ການ​ເຄື່ອນ​ໄຫວ​​ເພື່ອ​ການກຸສົນ​ “ພ້ອມ​ກັນທໍາຄວາມດີ​ດ້ວຍຫົວໃຈ” ຂອງ​ປະຊາ​ຄົມ​ຊາວ​ ​ໄທ ອາ​ໄສ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ

(VOVWORLD) -ໃນໂອກາດງານບຸນໃຫຍ່ ຂອງໄທ ຫຼື ໃນເວລາທີ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ປະສົບເຄາະຮ້າຍ ແລະ ໄພທໍາມະຊາດ, ປະຊາຄົມຊາວ ໄທ ອາໄສ ແລະ ເຮັດວຽກຢູ່ ຮ່າໂນ້ຍ ແລະ ບັນດາແຂວງທາງພາກເໜືອຫວຽດນາມ ກໍຈັດຕັ້ງບັນດາການເຄື່ອນໄຫວ ເພື່ອການກຸສົນ ດ້ວຍທິດນໍາທີ່ວ່າ “ພ້ອມກັນທໍາຄວາມດີດ້ວຍຫົວໃຈ”. ບັນດາການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ເປັນປະໂຫຍດແກ່ສັງຄົມຫວຽດນາມເທົ່ານັ້ນ ຫາກຍັງສ້າງຄວາມຜູກພັນລະຫວ່າງປະຊາຄົມຊາວ ໄທ ເອງ ກໍຄື ລະຫວ່າງປະຊາຊົນສອງປະເທດບ້ານໃກ້ເຮືອນຄຽງນໍາກັນອີກດ້ວຍ. ໂດຍສະເພາະ, ຫວ່າງມໍ່ໆມານີ້ ໄດ້ຈັດບັນດາການເຄື່ອນໄຫວອະນາໄມສິ່ງແວດລ້ອມຢູ່ອ້ອມໜອງຮວ່ານກ໊ຽມ ໂດຍສະຖານທູດ ໄທ ປະຈໍາ ຮ່າໂນ້ຍ ສົມທົບກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ຈັດຕັ້ງຂຶ້ນ ເນື່ອງໃນໂອກາດລະນຶກເຖິງວັນພະຣາດຊະສົມພົບ ພະວະຊິຣະເກົ້າ ຂອງພະບາດສົມເດັດພະເຈົ້າຢູຫົວ ແລະ ວັນຊາດ ແຫ່ງ ລາຊະອານາຈັກໄທ ວັນທີ 5 ທັນວາ.
ການ​ເຄື່ອນ​ໄຫວ​​ເພື່ອ​ການກຸສົນ​ “ພ້ອມ​ກັນທໍາຄວາມດີ​ດ້ວຍຫົວໃຈ” ຂອງ​ປະຊາ​ຄົມ​ຊາວ​ ​ໄທ ອາ​ໄສ  ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ - ảnh 1ການເຄື່ອນໄຫວເພື່ອການກຸສົນ “ພ້ອມກັນທໍາຄວາມດີດ້ວຍຫົວໃຈ” ຂອງປະຊາຄົມຊາວ ໄທ ອາໄສ  ແລະ ເຮັດວຽກຢູ່ຫວຽດນາມຢູ່ ໜອງຮວ່ານກ໊ຽມ 

9 ໂມງເຊົ້າຂອງວັນອາທິດ, ເມື່ອຜູ້ຄົນສ່ວນຫຼາຍພວມ, ຮັບປະທານເຝີຮ້ອນໆ, ຢູ່ແຖວຖະໜົນ ຫຼີກວ໊ກຊື ຫຼື ນັ່ງດື່ມກາເຟ, ຕາກລົມຊົມວິວຢູ່ໜອງຮວ່ານກ໊ຽມແບບສະບາຍນັ້ນ, ຢູ່ເບື້ອງຫຼັງ ອະນຸສາວະລີ ຫຼີຖ໊າຍໂຕ໋, ມີພະນັກງານ, ພາລະກອນສະຖານທູດໄທປະຈໍາ ຮ່າໂນ້ຍ ແລະ ສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ໄທ ປະຈໍາ ນະຄອນຮ່າໂນ້ຍ, ປະຊາຄົມຊາວ ໄທ ອາໄສຢູ່ ຫວຽດນາມ ພ້ອມດ້ວຍນັກສຶກສາຫວຽດນາມ ກວ່າ 100 ຄົນ ໄດ້ເຕ້ົາໂຮມກັນເປັນທີ່ຮຽບຮ້ອຍ ເພື່ອຮັບໜ້າທີ່ຂອງຕົນ. ທຸກຄົນຕ່າງກໍພາກັນນຸ່ງເສື້ອຢືດສີເຫຼືອງ ເພື່ອສະແດງຄວາມລະນຶກເຖິງພະບາດສົມເດັດ ພະວະຊິຣະເກົ້າພະເຈົ້າຢູ່ຫົວ. ແຕ່ລະຄົນລ້ວນແຕ່ໄດ້ຮັບການແຈກໝວກ, ຖົງມື, ແນວຄີບຂີ້ເຫຍື້ອ ແລະ ຖົງ ເພື່ອໄປເກັບຂີ້ເຫຍື້ອ ແຕ່ບໍລິເວນອະນຸສາວະລີ ຫຼີ໊ຖ໊າຍໂຕ໋ ຫາເດີ່ນຫຍ້າ ຢູ່ອ້ອມໜອງຮວ່ານກ໊ຽມ:

        “ຂ້າພະເຈົ້າຊື່ວ່າ ຖ໊າຍ, ນີ້ແມ່ນເພື່ອນລາຍ. ພວກຂ້າພະເຈົ້າ ແມ່ນຊາວຫວຽດນາມອາໄສຢູ່ໄທ ກັບເມືອ ຫວຽດນາມ. ກ່ອນນີ້ຄະນະບໍລິຫານງານປະຊາຄົມຊາວກັບເມືອຈາກໄທໄດ້ແຈ້ງໃຫ້ພວກຂ້າພະເຈົ້າຮັບຊາບເພື່ອເຂົ້າຮ່ວມການເຄື່ອນໄຫວນີ້. ຂ້າພະເຈົ້າຮູ້ສຶກດີໃຈ ເມື່ອໄດ້ທໍາຄວາມສະອາດໃຫ້ແກ່ນະຄອນຫຼວງ. ນີ້ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວນີ້. ພວກຂ້າພະເຈົ້າມີອາຍຸຫຼາຍກວ່າ 70 ປີ ແລ້ວ. ເມື່ອເຫັນໝູ່ເພື່ອນມີຄວາມສຸກຄວາມມ່ວນຊື່ນ ເຮົາກໍຮູ້ສຶກມີຄວາມມ່ວນຊື່ນໄປຕາມ ແລະ ເຮັດຕາມ ໂດຍຖືເປັນການອອກແຮງງານ”.

ພາຍຫຼັງ  1 ຊົ່ວໂມງ, ທັງທິມງານເກັບຂີ້ເຫຍື້ອມາໄດ້ເປັນຈໍານວນຫຼາຍຖົງ. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍ, ປະກອບສ່ວນໂຄສະນາເຜີຍແຜ່ເພື່ອປົກປັກຮັກສານະຄອນຫຼວງທີ່ຂຽວ-ສະອາດ - ສວຍງາມນີ້ ແລະ ເປັນການແຜ່ຂະຫຍາຍການເຄື່ອນໄຫວດັ່ງກ່າວໃຫ້ແກ່ຜູ້ຄົນທີ່ພວມທ່ຽວຊົມຢູ່ເຂດໜອງຮວ່ານກ໊ຽມອີກດ້ວຍ:

“ເມື່ອຂ້າພະເຈົ້າໄປເກັບຂີ້ເຫຍື້ອນັ້ນ ຄົນຫວຽດບາງຄົນ ກໍເຮັດໜ້າປະຫຼາດໃຈ ແລະບໍ່ຮູ້ວ່າເຮົາກໍາລັງເຮັດຫຍັງຢູ່. ເມື່ອຖາມແລ້ວ ເຂົາຈິ່ງຮູ້ວ່າ ເຮົາອະນາໄມສິ່ງແວດລ້ອມຢູ່ ຮ່າໂນ້ຍ ໃຫ້ສະອາດກວ່າເກົ່າ. ເມື່ອເດັກນ້ອຍຖາມ ເຮົາກໍບອກນໍາເຂົາວ່າ ຖີ້ມຂີ້ເຫຍື້ອໃສ່ຖັງເດີ, ຫ້າມຖີ້ມຂີ້ເຫຍື້ອຊະຊາຍເດີ”.

        “ການເຄື່ອນໄຫວເກັບຂີ້ເຫຍື້ອ ແມ່ນການກະທໍາທີ່ເລັກໆນ້ອຍໆ ແຕ່ມີຄວາມໝາຍຫຼາຍ. ເຖິງວ່າ ເຂົາເຈົ້າ ແມ່ນຊາວຕ່າງປະເທດກໍຕາມ ແຕ່ມີຄວາມເອົາໃຈໃສ່ເຖິງການປົກປັກຮັກສາສິ່ງແວດລ້ອມ ນ້ອງຄິດວ່າ ເປັນຫຍັງ ກ່ອນນີ້ ເຮົາບໍ່ເອົາໃຈໃສ່ເຖິງເລື່ອງນີ້. ນີ້ແມ່ນແບບຢ່າງທີ່ດີງາມ ອັນໄດ້ເຮັດໃຫ້ນ້ອງມີຄວາມຮັບຜິດຊອບຕໍ່ການປົກປັກຮັກສາສິ່ງແວດລ້ອມຫຼາຍກວ່າເກົ່າ. ນ້ອງຫວັງວ່າ ໃນອະນາຄົດບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມຄືແນວນີ້ ຈະສືບຕໍ່ໄດ້ຮັບການທະວີຄູນໃຫ້ຫຼາຍກວ່າອີກ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ບັນດາເພື່ອນໜຸ່ມຄືນ້ອງ”.

ການ​ເຄື່ອນ​ໄຫວ​​ເພື່ອ​ການກຸສົນ​ “ພ້ອມ​ກັນທໍາຄວາມດີ​ດ້ວຍຫົວໃຈ” ຂອງ​ປະຊາ​ຄົມ​ຊາວ​ ​ໄທ ອາ​ໄສ  ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ - ảnh 2ບັນດາການເຄື່ອນໄຫວເພື່ອນການກຸສົນ ຖືກຈັດຂຶ້ນຢູ່ແຂວງ ຖ໊າຍງວຽນ 

        ນອກຈາກການເກັບຂີີ້ເຫຍື້ອ, ອະນາໄມສິ່ງແວດລ້ອມແລ້ວ,ໃນຕະຫຼອດໄລຍະກວ່າ 1 ປີ ກວ່າທີ່ຜ່ານມາ, ສະຖານທູດ ໄທ ໄດ້ປຸກລະດົມ ແລະ ຈັດຕັ້ງການເຄື່ອນໄຫວເພື່ອສັງຄົມເປັນຈໍານວນຫຼວງຫຼາຍ. ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ຮັບການສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈຂອງປະຊາຄົມຊາວໄທປະຈໍາພາກເໜືອຫວຽດນາມກວ່າ 500 ຄົນ.

ການ​ເຄື່ອນ​ໄຫວ​​ເພື່ອ​ການກຸສົນ​ “ພ້ອມ​ກັນທໍາຄວາມດີ​ດ້ວຍຫົວໃຈ” ຂອງ​ປະຊາ​ຄົມ​ຊາວ​ ​ໄທ ອາ​ໄສ  ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ - ảnh 3ການເຄື່ອນໄຫວເພື່ອການກຸສົນ ແລະ ບໍລິຈາກເລືອດຂອງພະນັກງານ ບໍລິສັດ  CP ຫວຽດນາມ

  ໄປຄຽງຄູ່ກັບການເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຖານທູດ ໄທ ຈັດຕັ້ງແລ້ວ, ວິສາຫະກິດ ໄທ ທີ່ມີຄວາມສາມາດບົ່ມຊ້ອນຄື: ທະນາຄານ Bangkok ສາຂາຮ່າໂນ້ຍ ຫຼື ບໍລິສັດ CP ຫວຽດນາມ ຍັງໄດ້ສົມທົບກັບບັນດາຄູ່ຮ່ວມມືຫວຽດນາມ ຫຼື ຈັດຕັ້ງບັນດາການເຄື່ອນໄຫວເພື່ອການກຸສົນທີ່ມີຄວາມໝາຍດ້ວຍຕົນເອງອີກດ້ວຍ. ທ່ານນາງ ສິຣິພອນ ຄຸນນະເວດສຸວັນ ຜູ້ອໍານວຍການທະນາຄານ ບາງກອກ ສາຂາຮ່າໂນ້ຍ ແລະ ທ່ານ ຫວູແອັງຕ໊ວນ, ຮອງຜູ້ອໍານວຍການບໍລິສັດ CP ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນຫຼາຍປີຜ່ານມາ, ທາງບໍລິສັດ ພ້ອມກັບ ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໄດ້ຈັດຕັ້ງບັນດາລາຍການປຸກລະດົມການບໍລິຈາກເລືອດ. ເປັນຕົ້ນແມ່ນ ງານບຸນບໍລິຈາກເລືອດລະດູບານໃໝ່ ແລະ ລາຍການການເຄື່ອນໄຫວບໍລິຈາກເລືອດ ແມ່ນໄດ້ຈັດຂຶ້ນທຸກໆປີ. ນີ້ແມ່ນບັນດາການເຄື່ອນໄຫວ ເພື່ອແນໃສ່່ປຸກລະດົມໃຫ້ປະຊາຊົນຮູ້ແບ່ງປັນ, ຄວາມເມດຕາປານີ ແລະ ຊ່ວຍກູ້ເອົາຊີວິດຂອງຄົນອື່ນ. ນອກຈາກນັ້ນ, ທາງບໍລິສັດກໍໄດ້ຮ່ວມເດີນທາງພ້ອມກັບສະມາຄົມແພດໝໍໜຸ່ມຫວຽດນາມ ຈັດຕັ້ງລາຍການກວດພະຍາດ ແລະ ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ເຂດພູສູງ, ເຂດທຸກຍາກ, ຜູ້້ເຖົ້າ ແລະ ເດັກນ້ອຍຜູ້ທີ່ດ້ອຍໂອກາດ...ຫຼື ບັນດາລາຍການໜູນຊ່ວຍການຜ່າຕັດຫົວໃຈ...”

        ບັນດາການເຄື່ອນໄຫວທີ່ແທດຈິງເຫຼົ່ານັ້ນ ໄດ້ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາຄືດັ່ງຄໍາກ່າວປາໄສຂອງທ່ານ ທານີ ແສງຣັດ, ເອກອັກຄະລັດຖະທູດ ລາຊະອານາຈັກ ໄທ ປະຈໍາ ຫວຽດນາມ:

        ທ່ານເອກອັກຄະລັດຖະທູດ ທານີ ແສງຣັດ ໃຫ້ຮູ້ຕື່ມອີກວ່າ: ໃນຊຸມປີຈະມາເຖິງ, ສະຖານທູດ ໄທ ຈະຈັດຕັ້ງການເຄື່ອນໄຫວເພື່ອສັງຄົມ ໃນໂອກາດລະນຶກເຖິງ ວັນສະຫວັນຄົດຂອງ ພະບາດສົມເດັດ ພະເຈົ້າຢູຫົວ, ວັນຊາດໄທ ແລະໂອກາດບຸນປີໃໝ່ປະຈໍາຊາດ. ນອກຈາກນັ້ນ, ສະຖານທູດກໍຈະຈັດບັນດາການເຄື່ອນໄຫວສ້ອມແປງໂຮງຮຽນແຫ່ງຕ່າງໆຢູ່ແຂວງກວ໋າງນິງ, ຮວ່າບິ່ງ ແລະ ນິງບິ່ງ.  

ຕອບກັບ

ຂ່າວ/ບົດ​ອື່ນ