ການ​ພັດ​ທະ​ນາ​ການ​ສອນ​ພາ​ສາ​ໄທ ແລະ ວັດ​ທະ​ນະ​ທຳ​ໄທ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່​າໂນ້ຍ

(VOVWORLD) -

 

   ໂດຍແມ່ນ 1 ໃນ 5 ມະຫາວິທະຍາໄລທີີ່ມີມູນເຊື້ອມາແຕ່ດົນນານ ຈຳນວນ 5 ແຫ່ງແລະ ມີອິດທີ່ພົນຊື່ງສຽງໃນການສອນພາສາຕ່າງປະເທດຢູ່ຮ່າໂນ້ຍນັ້ນ, ກ່ອນນີ້ 19 ປີ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ໄດ້ນຳພາສາໄທເຂົ້າສິດສອນຄືພາສາຕ່າງປະເທດທີ 2 ຢູ່ໂຮງຮຽນແຫ່ງນີ້. ມາຮອດປະຈຸບັນ, ນອກຈາກການສອນ 9 ພາສາຕ່າງປະເທດກ່ຽວກັບວິຊາສະເພາະແລ້ວ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ຍັງໄດ້ສ້າງຕັ້ງໜ່ວຍວິຊາພາສາຕ່າງປະເທດ ແລະ ວັດທະນະທຳອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ, ພາສາ ໄທແມ່ນຫຼັກແຫຼ່ງ ເພື່ອແນໃສ່ຊຸກຍູ້ການສອນພາສາໄທ ແລະ ເຜີຍແຜ່ວັດທະນະທຳໄທໃຫ້ແກ່ຄົນຫວຽດ.

ການ​ພັດ​ທະ​ນາ​ການ​ສອນ​ພາ​ສາ​ໄທ ແລະ ວັດ​ທະ​ນະ​ທຳ​ໄທ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່​າໂນ້ຍ - ảnh 1

ການແຂ່ງຂັນບັນລະຍາຍຂອງ ທູຮ່າ ກ່ຽນກັບຫົວເລື່ອງຕະຫຼາດນ້ຳ (ພາບ: Minh Ly)

  ການບັນລະຍາຍດ້ວຍພາສາໄທ ກ່ຽວກັບຫົວເລື່ອງ “ຕະຫຼາດນ້ຳ” ຂອງເພື່ອນທູຮ່າ ນັກສຶກສາປີທີ 3, ວິຊາພາສາອັງກິດ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) . ແມ່ນການເຄື່ອນໄຫວນອນໃນຂອບເຂດວັນບຸນພາສາໄທ– ULIS Thailand Day 2020 ຊື່ງໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ຮຽນພາສາໄທ ແລະ ນັກສຶກສາໄທຫຼາຍຄົນທີ່ພວມຮ່ຳຮຽນ ແລະ ຝຶກຫັດຢູ່ໂຮງຮຽນແຫ່ງນີ້.

    ນັບແຕ່ປີ 2001, ໄລຍະເລີ່ມຕົ້ນໄດ້ນຳພາສາໄທເຂົ້າມາສິດສອນຢູ່ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ມີນັກສຶກສາພຽງ 30 ຄົນຈົດທະບຽນເຂົ້າຮຽນເທົ່ານັ້ນ. ແຕ່ເຖິງແນວນນັ້ນກໍ່ຕາມ, ໃນຊຸມປີມໍ່ໆມານີ້, ຈຳນວນນັກສຶກສາໄດ້ເພີ່ມຂຶ້ນທົບ 3 ເທົ່າແລ້ວ ດ້ວຍຈຳນວນນັກສຶກສາທັງໝົດແມ່ນ 100 ຄົນ/ສົກຮຽນ. ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ພວມປຶກສາຫາລື ແລະ ຈະເຊັນສັນຍາຮ່ວມມືກັບມະຫາວິທະຍາໄລບາງແຫ່ງຂອງໄທຄື: ມະຫາວິທະຍາໄລ ສີລະປະກອນ, ມະຫາວິທະຍາໄລມະຫາສາຣະຄາມ ແລະ ມະຫາວິທະຍາໄລ ຂອນແກ່ນ. ປະຈຸບັນ, ທາງໂຮງຮຽນພວມຮັບນັກສຶກສາໄທ ຈາກບັນດາໂຮງຮຽນເຫຼົ່ານັ້ນມາຝຶກຫັດໃນເວລາ 4 ເດືອນ. ສ່ວນສຳລັບນັກສຶກສາຫວຽດນາມ ທີ່ພວມຮຽນພາສາໄທ ຂອງມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ແລ້ວ, ພວກນ້ອງຈະມີໂອກາດຮັບທຶນສຶກສາຈາກກະຊວງການຕ່າງປະເທດໄທ ເພື່ອໄປຮຽນພາສາໄທ ໃນເວລາ 1 ເດືອນຢູ່ ມະຫາວິທະຍາໄລ ສິຣິມະຄະຣິນວິໂລດ, ທ່ານປະລິຍາໂທ ນາງ ຫງວຽນທິເວິນຈີ ຫົວໜ້າໜ່ວຍວິຊາພາສາຕ່າງປະເທດ ແລະ ວັດທະນະທຳອາຊີຕາເວັນອອກສ່ຽງໃຕ້, ຮັບຜິດຊອບພາໄສໄທ ໃຫ້ຮູ້ວ່າ: ເຖິງວ່າ ໄດ້ຮຽນພາສາໄທຄືດັ່ງພາສາຕ່າງປະເທດທີ 2 ເທົ່ານັ້ນ, ແຕ່ນັກສຶກສາຫຼາຍຄົນ ກໍ່ສາມາດໃຊ້ພາສາໄທໄດ້ເປັນຢ່າງດີ. ພາຍຫຼັງຮຽນຈົບ, ນັກສຶກສາຂອງມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS)  ຫຼາຍຄົນກໍ່ເລືອກເອົາເຮັດວຽກງານທີ່ກ່ຽວຂ້ອງເຖິງພາສາໄທຄື: ເຮັດວຽກຢູ່ສະຖານທູດໄທ ປະຈຳຫວຽດນາມ ຫລືກົງສູນໃຫ່ຍແຫ່ງລາຊະອານາຈັກໄທ ປະຈະນະຄອນໂຮ່ຈິມິນ, ເຮັດວຽກໃນບັນດາບໍລິສັດຂອງໄທ ຫລືສອນພາສາຫວຽດ ຢູ່ບັນດາມະຫາວິທະຍາໄລຂອງໄທ… ທ່ານນາງຈີ ເວົ້າວ່າ:

  ຄະນະອະທິການບໍດີໂຮງຮຽນ ໄດ້ກຳນົດສ້າງຕັ້ງໜ່ວຍວິຊາອາຊີຕາເວັນອອກສ່ຽງໃຕ້ຢ່າງເປັນທາງການ, ໃນນັ້ນໄດ້ສິດສອນທັງພາສາໄທ, ລາວ. ນອກຈາກນັ້ນແລ້ວ, ແຕ່ລະປີ, ສະຖານທູດໄທປະຈຳຫວຽດນາມ ກໍ່ມີການໜູນຊ່ວຍຫຼາຍຢ່າງໃຫ້ແກ່ໂຮງຮຽນ. ໃນບັນດາການເຄື່ອນໄຫວໂດຍສະຖານທູດຈັດຕັ້ງຂຶ້ນຄືການແຂ່ງຂັນບັນລະຍາຍດ້ວຍພາສາໄທ ຫລືວັນ ວັນບຸນ Thailand festival ຊື່ງນັກສຶກສາໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ການ​ພັດ​ທະ​ນາ​ການ​ສອນ​ພາ​ສາ​ໄທ ແລະ ວັດ​ທະ​ນະ​ທຳ​ໄທ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່​າໂນ້ຍ - ảnh 2

ທ່ານນາງ ມໍລະກົດ ຈັນມະຖຸກອນ ອັກຄະລັດຖະທູດ ສະຖານທູດໄທ ປະຈຳຮ່າໂນ້ຍມອບລາງວັນທີ 1 ການແຂ່ງຂັນບັນລະຍາຍໃຫ້ແກ່ນັກສຶກສາ ULIS (ພາບ: Minh Ly)

    ສ່ວນສະຖານທູດໄທ ປະຈຳຮ່າໂນ້ຍ ກໍ່ໄດ້ຮັບຮູ້ ແລະ ຍາມໃດກໍ່ໜູນຊ່ວຍການຮຽນການສອນພາສາໄທຂອງມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS). ທ່ານນາງ ມໍລະກົດ ຈັນມະຖຸກອນ ອັກຄະລັດຖະທູດ ສະຖານທູດໄທ ປະຈຳຮ່າໂນ້ຍ ຕີລາຄາວ່າ:

   ຮອງສາດສະດາຈານ ປະລິນຍາເອກ ເລິມກວາງດົງ ຮອງອະທິການບໍດີ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ໃຫ້ຮູ້ວ່າ: ໄທ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມຂອງຫວຽດນາມ ໃນອາຊຽນ ຊື່ງມີວັດທະນະທຳພິເສດສະເພາະ, ເສດຖະກິດພັດທະນາ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ຫວຽດນາມ ສາມາດຮຽນຮູ້ໄດ້. ສະນັ້ນ, ທາງໂຮງຮຽນຄາດວ່າຈະມີທິດທາງໃນການພັດທະນາພາສາໄທ ເປັນສໂຄງການສອນວິຊາສະເພາະ, ໝາຍຄວາມວ່າເປັນພາສາຕ່າງປະເທດທີ 1 ໃຫ້ແກ່ນັກສຶກສາ. ຄາດວ່າ ໃນ 5 ປີທີ່ຈະມາເຖິງ, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ULIS) ຈະກາຍເປັນໜຶ່ງໃນບັນດາຫົວໜ່ວຍສອນພາສາໄທ ແລະ ວັດທະນະທຳໄທແຫ່ງທຳອິດຢູ່ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ