“Wonderful Indonesia Motorbike Touring” - ຄວາມປະ​ທັບ​ໃຈ​ກັບ​ການ​ເດີນ​ທາງ​ຂ້າມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ເມື່ອເວົ້າເຖິງການຄົ້ນຫາການທ່ອງທ່ຽວ ແຕ່ລະຄົນຈະຮູບແບບສະເພາະຂອງໃຜລາວສະມາຊິກ “Wonderful Indonesia Motorbike Touring” (WIMT 2022) ລວມ 24 ຄົນກໍເຊັ່ນດຽວກັນເຂົາເຈົ້າໄດ້ພາກັນຂີ່ລົດຈັກໄປຜ່ານ 4.500 ກິໂລແມັດ ໃນເວລາ 2 ອາທິດ ເພື່ອຄົ້ນຫາວັດທະນະທຳທິວທັດທຳມະຊາດຜ່ານ 5 ປະເທດ ອາຊຽນ ນັ້ນຄື ມາເລເຊຍໄທລາວກຳປູເຈຍ ແລະ ຫວຽດນາມຕໍ່ໄປເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “WIMT - ຄວາມປະທັບໃຈກັບການເດີນທາງຂ້າມ ອາຊີຕາເວັນອອກສ່ຽງໃຕ້”. 
“Wonderful Indonesia Motorbike Touring” - ຄວາມປະ​ທັບ​ໃຈ​ກັບ​ການ​ເດີນ​ທາງ​ຂ້າມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ຄະນະ WIMT check in ຢູ່ດ່ານຊາຍແດນ ເກົ່າແຈວ

ດ້ວຍສຽງເຄື່ອງຈັກທີ່ພິເສດ ພ້ອມດ້ວຍຮູບຊົງພາຍນອກທີ່ “ໂກ້ເກ້” ຂອງລົດຈັກແຮງມ້າສູງຄັນຕ່າງໆ ເມື່ອຢຸດຢູ່ໂຮງແຮມແຫ່ງໜຶ່ງຢູ່ແຖວຖະໜົນເກົ່າ ຮ່າໂນ້ຍ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນຢູ່ເຂດອ້ອມຂ້າງ. ໃນທີ່ສຸດ ພາຍຫຼັງຂັບລົດເກືອບ 10 ຊົ່ວໂມງຈາກດ່ານຊາຍແດນ ເກົ່າແຈວ (ແຂວງຮ່າຕິງ), ຄະນະ WIMT ກໍມາຮອດ ຮ່າໂນ້ຍ.

        ໃນທີ່ສຸດ ພວກຂ້າພະເຈົ້າກໍມາຮອດແລ້ວ. ຂ້າເຈົ້ຮູ້ສຶກດີໃຈຫຼາຍເມື່ອສິ້ນສຸດໄລຍະການເດີນທາງ 4.500 ກິໂລແມັດ ດ້ວຍຄວາມປອດໄພ. ດຽວນີ້, ພວກຂ້າພະເຈົ້າສາມາດນອນພັກຜ່ອນໄດ້ແລ້ວ.

        ລາຍການ WIMT ຄັ້ງທຳອິດຈັດຂຶ້ນໃນປີ 2019  ໂດຍໄດ້ເລີ່ມມາຈາກແນວຄວາມຄິດຂອງທ່ານ  Pratito Soeharyo ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ລາວ. ທ່ານຢາກຊຸກຍູ້ສາຍພົວພັນທາງການທູດ ໂດຍຜ່ານການນໍາໃຊ້ລົດຈັກ, ເຕົ້າໂຮມບັນດາໂຊເຟີລົດ ເດີນທາງຜ່ານປະເທດຕ່າງໆ, ເພີ່ມທະວີຄວາມສາມັກຄີລະຫວ່າງ ອິນໂດເນເຊຍ ກັບບັນດາປະເທດໃນພາກພື້ນ. ແຕ່ການເດີນທາງຄັ້ງນັ້ນ ມີແຕ່ໄປຄົ້ນຫາ 3 ປະເທດເທົ່ານັ້ນ, ແຕ່ໃນຄັ້ງນີ້ ແມ່ນໄດ້ເປັນ 5 ປະເທດ.

        ລາຍການ WIMT ຄັ້ງທີ 2 ຖືກໂຈະໄວ້ເປັນເວລາ 2 ປີ ຍ້ອນໂລກພະຍາດໂຄວິດ - 19. ເພາະສະນັ້ນ, ການເດີນທາງຄັ້ງນີ້ ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອໄດ້ຮັບຖືວ່າ ເປັນການລະດົມກຳລັງໃຈໃຫ້ປະຊາຊົນກັບມາດຳລົງຊີວິດເປັນປົກກະຕິພາຍຫຼັງໂລກລະບາດ. ຄະນະ WIMT ໄດ້ເລີ່ມເດີນທາງແຕ່ ອິນໂດເນເຊຍ, ຫຼັງຈາກນັ້ນຂ້າມຊາຍແດນໄປຍັງບັນດາປະເທດ ມາເລເຊຍ, ໄທ, ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍຜ່ານຫຼາຍເສັ້ນທາງທີ່ໜ້າຈັບອົກຈັບໃຈ. ທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນເມື່ອໄດ້ຜ່ານຜ່າສິ່ງທ້າທາຍ ແລະ ໄດ້ສຳຜັດກັບຄວາມສວຍສົດງາມຂອງທຳມະຊາດ, ໄດ້ສຳຜັດກັບປະຊາຊົນຢູ່ບັນດາປະເທດເຫຼົ່ານີ້. ທ່ານ Sahzahan, ນັກທຸລະກິດຄົນໜຶ່ງທີ່ມີອາຍຸ 50 ປີ ບໍ່ອາດກັ້ນຄວາມດີໃຈ, ຄວາມພາກພູມໃຈ ພ້ອມດ້ວຍຄວາມຕື້ນຕັນໃຈໄວ້ໄດ້ ເມື່ອໄດ້ເຂົ້າຮ່ວມລາຍການທັງສອງຄັ້ງພ້ອມກັບບັນດາສະມາຊິກ WIMT ພິຊິດເສັ້ນທາງຕ່າງໆຢູ່່ ອາຊີຕາເວັນອອກສ່ຽງໃຕ້, ພິເສດທ່ານໃຫ້ຮູ້ວ່າ:

        ແຕ່ລະສະຖານທີ່, ແຕ່ລະເສັ້ທາງ ລ້ວນແຕ່ມີລັກສະນະ ແລະ ຄວາມປະທັບໃຈສະເພາະຂອງມັນ. ຈາກ ມາເລເຊຍ ໄປຍັງປະເທດ ໄທ, ພວກຂ້າພະເຈົ້າໄດ້ຮັບການອະນຸຍາດໃຫ້ເຂົ້າໄປເສັ້ນທາງດ່ວນ. ສ່ວນຢູ່ ກຳປູເຈຍ ກໍມີຖະໜົນໃຫຍ່ຫຼາຍສາຍ ແຕ່ທາງດ່ວນແມ່ນມີໜ້ອຍ. ເສັ້ນທາງທີ່ໄປຍາກທີ່ສຸດ ອາດຈະແມ່ນແຕ່ ກຳປູເຈຍ ໄປລາວ, ຫຼື ເຂດດ່ານຊາຍແດນ ເກົ່າແຈວ (ຫວຽດນາມ). ພວກຂ້າພະເຈົ້າຮູສຶກໄດ້ເຖິງຄວາມຕື່ນເຕັ້ນ, ກະຕືລືລົ້ນເມື່ອໄດ້ບັນດາເສັ້ນທາງທີ່ແຕກຕ່າງກັນ”.

        ໃນຕະຫຼອດໄລຍະຂອງການເດີນທາງ, ບັນດາສະມາຊິກ WIMT ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ທັງເປັນຫ່ວງຍ້ອນລົດເພ, ບາງຄົນເກືອບຄືວ່າໝົດເຫື່ອໝົດແຮງຍ້ອນອາກາດແດດຮ້ອນກວ່າ 40 ອົງສາ ຢູ່ ກຳປູເຈຍ ແລະ ຫວຽດນາມ; ທັງຕື່ນເຕັ້ນ, ຢ້ານກົວເມື່ອພົບເສັ້ນທາງທຸລະກັນດານ. ເພື່ອເດີນທາງຜ່ານໄລຍະທາງທີ່ຍາວຢຽດນີ້ສຳເລັດ, ບັນດາສະມາຊິກໃນຄະນະໄດ້ຮັບການໜູນຊ່ວຍຈາກຫຼາຍພາກສ່ວນ: ສະຖານທູດ ອິນໂດເນເຊຍ ປະຈຳຢູ່ບັນດາປະເທດ, ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ, ພິເສດແມ່ນການສົມທົບ ແລະ ຊ່ວຍເຫຼືອຂອງໂຊເຟີລົດຈາກສະໂມສອນລົດຈັກ ຢູ່ບັນດາປະເທດປະຈຳຖິ່ນ. ການສຳຜັດ, ຄວາມຮັກແພງລະຫວ່າງເພື່ອນມິດສະຫາຍ, ຄວາມງາມຂອງສະຖານທີ່ແຕ່ລະແຫ່ງທີ່ໄດ້ໄປຜ່ານໃນການເດີນທາງຄັ້ງນີ້ ລ້ວນແຕ່ສ້າງຄວາມປະທັບໃຈຢ່າງດີງາມສຳລັບບັນດາໂຊເຟີທີ່ມາຈາກ ອິນໂດເນເຊຍ:

        “ມາຮອດໃສພວກຂ້າພະເຈົ້າກໍໄດ້ຮັບການຕ້ອນຮັບຢ່າງລອບຄອບຖີ່ຖ້ວນ ແລະ ສະໜິດສະໜົມຈາກສະຖານທູດ ອິນໂດເນເຊຍ ແລະ ໂຊເຟີຂອງບັນດາປະເທເພື່ອນບ້ານ. ເຂົາເຈົ້າຈັດການຕ້ອນຮັບພວກຂ້າພະເຈົ້າໄດ້ເປັນຢ່າງດີ, ເຊິ່ງບໍ່ຫວາດຫວັ່ນຕໍ່ອາກາດແດດຮ້ອນ, ທາງໄປທີ່ຍາກ ຫຼື ວ່າຕ້ອງລໍຖ້າພວກຂ້າພະເຈົ້າຍ້ອນລົດເພກາງທາງພວກຂ້າພະເຈົ້າຕີລາຄາສູງ ແລະ ມີຄວາມຕື້ນຕັນໃຈຕໍ່ນ້ຳຈິດນ້ຳໃຈຂອງເຂົາເຈົ້າ”.

  “ວກຂ້າພະເຈົ້າໄດ້ໄປປະເທດ ກຳປູເຈຍ, ເຊິ່ງເປັນປະເທດທີ່ມີ ວັດອັງກໍ ແລະ ມີວັດວາອາຮາຈຳນວນຫຼວງຫຼາຍ ຄືກັນກັບປະເທດພວກຂ້າເຈົ້າ. ແຕ່ວ່າ ອາກາດຢູ່ນີ້ຮ້ອນຫຼາຍ, ຢູ່ ອິນໂດເນເຊຍ ສູງສຸດແມ່ນ 33 ອົງສາ ແຕ່ຢູ່ນີ້ແມ່ນກວ່າ 40 ອົງສາ. ສ່ວນຢູ່ ຫວຽດນາມ ມີທິວທັດມະຊາດຫຼາຍແຫ່ງທີ່ສວຍງາມ ແລະ ສະຫງົບງຽບ. ຂ້າພະເຈົ້າມີຄວາມປະທັບໃຈກັບບັນດາສາຍພູຫີນທີ່ໃຫຍ່ໂຕມະໂຫາຖານ, ປ່າໄມ້ທີ່ຂຽວອຸ່ມທຸ່ມ”.

“Wonderful Indonesia Motorbike Touring” - ຄວາມປະ​ທັບ​ໃຈ​ກັບ​ການ​ເດີນ​ທາງ​ຂ້າມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 2WIMT ແນະນຳກ່ຽວກັບການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ອິນໂດເນເຊຍ
ນອກຈາກການພິຊິດເສັ້ນທາງຕ່າງໆແລ້ວ, WIMT 2022 ຍັງມີພາລະກິດທີ່ພິເສດ ນັ້ນແມ່ນໂຄສະນາແນະນຳກ່ຽວກັບການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ອິນໂດເນເຊຍ. ເຂົາເຈົ້າໄດ້ນັ່ງຊຸມກັນ ແລະ ເລົ່າສູ່ກັນຟັງກ່ຽວກັບສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຢູ່ ອິນໂດເນເຊຍ, ມອບ brochure ແນະນຳກ່ຽວກັບສະຖານທີ່ທີ່ມີຊື່ສຽງໃຫ້ແຂກຖືກເຊີນ, ມອບຜະລິດຕະພັນໂດຍວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ອິນໂດເນເຊຍ ຜະລິດ ເປັນຕົ້ນແມ່ນ ໝວກກັນກະທົບທີ່ມີຄຸນນະພາບສູງ, ນ້ຳມັນເຄື່ອງ, ໂສ້ງເສື້ອ, ເກີບ ແລະ ອາໄຫຼ່ລົດຈັກຊະນິດຕ່າງໆທີ່ຊ່ວຍຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຍົກສູງຄວາມປອດໄພເມື່ອຂັບລົດ. ຢູ່ແຕ່ລະປະເທດ, WIMT ລ້ວນແຕ່ມີການພົບປະແລກປ່ຽນກັບສະໂມສອນລົດຈັກຂອງປະເທດເພື່ອນບ້ານ ເພື່ອແບ່ງປັນບັນດາເລື່ອງລາວໃນການເດີນທາງ, ແບ່ງປັນປະສົບການ ແລະ ຮັດແໜ້ນນ້ຳໃຈເພື່ອນມິດສະຫາຍລະຫວ່າງບັນດານັກແຂ່ງໃນ ອາຊຽນ.

        ຂ້າພະເຈົ້າເຊື່ອຢ່າງແນ່ວແນ່ວ່າ ສິ່ງໃດທີ່ໄດ້ເລີ່ມມາຈາກນ້ຳໃຈອາລົມຈິດ, ຈາກຄວາມຮັກມັກເມົາມົວ, ສິ່ງນັ້ນຈະປະສົບຜົນສຳເລັດ ຍ້ອນວ່າມັນໄດ້ເຮັດດ້ວຍໃຈ”, ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນ ໃນບົດກ່າວຄຳເຫັນຂອງຕົນ ເມື່ອຕ້ອນຮັບນັກແຂ່ງ ອິນໂດເນເຊຍ ພາຍຫຼັງສຳເລັດການເດີນທາງຂອງຕົນ. ແລະ ການເດີນທາງຂອງບັນດາສະມາຊິກ WIMT ຄັ້ງນີ້ ໄດ້ປະສົບຜົນສຳເລັດ ຍ້ອນວ່າ ເຂົາເຈົ້າໄດ້ປະຕິບັດດ້ວຍຄວາມເມົາມົວ, ຄວາມສຸດຈິດສຸດໃຈ ແລະ ຄວາມກ້າຫານ./.

ຕອບກັບ

ຂ່າວ/ບົດ​ອື່ນ