ກອງທັບເຮືອຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃນການສ້າງປະຊາຄົມອາຊຽນ

ກອງທັບເຮືອຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃນການສ້າງປະຊາຄົມອາຊຽນ - ảnh 1
ຜູ້ບັນຊາການກອງທັບເຮືອໄທ ກ່າວຄຳເຫັນໄຂກອງປະຊຸມ


(vovworld)- ຕອນ​ເຊົ້າ​ວັນ​ທີ 27/8 ຢູ່ ບາງ​ກອກ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ກອງທັບ​ເຮືອ ອາ​ຊຽນ ຄັ້ງ​ທີ 8. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ຮຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ກອງທັບ​ເຮືອ​ເປັນ​ຫົວຫນ້າ​ຄະນະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ຫົວ​​ເລື່ອງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ຍົກ​ສູງ​ບົດບາດ​ຂອງ​ກອງທັບ​ເຮືອ ອາ​ຊຽນ ພາຍ​ຫລັງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015, ສອດຄ່ອງ​ກັບ​ສະພາບ​ການ​ຮ່ວມ​ມື​ສາກົນ ​ແລະ ພາກ​ພື້ນ.

ກອງທັບເຮືອຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃນການສ້າງປະຊາຄົມອາຊຽນ - ảnh 2
ຜູ້ບັນຊາການກອງທັບເຮືອບັນດາປະເທດສະມາຊິກອາຊຽນ

ທີ່​ກອງ​ປະຊຸມ, ທ່ານ​ຫງວຽນ​ວັນ​ຮຽນ ມີ​ບົດ​ປາ​ໄສ​ສຳຄັນ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ຂອງ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ທ່ານ ຫງວຽນ​ວັນ​ຮຽນ ຢືນຢັນ​ວ່າ: ກອງທັບ​ເຮ​ືອປະຊາຊົນ​ຫວຽດນາມ ໝັ້ນ​ໝາຍ​ສະຫນັບສະຫນູນ​ຢ່າງ​ແຮງ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດ​ການ​ຮ່ວມ​ມື​ຂອງ​ກອງທັບ​ເຮືອ ອາ​ຊຽນ ກໍ​ຄື​ລະຫວ່າງ​ກອງທັບ​ເຮືອ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ.

        “​ໄລຍະ​ມໍ່ໆ​ມາ​ນີ້ ກອງທັບ​ເຮືອ​ຫວຽດນາມ ​ເຊື່ອມ​ໂຍງ​​ເປັນ​ຢ່າງ​ດີ. ຫວຽດນາມ ມີ​ການ​ພົວພັນ​ກັບ​ກອງທັບ​ເຮືອ​ຂອງ 8 ປະ​ເທດ​ສະມາ​ຊີກ​ໃນ​ອາ​ຊຽນ, ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ນັກວິຊາການ, ກອງ​ປະຊຸມ​ຜູ້​ບັນຊາ​ການ​ກອງທັບ​ເຮືອ, ​ແລກປ່ຽນ​ສອງ​ຝ່າຍ,​ຫລາຍ​ຝ່າຍ​ໃນ​ບັນດາ​ກອງ​ປະຊຸມ, ການ​ສຳ​ມະ​ນາ ​ແລະ ອື່ນໆ. ບັນດາ​ປະ​ເທດ​ຕີລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.”

 

ຕອບກັບ

ຂ່າວ/ບົດ​ອື່ນ