ການກວດແລະປິ່ນປົວພະຍາດຢູ່ຫວຽດນາມແມ່ນການເລືອກເຟັ້ນຂອງປະຊາຊົນລາວຫລາຍຄົນ


(vovworld)- ເອື້ອຍ  ປາ​ນອມ, ປີນີ້ມີອາ​ຍຸ 31 ປີ ຄົນ​ເຈັບ​ທີ່​ມາ​ຈາກ​ລາວ ຫາກໍ່​ຜ່ານ​ ​ການຜ່າ​ຕັດ​ກ້ອນ​ເບົ້າມົດ​ລູກ​ ມາເປັນ​ເວ​ລາກວ່າ ເດືອນ​ຫນຶ່ງ​ແລ້ວ. ສຸ​ຂະ​ພາບ​ຂອງ​ເອື້ອຍ​ພວມ​ຄ່ອຍໆ​ກັບ​ຄືນ​ສູ່​ປົກ​ກະ​ຕິ ແລະ ເອື້ອຍ​ເລີ່​ມ​ກັບ​ຄືນ​ສູ່ວຽກ​ງານ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ. ເອື້ອຍ​ມີ​ຄວາມ​ເພິ່ງ​ພໍ​ໃຈ ເມື່ອ​​ການຜ່າ​ຕັດ​​ປະ​ສົບສຳ​ເລັດ​ຜົນ ແລະ ​ເວ​ລາປິ່ນ​ປົວ​ຢູ່​ຫວຽດ​ນາມ ຍາມ​ໃດ​ເອື້ອຍ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນ​ດາ​ນາງ​ພະ​ຍາ​ບານ, ​ທ່ານ​ໝ​ໍ. ຜ່ານນັ້ນ ເອື້ອຍ​ຍິ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຄວາມ​ຕັດ​ສິນ​ຂອງ​ຕົນ​ເມ​ື່ອ​ໄປ​ປິ່​ນ​ປົວ​ພະ​ຍາດ​ຢູ່​ຫວຽດ​ນາມ ແມ່ນ​ຖືກ​ຕ້ອງ.

ການກວດແລະປິ່ນປົວພະຍາດຢູ່ຫວຽດນາມແມ່ນການເລືອກເຟັ້ນຂອງປະຊາຊົນລາວຫລາຍຄົນ - ảnh 1

       ເອື້ອຍ ​ປາ​ນອມ

ເອື້ອຍ ​ປາ​ນອມ ​ຕິດ​ພະ​ຍາດ​ມົດ​ລູກ​ກະ​ດັນ​ກ່ອນນີ້ເຄິ່ງ​ປີ, ​ເວ​ລານັ້ນ ​ກ້ອນ​ເບົ້າ​ຍັງ​ນ້ອຍ ແລະ​ ໄດ້​ສົ່ງ​ສະ​ທ້ອນ​ຕໍ່​ຊີ​ວິດ​ຂອງ​ເອື້ອຍ. ເມື່ອ​ໄປ​ກວດ​ພະ​ຍາດ​ຢູ່​ລາວ ແລະ ໄທ, ເອື້ອຍ​ຈຶ່ງ​ຮູ້​ໄດ້​ວ່າ ພະ​ຍາດ​ຂອງ​ຕົນ​ແມ່ນ​ຫນັກ​ພໍ​ສົມ​ຄວນ ມີ​ພຽງ​ແຕ່​ວິ​ທີ​ຫນຶ່ງ​ດຽວ ນັ້ນ​ແມ່ນ​ຕ້ອງ​ຜ່າ​ຕັດ​ເອົາມົດ​ລູກອອກ. ເມື່ອ​ໄປ​ກວດ​ພະ​ຍາດ​ຢູ່​ໂຮງ​ໝໍ​ເອ​ກະ​ຊົນ​ຢູ່​ລາວ ເອື້ອຍ​ໄດ້​ຮັບ​​ການແນະ​ນຳ​​ຈາກ​ທ່ານ​ໝ​ໍ​ວ່າ ຄວນໄປປິ່​ນ​ປົວ​ຢູ່ໂຮງ​ໝໍ Saint Paul ຫວຽດ​ນາມ .

        ສຽງ​ເອື້ອຍ​ປາ​ນອມ

ພາຍ​ຫລັງ​ມື້​ຫນຶ່ງ​ປະ​ກອບ​ເອ​ກະ​ສານ​ເຂົ້ານອນ​ໂຮງ​ໝໍ, ບັນ​ດາ​ທ່ານ​ໝໍ​ໄດ້​ດຳ​ເນີນ​ການ​ຜ່າ​ຕັດ​ໃຫ້​ເອື້ອຍ. ການ​ຜ່າ​ຕັດ​ແມ່ນ​ແກ່​ຍາວ​ເປັນ​ເວ​ລາ 4 ຊົ່ວ​ໂມງ ​ໄດ້​ປະ​ສົບ​ຜົນສຳ​ເລັດ​ຢ່າງ​ດີ​ງາມ. ​​ໃນເວ​ລາ​ນອນ​ໂຮງ​ໝ​ໍ, ບັນ​ດາ​ນາງ​ພະ​ຍາ​ບານທ່ານ​ໝ​ໍ​ຢູ່​ໂຮງ​ໝ​ໍ Saint Paul ຍາມ​ໃດ​ກໍ​ລະ​ດົມ​ກຳ​ລັງ​ໃຈ ແລະ ຢື້​ຢາມ​ຖາມ​ຂ່າວ ເຮັດ​ໃຫ້​ເອື້ອຍ​ພ້ອມ​ກັບ​ຄອບ​ຄົວ​ຮູ້​ສຶກ​ສະ​ເທືອນ​ໃຈ​ທີ່​ສຸດ.

        ສຽງ​ເອື້ອຍ​ປານອ​ມ

        ​ຄ່າ​ໃຊ້ຈ່າຍ​ໃນ​ການ​ຜ່າ​ຕັດ ແລະ ​ຄ່າ​ບໍ​ລິ​ການ​ຕ່າງໆ​ເມື່ອ​ເອື້ອຍນອນ​ໂຮງ​ໝໍ​ໃນ​ເວ​ລາ 8 ມື້ ແມ່ນ 27 ລ້ານ​ດົງ. ເຖິງວ່າ ຈຳ​ນ​ວນ​ເງິນ​ດັ່ງ​ກ່າວ​ແມ່ນ​ສູງ​ທົບ​ສອງ​ເທົ່າ​​ເມື່ອ​ທຽບ​ກັບຄ່​າ​ໃຊ້​ຈ່າຍ​ໃຫ​້​ແກ່​ການ​ຜ່າ​ຕັດ​​ພະ​ຍາດນີ້​ຢູ່​ລາວກໍ​ຕາມ ແຕ່​ເອື້ອຍ​ເຫັນ​ວ່າ ມັນ​ເໝາະ​ສົມ.  ບໍ່​ພຽງ​ແຕ່​ເອື້ອຍ ​ປາ​ນອມ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຊາວ​ລາວ​ຫລາຍ​ຄົນ​ກໍ​ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ເພື່ອ​ໄປ​ກວດ ແລະ ປ​ິ່ນ​ພະ​ຍາດ, ໃນ​ນັ້ນ ມີ​ອ້າຍ ທອງ​ແກ້ວ. ເຖິງວ່າ ອາ​ຍຸ​ຫາ​ກໍ 33 ປີ ກໍ​ຕາມ ແຕ່​ຍ້ອນ​ຄວາມ​ຊິນ​ເຄີຍ​ໃນ​ການ​ກິນ​ດື່ມບໍ່ສະ​ໝ່ຳ​ສະ​ເຫມີແລະ ບໍ່​ ອອກ​ກຳ​ລັງ​ກາຍ. ສະ​ນັ້ນ ກ່ອນນີ້ ຫນຶ່ງ​ປີ ອ້າຍ​ທອງ​ແກ້ວ​ຖືກ​ເປັນ​ພະ​ຍາດເສັ້ນ​ເລືອດ​ອຸດ​ຕັນ​ຢູ່​ຂາ, ເຮັດ​ໃຫ້​ຂາ​ເບື້ອງ​ຊ້າຍ​ຂອງ​ອ້າຍ​ນັບ​ມື້​ນັບເຈັບ​ຫນັກ ແລະ​ໄປ​ມາ​ບໍ່ໄດ້. ອ້າຍ​ໄດ້​ໄປ​ກວດ ​ແລະ​ ປິ່ນ​ປົວ​ພະ​ຍາ​ດ​ຢູ່​ຫລາຍ​ແຫ່ງ ແຕ່ບໍ່​ໄດ້​ຮັບ​ຜົນ. ສະ​ນັ້ນ ອ້າຍຕັດ​ສິນ​ໃຈ​ໄປ​ຫວຽດ​ນາມ ເພື່ອກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝ​ໍ​ກອງ​ທັບ 108.

ສຽງ​ທອງ​ແກ້ວ


ການກວດແລະປິ່ນປົວພະຍາດຢູ່ຫວຽດນາມແມ່ນການເລືອກເຟັ້ນຂອງປະຊາຊົນລາວຫລາຍຄົນ - ảnh 2
ອ້າຍ ລາທອງແກ້ວ ພ້ອມກັບຄອບຄົວ

        ບັນ​ດາ​ຄົນ​ເຈັບ​ລາວ ມາ​ຮ່າ​ໂນ້ຍ ເຄີຍ​ເລືອກ​ເຟັ້ນ​ບັນ​ດາ​ໂຮງ​ໝໍ​ໃຫຍ່, ມີ​ອິດ​ທິ​ພົນ​ຊື່​ສຽງ​ຄື: ໂຮງ​ໝ​ໍ​ກອງ​ທັບ 108, ໂຮງ​ໝ​ໍ​ແບກ​ມາຍ, ຫວຽດ​ດືກ, ໂຮງ​ໝ​ໍ​ປະ​ສູດ. ທ່ານ​ໝໍ ເກືອງ ຊື່ງ​ແມ່ນ​ທ່ານ​ໝໍ​ຫນຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ກໍ​ແມ່ນ​ທ່ານ​ໝ​ໍ​ປະ​ຕິ​ບັດ​ການ​ຜ່າ​ຕັດ​ໃຫ້​ເອື້ອຍ ປາ​ນອມ ໄດ້​ອະ​ທິ​ບາຍ​ສາຍ​ເຫດ​ທີ່​ຄົນ​ເຈັບ​ລາວ​ເລືອກ​ເຟັ້ນ​ບັນ​ດາ​ໂຮງ​ໝໍ​ຢູ່ຫວຽດ​ນາມເພື່ອກວດ ແລະ ປິ່ນ​ປົວ​ພະ​ຍາດ.

        “ທຳ​ອິດ ​ບັນ​ດາ​ທ່ານ​ໝໍ​ຫວຽດ​ນາມມີ​​ປະ​ສົບ​ການທີ່​ດີ ແລະ ແມ່ນນອນ​ໃນ Top ​ທ່ານ​ໝໍນຳ​ຫນ້າ​ໃນ​ພາກ​ພື້ນ. ​ລະ​ດັບ​ວ​ິ​ຊາ​ຊີບ​ຂອງ​ບັນ​ດາ​ທ່ານ​ໝ​ໍ ຫວຽດ​ນາມ ​ແມ່ນທັດ​ທຽມ​ກັບ​ທ່ານ​ໝໍ ສິງ​ກະ​ໂປ ແຕ່​ລາ​ຄາ​ປິ່ນ​ປົວ​ຢູ່ ຫວຽດ​ນາມ ແມ່ນ​ຖືກກວ່າ​ຢ່າງ​ຫນ້ອຍ​ສຸດ 5-6 ເທົ່າ. ຄົນ​ເຈັບ​ລາວ ມາ​ຫວຽດ​ນາມ ປິ່ນ​ປົວ​​ພະ​ຍາດສ່ວນ​ຫລາຍ​ແມ່ນ​​ເປັນພ​ະ​ຍາດ ກ້ອນ​ເບົ້າ, ​ພະ​ຍາດ​ຍິງ…. ນອກ​ຈາກ​ມາ​ປິ່ນ​ປົວ​ແລ້ວ ຍັງ​ມີ​​ຊາວລາວ​ຫລາຍ​ຄົນ​ມາ​ຫວຽດ​ນາ​ມ​ເພື່ອກວດ​ພະ​ຍາດ​ທົ່ວ​ໄປ.”

 ລາຍ​ຈ່າຍ​ຕ​່ຳ, ​ລະ​ດັບ​ວິ​ຊາ​ຊີບຂອງ​ທ່ານ​ໝໍ​ດີ ແລະ ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ຄົນ​ເຈັບ ນັ້ນ​ແມ່ນ​ບັນ​ດາ​ສາຍ​ເຫດ​ເຮັດ​ໃຫ້​ນັບ​ມື້​ນັບ​ມີ​ຄົນ​ເຈັບ​ລາວ ຫລາຍ​ຄົນ ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ໄປ​ກ​ວດ ແລະ ປິ່ນ​ປົວ​ພະ​ຍາດ. ຕາມ​ຕົວ​ເລກ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ ຮ່າ​ໂນ້ຍ​ແລ້ວ, ປີ 2015 ມີ​ຄົນ​ເຈັບ​ລາວ ມາ​ກວດ ແລະ ປິ່ນ​ປົວ​ພະ​ຍາດ​ຢູ່​ບັນ​ດາ​ໂຮງ​ໝໍ​ໃຫຍ່ ທີ່​ຮ່າ​ໂນ້ຍ ກ​ວ່າ 300 ຄົນ, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ປີ 2014.

ຂ່າວ/ບົດ​ອື່ນ