ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ “ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ”

(VOVWORLD) - ພາຍຫຼັງລົງນາມສົນທິສັນຍາມິດຕະພາບແລະການຮ່ວມມືຮອບດ້ານນັບແຕ່ວັນທີ 18 ກໍລະກົດປີ 1977 ເປັນຕົ້ນມາ, ຫວຽດນາມ - ລາວໄດ້ເປີດໄລຍະໃໝ່ໃນປະຫວັດສາດການພົວພັນຂອງສອງຊາດ. ໃນຈຸດເວລານັ້ນ, ເຖິງວ່າຫາກໍ່ສະຖາປະນາ, ປະເທດຍັງບໍ່ທັນມີຄວາມເຂັ້ມແຂງເທົ່າທີ່ຄວນ, ພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຫວຽດນາມຍັງຈັດສົ່ງຄະນະນັກຊ່ຽວຊານໄປຊ່ວຍເຫຼືອປະເທດເພື່ອນລາວເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງ, ສ້າງຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ, ຟື້ນຟູການຜະລິດແລະພັດທະນາເສດຖະກິດ… ມາຮອດປັດຈຸບັນ, ສອງປະເທດກໍບັນລຸໄດ້ຜົນງານຫຼາຍຢ່າງໃນຫຼາຍຂົງເຂດ, ພົ້ນເດັ່ນກ່າວໝູ່ແມ່ນຂົງເຂດເສດຖະກິດ.        

ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ “ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ” - ảnh 1 ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ (ພາບ: VOV)

ໃນຕະຫຼອດໄລຍະສ້າງສາ ແລະ ພັດທະນາປະເທດຊາດ, ເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາຂົງເຂດທີ່ທັງສອງປະເທດໃຫ້ບຸລິມະສິດແຖວໜ້າ. ດັ່ງນັ້ນ, ນັບແຕ່ຊຸມປີທຳອິດຜັນຂະຫຍາຍສົນທິສັນຍາ ສອງປະເທດໄດ້ຕັ້ງເປົ້າໝາຍຢ່າງຈະແຈ້ງ ດ້ວຍການເຕີບໂຕຢ່າງເປັນປົກກະຕິແຕ່ 10% ຂຶ້ນໄປຕໍ່ປີ. ເພື່ອບັນລຸໄດ້ເປົ້າໝາຍນັ້ນ, ລັດຖະບານສອງປະເທດໄດ້ລົງນາມສັນຍາຫຼາຍສະບັບທີ່ແທດຈິງ, ມີລັກສະນະຍຸດທະສາດ ແລະ ມີປະສິດທິຜົນສູງ, ໃນນັ້ນຕ້ອງເຕື້ອງເຖິງສັນຍາການຄ້າສອງຝ່າຍ ຫວຽດນາມ - ລາວ ທີ່ໄດ້ລົງນາມໃນວັນທີ 3 ມີນາ 2015 ແລະ ສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ທີ່ໄດ້ລົງນາມໃນວັນທີ 27 ມິຖຸນາ ປີ 2015. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃຫ້ຮູ້ວ່າ:

ການຄ້າຊາຍແດນ ແລະ ການຄ້າສອງຝ່າຍ ລາວ-ຫວຽດນາມ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານ ຂອງສອງຊາດ ໂດຍສະເພາະແມ່ນ  ເປົ້າໝາຍການຮ່ວມມືທາງດ້ານເສດຖະກິດ ທີ່ສອງລັດຖະບານໄດ້ກຳນົດໄວ້.

ສົນທິສັນຍາສອງສະບັບດັ່ງກ່າວໄດ້ຮັບຖືວ່າແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອປະຕິບັດຄວາມຫວັງຂອງທັງສອງປະເທດ ເພື່ອແນໃສ່ຊຸກຍູ້, ເພີ່ມທະວີການຮ່ວມມືເສດຖະກິດ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດສອງປະເທດສຳຜັດກັບລະດັບພາສີພິເສດຫຼຸດລົງ 0% ຫຼືເທົ່າກັບເຄິ່ງໜຶ່ງ (50%) ດ້ວຍ 95% ພາສີປະເພດຕ່າງໆ. ຍິ່ງໄປກ່ວານັ້ນ, ດ້ວຍສັນຍາການຄ້າຊາຍແດນ ບັນດາວິສາຫະກິດຈະໄດ້ຫຼຸດຜ່ອນພາສີນຳເຂົ້າສຳລັບສິນຄ້າທີ່ມີຕົ້ນກຳເນີດຈາກທັງສອງປະເທດ, ຫຼຸດຜ່ອນພາສີມູນຄ່າເພີ່ມ ແລະ ຍົກເວັ້ນບັນດາມາດຕະການຮົ້ວກີດຂວາງດ້ານເຕັກນິກສຳລັບສິນຄ້າໂດຍບັນດານັກລົງທຶນ ຫວຽດນາມ ຜະລິດ, ປູກລ້ຽງຢູ່ບັນດາແຂວງເຂດຊາຍແດນຂອງ ລາວ ເມື່ອຫວຽດນາມ ນຳເຂົ້າ, ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ການເຄື່ອນໄຫວແລກປ່ຽນຄ້າຂາຍຂອງວິສາຫະກິດສອງປະເທດຢູ່ເຂດຊາຍແດນ… ທ່ານຄຳແພງ ໄຊສົມແພງ ແບ່ງປັນຕື່ມອີກ ວ່າ:

ບັນດາແຂວງທີ່ມີຊາຍແດນ ຂອງ ລາວ ແລະ ຫວຽດນາມ ໄດ້ນໍາເອົາເນື້ອໃນຈິດໃຈ ຂອງສັນຍາດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ຢ່າງມີປະສິດທິຜົນໃນລະດັບດີ ສາມາດສົ່ງເສີມວຽກງານການແລກປ່ຽນຊື້-ຂາຍ ລະຫວ່າງ ປະຊາຊົນ ແລະ ຜູ້ຄ້າຂາຍ ທີ່ອາໄສຢູ່ຕາມແຂວງທີ່ມີຊາຍແດນຂອງທັງສອງປະເທດ.

ພາຍຫຼັງລົງນາມ ແລະ ຜັນຂະຫຍາຍສັນຍາຫຼາຍສະບັບກ່ຽວກັບຂົງເຂດເສດຖະກິດ, ໄດ້ມີຫຼາຍວິສາຫະກິດ ຫວຽດນາມມາລົງທຶນຢູ່ລາວ ແລະ ກົງກັນຂ້າມ. ໄລ່ມາຮອດປັດຈຸບັນ, ຫວຽດນາມຢືນຢູ່ອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນ ທີ່ມາລົງທຶນຢູ່ ລາວ, ດ້ວຍວິສາຫະກິດ 1,272 ແຫ່ງ ໃນນັ້ນມີ ກ່ວາ 417 ໂຄງການດ້ວຍຈຳນວນທຶນຂຶ້ນເຖິງ 4,3 ຕື້ USD. ປັດຈຸບັນ, ມີຫຼາຍໂຄງການໄດ້ເຂົ້າຮ່ວມການເຄື່ອນໄຫວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານນັບໝຶ່ນຄົນຢູ່ທ້ອງຖິ່ນ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດ ຫວຽດນາມ ຍັງເອົາໃຈໃສ່ເປັນພິເສດຕໍ່ການສ້າງບັນດາໂຄງການໜູນຊ່ວຍການຍົກສູງຊີວິດການເປັນຢູ່ການດຳລົງຊີວິດຂອງປະຊາຊົນລາວຄື: ໂຮງຮຽນ, ໂຮງໝໍ, ລະບົບຊົນລະປະທານ… ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ແບ່ງປັນວ່າ:

     ຕົ້ນປີ 2022 ນີ້, ສອງຝ່າຍ ໄດ້ເປັນເອກະພາບກັນໃນການຕີລາຄາ ແລະ ວິໄຈກາລະໂອກາດການລົງທຶນ ຢູ່ລາວ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຮອດປີ 2025, ກໍານົດທິດຮອດປີ 2030; ເພີ່ມທະວີຊຸກຍູ້ໃຫ້ບຸລິມະສິດການລົງທຶນຂອງວິສາຫະກິດຫວຽດນາມ ທີ່ມີຄວາມສາມາດດ້ານການເງິນ, ດ້ານວິຊາການ, ເຂົ້າໃນຂົງເຂດກະສິກຳສະອາດ, ອຸດສາຫະກຳປຸງແຕ່ງການຜະລິດ, ຂົງເຂດທີ່ມີທ່າແຮງບົ່ມຊ້ອນລຽບຕາມຊາຍແດນ ລາວ-ຫວຽດນາມ ສືບຕໍ່ແກ້ໄຂຂໍ້ຫຍຸ້ງຍາກ.

ບໍ່ພຽງແຕ່ເອົາໃຈໃສ່ເຖິງບັນດາສັນຍາ, ນະໂຍບາຍ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສອງປະເທດເທົ່ານັ້ນ. ທຸກໆປີ, ລັດຖະບານສອງປະເທດຍັງຈັດຕັ້ງຫຼາຍກອງປະຊຸມສຳມະນາ, ກອງປະຊຸມ, ເວທີປາໄສ, ຫົວເລື່ອງສະເພາະທີ່ມີການເຂົ້າຮ່ວມຂອງວິສາຫະກິດ. ນະທີ່ນີ້, ບັນດາວິສາຫະກິດ ມີໂອກາດໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ເຊິ່ງຕົນເອງປະສົບ ເພື່ອໃຫ້ລັດຖະບານສອງປະເທດແກ້ໄຂຢ່າງທັນການ, ຫຼີກລ້ຽງການຕົກເຂົ້າສູ່ສະພາບການຈົນຕາແຈ.

ໄລ່ຮອດມາດຕາ 1 ປີ 2022, ວົງເງິນການຄ້າສອງສົ້ນ ຫວຽດນາມ - ລາວ ບັນລຸ ກ່ວາ 403 ລ້ານ USD, ເພີ່ມຂຶ້ນ 19,2% ເມື່ອທຽບໃສ່ປີ 2021, ໃນນັ້ນ ຜະລິດຕະພັນສົ່ງອອກຂອງ ຫວຽດນາມ ໄປຍັງລາວ ມີລະດັບເພີ່ມຂຶ້ນສູງທີ່ສຸດໃນໄຕມາດ 1 ລວມມີ: ຝຸ່ນ, ນ້ຳມັນ, ສາຍໄຟຟ້າ, ເຫຼັກກ້າ… ໂດຍຕອບສຳພາດຕໍ່ນັກຂ່າວໃນໂອກາດປີສາມັກຄີ ຫວຽດນາມ - ລາວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວໃຫ້ຮູ້ວ່າ: 

ປີ 2021, ເຖິງແມ່ນວ່າທັງສອງປະເທດພົບກັບບັນຫາຫຍຸ້ງຍາກໃນຫຼາຍດ້ານ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19, ແຕ່ຍ້ອນທັງສອງລັດຖະບານ ມີຄວາມ   ສະດຸ້ງໄວ ແລະ ສາມາດແກ້ໄຂບັນຫາໄດ້ຢ່າງທັນການ ໂດຍນໍາໃຊ້ບັນດາມາດຕະການທີ່ມີປະສິດທິພາບໃນການແກ້ໄຂບັນຫາ, ຈຶ່ງເຮັດໃຫ້ສາມາດແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຮັບປະກັນໄດ້ວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ສາມາດຮັກສາມູນຄ່າການຄ້າສອງຝ່າຍໃຫ້ເຕີບໂຕເປັນຢ່າງດີ. ດ້ວຍເຫດນັ້ນ, ໃນປີ 2021 ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,32% ທຽບໃສ່ປີ 2020 ເຊິ່ງເປັນມູນຄ່າການຄ້າສອງຝ່າຍທີ່ສູງ ທີ່ສຸດໃນຮອບ 10 ປີ.

ທ່ານຜູ້ຟັງທີ່ເຄົາລົບ! ຫວຽດນາມ - ລາວ ບັນລຸໄດ້ຫຼາຍຜົນງານທີ່ເປັນໜ້າປະທັບໃຈ ກ່ຽວກັບການຮ່ວມມືດ້ານເສດຖະກິດໃນໄລຍະຜ່ານມາ, ເຊິ່ງຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໂດຍພື້ນຖານຂອງສອງພັກ, ສອງລັດ ວາງອອກ. ແຕ່ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງທັງສອງປະເທດ, ພ້ອມກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ແນ່ນອນວ່າ ໃນອະນາຄົດການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ລາວຈະຍັງມີການພັດທະນາຢ່າງກະໂດດຂັ້ນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ