VOV – LNR: ຮ່ວມ​ມື​ກັນ​ພັດ​ທະ​ນາ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຖະ​ແຫຼງ​ຂ່າວ ລະ​ຫວ່າງ ຫວຽດ​ນາມ - ລາວ ນັບ​ມື້​ນັບມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ

(VOVWORLD) -ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ (LNR) ແມ່ນຊ່ອງຖະແຫຼງຂ່າວຂ່າວສານຢ່າງເປັນທາງການທີ່ສຳຄັນໃນການປະຕິບັດນະໂຍບາຍຂອງພັກ, ລັດ. ແຕ່ດົນນານມາແລ້ວ, ວິທະຍຸກະຈາຍສຽງສອງປະເທດມີສາຍພົວພັນຢ່າງສະໜິດແໜ້ນ ແລະ ການຮ່ວມມືຮອບດ້ານ, ນັບທັງດ້ານເນື້ອໃນ, ເຕັກໂນໂລຢີ ກໍຄືການບຳລຸງສ້າງບຸກຄະລາກອນ. ໃນຫຼາຍປີມານີ້, VOV ໄດ້ປະຕິບັດການຮ່ວມມືແລກປ່ຽນລາຍການກະຈາຍສຽງ, ໜູນຊ່ວຍການພັດທະນາຂອງ LNR ແນໃສ່ຊ່ວຍຜູ້ຟັງສອງປະເທດສາມາດສຳຜັດກັບແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ, ຫຼາຍຮູບຫຼາຍແບບ, ປະກອບສ່ວນຊຸກຍູ້ການພັດທະນາຢູ່ແຕ່ລະປະເທດ.

ໃນປາງສົງຄາມເມື່ອກ່ອນນີ້, ຫວຽດນາມ ແລະ ລາວ ໄດ້ຊ່ວຍເຫຼືອກັນຢ່າງສຸດຈິດສຸດໃຈ, ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອແນໃສ່ຍາດເອົາເອກະລາດມາໃຫ້ແຕ່ປະເທດ. ພາຍຫຼັງທີ່ສອງປະເທດຍາດໄດ້ຮັບເອກະລາດ, ການພົວພັນລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງ VOV ກັບ LNR ເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແບ່ງປັນວ່າ:

VOV – LNR: ຮ່ວມ​ມື​ກັນ​ພັດ​ທະ​ນາ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຖະ​ແຫຼງ​ຂ່າວ ລະ​ຫວ່າງ ຫວຽດ​ນາມ - ລາວ ນັບ​ມື້​ນັບມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ - ảnh 1ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ

  ໃນຫຼາຍປີຜ່ານມາ, VOV ແລະ LNR ໄດ້ປະຕິບັດການແລກປ່ຽນບັນດາເນື້ອໃນ, ລາຍການກະຈາຍສຽງກ່ຽວກັບປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ປະຊາຊົນ, ປະເທດຊາດ…ອອກອາກາດໃນບັນດາລາຍການກະຈາຍສຽງຂອງແຕ່ລະປະເທດ, ແນໃສ່ຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອອັນດີງາມລະຫວ່າງສອງປະເທດ. ວິທະຍຸສອງປະເທດກໍໄດ້ສົ່ງຄະນະຜູ້ແທນຂັ້ນສູງ ເພື່ອແລກປ່ຽນ, ແບ່ງປັນໂອກາດຮ່ວມມື; ສົ່ງນັກຂ່າວໄປຈັດທຳລາຍການກະຈາຍສຽງ, ໂທລະພາບ ເພື່ອໂຄສະນາເຜີຍແຜ່ ແລະ ຍົກສູງຄວາມຮູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ ແລະ ລາວ. ນອກຈາກນັ້ນ, VOV ກໍພ້ອມກັບ LNR ປະຕິບັດບັນດາໂຄງການໜູນຊ່ວຍກໍ່ສ້າງສະຖານີເຄື່ອງສົ່ງກະຈາຍສຽງ, ປ່ຽນໃໝ່, ຕິດຕັ້ງເຄື່ອງອຸປະກອນເຕັກໂນໂລຢີ, ບຳລຸງສ້າງບຸກຄະລາກອນໃຫ້ແກ່ LNR ແນໃສ່ຮັບໃຊ້ວຽກງານຖະແຫຼງຂ່າວ ແລະ ສື່ສານໃຫ້ນັບມື້ນັບດີກວ່າເກົ່າ. ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ:

VOV – LNR: ຮ່ວມ​ມື​ກັນ​ພັດ​ທະ​ນາ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຖະ​ແຫຼງ​ຂ່າວ ລະ​ຫວ່າງ ຫວຽດ​ນາມ - ລາວ ນັບ​ມື້​ນັບມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ - ảnh 2ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV

 

“ໃນປີ 2021, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ບໍ່ສາມາດແລກປ່ຽນກຸ່ມນັກຂ່າວໄປຖ່າຍທຳເອົາຂ່າວ, ຂຽນບົດຢູ່ ລາວ ເພື່ອສ່ອງແສງສະພາບການສ້າງສາພັດທະນາປະເທດຊາດຂອງກັນໄດ້ກໍຕາມ. ແຕ່ VOV ກໍໄດ້ປະຕິບັດວຽກງານທີ່ໃຫຍ່ຫຼວງກວ່າ ນັ້ນແມ່ນສ້າງ ແລະ ມອບໂອນໂຄງການ “ລົງທຶນ ແລະ ປ່ຽນໃໝ່ອຸປະກອນເຕັກໂນໂລຢີໃຫ້ແກ່ LNR”. ໄລ່ມາຮອດປັດຈຸບັນນີ້ ກໍປະຕິບັດສຳເລັດ ແລະ ໄດ້ນຳເຂົ້າເຄື່ອນໄຫວແລ້ວ. ນັ້ນແມ່ນສູນຜະລິດລາຍການທີ່ທັນສະໄໝຢູ່ສະຖານີ LNR ແລະ ຖັນແຖວນັກເຕັກນິກຂອງ VOV  ກໍຮີບຮ້ອນປະຕິບັດສຳເລັດເພື່ອນຳເຂົ້າໃຊ້ງານ”.

ໂດຍຕາມການເວລາ, ອຸປະກອນ, ເຄື່ອງສົ່ງກະຈາຍສຽງຫຼາຍຊະນິດຂອງລາວ ຖືກຫຼ້າສະໄໝ, ດ້ວຍທຶນ ODA ຂອງລັດຖະບານ ຫວຽດນາມ, VOV ໄດ້ຊ່ວຍ LNR ກໍ່ສ້າງສະຖານີໂທລະພາບ ແລະ ກະຈາຍສຽງຢູ່ຫຼາຍແຂວງຂອງລາວ, ຈາກນັ້ນ ຄື້ນກະຈາຍສຽງຂອງ LNR ກໍສາມາດປົກຄຸມໄປໄກກວ່າ, ເຜີຍແຜ່ຂໍ້ມູນ, ແນວທາງ, ນະໂຍບາຍຂອງພັກ, ລັດຖະບານ ລາວ ໄປສູ່ປະຊາຊົນໄດ້ຮັບຊາບຢ່າງວ່ອງໄວ. ທ່ານ ໂອ້ລຳ ຈັນທະວິໄລ, ເລຂາໂທ, ຮັບຜິດຊອບກ່ຽວກັບວຽກງານຫ້ອງການສຶກສາ - ວັດທະນະທຳ, ສະຖານທູດ ລາວ ປະຈຳ ຫວຽດນາມ ແບ່ງປັນວ່າ:

VOV – LNR: ຮ່ວມ​ມື​ກັນ​ພັດ​ທະ​ນາ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຖະ​ແຫຼງ​ຂ່າວ ລະ​ຫວ່າງ ຫວຽດ​ນາມ - ລາວ ນັບ​ມື້​ນັບມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ - ảnh 3ທ່ານ ໂອ້ລຳ ຈັນທະວິໄລ, ເລຂາໂທ, ຮັບຜິດຊອບກ່ຽວກັບວຽກງານຫ້ອງການສຶກສາ - ວັດທະນະທຳ, ສະຖານທູດ ລາວ ປະຈຳ ຫວຽດນາມ
 ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນຮ່ວມມືລະຫວ່າງສອງວິທະຍຸກະຈາຍສຽງ ນັ້ນແມ່ນ 2 ຝ່າຍໄດ້ຊຸກຍູ້, ໜູນຊ່ວຍເປີດອົງການຜູ້ຕາງໜ້າຂອງ VOV ປະຈຳ ລາວ, ຈາກນັ້ນ ບັນດານັກຂ່າວຂອງ VOV ສາມາດສ່ອງແສງການເຄື່ອນໄຫວຕ່າງໆໄດ້ຢ່າງທັນການ, ມີຊີວິດຊີວາ ແລະ ແທດຈິງທີ່ສຸດກ່ຽວກັບຂະບວນວິວັດແຫ່ງການພັດທະນາຂອງ ລາວ. ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, VOV ຈະສືບຕໍ່ສຸມໃສ່ຍູ້ແຮງການບຳລຸງສ້າງໃຫ້ LNR ນັບທັງດ້ານເນື້ອໃນ, ບຸກຄະລາກອນ, ບັນນາທິການ, ນັກເຕັກນິກ ອີກດ້ວຍ. ເພີ່ມທະວີການແລກປ່ຽນກຸ່ມນັກຂ່າວໄປຖ່າຍທຳ, ຜະລິດລາຍການຕາມຫົວຂໍ້ຕ່າງໆທີ່ລົງເລິກກ່ຽວກັບພັດທະນາຂອງແຕ່ລະປະເທດ:

“ໜຶ່ງໃນບັນດາແຜນການຄາດຄະເນທີ່ຂ້າພະເຈົ້າຄິດວ່າຈະແທດຈິງທີ່ສຸດແມ່ນ ເລື່ອງວິທະຍຸສອງປະເທດຈະອອກອາກາດລາຍການກະຈາຍສຽງຂອງກັນ, ໃນນັ້ນ ຄາດວ່າ VOV ຈະສົ່ງລາຍການສະຖານະການການເມືອງຂອງ ຫວຽດນາມ ດ້ວຍຄວາມຍາວ 30 ນາທີ ຕໍ່ວັນ ເພື່ອອອກອາກາດໃນຄື້ນກະຈາຍສຽງຂອງ LNR. ນີ້ແມ່ນການຮ່ວມມືທີ່ແໜ້ນແຟ້ນ ແລະ ມີຄວາມໝາຍແນໃສ່ຊ່ວຍປະຊາຊົນ ລາວ ນັບມື້ນັບມີຄວາມເຂົ້າໃຈກວ່າກ່ຽວກັບພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດຂອງ ຫວຽດນາມ”.

ປີ 2022, ຄາດວ່າ, VOV ຈະສະເໜີຕໍ່ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບ ກະຊວງການຕ່າງປະເທດຂອງ ລາວ ແລະ LNR ສ້າງແຜນການສົມທົບກັນຈັດຫຼາຍເຫດການສຳຄັນ ແນໃສ່ສະຫຼຸບ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ, 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ  - ລາວ. ມຸ່ງໄປເຖິງການຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ VOV ກັບ LNR ໃນຂົງເຂດກະຈາຍສຽງ - ໂທລະພາບ ເວົ້າສະເພາະ ແລະ ລະຫວ່າງສອງປະເທດ ຫວຽດນາມ  - ລາວ ເວົ້າລວມໃຫ້ຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ