ກອງປະຊຸມການນຳຂະແຫນງສືບລາຊະການລັບປ້ອງກັນຊາດ ອາຊຽນ

ກອງປະຊຸມການນຳຂະແຫນງສືບລາຊະການລັບປ້ອງກັນຊາດ ອາຊຽນ - ảnh 1
ກອງ​ປະຊຸມ​ສືບລາຊະການ​ລັບ​ປ້ອງ​ກັນຊາ​ດ ອາ​ຊຽນ ຄັ້ງ​ທີ 9
ພາບ:vov

(vovworld) - ວັນ​ທີ 27/3 ຢູ່ ກຳປູ​ເຈຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສືບລາຊະການ​ລັບ​ປ້ອງ​ກັນຊາ​ດ ອາ​ຊຽນ ຄັ້ງ​ທີ 9 (AMIIM - 9) ຢ່າງບໍ່​ເປັນ​ທາງ​ການ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້ນຳ​ຫນ້າ​ຂະ​ແຫລ​ງສືບລາຊະການ​ລັບ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ພົນ​ຕີ Luu Duc Huy ຫົວຫນ້າ​ກົມ​ໃຫຍ່​ສືບລາຊະການ​ລັບ​ປ້ອງ​ກັນຊາ​ດ ສັງກັດ​ປະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ນຳ​ຫນ້າ​​​ໄດ້ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ຕີ Luu Duc Huy ຖື​ວ່າ:​ ການ​ຮ່ວມ​ມື​ດ້ານ​ສືບລາຊະການ​ລັບ​ການ​ທະຫານ​ອາ​ຊຽນ ມີ​ບົດບາດ​ສຳຄັນ​ຍິ່ງ, ປະກອບສ່ວນ​ປັບປຸງ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​​ຄວາມ​ໝັ້ນຄົງ​ລວມຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ທັງ​ກຸ່ມ​ອາ​ຊຽນ. ພົນ​ຕີ Luu Duc Huy ຖື​ວ່າ ການ​ຮ່ວມ​ມື​ດ້ານ​ສືບລາຊະການ​ລັບ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ສາ​ມັກຄີ​ຂອງ​ອາ​ຊຽນ, ກາຍ​ເປັນ​ກຳລັງ​ຫນູນ​ໃຫ້​ແກ່​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ພົນ​ຕີ Luu Duc Huy ສະ​ເຫ​ນີວ່າ: ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ,​ ປຶ​ກສາ​ຫາລື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ສືບລາຊະການ​ລັບ​ລະຫວ່າງ​ບັນດາ​ປະ​ເທດສະມາຊິກ, ສ້າງ​ກົນ​ໄກ​ຮ່ວມ​ມື, ຝືກຊ້ອມ, ບຳລຸງ​ສ້າງ​ໃນ​ຂົງ​ເຂດ​ສືບລາຊະການ​ລັບ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ.

ທີ່​ກອງ​ປະຊຸມ, ບັນດາ​​ຫົວຫນ້າ​ຄະນະ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫົວ​ເລື່ອງ: “ຊຸກຍູ້​ກຳລັງ​ຄວາມ​ສາມາດ​ວຽກ​ງານ​ການ​ຮົບ, ສົບ​ທົບ​ກັນມູ້​ງ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015”  ຂອງ​ກອງ​ປະຊຸມ​ ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນຊາ​ດຂອງ​ບັນດາ​ປະ​ເທດ​ອາ​ຊຽນຄັ້ງທີ 9 (ACDFIM - 9) ຢ່າງບໍ່​ເປັນ​ທາງ​ການ,  “ຮ່າງ​ຖະ​ແຫລ​ງການ​ຮ່ວມ​ຂອງ ACDFIM - 9” ​ແລະ ຂໍ້​ຕົກລົງ​ກ່ຽວກັບການ​ເຄື່ອນ​ໄຫວ​ໄລຍະ​ຈະ​ມາ​ເຖິງ​ຂອງ ACDFIM - 9.

ຂ່າວ/ບົດ​ອື່ນ