ການສອນວິຊາຊີບຢູ່ໄທມຸ່ງໄປເຖິງບັນລຸມາດຖານສາກົນກ່ຽວກັບສີມືແຮງງານ


(vovworld)-ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ​ໄທ ແມ່ນ​ຫົວ​ຫນ່ວຍ​ສະ​ເພາະ​ກິດ​ຈັດ​ຕັ້ງ​ການ​ສອນ​ວິ​ຊາ​ຊີບ, ຍົກ​ສູງ​ສີ​ມື​ແຮງ​ງານ ແລະ​ກວດ​ກາ​ລະ​ດັບ​ສີ​ມື​ແຮງ​ງານ​ໃຫ້​ແກ່​ຊາວ​ຫນຸ່ມ​ໄທ. ໃນ​ຊ​ຸມ​ປີ​ຜ່ານ​ມາ, ກົມ​ພັດ​ທະ​ນາ​ສີ​ສື​ແຮງ​ງານ​ ໄດ້​ຮັບ​ການ​ຫນູນ​ຊ່ວຍຈາກ​ລັດ​ຖະ​ບານ​ໄທ, ພ້​ອມ​ທັງ ຮ່ວມ​ມື​ກັບ​ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນ ແລະ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ວຽກ​ງານ​ສອນ​ວິ​ຊາ​ຊີບ ເພື່ອ​ມ່​ຸງ​ໄປ​ເຖິງ​ຈຸດ​ໝາຍ​ສອນ​ວິ​ຊາ​ຊ​ີບ​ໃຫ້​ຄົນ​ງານ​ໄທ ມີ​ສີ​ມື​ແຮງ​ງານ​ບັນ​ລຸ​ມາດ​ຖານ​ສາ​ກົນ.

ການສອນວິຊາຊີບຢູ່ໄທມຸ່ງໄປເຖິງບັນລຸມາດຖານສາກົນກ່ຽວກັບສີມືແຮງງານ - ảnh 1
ຄົນ​ງານ​ໄທ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ
ຄັ້ງ​ທີ 10 ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ
ພາບ:vov

          ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໄທ ປະ​ກາດ​ເມື່ອ​ວັນ​ທີ 20/3/2014, ປີ 2013, ມີ​ຊາວ​ຫນຸ່ມ​ໄທ​ກວ່າ 4,6 ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ຮຽນ​ວິ​ຊາ​ຊີບ, ຫລາຍ​ສຸດ​ແມ່ນ​​ຮຽນ​ກ່ຽວ​ກັບ​ຂົງ​ເຂດ​ທ່ອງ​ທ່ຽວ, ບໍ​ລິ​ການ. ໃນ​ນັ້ນ ມີ 3800 ຄົນ​ໄດ້​ຜ່ານ​ການ​ສອບເສັງ​ຕາມ​ມາດ​ຖານ​ສາ​ກົນ, 484 ຄົນ​ບັນ​ລຸ​ຄະ​ແນນ​ສູງ​ໃນການສອບ​ເສັງ​ສີ​ມື​ແຮງ​ງານ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ. ບັນ​ດາ​ໝາກ​ຜົນ​ນີ້ ສ່ວນ​ຫລາຍ​ແມ່ນ​ເພີ່ມ​ຂຶ້ນ​ປະ​ມານ 1% ຫລື ຮັກ​ສາ​ລະ​ດັບ​ເປັນ​ປົກ​ກະ​ຕິກວ່າ​​ເມື່ອ​ທຽບ​ໃສ່ປີ​ກາຍ. ທ່ານ​ນາງ ບຸນ​ທະ​ຣີກ ສະ​ມິ​ຕິ, ຫົວ​ຫນ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໄທ ໃຫ້​ຮູ້​ວ່າ:

          ສຽງ​ທ່ານ​ນາງ ບຸນ​ທະ​ຣີກ ສະ​ມິ​ຕິ

          ໃນ​ວິ​ວັດ​ການ​ສອນ​ວິ​ຊາ​ຊີບ​ຢູ່​ໄທ, ອຸ​ປະ​ກອນ​ການ​ປະ​ຕິ​ບັດ​ທົດ​ລອງ​ທັນ​ສະ​ໄຫມ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ຕາມ​ແຫລ່ງ​ຫນູນ​ຊ່ວຍ​ຈາກ​ງົບ​ປະ​ມານ​ລັດ​ຖະ​ບານ ຫລື ເຊື່ອມ​ຕໍ່​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ ແລະ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ. ສ່ວນ​ຜູ້​ຮຽນ​ວິ​ຊາ​ຊີບ ຕ້ອ​ງ​ປະ​ຕິ​ບັດ​ຢ່າງ​ຊຳ​ນານ​ງານ ແລະ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ເວ​ລາ​ກຳ​ນົດ​ຢ່າງ​ເຂັ້ມ​ງວດ. ເພື່ອນ ຊັກ​ກະ​ພົງ ເໝືອນ​ແສນ, ນັກ​ສຶກ​ສາ​​ມະ​ຫາ​ວິ​ທະ​ຍາ​ໄລ ຣັດ​ຈະ​ມົງ​ກອນ ​ເຕັກ​ໂນ​ໂລ​ຊີ ພາກ​ພາ​ຍັບ ລານ​ນາ ຊຽງ​ໃຫມ່ (Rajamangala University of Technology Lanna) ປະ​ຈຸ​ບັນ ພວມ​ຮຽນ​ອາຊີບ​ຊ່າງ​ໄຟ​ຟ​້າ ໃຫ້​ຮູ້​ວ່າ:

          ສຽງ​ເພື່ອນຊັກ​ກະ​ພົງ ເໝືອນ​ແສນ

          ນອກ​ຈາກ​ປັດ​ໄຈ​ກ່ຽວ​ກັບ​ເວ​ລາ​ແລ້ວ, ເພື່ອ​ທັດ​ທຽມ​ກັບ​ທ່າ​ອ່ຽງ​ຂອງ​ໂລກ, ເຕັກ​ໂນ​ໂລ​ຊີ​ແມ່ນ​ສິ່ງ​ທີ່ບໍ່​ຄວ​ນ​ຖື​ເບົາ. ທ່ານ ​ໂກ​ເມກ ພິ​ຢາ​ພັນ, ຜູ້​ຊ່ຽວ​ຊານ​ສອນ​ອາ​ຊີບ​ຕິດ​ຕັ້ງ​ໄຟ​ຟ້າ​ໃຫ້​ຮູ້​ວ່າ:

          ສຽງ ທ່ານໂກ​ເມກ ພິ​ຢາ​ພັນ


ການສອນວິຊາຊີບຢູ່ໄທມຸ່ງໄປເຖິງບັນລຸມາດຖານສາກົນກ່ຽວກັບສີມືແຮງງານ - ảnh 2
ຄະ​ນະ​ການ​ນຳ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໄທ
ພາບ:vov

          ຕາມ​ທ່ານ​ນາງ ບຸນ​ທະ​ຣີກ ສະ​ມິ​ຕິ​ແລ້ວ, ອາດ​ຈະ​ເວົ້າ​ໄດ້​ວ່າ ບັນ​ດາ​ການ​ແຂ່ງ​ຂັນ​ສີ​ສື​ແຮງ​ງານ​ຂັ້ນ​ພາກ​ພື້ນ ແລະ ສາ​ກົນ​ຄື: ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 10 ຖືກ​ຈັດ​ຂຶ້ນ​ເມື່ອ​ເດືອນ 10/2014 ໄດ້​ຮັບ​ຖື​ວ່າ ແມ່ນ​ການກວດ​ສອບ​ຜົນ​ການ​ສອນ​ວິ​ຊາ​ຊີບ ແລະ ຄວາມ​ສາ​ມາດ​ຮັບ​ມື​ຂອງ​ຄົນ​ງານ​ໄທ ດ້ວຍ​ເຕັກ​ໂນ​ໂລ​ຊີນຳ​ໃຊ້​ປະ​ຈຸ​ບັນ. ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ຄະ​ນະ​ແຮງ​ງານ​ໄທ ມີ 41 ຄົນ, ເຂົ້າ​ຮ່ວມ 22/25 ສາ​ຂາ​ວິ​ຊາ​ຊີບ ແລະ ຍາດ​ໄດ້ ຫລຽນ​ຄຳ 7 ຫລຽນ, ຫລຽນ​ເງິນ 1 ຫລຽນ ແລະ ຫລຽນ​ທອງ 5 ຫລຽນ. ໃນ​ນັ້ນ ມີ​​​ສາ​ຂາວິ​ຊາ​​ຊີບໃຫມ່ ນັ້ນ​ແມ່ນ Robot ເຄື່ອນ​ທີ່ ຍາດ​ໄດ້​ຫລຽນ​ທອງ. ​ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ນີ້, ທ່ານ​ນາງ ບຸນ​ທະ​ຣີກ ສະ​ມິ​ຕິ ໃຫ້​ຮູ້​ວ່າ:

    ສຽງ​ທ່ານ​ນາງ ບຸນ​ທະ​ຣີກ ສະ​ມິ​ຕິ

        ປະ​ຈຸ​ບັນ ຄຽງ​ຄູ່​ກັບ​ການ​ຮັກ​ສາ​ທ່າ​ແຮງ​ບາງ​ຂະ​ແຫນງ​ອາ​ຊີບ​ທີ່​ມີ​ຢູ່​ແລ້ວ, ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໄທ ຍັງ​ເອົາ​ໃຈ​ໃສ່​ເຖິງ​ການ​ສອນ​ວິ​ຊາ​ຊີບ​ບັນ​ດາ​ຂະ​ແຫນງ​ອາ​ຊີບ​ໃຫມ່ ຕາມ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ​ຄື: robot ເຄື່ອນ​ທີ່. ຜ່ານນັ້ນ ປະ​ກອບ​ສ່ວນ​ເຮັດ​ໃຫ້​ສີ​ມື​ແຮ​ງ​ງານ​ໄທ​ນັບ​ມື້​ນັບ​ບັນ​ລຸ​ລະ​ດັບ​ເທົ່າ​ທຽມ​ກັບ​ມາດ​ຖານ​ສາ​ກົນ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ