ​ພື້ນຖານ​ໂຄງ​ລ່າງ​ໂທລະ​ຄົມ​ດ້ວຍ​ສາຍ​​ໄຍ​ແກ້ວ ພັດ​ແມ່ນ​ທ່າ​ແຮງ​ຂອງ Viettel. ພົນ​ຈັດຕະວາ ​ເຢືອງວັນ​ຕີງ, ຮອງ​ຜູ້ອຳນວຍການ​ໃຫຍ່ Viettel ​ແບ່ງປັນ​ວ່າ     “ພາຍຫລັງ​ຄົ້ນ​ຄ້ວາ 4 ບໍລິສັດ​ໂທລະ​ຄົມ​ດັ່ງກ່າວ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ນຳ​ໃຊ້​ລະບົບ​ສົ່ງ​ສັນຍານ​ຜ່ານ​ດາວ​ທຽ​ມ, ດ້ວຍ viba ​ພາໃຫ້​ລາຄາ​ແພງ, ຄຸນ​ນະພາ​ບບໍ່​ສູງ.  ນີ້ກໍແມ່ນຄວາມສະດວກເພື່ອໃຫ້ Viettel ລົງທຶນ​ເຂົ້າລາວ. ນອກ​ນັ້ນ ດ້ວຍ​ປະສົບ​ການ​ຂອງ​ຕົນໃນ​ການ​ຜັນ​ຂະຫຍາຍ​ສາຍ​​ໄຍ​ແກ້ວ ພິ​ເສດ​​ແມ່ນ​ເຖິງບັນດາ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ ຢູ່ ຫວຽດນາມ. ສະ​ນັ້ນ ​ເມື່ອ​ລົງທຶນ​ຢູ່​ລາວ ພວກ​ຂ້າພະ​ເຈົ້າ​ໄດ້​ໝູນໃຊ້​ບັນດາ​ບົດຮຽນ​ຈາກ​ຫວຽດນາມ​ເພື່ອ​ຜັນ​ຂະ​ຫຍາຍຢູ່ຕະຫລາດ​ລາວ.”

Viettel - ກຸ່ມບໍລິສັດໂທລະຄົມກອງທັບ ຫວຽດນາມ ລົງທຶນສຳເລັດຜົນຢູ່ ສປປ ລາວ - ảnh 1
ພົນຈັດຕະວາ ​ເຢືອງວັນ​ຕີງ, ຮອງ​ຜູ້ອຳນວຍການໃຫຍ່ Viettel ​
ພາບ:viettel.com.vn

        ​ເມື່ອ​ລົງທຶນ​ເຂົ້າ​ຕະຫລາດ​ລາວ, ກຸ່ມ​ບໍລິສັດ​ໂທລະ​ຄົມກອງ​ທັບ ຫວຽດນາມ (Viettel) ​ໄດ້​ຮ່ວມ​ມື​ກັບ​ບໍລິສັດ​​ໂທລະ​ຄົມ​ກອງທັບ ລາວ (LaoAsiaTelecom) ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ໂທລະ​ຄົມ Unitel. ພາຍຫລັງເຄື່ອນ​ໄຫວມາ​ເປັນ​ເວລາ​ ​ 3 ປີ​, Unitel ​ໄດ້​ລົງທຶນ​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກນິກ ດ້ວຍ​ສະຖານີ​ສົ່ງ​ສັນຍານ 2G ​ແລະ 3G ປະມານ 2.500 ​ແຫ່ງ, ສັນຍານ​ສາມາດປົກ​ຄຸມ​ໄປ​ທົ່ວ​ທຸກ​​ເມືອງ. ຈຳນວນປະຊາຊົນ​ລາວ ນຳ​ໃຊ້​ເຄືອ​ຄ່າ​ຍ Unitel ບັນລຸ 2,8 ລ້ານ​ຄົນ, ປະກອບສ່ວນ​ຍົກ​​ຈຳນວນ​ຜູ້ນຳ​ໃຊ້​ການບໍລິການ​​​ເຄື່ອນ​ທີ່ຢູ່​ປະ​ເທດ​ລາວ​ຈາກ 20% ຂຶ້ນ​ເຖິງ 70%. ສະ​ນັ້ນ Unitel ​ໄດ້​ກາຍ​ເປັນ​ເຄື່ອຂ່າຍ​ໂທລະ​ຄົມ​ໃຫຍ່​ກວ່າ​ໝູ່​ຢູ່ ລາວ ນັບ​ທັງ​ຈຳນວນ​ລູກ​ຄ້າ, ຂອບ​ເຂດ​ຮັບສັນຍານ​ ​ແລະ ລາຍ​ຮັບ.

        ​ໂດຍບໍ່ພໍ​ໃຈ​ຕໍ່​ສິ່ງ​ດັ່ງກ່າວ, ​ໃນ​ແຜນການ​ພັດທະນາ​ດຳ​ເນີນ​ທຸລະ​ກິດ​ສຳລັບ​ໄລຍະ​ຕໍ່​ໄປ, Viettel ສືບ​ຕໍ່​ລົງ​ທຶນ​ເຂົ້າ​ພື້ນຖານ​ໂຄງ​ລ່າງ​ໂທລະ​ຄົມ​ຢູ່ ລາວ, ​ເປີດກວ້າງ​ເຄືອ​ຂ່າຍ​ສາຍ​ໄຍ​ແກ້ວ, ສ້າງ​ບໍລິການ… ຫລາຍ​ຢ່າງ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ລາວ. ພົນຈັດຕະວາ ​ເຢືອງວັນ​ຕີງ, ຮອງ​ຜູ້ອຳນວຍການໃຫຍ່ Viettel ​ໃຫ້​ຮູ້​ວ່າ:

        “​ແຜນການ​ຂອງ Viettel ​ໃນ​ໄລຍະ​ຈະມ​າ​ເຖິງ ​​ແມ່ນ​ເຮັດ​​ແນວ​ໃດ​ເພື່ອ​ໃຫ້​ສັນຍານ​ປົກ​ຄຸມ​​ໄປທົ່ວ​ທຸກບ້ານ, ​ກ້າວ​ໄປ​ເຖິງ​ການ​ໝູນ​ໃຊ້​ຄວາມ​ກ້າວຫນ້າ​ດ້ານ​ຂໍ້​ມູນ​ຂ່າວສານ​ ເພື່ອ​ຊ່ວຍ ລາວ ສຳ​ພັດ​ກັບ​ວິທະຍາສາດ​ເຕັກນິກ​ທີ່ທັນ​ສະ​ໄຫມ. ພ້ອມ​ທັງ ຍູ້​ແຮງ​ການບໍລິການ​ຕ່າງໆ​ເພື່ອ​ຮັບ​ໃຊ້​ຊີວິດ​ທາງສັງຄົມ​ທຸກ​ດ້ານ​ແນ​ໃສ່ ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ນັບ​ມື້​ນັບ​ພັດທະນາ ​ແລະ ປະກອບສ່ວນ​​ເຂົ້າ​ໃນ​​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ລາວ​ໃຫ້​ຫລາຍ​ກວ່າ.”

Viettel - ກຸ່ມບໍລິສັດໂທລະຄົມກອງທັບ ຫວຽດນາມ ລົງທຶນສຳເລັດຜົນຢູ່ ສປປ ລາວ - ảnh 2

WCA  ມອບລາງວັນໂທລະຄົມໂລກໃຫ້ແກ່  Unitel
ພາບ: internet

        ດ້ວຍ​ທິດ​ນຳ​ທີ່​ວ່າ “​ດຳ​ເນີນ​ທຸລະ​ກິດ​ຕິດ​ພັນ​ກັບ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ”, ​ໃນ​ຊຸມ​ປີຜ່ານມາ, Unitel ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ສັງຄົມ​ຫລາຍ​ໂຄງການຢ່າງ​ມີ​ປະສິດທິ​ຜົນ​ຄື​: ເຊື່ອມຕໍ່​ບໍລິສັດອິນ​ເຕ​ີ​ແນັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ໂຮງຮຽນ ແລະ ຮາກ​ຖານ​ສຶກສາ​ກວ່າ 600 ​ແຫ່ງ ​, ຜັນ​ຂະຫຍາຍ​ລະບົບຖ່າຍ​ທອດ​ສົດທາງ​ໂທລະພາບຜ່ານ​ດາວ​ທຽມກັບ 24 ​ແຫ່ງໃນ​ທົ່ວ​ປະ​ເທດ. ນອກ​ນນັ້ນ Unitel ຍັງ​ຊ່ວຍ​ເຫຼືອ​ກໍ່ສ້າງ​ໂຮງໝໍ 2 ​ແຫ່ງ​ໃຫ້​ແກ່​ແຂວງ​ອັດຕະປື, ສະຫນັບສະຫນູນ​ປະຊາຊົນ​ຖືກ​ໄພ​ນ້ຳ​ຖ້ວມ, ຊ່ວຍ​ເຫລືອ​ເຄື່ອງ​ຄອມ​ພິວ​ເຕີ, ອຸປະກອນ​​ເຊື່ອມ​ຕໍ່​ອິນ​ເຕີ​ແນ​ດ​ໃຫ້​ແກ່​ບັນດາ​ຫົວຫນ່ວຍ​ທະຫານ … ດ້ວຍ​ມູນ​ຄ່າ​ກວ່າ 2, 8 ລ້ານ USD. ການ​ເຄື່ອນ​ໄຫວ​ຂອງ Unitel ຢູ່​ຕະຫລາດ​ລາວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ. ພັນ​ໂທ ອຸລະ​ຫາ ທອງ​ວັນ​ທາ, ປະທານ​ສະພາ​ບໍລິຫານ​ບໍລິສັດ Lao Asia Telecom ​ໄດ​້​ໃຫ້​ຂໍ້​ສັງ​ເກດ​ວ່າ:

ສຽງ​ທ່ານ ອຸລະ​ຫາ ທອງ​ວັນ​ທາ

        ຍ້ອນ​ບັນລຸ​ໄດ້​ບັນດາ​ຜົນງານດັ່ງກ່າວ​ຢູ່​ຕະຫລາດ ລາວ, ວັນ​ທີ 13/11/2012 ຜ່ານ​ມາ, ​ເຄື່ອຂ່າຍ​ໂທລະ​ຄົມ Unitel ​ຈຶ່ງໄດ້​ຮັບລາງວັນ​ໂທລະ​ຄົມ​ໂລກ (World Communication Award WCA) ​ແມ່ນ​ໜຶ່ງ​ໃນ​ຈຳນວນບໍລິສັດ​ໂທລະ​ຄົມ​ດີກ​ວ່າ​ໝູ່​ຢູ່​ບັນດາຕະຫລາດ​ພວມ​ພັດທະນາ. ກ່ອນ​ຫນ້າ​ນັ້ນ, ປີ 2011, Metfone ​ເຊິ່ງ​ແມ່ນ ​ເຄື່ອງໝາຍ​ຂອງ Viettel ຢູ່ ກຳປູ​ເຈຍ ກໍ​ໄດ້​ຮັບ​ລາງວັນ​ປະ​ເພດ​ດັ່ງກ່າວ. ຕາມພົນ​ຈັດ​ຕະວາ ​ເຢືອງວັນ​ຕີງ, ຮອງ​ຜູ້ອຳນວຍການ​ບໍລິສັດ Viettel ​ແລ້ວ: ຜົນສຳ​ເລັດ​ຂອງ Viettel ຢູ່ ຕະຫລາດ​ ລາວ ​ແລະ ກຳປູ​ເຈຍ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ Viettel ​ເປີດ​ກວ້າງ​ການ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ, ພິ​ເສດ ​ແມ່ນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ້ານ​ເສດຖະກິດ ພ້ອມ​ທັງ​ປະກອບສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ