ການພົບປະແລກປ່ຽນສິລະປະ “ບົດເພງມິດຕະພາບ ລະຫວ່າງ ຫວຽດນາມ - ໄທ”

(vovworld) - ສິລະ​ປະວັດ​ທະ​ນະ​ທຳ​ ​ແມ່ນ​ຫນຶ່ງ​ໃນ​ບັນດາຂົວ​ເຊື່ອມ​ຕໍ່​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ ຊ່ວຍ​ໃຫ້​ປະ​ເທດຕ່າງໆ​ຫຍັບ​ມໍ່​ເຂົ້າ​ໃກ້​ກັນ​ກວ່າ ​ແລະ ນັ້ນ​ກໍ​​ແມ່ນ​ຈຸດປະສົງ​ຂອງລາຍການ​ສິລະ​ປະ​ທີ່​ມີ​ຫົວ​ຂໍ້​ວ່າ: “ບົດ​ເພງ​ມິດຕະພາບ ຫວຽດນາມ - ​ໄທ” ຊຶ່ງ​​ໄດ້ດຳ​ເນີນ​ໄປ​ໃນ​ຊຸມ​ມື້​ຕົ້ນ​ຂອງປີ 2013 ນີ້. ອາດ​ຈະ​ເວົ້າ​ໄດ້​ວ່າ ບັນດາ​ລາຍການ​ສະ​ແດງ​ສິປະລະ​ດົນ​ຕີ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​​ຊາດໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາ​ບ ລະຫວ່າງ ຫວຽດນາມ ​ແລະ ​ໄທ ​ໂດຍ​ນັກ​ສິລະ​ປິນສອງ​ປະ​ເທດ ສະ​ແດງນັ້ນ ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ມີ​ກາລະ​ໂອກາດ​ເຂົ້າ​ໃຈ​ກ່ຽວ​ກັບ​ສີສັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ​ຕື່ມ​ອີກ.

ການພົບປະແລກປ່ຽນສິລະປະ “ບົດເພງມິດຕະພາບ ລະຫວ່າງ ຫວຽດນາມ - ໄທ” - ảnh 1
ນັກ​ສິລະ​ປິນ​ໄທ​ສະ​ແດງ​ລາຍການ​ຟ້ອນ
ພາບ:internet

        ລາຍການ​ຟ້ອນ “ສີສັນ​ລະດູບານ​​ໃຫມ່” ​ໂດ​ຍບັນດາ​ນັກ​ສິລະ​ປິນ​ຂອງໂຮງ​ລະຄອນ​ສິລະ​ປະ​ດົນຕີຫວຽດນາມ ສະ​ແດງ ​ໄດ້​ເປີດ​ສາກ​​ໃຫ້​ລາຍການ​ແລ​ກປ່ຽນ​​ສິລະ​ປະ “ບົດ​ເພງມິດຕະພາບ ຫວຽດນາມ - ​ໄທ”. ບັນດາ​ນັກ​ສິລະ​ປິນ​ໄດ້​ນຸ່ງ​ຊຸດ​ອາພອນ​ພື້ນ​ເມືອງຫວຽດນາມ ດ້ວຍ​ວາດ​ຟ້ອນ​ທີ່​ອອນ​ຊອນ ​ເຮັດ​ໃຫ້​ຜູ້​ຊົມ​ຮູ້ສຶກ​ໄດ້​​ບັນຍາ​ກາດອົບ​ອູ່​ນຂອງລະດູບານ​ໃຫມ່​ທີ່​ພວມ​ປົກ​ຄຸມ​ໄປ​ທົ່ວ, ຕົ້ນ​ໄມ້​ໃບ​ຫຍ້າພວມ​ອອກ​ຫນໍ່​ຈໍ່​ດອກຂຽວ​ສົດ​ງົດ​ງາມ ​ແລະ ດອກ​ໄມ້​ນາໆຊະນີ​ດພວມເບັ່ງ​ບານ​ດ້ວຍ​ສີສັນຫຼາກ​ຫຼາຍ. ນອກ​ນັ້ນ, ບັນດາ​ບົດ​ເພງ​ມ່ວນໆ​ກ່ຽວ​ກັບ ຮ່າ​ໂນ້ຍ ຄື​: ຮ່າ​ໂນ້ຍ ໝາກ​ຫົວ​ໃຈ​ຂອງ​ຊາດຫວຽດນາມ”, ຮ່າ​ໂນ້ຍ​ແຫ່ງ​ສັກກະ​ລະ​ບູຊາ… ​​ໂດຍ​ບັນດາ​ນັກ​ສິລະ​ປິ​ນ ຫວຽດນາມ ສະ​ແດງ ​ໄດ້​ເຮັດ​ໃຫ້​ຜູ້​ຊົມ, ພິ​ເສດ ​ແມ່ນ​ແຂກ​ຕ່າງປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ ຮ່າ​ໂນ້ຍ ດິນ​ແດນ​ແຫ່ງ​ອະລິຍະ​ທຳ​ນັບ​ພັນ​ປີ.

ລາຍການສະ​ແດງ​ສິລະ​ປະ​ໄດ້​ກາຍ​ເປັນ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຜ່ານ​ບັນດາ​ສິ່ງ​ທີ່​ຍອດ​ຢ້ຽມ​ຂອງດົນຕີ ​ໄທ ​ແລະ ຫວຽດນາມ. ພິ​ເສດ ບົດ​ເພງ “ຝົນຕົກ” ຂອງ​ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະ​ດຸນ​ຍະ​ເດັດ ​ໂດຍ​ນັກ​ສິລະ​ປິນດີ​ເດັ່ນ ທາຍບ໋າວ ​ສະ​ແດງ ​​​​ໄດ້ວາດ​ພາບ​ບັນຍາ​ກາດ​ທ່າມກາງ​ຫ່າຝົນທີ່​ສວຍ​ງາມ​ຜ່ານ​ສຽງ​ເພງ​ທີ່​ອອນ​ຊອນ​ເຕັມ​​ໄປ​ດ້ວຍ​ອາລົມ​ຈິດ.

ການພົບປະແລກປ່ຽນສິລະປະ “ບົດເພງມິດຕະພາບ ລະຫວ່າງ ຫວຽດນາມ - ໄທ” - ảnh 2
ນັກ​ຮ້ອງ ທາຍ​ບ໋າ​ວ ຂອງ ຫວຽດນາມ
ພາບ:internet

        ຄຽງຄູ່​ກັນ​ນັ້ນ ບັນດາ​ນັກ​ສິລະ​ປິນມາ​ຈາກ​ສະ​ຖາ​ບັນ​ພັດທະນາ​ສິລະ​ປະ ຂຶ້ນ​ກັບ​ກະຊວງ​ວັດທະນະທຳ​ໄທ ​ໄດ້​ສະ​ແດງ​ບັນດາ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ໄທ ຄື: ສີໄຊ​ຍາ​ສິງຫາ ​ແລະ ກິຣິດ​ສະ​ດາ   ນີ້​ແມ່ນ​ວາດ​ຟ້ອນ​​ທີ່ເຄີ​ຍ​ສະ​ແດງ​ໃນ​ບັນດາ​ວັນ​ບຸນ​ພິ​ເສດ​ຂອງ​ຊາວ​ໄທ ຄື: ອວຍພອນ​ປີ​ໃຫມ່.. ລາຍການ​ສະ​ແດງ​ສິລະ​ປະ ພ້ອມ​ດ້ວຍ​ວາດ​ຟ້ອນ​ທີ່ອ່ອນ​ໄຫວ​ປະສານ​​ສຽງ​ດົນຕີ ໃນ​ຊຸຸດອາພອນ​ທີ່ມີ​ສີສັນ​ຫລາກ​ຫລາຍ, ທີ່​ເປັນ​ເອກະລັກ​ສະ​ເພາະ ​ໄດ້​ເຮັດ​ໃຫ້​ວາດ​ຟ້ອນ​ພື້ນ​​ເມືອງ​ຂອງ​ໄທ​ ມີ​ຄວາມ​ດູດ​ດື່ມ​ກວ່າ​ອີກ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​​ຢ່າງ​ເລິກ​ເຊິ່ງໃຫ້​ແກ່​ຜູ້​ຊົມ​. ອ້າຍ ຫງວຽນ​ນາມ​ຈູງ, ຜູ້​ຊົມ​ນະຄອນຫລວງ ຮ່າ​ໂນ້ຍ ​​ເວົ້າ​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ​ໂດຍກົງ ລາຍການ​ຟ້ອນ​ຂອງ​ປະ​ເທດ​ໄທ  ​ເຊິ່ງກ່ອນ​ນີ້ ພຽງ​ແຕ່​ໄດ້​ຮັບ​ຊົມ​ທາງ​ໂທລະທັດ​ເທົ່າ​ນັ້ນ. ນາງ​ສາວ​ໄທງາມ​ຫລາຍ, ຟ້ອນ​ງາມ. ລາຍການ​​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ, ວາດ​ຟ້ອນ​ພື້ນ​ເມືອງ​ຂອງ​ຊາດ​ໄທ​ຕື່ມ​ອີກ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຈະ​ມີ​ຫລາຍ​ລາຍການ​ສະ​ແດງສິລະ​ປະຄື​ແນວ​ນີ້​ ​ແລະ ອວຍພອນ​ໃຫ້​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ​ໄທ​ ຈ່ົງນັບ​ມື້​ນັບ​ພັດທະນາ.”

ການພົບປະແລກປ່ຽນສິລະປະ “ບົດເພງມິດຕະພາບ ລະຫວ່າງ ຫວຽດນາມ - ໄທ” - ảnh 3
ລາຍການຟ້ອນດອກບົວມິດຕະພາບ
ພາບ:internet

        ຍັງ​ມີ​ລາຍການ​ສະ​ແດງ​ສິລະ​ປະ​ໜຶ່ງອີກ​ທີ່ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຈາກ​ຜູ້​ຊົມ ນັ້ນ​ແມ່ນ​​ຟ້ອນ “ດອກ​ບົວ​​ມິດຕະພາບ” ​ໂດຍ​ບັນດາ​ນັກ​ສຶກສາ ​ໄທ ນຸ່ງ​ຊຸດ​ອາພອນ​ພື້ນ​ເມືອງ ສະ​ແດງ. ​ເຂົາ​ເຈົ້າ ​ກໍ​ແມ່ນ​ລຸ້ນ​ໄວຫນຸ່ມທີ່​ໄດ້​ສືບ​ທອດ​ ​ແລະ ​ເສີມ​ຂະຫຍາຍມູນ​ເຊື້ອມິດຕະພາບ ​ແລະ ສາຍ​ພົວພັນ​ສະຫນິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ​ເພື່ອນ ຈິີດາ ບົວ​​ໃຫຍ່​ຮັກ​ສາ, ນັກ​ສຶກສາ​ໄທ ພວມ​ຮ່ຳຮຽນ​ຢູ່ ຫວຽດນາມ ​ໃຫ້​ຮູ້​ວ່າ:

     


        ລາຍການ​ສະ​ແດງ​ສິລະ​ປະ “ບົດ​ເພງ​ມິດຕະພາບ ຫວຽດນາມ - ​ໄທ” ​ໄດ້​ອັດ​ລົງ ​ແຕ່​ຄວາມປະ​ທັບ​ໃຈ​ກ່ຽວກັບ​ບັນດາ​ຈຸດ​ວັດທະນະທຳ ​ແລະ ສິ່ງ​ຍອດ​ຢ້ຽມ​​ໃນພື້ນຖານດົນຕີ​ຂອງ​ທັງ​ສອງ​ປະ​ເທດຍາມ​ໃດ​ກໍສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ຊົມ ​​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຄື​ຄຳ​ຢືນຢັນຂອງ​ທ່ານອະນຸສອນ ຈີນ​ວັນ​ໂນ ເອກ​ອັກຄະ​ລັດຖະທູດ ​ໄທ​ປະ​ຈຳ ຫວຽດນາມ ​ໃນ​ສູນ​ທອນ​ພົດ​ໄຂ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ມີ​ຫົວ​ຂໍ້​ວ່າ: “ບົດ​ເພງ​ມິດຕະພາບ ຫວຽດນາມ - ​ໄທ” ​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ແຫ່ງ​ສາຍ​ພົວພັນ​ສະຫນິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ​ສະມາຊິກ ອາ​ຊຽນ ./.

ຕອບກັບ

ຂ່າວ/ບົດ​ອື່ນ