ການ​ແຂ່ງ​ຂັນບັນ​ລະ​ຍາຍ ແລະ ຮ້ອງ​ເພງພາ​ສາ ອິນ​ໂດ​ເນ​ເຊຍ - ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ ອິນ​ໂດ​ເນ​ເຊຍ

(VOVWORLD) - ຄຶກຄື້ນກະຕືລືລົ້ນຈັບອົກຈັບໃຈແມ່ນບັນຍາກາດຂອງຮອບຊີງຊະນະເລີດ “ການແຂ່ງຂັນບັນລະຍາຍແລະຮ້ອງເພງພາສາອິນໂດເນເຊຍ” ເຊິ່ງໄດດຳເນີນໃນທ້າຍເດືອນສິງຫາຜ່ານມາຢູ່ສະໂມສອນພະແນກວັນນະຄະດີມະຫາວິທະຍາໄລວິທະຍາສາດສັງຄົມແລະມະນຸດສາດມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນນີ້ແມ່ນໂອກາດເພື່ອໃຫ້ຜູ້ເຂົ້າຮ່ວມການແຂ່ງຂັນສະແດງຄວາມສາມາດໃນການບັນຍາຍແລະຄວາມເມົາມົວກັບພາສາວັດທະນະທຳອິນໂດເນເຊຍ.

ໂດຍໄດ້ປຸກລະດົມກ່ອນນີ້ກວ່າ 1 ເດືອນ, “ການແຂ່ງຂັນບັນລະຍາຍ ແລະ ຮ້ອງເພງພາສາ ອິນໂດເນເຊຍ” ໂດຍມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ສົມທົບກັບສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ຈັດຂຶ້ນ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາເພື່ອນໜຸ່ມໃນບໍລິເວນນະຄອນ ເປັນຈຳນວນຫຼວງຫຼາຍ. ເຂົາເຈົ້າເປັນນັກສຶກສາ, ອະດີດນັກສຶກສາຮຽນພາສາ ອິນໂດເນເຊຍ, ເປັນຜູ້ນຳທ່ຽວ ຫຼື ຜູ້ຮັກມັກພາສາ ອິນໂດເນເຊຍ. ພາຍຫຼັງຮອບຄັດເລືອກ, ຄະນະຈັດຕັ້ງໄດ້ເລືອກເອົາຜູ້ເຂົ້າຮ່ວມການແຂ່ງຂັນ 21 ຄົນທີ່ດີເດັ່ນທີ່ສຸດ ຢູ່ທັງໃນການແຂ່ງຂັນບັນລະຍາຍ ແລະ ຮ້ອງເພງເຂົ້າຮອບຊີງຊະນະເລີດ.

ການ​ແຂ່ງ​ຂັນບັນ​ລະ​ຍາຍ ແລະ ຮ້ອງ​ເພງພາ​ສາ ອິນ​ໂດ​ເນ​ເຊຍ - ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ ອິນ​ໂດ​ເນ​ເຊຍ - ảnh 1ທ່ານຫົວໜ້າສະຖານກົງສູນໃຫຍ່ ພ້ອມ ດ້ວຍພັນລະຍາ ຂຶ້ນເວລາເຊື່ອມຕົວເຂົ້າກັບບັນຍາກາດພ້ອມກັບຜູ້ເຂົ້າຮ່ວມການແຂ່ງຂັນ

    ໂດຍເໜືອກວ່າຂອບເຂດຂອງການແຂ່ງຂັນ, ເຫດການດັ່ງກ່າວ ໄດ້ສ້າງເວທີໜຶ່ງທີ່ເຕັມໄປດ້ວຍວັດທະນະທຳ ອິນໂດເນເຊຍ ຂຶ້ນມາ. ຜູ້ເຂົ້າຮ່ວມ ກໍພົ້ນເດັ່ນໃນຊຸດອາພອນປະຈຳເຜົ່າຂອງ ອິນໂດເນເຊຍ, ມີຄວາມໝັ້ນໃຈບັນລະຍາຍ ແລະ ຂັບຮ້ອງບັນດາບົດເພງດ້ວຍພາສາ ອິນໂດເນເຊຍ, ອັນໄດ້ຮັບການລະດົມກຳລັງໃຈຢ່າງສຸດໃຈຈາກຜູ້ຊົມ. ທ່ານ ປອ. ນາງ ໂງທິເຟືອງລານ, ອະທິການບໍດີມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ໄດ້ແບ່ງປັນກ່ຽວກັບຄວາມໝາຍຂອງການແຂ່ງຂັນດັ່ງກ່າວວ່າ:

ດ້ວເນື້ອໃນຈິດໃຈຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳລະຫວ່າງສອງປະເທດ, ການແຂ່ງຂັນນີ້ ບໍ່ພຽງແຕ່ແມ່ນເວທີເພື່ອໃຫ້ນັກສຶກສາໄດ້ປະຕິບັດຕົວຈິງ ແລະ ຍົກສູງທັກສະໃນການນຳໃຊ້ພາສາ ອິນໂດເນເຊຍ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ພວກເຮົາເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ປະຊາຊົນ ແລະ ປະເທດ ອິນໂດເນເຊຍ ອີກດ້ວຍ. ນອກຈາກນັ້ນແລ້ວ, ນີ້ຍັງແມ່ນເວທີເພື່ອສະແດງຄວາມເກັ່ງກ້າສາມາດ ແລະ ສະແດງນ້ຳໃຈໄມຕີຈິດມິດຕະພາບກັບປະຊາຊົນ ອິນໂດເນເຊຍ ອີດ້ວຍ”. 

ໃນເນື້ອໃນແຂ່ງຂັນບັນລະຍາຍ, ຜູ້ເຂົ້າຮ່ວມການແຂ່ງຂັນ 10 ຄົນຂອງຮອບຊີງຊະນະເລີດ  ໄດ້ຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບແຕ່ລະແງ່ມູມຂອງການພົວພັນລະຫວ່າງ ອິນໂດເນເຊຍ - ຫວຽດນາມ ໃນປັດຈຸບັນ ຜ່ານຫົວຂໍ້ຕ່າງໆ. ແຕ່ລະບົດບັນລະຍາຍ ລ້ວນແຕ່ມີສີສັນທີ່ແຕກຕ່າງກັນ, ຫົວຂໍ້ທີ່ແຕກຕ່າງກັນ, ແຕ່ສິ່ງທີ່ໜ້າຮັບຮູ້ທີ່ສຸດ ແມ່ນການກະກຽມຢ່າງລອບຄອບຖີ່ຖ້ວນຂອງເຂົາເຈົ້າ, ບໍ່ວ່າຈະແມ່ນຊຸດອາພອນ, ເນື້ອໃນການນຳສະເໜີ ຕະຫຼອດຮອດ ສະໄລ (slide) ຮູບພາບ.

 ດ້ວຍຫົວຂໍ້ “ກາລະໂອກາດ ແລະ ສິ່ງທ້ທາຍໃນການຮ່ວມມືດ້ານການສຶກສາລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ”, ນາງ ເຈິ່ນທິກ່ຽວຈິງ, ອະດີດນັກສຶກສາຂະແໜງ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ  ຍາດໄດ້ໄຊຊະນະ ດ້ວຍການບັນລະຍາຍທີ່ຫຼ່ຽນໄຫຼດີ ເປັນພາສາ ອິນໂດເນເຊຍ ແລະ ການໂຕ້ວາທີທີ່ຫຼັກແຫຼມ. ພິເສດ, ນາງມີຄວາມຄ່ອງແຄ້ວໃນການແບ່ງປັນເລື່ອງລາວສ່ວນຕົວ ກ່ຽວກັບການໄດ້ຮັບທຶນການສຶກສາ Darmasiswa ເມື່ອປີ 2023 ເພື່ອຢັ້ງຢືນຢ່າງຈະແຈ້ງກວ່າເຖິງຜົນປະໂຫຍດ ເຊິ່ງການຮ່ວມມືດ້ານການສຶກສານຳມາໃຫ້.

ການ​ແຂ່ງ​ຂັນບັນ​ລະ​ຍາຍ ແລະ ຮ້ອງ​ເພງພາ​ສາ ອິນ​ໂດ​ເນ​ເຊຍ - ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ ອິນ​ໂດ​ເນ​ເຊຍ - ảnh 2ນາງ ເຈິ່ນທິກ່ຽວຈິງ ເທິງເວທີ່ແຂ່ງຂັນ

ສິ່ງທີ່ເຮັດໃຫ້ນ້ອງປະທັບໃຈທີ່ສຸດ ນັ້ນແມ່ນເມື່ອເຫັນການກະທົບຕອບ ແລະ ປະຕິກິລິຍາຢ່າງຕັ້ງໜ້າຂອງ ຄະນະກຳມະການ ກໍຄື ຜູ້ຊົມ ສຳລັບການແບ່ງປັນປະສົບການຂອງຕົນ. ການບັນລະຍາຍດັ່ງກ່າວ ບໍ່ພຽງແຕ່ແມ່ນບົດແຂ່ງຂັນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ນ້ອງມີໂອກາດສົ່ງສານກ່ຽວກັບຄວາມສຳຄັນຂອງການຮ່ວມມືດ້ານການສຶກສາ ແລະ ປະກອບສ່ວນເລັກໆນ້ອຍໆເຂົ້າໃນການສ້າງຂົວຕໍ່ລະຫວ່າງສອງປະເທດ”. 

ໃນຂະນະນັ້ນ, ໃນເນື້ອໃນແຂ່ງຂັນຮ້ອງເພງ, ສະໂມສອນຂອງ ພະແນກວັນຄະນະດີ ມີຄວາມຄຶກຄື້ນກວ່າເວລາໃດໝົດ ເມື່ອມີສຽງເຊຍ, ສຽງຮ້ອງໂຮຂອງຜູ້ຊົມໃນແຕ່ລະລາຍການສະແດງ. ໂດຍຄຸມດ້ວຍຊຸດກະໂປ່ງ ທີ່ຕັດດ້ວຍຜ້າ ບາຕິກ ຂອງ ອິນໂດເນເຊຍ, ນາງ ເຈິ່ນມິງຮຽວ, ນັກສຶກສາປີທີ 3 ຂະແໜງ ອິນໂດເນເຊຍ ວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ກາຍເປັນນາງສາວທີ່ສວຍງາມ ແລະ ພົ້ນເດັ່ນຂຶ້ນເທິງເວທີສະແດງ. ດ້ວຍນ້ຳສຽງທີ່ອ່ອນນຸ່ມ, ເຕັມໄປດ້ວຍອາລົມຈິດ ພ້ອມກັບການກະທົບຕອບທີ່ດີກັບຜູ້ຊົມ, ນາງໄດ້ຮັບການຍ້ອງຍໍທີ່ສຸດຈາກຄະນະກຳມະການ ແລະ ແຂກຖືກເຊີນ. ມິງຮຽວ ໄດ້ສະແດງດີເດັ່ນລື່ນຜູ້ເຂົ້າແຂ່ງຂັນ 10 ຄົນ ແລ້ວກາຍເປັນນັກຮ້ອງອັນດັບໜຶ່ງໃນການແຂ່ງຂັນຄັ້ງນີ້.

ຄວາມຮູ້ສຶກຂອງນ້ອງເມື່ອໄດ້ຮັບໄຊຊະນະນັ້ນແມ່ນ ດີໃຈ ແລະ ແປກໃຈທີ່ສຸດ. ນ້ອງບໍ່ຄິດວ່ານ້ອງຈະໄດ້ຮັບໄຊຊະນະ ເພາະວ່າ ຜູ້ເຂົ້າຮ່ວມການແຂ່ງຂັນປີນີ້ ມີແຕ່ຜູ້ເກັ່ງໆ ແລະ ມີພອນສະຫວັນໃນການຮ້ອງເພງ. ນ້ອງເຂົ້າຮ່ວມການແຂ່ງຂັນດ້ວຍຈຸດປະສົງທົດສອບຕົນເອງ, ກໍຄືປະກອບສ່ວນແຜ່ກະຈາຍດົນຕີ, ວັດທະນະທຳ ອິນໂດເນເຊຍ ຜ່ານການແຂ່ງຂັນຄັ້ງນີ້”.

ການ​ແຂ່ງ​ຂັນບັນ​ລະ​ຍາຍ ແລະ ຮ້ອງ​ເພງພາ​ສາ ອິນ​ໂດ​ເນ​ເຊຍ - ເຊີດ​ຊູ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ ແລະ ພາ​ສາ ອິນ​ໂດ​ເນ​ເຊຍ - ảnh 3ສອງຄົນໄດ້ຮັບລາງວັນສູງສຸດໃນການແຂ່ງຂັນ

    ເມື່ອເຫັນປະຈັກຕາການແຂ່ງຂັນນັບແຕ່ຕົ້ນຈົນຈົບ, ທ່ານ Agustaviano Sofjan, ຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ຮູ້ສຶກເພີ່ງພໍໃຈຕໍ່ການສະແດງທີ່ຈັບອົກຈັບໃຈ ຂອງຜູ້ເຂົ້າຮ່ວມການແຂ່ງຂັນທຸກຄົນ.

    ຂ້າພະເຈົ້າຢາກຝາກຄຳຊົມເຊີຍມາຍັງຜູ້ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ທຸກໆຄົນ, ພວກເພື່ອນທຸກຄົນລ້ວນແຕ່ເປັນຜູ້ເກັ່ງທີ່ສຸດ. ຂ້າພະເຈົ້າຮູ້ວ່າ, ພວກເພື່ອນໄດ້ໃຊ້ເວລາຝຶກຊ້ອມ ແລະ ກະກຽມຫຼາຍ ດ້ວຍກຳລັງທັງກາຍ ແລະ ໃຈ. ຂ້າພະເຈົ້າຕີລາຄາສູງຕໍ່ນ້ຳໃຈຫ້າວຫັນຂອງພວກເພື່ອນ ແລະ ຮູ້ສຶກພາກພູມໃຈກັບພວກເພື່ອນສຸດ.

    ຜູ້ຍາດໄດ້ລາງວັນສູງສຸດນັ້ນແມ່ນ ເຈິ່ນທິກ່ຽວຈິງ ແລະ ເຈິ່ນມິງຮຽວ, ອະດີດນັກສຶກສາ, ນັກສຶກສາຂະແໜງອິນໂດເນເຊຍ ວິທະຍາ, ພະແນກ ຕາເວັນອອກ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ສຳລັບ 2 ຄົນທີ່ຍາດໄດ້ລາງວັນທີ 1 ນີ້ ແມ່ນຈະໄດ້ໄປຄົ້ນຫາ, ທ່ອງທ່ຽວບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ອິນໂດເນເຊຍ ຄື Jakarta-Yogyakarta-Bali./.

ຕອບກັບ

ຂ່າວ/ບົດ​ອື່ນ