ການພົວພັນລະຫວ່າງຫວຽດນາມ ແລະ ມຽນມາ: ຫວນຄືນຫລັງ ແລະ ມຸ້ງໄປເຖິງ

(vovworld)- “ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ”: ຫວ​ນ​ຄືນ​ຫລັງ ແລະ ມຸ້ງ​ໄປ​ເຖິງ” ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສົມ​ທົບ​ກັບ​ສະ​ຖານ​ບັນ ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ ມຽນ​ມາ ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ຫວ່າງ​ແລ້ວນີ້. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ ນັກ​ຮຽນ​ຮູ້​ເກືອບ 60 ຄົນ ແລະ ຜູ້​ແທນ 30 ຄົນ​ທີ່ມາ​ຈາກ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ສະ​ຫະ​ສະ​ມາ​ຄົມ, ໃນ​ນັ້ນ ມ​ີ​ບັນ​ດາ​ນັກ​ການ​ທູດ​ມາ​ຈາກ​ຫລາຍ​ປະ​ເທດ, ເປັນ​ຕົ້ນ​ແມ່ນ ຫວຽດ​ນາມ ແລະ ມຽນ​ມາ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ​ໄດ້​ໄຈ້​ແຍກ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ ຜ່ານ​ບັນ​ດາ​ໄລ​ຍະ. 
           
ການພົວພັນລະຫວ່າງຫວຽດນາມ ແລະ ມຽນມາ: ຫວນຄືນຫລັງ ແລະ ມຸ້ງໄປເຖິງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ແລະ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ
ມຽນ​ມາ U Thein Sein
ພາບ:dantri.com

        ໃນ​ບົດ​ຂຽນ​ຂອງ​ຕົນ, ດ​ຣ ຫວໍ​ຊວນ​ວີງ, ຫົວ​ຫນ້າ​​ພະ​ແນກ​ຄົ້ນ​ຄ້​ວາການ​ເມືອງ ແລະ ການ​ພົວ​ພັນ​ສາ​ກົນ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ອາ​ຊີ​ຕາ​ເວ​ັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ສະ​ຖາ​ບັນ​ດີດ​ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ ໄດ້​ໄຈ້​ແຍກ​ການ​ຮ່ວມ​ມື, ​ການສະ​ຫນັບ​ສະ​ຫນູນ ຊື່ງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ມຽນ​ມາ ສະ​ຫງວນ​ໃຫ້​ກັນ​ໃນ​ຂົງ​ເຂດ​ກາ​ນ​ທູດ​ໃນ​ຂອບ​ເຂດ ອາ​ຊຽນ.

        “ການ​ສະ​ຫນັບ​ສະ​ຫນູນ​ກ່ຽວ​ກັບ​ການ​ທູດ​ລະ​ຫວ່າງ ສອງ​ປະ​ເທດ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ແລະ ມຽນ​ມາ ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ມີ​ສຽງ​ເວົ້າ​ລວມ ແລະ ສະ​ຫນັບ​ສະ​ຫນູນ​ກັນ​ໃນ​ຫລາຍ​ບັນ​ຫາ​ຂອງ​ພາ​ກ​ພື້ນ. ນີ້​ແມ່ນ​ບັນ​ດາ​ພື້ນ​ຖານ​ສຳ​ຄັນ ເພື່ອ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ, ໃນ​ຂອ​ບ​ເຂດ​ຂອງ​ອາ​ຊຽນ ແລະ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ບໍ່​ວ່າ​ການ​ຮ່ວມ​ມື​ໃດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ໃນ​ທຸກ​ກໍ​ລະ​ນີ ລ້ວນ​ແຕ່​ເພື່ອ​ຄວາມ​ເອົາ​ໃຈ​ໃສ່​ລວມ ແລະ ຜົນ​ປະ​ໂຫຍດ​ຂອງ​ກັນ, ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ເຖິງ​ບັນ​ຫາ​ອະ​ທິ​ປະ​ໄຕ. ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ ເວົ້າ​ລວມ ແລະ ການ​ສະ​ຫນ​ັບ​ສະ​ຫນູນ​ກ່ຽວ​ກັບ​ດ້ານ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ ອາ​ຊຽນ ກໍ​ແມ່ນນອນ​ໃນ​ກົດ​ເກນນັ້ນ.”

        ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ມຽນ​ມາ ນ​ັບ​ແຕ່​ເດືອນ 5/1975. ຂີດ​ໝາຍ​ສຳ​ຄັນ​ໃນ​ກາ​ນ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່​າງ ສອງ​ປະ​ເທດ ນັ້ນ​ແມ່ນ ປີ 2010, ສອງ​ປະ​ເທດ ໄດ້​ລົງ​ນາມ​ໃນຖະ​ແຫລງ​ການ​ຮ່ວມ, ໃນ​ນັ້ນຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມືທາງ​ດ້ານ​ເສດ​ຖະ​ກິດ​ໃນ 12 ຂ​ົງ​ເຂດ​ຄື: ກະ​ສິ​ກຳ, ປູກ​ຕົ້ນ​ອ​ຸດ​ສາ​ຫະ​ກຳ, ສິນ​ໃນ​ນ້ຳ, ການ​ເງິນ, ທະ​ນາ​ຄານ, ການ​ບິນ, ໂທ​ລະ​ຄົມ​ມະ​ນາ​ຄົມ, ນ້ຳ​ມັນ​ອາຍ​ແກ​ສ, ຂຸດ​ຄົ້ນ​ບໍ່​ແຮ່, ຜະ​ລິດ​ອຸ​ປະ​ກ​ອນ​ໄຟ​ຟ້າ, ຕິດ​ຕັ້ງ​ລົດ​ໂອ​ໂຕ, ກໍ່​ສ້າງ, ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງ​ທຶນ.

        ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ປະ​ເທດ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ຂະ​ຫຍັນ​ຂັນ​ເຄື່ອນ. ນັ້ນ​ກໍ​ແມ່ນ​ຄຳ​ຢືນ​ຢັນ​ຂອງ ສາດ​ສະ​ດາ​ຈານ Carole Ann Chit Tha, ສະ​ມາ​ຊິກ ຄະ​ນະ​ບໍ​ລິ​ຫານ ສະ​ຖາ​ບັນ​ມຽນ​ມາ ກ່ຽວ​ກັບ​ສິ​ລະ​ປະ ແລະ ວິ​ທະ​ຍາ​ສາດ ຂຶ້ນ​ກັບ​ກະ​ຊວງ​ສຶກ​ສາ ມຽນ​ມາ. ໃນ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ ໃນ​ໄລ​ຍະ​ໃຫມ່”, ສາດ​ສະ​ດາ​ຈານ Carole Ann Chit Tha ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ. ນອກນັ້ນ ບົດ​ຂຽນ ຍັງ​ຊີ້​ແຈ້ງ​​ການພົວ​ພັນ​ລະ​ຫວ່າ​ງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃຫມ່.

        “ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ມຽນ​ມາ ພວມ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ. ການ​ພົວ​ພັນ​ກ່ຽວ​ກັບ​ດ້ານເສດ​ຖະ​ກິດດຳ​ເນີນ​ໄປ​ຢ່າງ​ຂະ​ຫຍັນ​ຂັ​ນ​ເຄື່ອນ. ການ​ພົວ​ພັນ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ພວມດ​ຳ​ເນີນ​ໄປ​ໃນ​ທຸກ​ຂົງ​ເຂດ, ທຸກ​ລະ​ດັບ ເປັນ​ຕົ້ນ​ໃນ​ຂອບ​ເຂດ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ, ຂອບ​ເຂດ​ຮ່ວມ​ມື ອາ​ຊຽນ ແລະ ບັນ​ດາ​ຂອບ​ເຂດ​ຮ່ວມ​ມື​ພາກ​ພື້ນ ແລະ ຫລາຍ​ຝ່າຍ. ດ້ວຍ​ຖາ​ນະ​ແມ່ນ​ສະ​ມາ​ຊິກ ອາ​ຊຽນ, ທັງ​ສອງ​ປະ​ເທດ ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ. ເລື່ອງ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ໄດ້​ນຳ​ມາ​ໃຫ້​ສອງ​ປະ​ເທດ ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ ແລະ ເປັນ​ພື້ນ​ຖານ ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ ປະ​ຊາ​ຄົມ ແລະ ໃນ​ທຸກ​ຂົງ​ເຂດ​ການ​ທູດ. ໃນ​ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ການ​ຢ້ຽມ​ຢາມ ແລະ ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ຍົກ​ການ​ຮ່ວມມ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ມຽນ​ມາ ແລະ ຫວຽດ​ນາມ ມີ​ບົດ​ຮຽນ​ຫລາຍ​ຢ່າງ​ເພື່ອ​ແລກ​ປ່ຽນ ແລະ ເປີດກວ້າງ​ທຸກ​ຄວາມ​ສາ​ມາດ​ບົ່ມ​ຊ​ອ້ນເພື່ອ​ກາຍ​ເປັນ​ຄູ່​ຮ່ວມ​ມື​​ສຳ​ເລັດຍາວ​ນານ.”

        ເມື່ອ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງກອງ​ປະ​ຊ​ຸມ​ສຳ​ມະ​ນາ​ສຳ​ລັບ​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ທ່ານ Wynn Lwin, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມຽນ​ມາ ປະ​ຈຳ ອິນ​ເດຍ, ອີ​ຣານ ແລະ Nigeria, ປະ​ຈຸ​ບັນ ເປັນ​ສະ​ມາ​ຊິກ​ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ການ​ພົວ​ພັນ​ສາ​ກົນ ມຽນ​ມາ ໃຫ້​ຮ້​ູ້​ວ່າ:

        “ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ນຳ​ສອງ​ປະ​ເທດ, ສອງ​ຊາດ ຫຍັບ​ມໍ່ໃກ້​ກັນ​ກວ່າ, ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຕໍ່​ໄປ​ໃນ​ກຸ່ມ ອາ​ຊຽນ. ຫວຽດ​ນາມ ແລະ ມຽນ​ມາ ໄດ້​ພ້ອມ​ກັນ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ​ໃນ​ອະ​ດ​ີດ​ຕະ​ການ ແລະ ຫວ​ັງ​ວ່າ ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່, ຈຸດ​ໝາຍ​ໃຫ​ມ່ ພ້ອມ​ກັບ ອາ​ຊຽນ. ​ຫວຽດ​ນາມ ແມ່ນ​ປະ​ເທດ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​​ເຂົ້າ​ມາ​ລົງ​ທຶນເປັນ​ຈຳ​ນວນ​ຫລວງ​ຫລາຍ, ນີ້​ແມ່ນ​ກາ​ລະ​ໂອ​ກາດ ແຕ່​ກໍ​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ຫວຽດ​ນາມ ແລະ ຫວຽດ​ນາມ ຖອດ​ຖອນ​ບົດ​ຮຽນ​ອັນ​ລ້ຳ​ຄ່າຫລາຍ​ຢ່າງ, ນັ້ນ​​ກໍ​ແມ່ນ​ບັນ​ດາ​ບົດ​ຮຽນ​​ທີ່​ດີ​ດ​ເພື່ອ​ໃຫ້ມຽນ​ມາ​ຮ່ຳ​ຮຽນ​ເອົາ.”

        ກອງ​ປະ​ຊ​ຸມ​ສຳ​ມະ​ນາ ດຳ​ເນີນ​ໄປ​ສຳ​ເລັດ​ຜົນ ແລະ ບັນ​ດາ​ຜູ້​ແທນ​ສະ​ຫລຸບ​ໄດ້​ວ່າ: ສອງ​ປະ​ເທດ ຄວນ​ເພີ່ມ​ທະ​ວີ​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ​ວິ​ທະ​ຍາ​ສາດ, ການ​ພົບ​ປະ​ຄັ້ງ​ຕ່າງໆ​ລະ​ຫວ່າງ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ລັດ​ຖະ​ບານ ກໍ​ຄື ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປ​ະ​ຊາ​ຊົນ. ຜ່ານນັ້ນ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ມຽນ​ມາ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ