ການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ ປີ ແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ ລາວ

ການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ ປີ ແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ ລາວ  - ảnh 1
ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຕ້ອນຮັບ ທ່ານ Nguyen Bac Son ລັດຖະມົນຕີ​ກະຊວງ​ຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ.
ພາບ:vietnamplus.vn

(vovworld)- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 10 -11/4, ຕອນ​ບ່າຍ​ວັນ​ທີ 11/4 ຢູ່ ນະຄອນຫລວງ ວຽງ​ຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໂດຍ​ທ່ານ Nguyen Bac Son ລັດຖະມົນຕີ​ກະຊວງ​ດັ່ງ​ກ່າວ​ນຳ​ຫນ້າ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ     ທຳ​ມະ​ວົງ. ທ່ານ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ Nguyen Bac Son ​​ໄດ້​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ຄະນະ​ຜູ້​ແທນຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ຈັດ​ຕັ້ງ ​ງານ​ວາງສະ​ແດງ​ສື່ ສິ່ງພິມ​ລະດູບານ​ໃຫມ່ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ ປະ​ສົບ​ຜົນສຳ​ເລັດ ​​ເພື່ອ​ຂຳ່​ນັບ​ຮັບ​ຕ້ອນ 50 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ ​ແລະ ລາວ ​ (1962 - 2012), 35 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດ​ຕະພາບ, ການ​ຮ່ວມ​ມື (1977-2012) ລະຫວ່າງ ຫວຽດນາມ ​- ລາວ ​   ທ່ານ​ນາຍົກ

ລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ປາດ​ຖະຫນາ​ວ່າ ​ສອງ​ຝ່າ​ຍສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​​ເປັນຫລາຍ​ຮູບ​ຫລາຍ​ແບບ ​ແລະ ອຸດົມສົມບູນ​ກວ່າ​ໃນ​ປີ​ແຫ່ງ​ຄວາ​ມສາມັກຄີ​ມິດຕະພາບ ລາວ ຫວຽດນາມ ປີ 2012, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ບົດ​ຮຽນ, ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ເພີ່ມພູນ​ຄູນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ລາວ ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ