ການພົບປະແລກປ່ຽນຊາວຫນຸ່ມ ຫວຽດນາມ -ໄທ ປະກອບສ່ວນຮັດແຫນ້ນນ້ຳໃຈມິດຕະພາບຊາວຫນຸ່ມສອງປະເທດ

ການພົບປະແລກປ່ຽນຊາວຫນຸ່ມ ຫວຽດນາມ -ໄທ ປະກອບສ່ວນຮັດແຫນ້ນນ້ຳໃຈມິດຕະພາບຊາວຫນຸ່ມສອງປະເທດ - ảnh 1
ຊາວ​ຫນຸ່ມ​ຫວຽດ​ນາມ​ - ໄທ​ຢ້ຽມ​ຢາມ​ສຸ​ສານ​ປະ​ທາ​ນ​ໂຮ່​ຈິ​ມີນ

(vovworld)- ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ຫນຸ່ມ ຫວຽດ​ນາມ - ໄທ​ ຄັ້ງ​ທີ 8 ປີ 2016 ດຳ​ເນີນ​ແຕ່​ວັນ​ທີ 12-22/7 ຢູ່ ຮ່າ​ໂນ້ຍ ແລະ ແຂວງ​ຈຳ​ນວນ​ຫນຶ່ງ​ຢູ່​ພາກ​ເຫນືອ​ຫວຽດ​ນາມ. ໃນ​ເວ​ລານັ້ນ ມີ​ນັກ​ສຶກ​ສາ​ຫວຽດ​ນາມ ແລະ ໄທ 24 ຄົນ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງເປັນຫນ້າ​ປະ​ທັບ​ໃຈ​ຄື: ຊອກ​ຮູ້​ຂໍ້​ມູນ​ຂ່າວ​ຕາມ​ກຸ່ມ ແລະ ແນະ​ນຳ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຫວຽດ​ນາມ​ຄື: ວັດ​ທະ​ນະ​ທຳ​ກາ​ເຟ, ອາ​ຫານ​ການ​ກິນ​ຕາມ​ຖະ​ຫນົນ ແລະ ການ​ເຄື່ອນ​ໄຫວ homestay ຢູ່​ເຂດ​ຊານ​ນະ​ຄອນ ຮ່າ​ໂນ້ຍ. ບັນ​ດາ​ການ​ເຄື່ອນ​ໄຫວນີ້​ໄດ້​ເຮັດ​ໃຫ້​ເພື່ອ​ນ​ຫນຸ່ມ​ຊື່ງກ​ອ່ນນີ້ບໍ່​ລື້ງ​ເຄີຍ​​ກັນ ​ກາຍ​ເປັນໝູ່ເພື່ອນ​ສະຫນິດ​ສະ​ຫນົມຄື​ດັ່ງ​ອ້າຍ​ນ້ອງ​ໃນ​ຄອບ​ຄົວດຽວ​ກັນ.

ການພົບປະແລກປ່ຽນຊາວຫນຸ່ມ ຫວຽດນາມ -ໄທ ປະກອບສ່ວນຮັດແຫນ້ນນ້ຳໃຈມິດຕະພາບຊາວຫນຸ່ມສອງປະເທດ - ảnh 2
ລາຍ​ການ​ສິ​ລະ​ປະ​ທີ່​ພິ​ທີ​ໄຂ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ຫນຸ່ມ ຫວຽດ​ນາມ-ໄທ

        ນັບ​ແຕ່​ການພົບ​ປະ​​ກັນທຳ​ອິດ​ເມື່ອ​ວັນ​ທີ 12/7, ນາງ​ລານ​ແອງ ນັກ​ສຶກ​ສາ​ຫວຽດ​ນາມ ແລະ ນາງ​ພິມ ນັກ​ສຶກ​ສາ​ໄທໄດ້​ຊັບ​ຊ້ອນ​ເປັນ​ຄູ່​ຫ​ນຶ່ງ. ນອກ​ຈາກ​ລານ​ແອງ ແລະ​ພິມ ແລ້ວ ຍັງ​ມີ 11 ຄູ່​ເພື່ອນ ທ​ີ່​ຕາງ​ຫນ້າ​ໃຫ້​ຊາວ​ຫນຸ່ມ​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ຫນຸ່ມ ຫວຽດ​ນາມ -ໄທ ຄັ້ງ​ທີ 8 ຢູ່ ຫວຽດ​ນາມ. ໃນ​ 11 ມື້​ ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ, ບັນ​ດາ​ເພື່ອນ​ຊາວ​ຫນຸ່ມ ຫວຽດ​ນາມ ແລະ ໄທ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊອ​ກ​ຮູ້​ກ່ຽວ​ກັບ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ, ໄປ​ທັດ​ສະ​ນະ​ສຶກ​ສາຢູ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ຄື: ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ, ວ​ັນ​ມຽວ ກວກ​ຕື​ຢາມ, ອ່າວ​ຮ້າ​ລອງ… ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເປັນ​ກຸ່ມ, ບັນ​ລະ​ຍາຍ​ວັດ​ທະ​ນະ​ທຳ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ຜ່ານ​ພາບ​ຖ່າຍ, ການ​ເຄື່ອນ​ໄຫວ homestay ທີ່ ຟາມ​ບ້ານ​ນາ​ຢູ່ ບາ​ວີ ແລະ ໄປ​ຢ້ຽມ​ຢາມ​ໂຮງ​ງານ CP ຂອງ​ໄທ ຢູ່ ແຂວງ ຫາຍ​ເຢືອງ. ຜ່ານ​ການ​ເຄື່ອນ​ໄຫວນັ້ນ ໄດ້​ສ້າງ​ຄວາມ​ຮູ້​ສຶກ​ ແລະ ອະ​ນຸ​ຸ​ສອນຫລາຍ​ຢ່າງ ຊື່ງ​​ຊາວ​ຫນຸ່ມ​ສອງ​ປະ​ເທດບໍ່​ອາດ​ຫລົງ​ລືມ​ໄດ້. ​ນາງ​ພິມ ນັກ​ສຶກ​ສາ​ໄທ ໃຫ້​ຮູ້​ວ່າ:

ສຽງ​ນາງ​ພິມ

 

        ສຳ​ລັບ ມະ​ໂຮ, ນັກ​ສຶກ​ສາ​ມາ​ຈາກ ບາງກອກ​ແລ້ວ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ໄດ້​ຊ່ວຍ​ໃຫ້​ລາວ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຢ່າງ​ກ່ຽວ​ກັບ​ຫວຽດ​ນາມ ແລະ ໄທ ຜ່ານ​​ການ​ສັງ​ເກດ​ຂອງ​ບັນ​ດາ​ເພື່ອນ​ຫວຽດ​ນາມ, ພິ​ເສດ ແມ່ນ​ນາງ​ລີງ ເພື່ອນ​ຮ່ວມ​ເດີນ​ທາງຂອງ​ລາວ.

        ສຽງ​ມະ​ໂຮ

ນອກ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ເປັນ​ກຸ່ມ ແລະ ​ການບັນ​ລະ​ຍາຍ​ຢູ່​ຮ່າ​ໂນ້ຍ​ແລ້ວ, ຈຸດ​ພົ້ນ​ເດັ່ນ​ຫນຶ່ງ​ອີກ​ໃນ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ປີນີ້ ນັ້ນ​ແມ່ນ ຊ່ວຍ​ໃຫ້​ບັນ​ດາ​​ຊາວ​ຫນຸ່ມ​ຫວຽດ​ນາມ ແລະ ໄທ ມີ​ພຶດ​ຕິ​ກຳຕົວ​ຈິງ​ເມື່ອເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນຳ​ກັນ ​​ຄື ການ​ເຄື່ອນ​ໄຫວ homestay  ຢູ່ ຊານ​ນະ​ຄອນ​ຮ່າ​ໂນ້ຍ, ເພື່ອນ​ລອງ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ອະ​ນຸ​ສອນ​ເປັນ​ຫນ້າ​ຈົດ​ຈ່ຳ​ທີ່​ສຸດ​ສຳ​ລັບ​ນ້ອງ ນັ້ນ​ແມ່ນ ການ​ໄປ​ທ່ອງ​ທ່ຽວ​ຢູ່ ບາ​ວີ ໃນເວ​ລາ 3 ວັນ 2 ຄືນ. ຢູ່​ທີ່ນີ້ ພວກ​ນ້ອງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນຳ​ກັນ​ຫລາຍ​ຢ່າງ ທີ່​ກ່ຽວ​ຂ້ອງ​ເຖິງ ການ​ເຄື່ອນ​ໄຫວ​ຢູ່​ເຂດ​ບ້ານ​ນາ ກໍ​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ ດ້ານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ​ຄື: ຜະ​ລິດ​ແບນກວນ, ຫາ​ປາ, ຊົມ​ລາຍ​ການສິ​ລະ​ປະ ແລະ ຕີ​ຄ້ອງ​​ຂອງ​ຊົນ​ເຜົ່າ​ເມື່ອງ. ພວກ​ນ້ອງໄດ້ພັກອາ​ໄສຢູ່ homestay . ພວກ​ນ້ອງນອນ​ຫ້ອງ​ດຽວ. ຕອນ​ຄ່ຳ​​ໂອ້​ລົມ​ນຳ​ກັນ ແລະ ຮູ້​ສຶກມີ​ຄວາມໃກ້ຊິດ ສະ​ຫນິດ​ສະ​ຫນົມ​ທີ່​ສຸດ”.

ການພົບປະແລກປ່ຽນຊາວຫນຸ່ມ ຫວຽດນາມ -ໄທ ປະກອບສ່ວນຮັດແຫນ້ນນ້ຳໃຈມິດຕະພາບຊາວຫນຸ່ມສອງປະເທດ - ảnh 3
ຊາວ​ຫນຸ່ມ​ຫວຽດ​ນາມ-ໄທ ແລະ ແຂກ​ຖືກ​ເຊີນ​ໃນພິ​ທີ​ໄຂ

     ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ຫນຸ່ມ ຫວຽດ​ນາມ -ໄທ ໂດຍສະ​ຖານ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງປະ​ຈຳ​ປີ​​ ແລະ ຜັດ​ປ່​ຽນ​ກັນ​ດຳ​ເນີນຢູ່​​ສອງ​ປະ​ເທດຫວຽດ​ນາມ ແລະ ໄທ. ​ໄລ່​ມາ​ຮອດປີ 2016, ລາຍ​ການ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ເປັນ 8 ຄັ້ງ​ແລ້ວ ແລະ ມີ​​ນັກ​ສຶກ​ສາ​ຫວຽດ​ນາມ ແລະ ໄທ​ເກືອບ 200 ຄົນ ເຂົ້າ​ຮ່ວມ. ທ່ານ ມະ​ນົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີອ​ຳ​ນາດ​ເຕັມ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ ປະ​ຈ​ຳ​ຫວຽດ​ນາມ ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ປີນີ້:

        ສຽງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ

        ວີ​ນາ​ທີ​ອຳ​ລາດ​ໄດ້​ມາ​ຮອດ​ແລ້ວ, ບັນ​ດາ​ເພື່ອນ​ຫຸ​ນ່ມ ຫວຽດ​ນາມ ແລະ ໄທ ພ້ອມ​ກັນ​ຮ້ອງ​ເພງ​ກ່ຽວ​ກັບ​ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ ແລະ ນັດ​​ພົບ​ກັນ​ ​ໃນ 2 ປີ​ຂ້າງ​ຫນ້າ​ຢູ່ ຫວຽດ​ນາມ ​ໃນ​ໂອ​ກາດລາຍ​ການ​ພົບ​ປ​ະ​ແລກ​ປ່ຽນ​ຊາວ​ຫນຸ່ມ ຫວຽດ​ນາມ - ໄທ ຄົບ​ຮອບ 10 ປີ. ເວ​ລານັ້ນຈະ​ ເຊີນ​ພວກ​ນ້ອງ​ນັກ​ສຶກ​ສາ​​ທັງ​ໝົດທີ່​ເຄີຍ​ເຂົ້າ​ຮ່ວມ​ໃນ​ລາຍ​ການ​ທຳ​ອິດ​ຮອດ​ລາຍ​ການ​ທີ 10 ມາ​ພົບ​ປະ​ແລກ​ປ່ຽນ​ນຳ​ກັນ ຄື​ຄຳ​ເປີດ​ເຜີຍ​ຂອງ​ທ່ານ ມະ​ນົບ​ໄຊ ວົງ​ພັກ​ດີ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ .

ຕອບກັບ

ຂ່າວ/ບົດ​ອື່ນ