ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຕັ້ງໜ້າຊຸກຍູ້​ກາ​ນຮ່ວມ​ມື​ສາກົນ ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລ​ກລະບາດ​​ໂຄ​ວິດ -​19

(VOVWORLD) -          ໃນຖານະເປັນປະທານ ກອງປະຊຸມການທະການປ້ອງກັນຊາດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2020, ໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດພາຍໃນບັນດາປະເທດ ອາຊຽນ ກໍຄື ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດບັນດາປະເທດ ໃນໂລກ ໃນວຽກງານຮັບມືກັບໂລກລະບາດ.

 

          ໃນການຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ, ພາຍຫຼັງໂລກລະບາດໂຄວິດ - 19 ຫາກໍເລີ່ມແຜ່ລະບາດ, ຫວຽດນາມ ໄດ້ສ້າງຍຸດທະສາດຮອບດ້ານເພື່ອຮັບມື, ໃນນັ້ນໄດ້ຖືບັນດາການຮ່ວມມືສາກົນເປັນສໍາຄັນພິເສດ. ຕາມນັ້ນແລ້ວ, ຫວຽດນາມ ທັງຕັ້ງໜ້າປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດພາຍໃນປະເທດ, ທັງພ້ອມແລ້ວແບ່ງປັນ, ຮ່ວມມື ແລະ ຊ່ວຍເຫຼືອບັນດາປະເທດປ້ອງກັນ ແລະ ຕ້ານໂລກລະບາດໃນຄວາມອາດສາມາດຂອງຕົນ. ເຊື່ອມຊຶມເນື້ອໃນຈິດໃຈດັ່ງກ່າວ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີບັນດາການເຄື່ອນໄຫວຢ່າງແຮງ ເພື່ອແບ່ງປັນກັບເພື່ອນມິດສາກົນ ທໍາອິດແມ່ນກັບ ຈີນ, ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ ແລະ ເປັນປະເທດທໍາອິດທີ່ເກີດມີໂລກລະບາດ. ທ່ານ ພົນໂທ ຫງວຽນຈີ໊ຫວິ້ງ ເນັ້ນໜັກວ່າ:

          “ຈີນ ແມ່ນປະເທດໃຫຍ່, ມີກໍາລັງບົ່ມຊ້ອນເຂັ້ມແຂງກວ່າຫວຽດນາມຫຼາຍເທົ່າ, ແຕ່ເມື່ອໂລກລະບາດລະເບີດຂຶ້ນ ກໍປະສົບກັບຄວາມຫຍຸ້ງຍາກ. ຕາມຂໍ້ສະເໜີຂອງ ຈີນ, ພວກເຮົາໄດ້ສະໜອງອຸປະກອນການແພດທີ່ເຂົາເຈົ້າພວມຂາດເຂີນ ເພື່ອຊ່ວຍເຂົາເຈົ້າປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ນັ້ນແມ່ນໜູນຊ່ວຍຖັນແຖວແພດໝໍ, ຜ້າອັດປາກ, ຊຸດປ້ອງກັນພະຍາດ... ເມື່ອພົບປະກັບທ່ານເອກອັກຄະລັດຖະທູດ ຈີນ, ຂ້າພະເຈົ້າເວົ້າວ່າ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພະຍາຍາມແບ່ງປັນກັບຈີນທຸກສິ່ງທຸກຢ່າງທີ່ດີທີ່ສຸດໃນຄວາມອາດສາມາດຂອງຕົນ, ສິ່ງທີ່ປະຊາຄົມສາກົນຮັບຮູ້. ທ່ານເອກອັກຄະລັດຖະທູດ ຈີນ ເວົ້າວ່າ ຈຸດເວລານີ້ ຈິ່ງເຫັນໄດ້ວ່າ ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ເອົາໃຈໃສ່ເຖິງຈີນ ຢ່າງແທດຈິ່ງ”.

 

          ດ້ວຍເນື້ອໃນຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຊ່ວຍເພື່ອນແມ່ນຊ່ວຍຕົນເອງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນເຈົ້າການໃນການຊຸກຍູ້ການຮ່ວມມື, ຊ່ວຍເຫຼືອບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນມິດ. ພິເສດ, ສໍາລັບສອງປະເທດເພື່ອນມິດ ລາວ ແລະ ກໍາປູເຈຍ, ການໜູນຊ່ວຍຂອງກອງທັບຫວຽດນາມ ບໍ່ພຽງແຕ່ໃຫ້ການໜູນຊ່ວຍດ້ານການເງິນ, ວັດຖຸ ເທົ່ານັ້ນ ຫາກຍັງໃຫ້ການໜູນຊ່ວຍດ້ານຊັບພະຍາກອນມະນຸດອີກດ້ວຍ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ:

          “ເລື່ອງມາຮອດປັດຈຸບັນ ລາວ ແລະ ກໍາປູເຈຍ ມີຈໍານວນຜູ້ຕິດເຊື້ອຕໍ່ານັ້ນ ແມ່ນຍ້ອນເອົາປະສົບການຈໍານວນໜຶ່ງຈາກຫວຽດນາມ. ພວກເຮົາໄດ້ຊ່ວຍລາວ ແລະ ກໍາປູເຈຍທຸກສິ່ງທຸກຢ່າງທີ່ດີທີ່ສຸດເທົ່າທີ່ຈະມີໄດ້. ຢູ່ຂັ້ນສູນກາງ ກໍໄດ້ສົ່ງນັກຊ່ຽວຊານຂອງກົມເສນາຮັກ ໄປໜູນຊ່ວຍ. ເຂົາເຈົ້າໄດ້ໃຫ້ການຕີລາຄາສູງ ແລະ ຖືເປັນສໍາຄັນ. ສ່ວນຢູ່ຂັ້ນທ້ອງຖິ່ນ ໄດ້ມອບໃຫ້ເຂດທະຫານໃຫ້ການໜູນຊ່ວຍ, ເປັນຕົ້ນແມ່ນ ສົ່ງຖັນແຖວແພດທະຫານໄປຊ່ວຍເຫຼືອ ແລະ ອີກອັນໜຶ່ງຕ້ອງເວົ້າເຖິງນັ້ນແມ່ນ ການຮ່ວມມືໃນວຽກງານຄວບຄຸມໂລກລະບາດຢູ່ເຂດຊາຍແດນ. ພວກເຮົາປະຕິບັດວຽກງານດັ່ງກ່າວໄດ້ເປັນຢ່າງດີ ແລະ ເຂົາເຈົ້າກໍມີຄວາມເພິ່ງພໍໃຈ”.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຕັ້ງໜ້າຊຸກຍູ້​ກາ​ນຮ່ວມ​ມື​ສາກົນ ​ໃນ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລ​ກລະບາດ​​ໂຄ​ວິດ -​19 - ảnh 1 ກອງບັນຊາການທະຫານເຂດ 2 ມອບອຸປະກອນການແພດໃຫ້ບັນດາແຂວງທາງພາກເໜືອຂອງລາວ (ພາບ: nhandan.vn)

          ບົນເນື້ອໃນຈິດໃຈຮ່ວມມື ແລະ ພ້ອມແລ້ວທີ່ຈະແບ່ງປັນປະສົບກັບກັບທຸກປະເທດໃນໂລກ, ຫວຽດນາມ ຍັງມີການສົມທົບກັບຫຼາຍປະເທດຢູ່ນອກພາກພື້ນໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ. ໄລ່ມາຮອດປັດຈຸບັນ, ໄດ້ມີຫຼາຍປະເທດຈາກບັນດາທະວີບອື່ນ ສະແດງຄວາມປາດຖະໜາຢາກຮ່ວມມືກັບຫວຽດນາມໃນການຮັບມືກັບໂລກລະບາດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ:

“ມີບັນດາປະເທດຮັ່ງມີ ແລະ ເຂັ້ມແຂງ ແຕ່ບໍ່ມີລະບົບການແພດປ້ອງກັນດີເທົ່າກັບພວກເຮົາ. ເຂົາເຈົ້າມີທ່າແຮງກ່ຽວກັບສາທາລະນະສຸກພາກເອກະຊົນຫຼາຍກວ່າ ສະນັ້ນ ລັດຖະບານ ໄດ້ປະສົບກັບຄວາມຫຍຸ້ງຍາກ. ບັນດາປະເທດຄື ເຢຍລະມັນ, ຮຸງກາຣີ, ໂປໂລຍ ... ກໍໄດ້ສະແດງຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກຫວຽດນາມ. ກ່ອນອື່ນໝົດ ເຂົາເຈົ້າຮູ້ສຶກໄດ້ເຖິງນໍ້າໃຈຂອງຫວຽດນາມ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຫວຽດນາມ. ທີສອງແມ່ນ ເຂົາເຈົ້າເຫັນວັດຖຸ, ອຸປະກອນຂອງຫວຽດນາມດີ.  ພວກເຮົາໄດ້ຊ່ວຍພວກເພື່ອນ, ເຖິງວ່າໜ້ອຍກໍຕາມ, ແຕ່ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຂອງຫວຽດນາມ”.

          ການຮ່ວມມືສາກົນທີ່ມີເຈດຕະນາດີ ແລະ ມີປະສິດທິຜົນຂອງຫວຽດນາມ,ໃນນັ້ນ ມີການຮ່ວມມືໃນວຽກງານປ້ອງກັນຊາດ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງປະຊາຄົມສາກົນໄດ້ຮັບຮູ້ ແລະ ໃຫ້ການຕີລາຄາຢ່າງຕັ້ງໜ້ານັ້ນ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນເທົ່ານັ້ນ, ຫາກຍັງ ແມ່ນປະເທດທີ່ເຕັມໄປດ້ວຍຄວາມເມດຕາປານີ ແລະ ເຈດຕະນາດີອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ