ການເຊື່ອມໂຍງເຂົ້າກັບອາຊຽນ-ບາດກ້າວຫັນປ່ຽນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ


(vovworld)- ນັບ​ແຕ່​ເມື່ອ​ກາຍ​ເປັນ​ສະ​ມາ​ຊິກ ອາ​ຊຽນ ຢ່າງ​ເປັນ​ທາງ​ການ​ໃນ​ປີ 1995, ຍາມ​ໃດ ອາ​ຊຽນ ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສຳ​ຄັນ​ຕົ້ນ​ຕໍ ແລະ ແມ່ນ​ກຳ​ລັງ​ຫນູນ​ຊ່ວຍ​ໃຫ້​ຫວຽດ​ນາມ ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ. ຄວາມ​ຈິງ​ປະ​ຈຸ​ບັນ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ການ​ຕັດ​ສິນ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ສຳ​ຄັນ​ຊ່ວຍ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ຫລາຍ​ຢ່າງ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ.

ການເຊື່ອມໂຍງເຂົ້າກັບອາຊຽນ-ບາດກ້າວຫັນປ່ຽນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ - ảnh 1

        ຕາມ​ຕົວ​ເລກ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າຫວຽດ​ນາມ ແລ້ວ, ໃນ​ຊຸມ​ປີມໍ່ໆ​ມານີ້, ຍາມ​ໃດ​ອາ​ຊຽນ ກໍ​ແມ່ນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ແລະ ພ້ອມ​ທັງ​ແມ່ນ​ຄູ່​ຮ່ວມ​ມື​ສະ​ຫນອງ​ສິນ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ອາ​ຊຽນ ໃນ​ປີ 2013 ບັນ​ລຸ 39,7 ຕື້ USD, ເພີ່ມ​ຂຶ້ນ​ທົບ 5 ເທົ່າ ເມື່ອ​ທຽບ​ໃສ່​ປີ 2003, ແລະ ກວມ​ປະ​ມານ 15% ຍອດ​ວົງ​ເງິນ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ບັນ​ດາ​ປະ​ເທດ ອາ​ຊຽນ ກໍ​ກາຍ​ເປັນ​ສະ​ຖານ​ທີ່​ດູດ​ດື່ມ​ບັນ​ດານັກ​ລົງ​ທຶນ​ຫວຽດ​ນາມ, ພິ​ເສດ ແມ່ນ​ລາວ ແລະ ກຳ​ປູ​ເຈຍ, ດ້ວ​ຍ​ຈຳ​ນວນ​ເງິນ​ລົງ​ທຶນ​ເຂົ້າ 2 ຕະ​ຫລາດນີ້​ ​ຮອດ​ເດືອນ 4/2015 ແມ່ນ​ປະ​ມານກວ່າ 7 ຕື້ USD, ກວມກວ່າ 35,5% ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. ຍ້ອນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ຊຽນ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ ໄດ້​ປະ​ກອບ​ສ່ວນບໍ່​ຫນ້ອຍ​​ເຂົ້າໃນ​ການ ນຳ​ຫວຽດ​ນາມ ຈາກ​ປະ​ເທດ​ພັດ​ທະ​ນາ​ຊັກ​ຊ້າ ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ ແລະ ມີ​ແງ່​ຫວັງ. ຖ້າ​ຫາກ​ປີ 1995, GDP ຂອງ​ຫວຽດ​ນາມ ບັນ​ລຸ​ພຽງ 21 ຕື້  USD, ມາ​ຮອດ​ປີ 2014 ໄດ້​ເພີ່ມ​ຂຶ້ນ​ທົບ 9 ເທົ່າ. GDP ສະ​ເລ່ຍ​ໃສ່ຫົວ​ຄົນ​ຂອງ​ຫວຽດ​ນາມ​ໃນ​ປີ 1995 ບັນ​ລຸ 289USD ຢື​ນ​ອັນ​ດັບ 10 ຂອງ​ພາກ​ພື້ນ, ມາ​ຮອດ​ປີ 2014 ບັນ​ລຸກວ່າ 2000 USD, ຢືນ​ອັນ​ດັບ 7. ຕ​າມ​ການ​ຕີ​ລາ​ຄາ​ຂອງ​ທ່ານ ຫງວຽນ​ເກີມ​ຕູ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ​ແລ້ວ, ປະ​ຈຸ​ບັນ ເຖິງວ່າ ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ບໍ່​​ສາ​ມາດທັດ​ທຽມ​ກັບ​ຫລາຍ​ປະ​ເທ​ດ​ໃນ​ພາກ​ພື້ນ​ກໍ​ຕາມ, ແຕ່​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ ຖ້າ​​ຫາກຕາມ​ຈຸ​ຸດ​ເລີ່ມ​ຕົ້ນ​ຂອງ​ບັນ​ດາ​ປະ​ເທດ, ​ໝາກ​ຜົນ​ຊື່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ນັ້ນ​ເປັນ​ຫນ້າຮັບ​ຮູ້.

        “ປະ​ຈຸ​ບັນ ພວກ​ເຮົາ​ສາ​ມາດ​ເຫັ​ນ​ໄດ້​ວ່າ ຫວຽດ​ນາມ ກໍ​ມີ​ເຄື່ອງ​ໝາຍ​ການ​ຄ້າ​ໃຫຍ່, ສາ​ມາດ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ຫລື​ຊ້ຳ​ບໍ່​ໜຳ​ແມ່ນ​ມີ​ທ່າ​ໄດ້​ປຽບ​ກວ່າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ຄ້າຍ​ຄືກັນ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ. ຕົວ​ຢ່າງ​ໃນ​ຂົງ​ເຂດ​ບໍ​ລິ​ການ, ຫວຽດ​ນາມ ມີ​ ​ບໍ​ລິ​ສັດ Viettel, ໃນ​ຂົງ​ເຂດ​ທະ​ນາ​ຄານ ຫວຽດ​ນາມ ມີ ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ BIDV.”

        ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ຍັງ​ແມ່ນ​ທ່າ​ຊ່ວຍ​ຫວຽດ​ນາມ ດຳ​ເນີນ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ່າເຂົ້າ​ກັບ​ບັນ​ດາ​ກົນ​ໄກ​ເສດ​ຖະ​ກິ​ດ​ພາກ​ພື້ນ ແລະ ໂລກ ຄື WTO, APEC ຫລື ໃນ​ຕໍ່​ຫນ້າ​ແມ່ນ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ AEC ໃນ​ທ້າຍ​ປີນີ້. ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ດັ່ງ​ກ່າວ, ຫວຽດ​ນາມ ໄດ້​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ໃຫ້​ວິ​ວັດ​ການ​ກະ​ກຽມ​ຍາວ​ນານ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ກໍ່​ສ້າງ ແລະ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໃນ​ແຜນ​ການ​ສັງ​ລວມ AEC ຮອດ​ປີ 2015. ຮອງ​ສາດ​ສະ​ດາ​ຈານ ດ​ຣ ຫງວ​ຽນ​ຮົ່ງ​ເຊີນ, ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ເສດ​ຖ​ະ​ກິດ- ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ຍາມ​ໃດ​ຫວຽດ​ນາມ ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ສຳ​ເລັດ​​ອັດ​ຕາ​ການບັນ​ດາ​ມາດ​ຕະ​ການ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ AEC ຢູ່​ໃນ​ລະ​ດັບສູງ​ສຸດ​ຂອງພາກ​ພື້ນ.

        “ຫວຽດ​ນາມ ພວມ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ມຸ້ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ, ປະ​ຈຸ​ບັນ ຫວຽດ​ນາມ ປະ​ຕິ​ບັດ​ໄດ້ 84,5% ບັນ​ດາ​ມາດ​ຕະ​ການ, ໃນ​ຂະ​ນະ​ນັ້ນ ລະ​ດັບ​ລວ​ມ​ຂອງ ອາ​ຊຽນ ແມ່ນ 78,1%. ຫວຽດ​ນາມ ພຽງ​ຖັດ​ຈາກ ສິງ​ກະ​ໂປ ແລະ ໄທ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການນັ້ນ. ຫວຽດ​ນາມ ກໍ​ຕັ້ງ​ຫນ້າ​ປັບ​ປຸງ, ດັດ​ປັບ​ບັນ​ດາ​ກອບ​ກົດ​ໝາຍ ແລະ ຜ່ານນັ້ນ​ປັບ​ປຸ​ງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ.”

        ຄຽງ​ຄູ​່​ກັນ​ນັ້ນ, ການ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ສ້າງ AEC ຂອງ​ຫວຽດ​ນາມ ຍັງ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຫລາຍ​ຂໍ້​ລິ​ເລິ່ມ ກ່ຽວ​ກັບ​ຄວາມ​ສະ​ດວກ​ຫັນ​ການ​ຄ້າ​ເປັນ​ເສ​ລີ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ ເລ​ຈຽວ​ຫວູ, ຮອງ​ຫົວ​ຫນ້າ​ກົມ​ນະ​ໂຍ​ບາຍ​ກາ​ນ​ຄ້າ​ຫລາຍ​ຝ່າຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ເປັນ​ເຈົ້າ​ການ​ຂອງ​ຫວຽດ​ນາມ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢູ່​ຫລາຍ​ຂໍ້​ລິ​ເລີ່ມ ກ່ຽວ​ກັບ​ຄວາມ​ສະ​ດວກ​ໃນ​ການ​ຫັນ​ການ​ຄ້າ​ເປັນ​ເສ​ລີ ຊື່ງ​ໄດ້​ປະ​ຕິ​ບັດ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ, ມີ​ຄຸນ​ປະ​ໂຫຍດ​ສຳ​ຄັນ ແລະ ມີ​ຜົນ​ປະ​ໂຫຍດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ. ຕົວ​ຢ່າງ​ຄື ກົນ​ໄກ​ພາ​ສີ​ປະ​ຕູ​ດຽວ. ປະ​ຈຸ​ບັນ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ກົນ​ໄກ​ພາ​ສີ​ປະ​ຕູ​​ດຽວແຫ່ງ​ຊາດ ກ້າວ​ໄປ​ເຖິງ​ການ​ຜັນ​ຂະ​ຫຍາຍ​ກົນ​ໄກ​ປະ​ຕູ​ດຽວ ອາ​ຊຽນ, ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ເຄື່ອນ​ໄຫວ​ຂາ​ອອກ​ຂາ​ເຂົ້າ ຫລື​ກົນ​ໄກ​ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ.”

        ຈຸດ​ເວ​ລາ​ສ້າງ​ຕັ້ງ AEC ໃກ້​ຈະ​ຮອດ​ແລ້ວ. ນີ້​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ ​ໄປທັດ​ກັບ​ທ່າ​ອ່ຽງ ແລະ ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ ແລະ ໂລກ. ຄຽງ​ຄູ່​ກັນ​ນັ້ນ​ເລື່ອງ​ເພີ່ມ​ທະ​ວີ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ການເຊື່ອມ​ໂຍງ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ຕັ້ງ​ຫນ້າ​ຊີ້​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການດ​ຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ ແລະ ຄຸນ​ນະ​ພາບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.. ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ດີ ກໍ​ຄື​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຊື່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິ​ດ​ພາກ​ພື້ນ​ນຳ​ມາ​ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ