Vun Liem - ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດທີ່​ຍາດ​ໄດ້​ທຶນ​ການ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ ຮ່າ​ໂນ້ຍ

(VOVWORLD) -ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ແມ່ນມະຫາວິທະຍາໄລແຖວໜ້າໃນຂົງເຂດວິທະຍາສາດ - ເຕັກນິກ ຢູ່ ຫວຽດນາມ. ນອກຈາກມີນັກສຶກສາ ຫວຽດນາມ ກວ່າ 30.000 ຄົນ ແລ້ວ, ແຕ່ລະປີ, ໂຮງຮຽນແຫ່ງນີ້ ຍັງຮັບນັກສຶກສາຕ່າງປະເທດປະມານ 1000 ຄົນ ມາຮ່ຳຮຽນອີກດ້ວຍ. ໄລຍະຜ່ານມາ, ມີນັກສຶກສາ ກຳປູເຈຍ ດີເດັ່ນຄົນໜຶ່ງ ຍາດໄດ້ທຶນສົ່ງເສີມການສຶກສາ ຂອງມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ແລະ ນີ້ກໍແມ່ນນັກສຶກສາຕ່າງປະເທດຄົນທຳອິດ ທີ່ຍາດໄດ້ທຶນການສຶກສາດັ່ງກ່າວ. ອ້າຍບ່າວຄົນນັ້ນ ຊື່ວ່າ Vun Liem, ນັກສຶກສາປີທີ 4, ພາກວິຊາເຕັກນິກກົນຈັກເອເລັກໂຕນິກ K26. ໃນລາຍການຊາຍຄາ ອາຊຽນ ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ VOV ໂອ້ລົມກັບນັກສຶກສາຄົນເກັ່ງນີ້.
Vun Liem - ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດທີ່​ຍາດ​ໄດ້​ທຶນ​ການ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ ຮ່າ​ໂນ້ຍ - ảnh 1Vun Liem - ນັກສຶກສາຕ່າງປະເທດຄົນທຳອິດທີ່ຍາດໄດ້ທຶນການສຶກສາຂອງມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ

“ໂດຍເປັນນັກສຶກສາຕ່າງປະເທດຄົນທຳອິດທີ່ຍາດໄດ້ທຶນສົ່ງເສີມການສຶກສາ ຂອງມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ນີ້, ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ດີໃຈຫຼາຍ. ເພື່ອບັນລຸໄດ້ໝາກຜົນນີ້, ຂ້າພະເຈົ້າໄດ້ດຸໝັ່ນຂະຫຍັນຮຽນ, ເອົາຈິງເອົາຈັງ, ຮັບຟັງຄຳສັ່ງສອນຂອງອາຈານ. ຂ້າພະເຈົ້າກໍແບ່ງເວລາສ່ວນຫຼາຍໃຫ້ແກ່ການຮຽນດ້ວຍຕົນເອງ, ຄົ້ນຄວ້າດ້ວຍຕົນເອງ ເຮັດແນວໃດໃຫ້ມີຄວາມເໝາະສົມລະຫວ່າງວິຊາຮຽນທິດສະດີກັບການປະຕິບັດຕົວຈິງ. ນອກຈາກນັ້ນ, ຂ້າພະເຈົ້າກໍພະຍາຍາມສື່ສານແລກປ່ຽນກັບຄູອາຈານ, ຮຽນເປັນກຸ່ມ ແລະ ຕັ້ງໜ້າແລກປ່ຽນຄຳຄິດຄໍາເຫັນ, ປຶກສາຫາລືກັບໝູ່ເພື່ອນໃນຫ້ອງຮຽນ”.

ນັ້ນແມ່ນຄຳແບ່ງປັນຂອງ Vun Liem, ເພືິ່ອນໜຸ່ມຄົນທຳອິດຂອງເມືອງຊາຍແດນ Mongkolborey, ແຂວງ Banteaymeanchay ກຳປູເຈຍ ທີ່ເສັງຕິດເຂົ້າຮຽນມະຫາວິທະຍາໄລ ແລະ ໄດ້ໄປຮຽນຢູ່ຕ່າງປະເທດ. ໂດຍກຳເນີດ ແລະ ເຕີີບໃຫຍ່ໃນຄອບຄົວທີ່ມີອ້າຍນ້ອງ 4 ຄົນ, ຍ້ອນເງື່ອນໄຂຄອບຄົວຍັງປະສົບກັບຄວາມຫຍຸ້ງຍາກ, ສະນັ້ນ ອ້າຍ ແລະ ເອື້ອຍຂອງ Vun Liem ຕ່າງກໍປະລະການຮຽນໄວ້ກາງຄັນ. ໂດຍແມ່ນລູກຊາຍຫຼ້າ,  ອ້າຍເອື້ອຍ Vun Liem ຈິ່ງໄດ້ເສຍສະຫຼະໃຫ້ນ້ອງຮຽນ ແລະ ກໍແມ່ນຄວາມຫວັງຂອງທັງຄອບຄົວ. ໂດຍບໍ່ເຮັດໃຫ້ພໍ່ແມ່ເສຍໃຈ, Vun Liem ໄດ້ຕັ້ງໃຈຮ່ຳຮຽນ, ຕອນເປັນນັກຮຽນມັດທະຍົມຕອນປາຍ, Vun Liem ເປັນນັກຮຽນທີ່ມີຜົນການຮຽນອັນດັບໜຶ່ງຂອງໂຮງຮຽນ. ຮອດປີ 2015, Vun Liem ໄດ້ເສັງຕິດ ແລະ ຍາດໄດ້ທຶນການສຶກສາ 50% ຂອງສະຖາບັນເຕັກໂນໂລຢີ ກຳປູເຈຍ, ເຊິ່ງເປັນໜຶ່ງໃນບັນດາຮາກຖານບຳລຸງສ້າງຂະແໜງວິທະຍາສາດ - ເຕັກໂນໂລຢີທີ່ມີຊື່ສຽງຂອງ ກຳປູເຈຍ. ຕໍ່ຈາກນັ້ນ, Vun Liem ກໍຄ່ອຍໆຊອກຮູ້ກ່ຽວກັບທຶນການສຶກສາ ແລະ ຫຼໍ່ລ້ຽງຄວາມໄຝ່ຝັນໄປຮຽນຢູ່ຕ່າງປະເທດ. ໂດຍເຂົ້າຮ່ວມການເສັງພ້ອມກັບໝູ່ຄົນອື່ນໆ 600 ຄົນ, Vun Liem ເປັນນັກສຶກສາດີເດັ່ນທີ່ຍາດໄດ້ທຶນການສຶກສາ 100% ແລະ ຕັດສິນໃຈເລືອກມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ເປັນບ່ອນປະກອບຄວາມຮູ້ ເພື່ອປະຕິບັດຄວາມໄຝ່ຝັນຂອງຕົນໃນອະນາຄົດ.

“ສາຍເຫດທີ່ເຮັດໃຫ້ຂ້າພະເຈົ້າຕັດສິນໃຈມາຮຽນຢູ່ ຫວຽດນາມ, ພິເສດແມ່ນຢູ່ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ແມ່ນຍ້ອນຂ້າພະເຈົ້າມີຄວາມເມົາມົວກັບການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ, ໃນຂະນະທີ່ມະຫາວິທະຍາໄລຊັບພະວິຊາແມ່ນໂຮງຮຽນແຖວໜ້າຂອງ ຫວຽດນາມ ໃນການບຳລຸງສ້າງວິຊາການຂອງຂະແໜງນີ້. ໂຮງຮຽນແຫ່ງນີ້ ມີພື້ນຖານໂຄງລ່າງທີ່ດີ, ຫຼັກສູດການຮຽນບັນລຸມາດຕະຖານ ແລະ ນັກສຶກສາທີ່ຮ່ຳຮຽນຢູ່ທີ່ນີ້ ກໍມີໂອກາດແກ້ງແຍ້ງສູງ, ສົມເປັນແຫ່ງທີ່ຂ້າພະເຈົ້າຝາກຝັງອະນາຄົດຂອງຕົນ”.

Vun Liem - ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຄົນ​ທຳ​ອິດທີ່​ຍາດ​ໄດ້​ທຶນ​ການ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ ຮ່າ​ໂນ້ຍ - ảnh 2Vun Liem ເຂົ້າຮ່ວມກິດຈະກຳຂອງນັກສຶກສາ ກຳປູເຈຍ ຢູ່ ຫວຽດນາມ 
ກໍເຊັ່ນດຽວກັນກັບບັນດານັກສຶກສາ ກຳປູເຈຍ ຄົນອື່ນໆທີ່ມາຮຽນຢູ່ ຫວຽດນາມ, ກ່ອນທີ່ຈະເຂົ້າຮຽນວິຊາສະເພາະ, Vun Liem ໄດ້ຮຽນກຽມພາສາຫວຽດ ເປັນເວລາ 1 ປີ ຢູ່ ໂຮງຮຽນມິດຕະພາບ T80, ເຊີນໄຕ, ຮ່າໂນ້ຍ. ຮອດກາງປີ 2017, Vun Liem ເລີ່ມເຂົ້າຮຽນວິຊາສະເພາະຢູ່ມະຫາວິທະຍາໄລຊັບພະວິຊາ. ເຖິງວ່າມີຄວາມໝັ້ນໃຈພໍສົມຄວນ ກັບຄວາມສາມາດດ້ານພາສາຂອງຕົນ, ແຕ່ສົກຮຽນປີທຳອິດແມ່ນໄລຍະເວລາທີ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ. ຫວນຄືນໄລຍະທີ່ຫຍຸ້ງຍາກນັ້ນ, Vun Liem ເລົ່າສູ່ຟັງວ່າ:

“ຂ້າພະເຈົ້າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ນັບທັງດ້ານພາສາ, ການປັບຕົວກັບອາກາດ ກໍຄືສະພາບແວດລ້ອມດຳລົງຊີວິດ, ວັດທະນະທຳ, ວິທີການທັກທາຍສື່ສານ, ພິເສດແມ່ນ ການຮ່ຳຮຽນ ແລະ ມີຄວາມກົດດັນຫຼາຍ. ຍາມໃດຂ້າພະເຈົ້າກໍຄິດວ່າ ວິທີໜຶ່ງດຽວເພື່ອຜ່ານຜ່າຄວາມຫຍຸ້ງຍາກເຫຼົ່ານັ້ນ ແມ່ນຕ້ອງຕັ້ງໃຈຮ່ຳຮຽນ, ພິເສດແມ່ນຮຽນພາສາ ຫວຽດ ໃຫ້ດີ, ເຊື່ອມຕົວເຂົ້າກັບສັງຄົມ ແລະ ສ້າງສາຍພົວພັນທີ່ດີກັບທຸກຄົນທີ່ຢູ່ອ້ອມຂ້າງ. ຂ້າພະເຈົ້າກໍເຂົ້າຮ່ວມກິດຈະກຳອາສາສະໝັກເພື່ອເພີ່ມທະວີຄວາມກ້າຫານ ກໍຄືເພື່ອຮຽນເອົາທັກສະຕ່າງໆ. ນອກຈາກນັ້ນ, ຂ້າພະເຈົ້າກໍສັບຊ້ອນເວລາລະຫວ່າງການຮຽນ, ການຫຼີ້ນໃຫ້ເໝາະສົມກົມກຽວ ເພື່ອຊ່ວຍຫຼຸດຜ່ອນຄວາມກົດດັນອີກດ້ວຍ.”

“ເກົ້າອົດ, ເກົ້າເຍື້ອນຫາກຊິໄດ້ທ່ອນຄຳ” ແມ່ນສຳນວນຄຳເວົ້າຂອງ ຫວຽດນາມ ເຊິ່ງ Vun Liem ໄດ້ທ່ອງຂຶ້ນໃຈ ແລະ ກໍເປັນເຂັມຊີ້ທິດ ຊ່ວຍປຸກກຳລັງໃຈ ແລະ ພະຍາຍາມຮ່ຳຮຽນໃຫ້ດີກວ່າອີກ ເພື່ອບໍ່ເຮັດໃຫ້ພໍ່ແມ່ເສຍໃຈ. ຍ້ອນມີຄວາມສະຫຼາດ, ມີໄຫວພິບ ພ້ອມດ້ວຍມານະຈິດຂອງຕົນ ແລະ ໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດ, ຄູອາຈານ, Vun Liem ກໍ່ມີຄວາມກ້າວໜ້າເປັນເທື່ອລະກ້າວ. ປີທີສອງ, ທີສາມ, Vun Liem ໄດ້ຄະແນນ B. ພາກຮຽນທີສອງຂອງປີທີ 4, Vun Liem ຍາດໄດ້ທຶນສົ່ງເສີມການສຶກສາລະດັບ B ເຊິ່ງເປັນຜົນງານທີ່ບໍ່ເຄີຍມີນັກສຶກສາຕ່າງປະເທດບັນລຸໄດ້, ບໍ່ພຽງແຕ່ເທົ່ານັ້ນ ມັນຍັງແມ່ນເປົ້າໝາຍຂອງນັກສຶກສາທີ່ຮຽນເກັ່ງຫຼາຍຄົນຢູ່ ຫວຽດນາມ ອີກດ້ວຍ, ເພາະວ່າ ແຕ່ລະປີ, ໂຮງຮຽນແຫ່ງນີ້ ໃຫ້ແຕ່ປະມານກວ່າ 1500 ທຶນເທົ່ານັ້ນ. ເພື່ອໄດ້ຮັບທຶນການສຶກສານີ້, ນອກຈາກມາດຕະການກ່ຽວກັບຜົນການຮຽນແລ້ວ, ກໍຍັງພິຈາລະນາເຖິງບັນດາປັດໄຈອື່ນຄື ສະຕິໃນການປະຕິບັດລະບຽບວິໄນ, ການເຄື່ອນໄຫວທາງສັງຄົມ,… ເພື່ອນ ຫງວຽນຫືວກວຽນ, ນັກສຶກສາປີທີ 4 ພາກວິຊາເຕັກນິກເຄື່ອງກົນຈັກເອເລັກໂຕນິກ ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ແບ່ງປັນກ່ຽວກັບເພື່ອນຂອງຕົນດ້ວຍຄວາມພາກພູມໃຈວ່າ:

“Vun Liem ແມ່ນນັກສຶກສາເກັ່ງ, ດຸໝັ່ນ ແລະ ມີຄວາມຮັບຜິດຊອບ. ລາວເຄີຍເປັນຫົວໜ້າຄະນະປະສານງານນັກສຶກສາ ກຳປູເຈຍ ຢູ່ ໂຮງຮຽນ. ລາວ ໄດ້ຈັດບັນດາກິດຈະກຳຄື ລາຍການສະຫຼອງບຸນປີໃໝ່ຂອງ ກຳປູເຈຍ, ເອົາໃຈໃສ່ເຖິງຜົນປະໂຫຍດຂອງເພື່ອນໆນັກສຶກສາ ກຳປູເຈຍ ແລະ ກໍເປັນຄົນທີ່ເປັນມິດສະໜິດສະໜົມກັບໝູ່ເພື່ອນ. ນອກຈາກນັ້ນ, ລາວຍັງຕັ້ງໜ້າເຂົ້າຮ່ວມກິດຈະກຳຕ່າງໆໂດຍໂຮງຮຽນຈັດຂຶ້ນອີກດ້ວຍ.”

Vun Liem ແບ່ງປັນວ່າ ໃນໄລຍະເວລາເກືອບ 5 ປີ ຢູ່ ຫວຽດນາມ  ລາວມີອະນຸສອນ ແລະ ຄວາມຊົງຈຳຫຼາຍຢ່າງ, ພິເສດແມ່ນໃນໄລຍະເວລານີ້, ເມື່ອ ຮ່າໂນ້ຍ ພວມປະຕິບັດການແຍກຫ່າງສັງຄົມເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ເຖິງວ່າດົນແລ້ວບໍ່ໄດ້ພົບຄູອາຈານ, ໝູ່ເພື່ອນ ແຕ່ Vun Liem ຍັງຮູ້ສຶກໄດ້ເຖິງຄວາມອົບອຸ່ນເຊິ່ງທຸກຄົນໄດ້ສະຫງວນໃຫ້ແກ່ລາວ ໂດຍຜ່ານການຢຶ້ຢາມຖາມຂ່າວ, ຝາກເຄື່ອງຂອງ, ສະບຽງອາຫານມາໃຫ້ລາວ. ສຳລັບຈຸດໝາຍໃນຂ້າງໜ້າ, Vun Liem ຈະສືບຕໍ່ຮຽນໃຫ້ດີກວ່າອີກ, ພະຍາຍາມຮຽນຈົບກ່ອນໜຶ່ງພາກຮຽນ, ເມື່ອໂລກລະບາດໄດ້ຮັບການຄວບຄຸມ, Vun Liem ຈະກັບຄືນເມືອ ກຳປູເຈຍ ເພື່ອປະກອບເຫື່ອແຮງຂອງຕົນເຂົ້າໃນການພັດທະນາປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ