ການອະນຸລັກຮັກສາປະຕິສັງຂອນມໍລະດົກໄປຄຽງຄູ່ກັບການພັດທະນາເສດຖະກິດ ຢູ່ ມ້ຽນມາ

(vovworld) - ຢາງ​ກຸ້ງ ​ເຊິ່ງ​ແມ່ນກຸງ​ເກົ່າ​ຂອງ​ປະ​ເທດ​ມ້ຽນ​ມາ ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ທີ່​ເກົ່າ​ແກ່ ​ແລະ ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຫລາຍ​ຮູບ​ຫລາຍ​ແບບ ທີ່​ບໍ່​ເຄີຍ​ມີ​ມາຢູ່​ອາຊີ . ກຸງເກົ່າ ຢາງກຸງ ​ແມ່ນ​ນະຄອນ​ທີ່​ກ້ວາງ​ໃຫຍ່ ມີ​ເຮືອນ​ຊານ​ແບບ​​ເກົ່າ​ແກ່ຫລາຍ​ຫລັງ, ດ້ວຍ​ສະຖາປັດຕະຍະກຳ​ທີ່​ອຸດົມສົມບູນ​ຂອງສະ​ໄຫມ​ລ່າ​ເມືອງ​ຂຶ້ນ ​ແລະ ມີກິດຈະກຳ​ສາສະຫນາ​ເປັນ​ຫລາຍ​ຮູບ​ຫລາຍ​​ແບບ​. ບັນດາ​ສະຖາປັດຕະຍະກຳ​ດັ່ງກ່າວ​​​ໄດ້​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້​ເປັນ​ຈຳນວນ​ຫລວງຫລາຍ. ​ແຕ່​ເພື່ອ​ເຮັດ​ໄດ້​ສິ່ງ​ນັ້ນ, ​ນັບແຕ່​ດົນ​ນານ​ມາ​ແລ້ວ, ມ້ຽນມາ ​ໄດ້​ມີ​ນະ​ໂຍບາຍ​ຮຽກຮ້ອງ​ປະຊາຊົນ​ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ສົມທົບ​ກັນ​​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ການທ່ອງທ່ຽວ​ຂອງ​ມໍລະດົກ.

ການອະນຸລັກຮັກສາປະຕິສັງຂອນມໍລະດົກໄປຄຽງຄູ່ກັບການພັດທະນາເສດຖະກິດ ຢູ່ ມ້ຽນມາ - ảnh 1
ວັດວາອາຮາມ ຢູ່ ຢາງກຸ້ງ
ພາບ: internet

        ບັນດາ​ອາຄານ​​ເກົ່າ​ແກ່​ທີ່​ມີ​ອາຍຸ 1880 ປີ ຕັ້ງ​ກະ​ແຈກ​ກະຈາຍ​​ຢູ່​ເທດສະບານທີ່​ຄັບຄາ​ຫນາ​ແຫນ້ນ​ກວ່າ 20 ​ແຫ່ງ​ຢູ່ ຢາງ​ກຸ້ງ, ສ່ວນ​ຫລາຍ​ແມ່ນ​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານ, ​ໂຮງຮຽນ, ​ໂຮມ​ແຮມ, ວິຫານ​ຫໍບູຊາ ​ແລະ​ອື່ນໆ. ອາຄານ​​ເຫົຼ່ານັ້ນ ລ້ວນ​ແຕ່​ແມ່ນ​ບັນດາ​ສະຖາປັດຕະຍະກຳ​ເກົ່າ​ແກ່​ຊຶ່ງ​​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ສະ​ໄຫມ​ລ່າ​ເມືອງ​ຂຶ້ນ. ຕາມ​ບັນດາ​ນັກ​ສະຖາປະ​ນິກ​ນະຄອນ ຢາງ​ກຸ້ງ ​ແລ້ວ, ບັນດາ​ອາຄານ​ດັ້ງ​ເດ່ີມດັ່ງກ່າວ​ຍັງ​ຄົງ​ນຳ​ໃຊ້ຢູ່ ​ແຕ່​ກໍ່​ຮອດ​ຈຸດ​ເວລາ​ຕ້ອງ​ໄດ້​ຮັບ​ການ​ບຸລະນະ​ປະຕິສັງຂອນ​ຢ່າງ​​​ໃຫ້​ເປັນລະບົບ​ກວ່າ. ກ່ອນ​ຈຸດ​ເວລາທີ່​ມ້ຽນ​ມາ​ດຳ​ເນີນ​ການ​ປະຕິ​ຮູບ​ຮອບດ້ານ​ໃນ​ໄລຍະ​ຕົ້ນ​ປີ, ອຳນາດ​ການ​ປົກຄອງ ຢາງ​ກຸ້ງ ​ໄດ້​ມີ​​ນະ​ໂຍບາຍຫັນ​ວຽກ​ງານບຸລະນະ​​ປະຕິສັງຂອນ​ມໍລະດົກ​​ເປັນ​ວຽກ​ງານສັງຄົມ, ​ເພື່ອທັງ​ຫລຸດຜ່ອນ​ລາຍ​ຈ່າຍ​ງົບປະມານ​ຂອງ​ນະຄອນ ທັງ​ຮັກສາ​ບັນດາ​ກິດຈະກຳ​ວັດທະນະ​ທຳ​​​​ແນ​ໃສ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.  ມາ​ຮອດ​ຈຸດ​ເວລາ​ນີ້ ມີ​ບໍລິ​ສັດລົງທຶນ​ຫລາຍ​ແຫ່ງ​ພວມ​ມຸ່ງ​ໄປ​ເຖິງ ມ້ຽນ​ມາ ​ແລະ ມີ​ບາງ​ບໍລິສັດ​ຕ່າງປະ​ເທດ​ຢາກ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ເຂົາ​ເຈົ້າ​ແມ່ນ​ບັນດາ​ກິດຈະກຳ​ວັດທະນະທຳ​ທີ່​ເກົ່າ​ແກ່​ຢູ່​ກຸງ​ເກົ່າ ຢາງ​ກຸ້ງ. ​ເຂົາ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກ​າດດຳ​ເນີນ​ທຸລະ​ກິດ​ລົງທຶນ​ຢູ່ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ນີ້. ທ່ານ Jon Park ຜູ້​ຕາງຫນ້າ​ບໍ​ລິສັດ​ລົງທຶນ​ເອກະ​ຊົນ Barton Hill ພວມ​ມີຫນ້າ​ຢູ່ ມ້ຽນ​ມາ​ໃຫ້​ຮູ້​ວ່າ: ດ້ວຍ​ການ​ເຕີບ​ໂຕ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ​ແລະ ການດຳ​ເນີນ​ທຸລະ​ກິດ, ບັນດາ​ອາຄານ​​ເຫົຼ່ານັ້ນ​ອາດ​ຈະ​ນຳ​ໃຊ້​​ເຂົ້າ​ໃນ​ການ​ບໍລິການຮັບ​ໃຊ້ຂະ​ແຫນງທ່ອງທ່ຽວ​ໃນ​ຊຸມ​ປີ​ຕໍ່ໜ້າ​ໄດ້.

        “ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ອາ​ຄານ​ນີ້​ແມ່ນ​ເໝາະ​ສົມ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ໂຮງ​ແຮມ, ບັນດາ​ບໍລິການ​ເຊົ່າ​ເຮືອນ​ຢູ່ ​ແລະ ອາຄານ​ຫຼາຍ​ຊັ້ນ. ຊ້ຳ​ບໍ່​ໜຳ ສາມ​າດ​ໃຫ້​ເຊົ່າ​ເພື່ອ​ຂາຍ​ສິນຄ້າ​ຍ່ອຍ​ຢູ່​ຊັ້ນ​ລຸ່ມ. ພວກ​ເຮົາ​ອາດ​ຈະ​ນຳ​​ໃຊ້ບັນດາ​ອາຄານ​ດັ່ງກ່າວ​ຄືນ​ໃຫມ່​ໄດ້.”

        ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສັນຍານ​ຕັ້ງຫນ້າ ທີ່ຊ່ວຍ​ໃຫ້​ກຸງ​ເກົ່າ ຢາງ​ກຸ້ງ ພັດທະນາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາ​ທີ່​ວາງ​ອອກ​ນັ້ນ​ແມ່ນ ການ​ບຸລະນະ​ປະຕິສັງ​ຂອນ​ໄປ​ຄຽງ​ຄູ່​ກັບ​ການ​ຊຸກຍູ້​ການພັດທະນາ​ເສດຖະກິດ. ກອງ​ທຶນ​ສິນ​ເຊື່ອ​ມໍລະດົກຢາງກຸ້ງ ຊື່​ງ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ ມ້ຽນມາ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ກອງ​ທຶນ​ດັ່ງກ່າວ​ຈະ​ພິຈາລະນາ​ເພື່ອ​ຕົກລົງ​ລະດັບ​ລົງທຶນ​​ໃຫ້​ແກ່​ການບຸລະນະ​​ປະຕິສັງຂອນ​​ບັນດາ​ອາຄານ​ດັ່ງກ່າວ. ທ່ານ Xon ni Ny un Then ຜູ້ອຳນວຍການ​ກອງ​ທຶນ​ສິນ​​ເຊື່ອ ມໍລະດົກ ຢາງ​ກຸ້ງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ເລີ່​ມຕົ້ນ​ການ​ກວດກາ​​ອາຄານ​ທັງ​ໝົດ ​ແລະ ​ເຊີນ​ບັນດາ​ສະຖາປະນິກ ຈາກ​ອັງກິດ​ມາ. ພວກ​ຂ້າພະ​ເຈົ້າ​ມີ​ເຈດ​ຈຳນົງ​ຈະອະນຸລັກ​ຮັກສາ ອາຄານ 187 ຫລັງ, ລວມມີ​ບັນດາ​ວິຫານ, ຫໍ​ບູຊາ​, ວັດວາອາ​ຮາມ, ​ໂຮງຮຽນ ​ແລະ ​ເຮືອນ​ສ່ວນ​ຕົວ​ກໍ​ຄື​ສຳນັກງານ​ລັດຖະບານ​ຢູ່​ທີ່​ນີ້.”

ການອະນຸລັກຮັກສາປະຕິສັງຂອນມໍລະດົກໄປຄຽງຄູ່ກັບການພັດທະນາເສດຖະກິດ ຢູ່ ມ້ຽນມາ - ảnh 2
ອາຄານເກົ່າແກ່ຢູ່ ນະຄອນ ຢາງກຸ້ງ
ພາບ:kienviet.net

        ຜ່ານ​ໄລຍະ​ເວລາ​ນັບ​ຮ້ອຍ​ປີ​, ບັນດາ​ອາຄານທີ່​​ເກົ່າ​ແກ່ຢູ່ ຢາງ​ກຸ້ງ ຕ້ອງ​ປະ​ເຊີນ​ໜ້າ​ກັບພະຍຸ, ​ແຜ່ນດິນ​ໄຫວ​ເປັນ​ຫລາຍ​ຄັ້ງ​, ​ແຕ່ລະ​ເທື່ອ​ເມື່ອ​ໄພ​ທຳ​ມະ​ຊາດ​ຜ່ານ​ໄປ ອຳນາດ​ການ​ປົກຄອງ​ນະຄອນ​ໄດ້​ຊ່ວຍ​ເຫລືອ​ທາງ​ດ້ານ​ວັດຖຸ​ສ່ວນ​ໃດ​ຫນຶ່ງ​ໃຫ້​ແກ່​​ບັນດາຄອບຄົວ​​ໃນ​ເຂດ​ມໍລະດົກຢູ່​ນະຄອນ​​​ເພື່ອ​ໃຫ້​ເຂົ​າ​ເຈົ້າສ້ອມ​ແປງ​ກໍ​ຄື​ຮັກສາ​ສະ​ຖາ​ປັດຕະຍະ​ກຳ​ຂອງ​ອາ​ຄານ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ