ການພົວພັນ ຫວຽດນາມ - ລາວ: ສືບທອດມູນເຊື້ອ ແລະ ປ່ຽນແປງໃໝ່ຈິນຕະນາການ

(VOVWORLD) -  ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ,  ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດໃນຕະຫຼອດ 55 ປີຜ່ານມາ.
ການພົວພັນ ຫວຽດນາມ - ລາວ: ສືບທອດມູນເຊື້ອ ແລະ ປ່ຽນແປງໃໝ່ຈິນຕະນາການ - ảnh 1 ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໋າຮູ່ງ

“ປີ 2017, ແມ່ນປີມີຄວາມໝາຍພິເສດໃນການພົວພັນ ຫວຽດນາມ - ລາວ ດ້ວຍບັນດາເຫດການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962 – 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ -ລາວ (1977 – 2017). ອາດເວົ້າໄດ້ວ່າ, ໃນ 55 ປີທີ່ຜ່ານມາ, ແມ່ນໄລຍະທາງຫຼາຍກ່ວາເຄິ່ງສະຕະວັດ, ແມ່ນໄລຍະເວລາຍາວນານທິ່ມີສິ່ງທ້າທາຍ ແລະ ຢັ້ງຢືນເຖິງພະລັງຊີວິດອັນເຂັ້ມແຂງຂອງສາຍພົວພັນອັນຍິ່ງໃຫຍ່ ແລະ ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ”. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໋າຮູ່ງ, ໃນການແລກປ່ຽນກັບນັກຂ່າວ VOV ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2018.

        ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ,  ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດໃນຕະຫຼອດ 55 ປີຜ່ານມາ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຈາກສົງຄາມຕ້ານພວກລ່າເມືອງຂຶ້ນ, ຈັກກະພັດເພື່ອຍາດເອົາເອກະລາດໃຫ້ແກ່ປະເທດຊາດນັ້ນ, ອາດເວົ້າໄດ້ວ່າ ການພົວພັນ ຫວຽດນາມ - ລາວ ແມ່ນການພົວພັນເປັນຕາຍ, ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນ. ການພົວພັນນີ້ສືບຕໍ່ໄດ້ຮັບການພັດທະນາ ແລະ ປັບປຸງ ເພີ່ມທະວີໃນທຸກໆຂົງເຂດຜ່ານການພົບປະລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ກໍ່ຄືການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ. ທ່ານ ຫງວຽນບ໋າຮູ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ໃຫ້ຮູ້ວ່າ:

        “ປີ 2017, “ປີແຫ່ງນ້ຳໃຈສາມັກຄີ ຫວຽດນາມ - ລາວ, ລາວ -  ຫວຽດນາມ”, 2 ຝ່າຍໄດ້ຈັດຕັ້ງກ່ວາ 300 ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆໄປຢ້ຽມຢາມເຊິ່ງກັນ ແລະ ກັນ. ອາດຈະເວົ້າເຖິງບາງການເຄື່ອນໄຫວຄື: ການຖະຫວາຍທູບທຽນໄຫວ້ອາໄລຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ແຂວງ ຄຳມ່ວນ; ການແຜ່ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ເຂດຖືກໄພນ້ຳຖ້ວມຢູ່ພາກກາງ ແລະ ປະຊາຊົນລາວ ຖືກຜົນສະທ້ອນຈາກພາຍຸ Sonca. ປີ 2017, ຫວຽດນາມ ສະຫງວນຈຳນວນທຶນການສຶກສາ 1.246 ທຶນໃຫ້ແກ່ນັກສຶກສາລາວ ໄປຮ່ຳຮຽນໄລຍະຍາວ ແລະ ບຳລຸງໄລຍະສັ້ນຢູ່ ຫວຽດນາມ, ເພີ່ມ 246 ທຶນເມື່ອທຽບໃສ່ຄຳໝັ້ນສັນຍາຂອງລັດຖະບານ 2 ປະເທດ.”

        ໄປຄຽງຄູ່ກັບການພົວພັນທາງດ້ານການເມືອງນັ້ນ, ການພົວພັນແລກປ່ຽນປະຊາຊົນກໍ່ໄດ້ຮັບການພັດທະນາຢ່າງດີງາມທີ່ສຸດ, ການພົວພັນດ້ານເສດຖະກິດ ລະຫວ່າງ ຫວຽດນາມ - ລາວ ກໍ່ແມ່ນກຳລັງໜູນສຳຄັນເພື່ອນຳການພົວພັນ 2 ປະເທດໃຫ້ນັບມື້ນັບສະໜິດຕິດພັນກັນກ່ວາ. ປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 3 ຢູ່ ລາວ. ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງ ພວມລົງທຶນຢ່າງມີປະສິດທິຜົນ, ການຜະລິດດຳເນີນທຸລະກິດມີຜົນກຳໄລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການພັດທະນາຂອງປະເທດລາວ, ສ້າງວຽກເຮັດງານທຳ, ຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໄດ້ຮັບການຕີລາຄາສູງຈາກຝ່າຍລາວ:

        “ບັນດາວິສາຫະກິດ ຫວຽດນາມ ມີບົດບາດນັບມື້ນັບສຳຄັນ ແລະ ບໍ່ອາດຂາດໄດ້ໃນການພົວພັນຮອບດ້ານລະຫວ່າງ 2 ປະເທດ. ປະຈຸບັນ, ວິສາຫະກິດ ຫວຽດນາມ ມີ 276 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸປະມານ 5 ຕື້ USD, ຍືນອັນດັບທີ 3 ໃນຈຳນວນບັນດານັກລົງທຶນຢູ່ ລາວ. ຕົວຢ່າງຄືກຸ່ມບໍລິສັດ Viettel, ປະຈຸບັນມີການລົງທຶນຢ່າງມີປະສິດທິຜົນດ້ວຍຊື່ວ່າ Unitel. ຫຼື ບັນດາທະນາຄານໃຫຍ່ຂອງ ຫວຽດນາມ ພວມປະກອບບົດບາດສຳຄັນເຂົ້າໃນພື້ນຖານການເງິນຂອງປະເທດ ລາວ. ພິເສດແມ່ນບັນດາວິສາຫະກິດ ຫວຽດນາມ ໄດ້ເອົາໃຈໃສ່ເຖິງວຽກງານໜູນຊ່ວຍຊີວິດສັງຄົມ, ຫລຸດຜ່ອນຄວາມທຸກຍາກ. ຈຳນວນເງິນນັບຮ້ອຍໆລ້ານ USD ໂດຍວິສາຫະກິດ ຫວຽດນາມ ນຳໃຊ້ເພື່ອຫລຸດຜ່ອນຄວາມທຸກຍາກ, ກໍ່ສ້າງພື້ນຖານໂຄງລ່າງຢູ່ບັນດາເຂດຫ່າງໄກສອກຫຼີກ”

        ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ເນັ້ນໜັກວ່າ, ເຖິງວ່າສະພາບການໂລກ ແລະ ພາກພື້ນ ໄດ້ ແລະ ພວມ ມີການຜັນແປທີ່ສັບສົນ, ວ່ອງໄວ, ຍາກທີ່ຈາກຄາດຄະເນລ່ວງໜ້າໄດ້, ບາງຄັ້ງກໍ່ມີບັນດາຜົນສະທ້ອນອັນໃຫຍ່ຫຼວງເຖິງການພົວພັນ ຫວຽດນາມ  - ລາວ ຕາມທິດຕ່າງໆ, ເຖິງແນວນັ້ນກໍ່ຕາມ, ການພົວພັນ 2 ປະເທດ ຍາມໃດກໍ່ຍືນຍົງຄົງຕົວບົນພື້ນຖານສຳຄັນທີ່ສຸດ ແລະ ໄດ້ຮັບການທົດສອບຜ່ານສິ່ງທ້າທາຍຫຼາຍຢ່າງ. ໃນນັ້ນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຊື່ອໝັ້ນດ້ານຍຸດທະສາດລະຫວ່າງ 2 ປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງສຳລັບການພົວພັນລະຫວ່າງ 2 ປະເທດຍັງຍືນຍົງ ໝັ້ນຄົງຕໍ່ໜ້າທຸກໆສິ່ງທ້າທາຍ ແລະ ທຸກໆຜົນສະທ້ອນຫຼາຍສົ້ນຂອງພາກພື້ນ ແລະ ສາກົນ:

        “ໄລຍະຈະມາເຖິງ, ຂ້າພະເຈົ້າຄິດວ່າ, ພວກເຮົາຄວນເສີມຂະຫຍາຍບັນດາວຽກງານທີ່ປະຕິບັດໄດ້ໃນໄລຍະຜ່ານມາ. ສືບຕໍ່ຖືການພົວພັນລະຫວ່າງ 2 ພັກແມ່ນຫຼັກແຫຼ່ງ, ຮັດແໜ້ນການພົວພັນທາງດ້ານການເມືອງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜິດຕິດພັນນຳກັນ, ຖືນີ້ແມ່ນເສົາຄ້ຳກຳນົດທິດໃນການພົວພັນສັງລວມແຫ່ງການຮ່ວມມື. ນອກນັ້ນ, ບັນດາການພົວພັນເສົາຄ້ຳອື່ນໆຄື: ປ້ອງກັນຊາດ, ການສຶກສາບຳລຸງສ້າງ, ເສດຖະກິດ ແລະ ການພົວພັນລະຫວ່າງປະຊາຊົນດ້ວຍການ ລ້ວນແຕ່ຕ້ອງສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາໃນສະພາບການໃໝ່. ພວກເຮົາຄວນພັດທະນາການພົວພັນນີ້ບົນຈິດໃຈສືບທອດມູນເຊື້ອ ແລະ ປ່ຽນໃໝ່ຈີນຕະນາການ.”

        ກ່ວາເຄິ່ງສະຕະວັດໄດ້ຜ່ານພົ້ນໄປ, ເຖິງວ່າສະພາບການພາກພື້ນ ແລະ ໂລກ ມີການຫັນປ່ຽນຍາກທີ່ຄາດຄະເນລ່ວງໜ້າໄດ້ກໍ່ຕາມ ແຕ່ການພົວພັນ ຫວຽດນາມ - ລາວ ຍັງໄດ້ຮັບຖືວ່າແມ່ນການພົວພັນແບບພິເສດ, ສະໜິດແໜ້ນບໍ່ສາມາດຕັດແຍກອອກຈາກກັນໄດ້. ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ຢືນຢັນວ່າ: ການພົວພັນອັນດີງາມໃນທຸກຂົງເຂດລະຫວ່າງ 2 ປະເທດຈະປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງ ແລະ ເຮັດໃຫ້ການພົວພັນແບບພິເສດ ຫວຽດນາມ  - ລາວ ຍືນຍົງຄົງຕົວ, ສວຍສົດງົດງາມຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ