ກາລະໂອກາດຂອງວິສາຫະກິດ ຫວຽດນາມ ຢູ່ ໄທ

(VOVWORLD) - ຕາມຕົວເລກສະຖິຕິແລ້ວ, ປະຈຸບັນ, ບັນດານັກລົງທຶນ ໄທ ພວມເຄື່ອນໄຫວຢູ່ ຫວຽດນາມ ສູງກ່ວາຫຼາຍເມື່ອທຽບໃສ່ບັນດານັກລົງທຶນ ຫວຽດນາມ ຢູ່ ໄທ. ໃນຂະນະທີ່ ໄທ ມີ 458 ໂຄງການລົງທຶນໂດຍກົງເຂົ້າ ຫວຽດນາມ ດ້ວຍຍອດທຶນຈົດທະບຽນເກືອບ 9 ຕື້ USD ນັ້ນ, ຫວຽດນາມ ມີພຽງ 11 ໂຄງການລົງທຶນຢູ່ ໄທ ເທົ່ານັ້ນ.

ສາຍເຫດ ແລະ ກາລະໂອກາດຂອງວິສາຫະກິດ ຫວຽດນາມ ເມື່ອລົງທຶນເຂົ້າ ໄທ ແມ່ນເນື້ອໃນການແລກປ່ຽນລະຫວ່າງທ່ານ ຫງວຽນຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ກັບນັກຂ່າວ VOV ເນື່ອງໃນໂອກາດຕົ້ນປີ 2018.

ກາລະໂອກາດຂອງວິສາຫະກິດ ຫວຽດນາມ ຢູ່ ໄທ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຫງວຽນຫາຍບັ່ງ

     ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງ ໄທ ໃນ ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດສຳຄັນຂອງ ຫວຽດນາມ ສຳລັບປະເທດຊາດ “ຂອງແຜ່ນດິນແຫ່ງວັດຄຳ”. ການພົວພັນເສດຖະກິດ 2 ຝ່າຍໄດ້ມີການພັດທະນາຫຼາຍຢ່າງ.  ຝ່າຍ ຫວຽດນາມ ນັບມື້ນັບມີຫຼາຍການເຄື່ອນໄຫວໃນການສົ່ງເສີມການຄ້າເພື່ອນຳວິສາຫະກິດ ກໍ່ຄືສິນຄ້າ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ໄທ. ໃນໄລຍະມໍ່ໆມານີ້, ເນື່ອງໃນໂອກາດການໄປຢ້ຽມຢາມປະເທດ ໄທ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນເດືອນ ສິງຫາປີ 2017, ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ ປີ 2017 ໂດຍກຸ່ມບໍລິສັດ Central Group ສົມທົບກັບກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈັດຕັ້ງ ຢູ່ສູນການຄ້າ Central Plaza Ladprao Bangkok, ປະເທດ ໄທ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ຫັນ “ແຜນຮ່າງຊຸກຍູ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມບັນດາເຄືອຂ່າຍແຈກຢາຍຕ່າງປະເທດຮອດປີ 2020 ໂດຍກົງ” ໃຫ້ປະກົດຜົນເປັນຈິງ, ໃນນັ້ນມີປະເທດໄທ. ແຕ່ເຖິງຢ່າງໃດກໍ່ຕາມ,  ການມີໜ້າຂອງບັນດາວິສາຫະກິດ, ນັກລົງທຶນ ຫວຽດນາມ ຢູ່ ໄທ ຍັງຈຳກັດຢູ່. ເມື່ອວິເຄາະກ່ຽວກັບຄວາມຜິດດ່ຽງນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ໃຫ້ຮູ້ວ່າ:

        “ສາຍເຫດແມ່ນຍ້ອນວ່າ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ບົດຮຽນດ້ານການເງິນ, ການລົງທຶນຢູ່ຕ່າງປະເທດຂອງບັນດາວິສາຫະກິດ ຫວຽດນາມ ຍັງອ່ອນຢູ່ ເມື່ອທຽບໃສ່ບັນດາກຸ່ມບໍລິສັດຂອງ ໄທ. ບັນດາວິສາຫະກິດ ໄທ, ເຂົາເຈົ້າແມ່ນບັນດາກຸ່ມບໍລິສັດເສດຖະກິດ ທີ່ມີວິວັດການສະສົມທຶນນິຍົມເປັນເວລານັບຮ້ອຍໆປີນີ້ ແລະ ມີກຳລັງຄວາມສາມາດດ້ານການເງິນ, ພິເສດ ເຂົາເຈົ້າເອົາໃຈໃສ່ເຖິງຕະຫຼາດ ຫວຽດນາມ. ນອກຈາກນັ້ນ, ເຂົາເຈົ້າຍັງໝູນໃຊ້ບັນດາຄວາມສະດວກ ກໍ່ຄືບັນດາບຸລິມະສິດກ່ຽວກັບພາສີອາກອນ, ບຸລິມະສິດຂອງປະຊາຄົມເສດຖະກິດ ອາຊຽນ ສ້າງອອກ”

        ແຕ່ເຖິງຢ່າງໃດກໍ່ຕາມ, ຕາມການຕີລາຄາຂອງທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ແລ້ວ, ບັນດາວິສາຫະກິດ ຫວຽດນາມ ພວມມີຫຼາຍກາລະໂອກາດລົງທຶນ ດຳເນີນທຸລະກິດຢູ່ ໄທ ຍ້ອນບັນດາຜູ້ອຸປະໂພກບໍລິໂພກ ໄທ ໄດ້ຮູ້ຈັກເຖິງ ແລະ ນິຍົມສິນຄ້າ ຫວຽດນາມ, ພິເສດ ແມ່ນບັນດາຜະລິດຕະພັນກະເສດ, ສິນໃນນ້ຳ…

        “ຫວຽດນາມ ແລະ ໄທ ແມ່ນ 2 ປະເທດ ທີ່ມີຫຼາຍຈຸດຄ້າຍຄືກັນ. ນັ້ນແມ່ນດ້ານສິນຄ້າ, ການຄ້າ: 2 ປະເທດ ພ້ອມກັນຜະລິດບັນດາປະເພດສິນຄ້າຄ້າຍຄືກັນ (ເຂົ້າສານ, ໝາກໄມ້, ທັນຍາຫານ…). ໃນສະພາບການຕົວຈິງນັ້ນ, ພັດແມ່ນຄູ່ແຂ່ງຂອງກັນໃນຫຼາຍຂົງເຂດ, ສິນຄ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ມີຫຼາຍວິສາຫະກິດຂອງ ຫວຽດນາມ ທີ່ພວມທຳມາຄ້າຂາຍຢ່າງປະສົບຜົນສຳເລັດໃນຕະຫຼາດ ໄທ. ຕົວຢ່າງຄື: ໃນຂົງເຂດການບິນ, ການທ່ອງທ່ຽວເຊິ່ງໃນນັ້ນມີບໍລິສັດໄທ Vietjet Air ແມ່ນຕົວຢ່າງໜຶ່ງ…”

ກາລະໂອກາດຂອງວິສາຫະກິດ ຫວຽດນາມ ຢູ່ ໄທ - ảnh 2 ຮ້ານວາງສະແດງໃນສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ

        ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ, ເສດຖະກິດພັດທະນາ, ສະພາບແວດລ້ອມດ້ານການເມືອງ ສັງຄົມມີສະຖຽນລະພາບ ໄດ້ດຶງດູດຈຳນວນແຂກທ່ອງທ່ຽວໄທ ມາທ່ອງທ່ຽວ ຫວຽດນາມ ຫຼາຍພໍສົມຄວນ. ນີ້ກໍ່ແມ່ນຂົງເຂດເຊິ່ງວິສາຫະກິດ ຫວຽດນາມ ອາດຈະຂຸດຄົ້ນ. ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ກໍ່ໄດ້ໃຫ້ການໜູນຊ່ວຍຢ່າງຕັ້ງໜ້າເພື່ອໂຄສະນາການທ່ອງທ່ຽວຢູ່ ໄທ:

        “ສະຖານທູດພວກຂ້າພະເຈົ້າກໍ່ມີແຜນການສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢູ່ພາຍໃນປະເທດ ແລະ ບັນດາບໍລິສັດທ່ອງທ່ຽວເພື່ອໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ໄທ. ພວກຂ້າພະເຈົ້າກໍ່ໄດ້ດຳເນີນການສຳຫຼວດຄວາມນິຍົມຂອງແຂກທ່ອງທ່ຽວໄທ ເພື່ອຊອກຫາບັນດາເຫດຜົນທີ່ຈະເຮັດໃຫ້ແຂກທ່ອງທ່ຽວ ໄທ ມາທ່ຽວຢູ່ ຫວຽດນາມ. ພາຍຫຼັງການສຳຫຼວດ, ພວກຂ້າພະເຈົ້າໄດ້ຮັບຮູ້ວ່າ, ບັນດາປູຊະນີຍະສະຖານວັດທະນະທຳ, ປະຫວັດສາດຂອງ ຫວຽດນາມ ຄື: ຂົວເບ໋ນຖູຍ, ຂົວຮ່ຽນເລືອງ, ສຸສານ ເຈື່ອງເຊີນ, ໂຫ້ຍອານ, ດ່ານັ້ງ ຍາມໃດກໍ່ດຶງດູດຊາວໄທ ມາທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ຊາວ ໄທ ກໍ່ນິຍົມບັນດາເຍື່ອງອາຫານຂອງ ຫວຽດນາມ. ເຂົາເຈົ້າຖືວ່ານັ້ນແມ່ນບັນດາເຍື່ອງອາຫານບຳລຸງສຸຂະພາບ.”

        ປີ 2017, ມີຊາວ ຫວຽດນາມ 8 ແສນກ່ວາຄົນໄປທ່ອງທ່ຽວຢູ່ ໄທ ແລະ ມີພຽງ  ຊາວໄທ 2 ແສນກ່ວາຄົນມາທ່ອງທ່ຽວຢູ່ ຫວຽດນາມ. ຍ້ອນເຫດນັ້ນ, ເມື່ອເວົ້າເຖິງມາດຕະການເພື່ອໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ໄທ ໃຫ້ບັນລຸໄດ້ປະສິດທິຜົນ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຖືວ່າ:

        “ການເຊື່ອມຕໍ່ທຳອິດ, ເຮັດງ່າຍທີ່ສຸດລະຫວ່າງລັດຖະບານ 2 ປະເທດແມ່ນເຊື່ອມຕໍ່ດ້ວຍທາງການບິນ. ໃນເວລາພຽງເຄິ່ງປີຜ່ານມາ, ມີ 2 ສາຍການບິນທີ່ບິນໂດຍກົງ ຈາກ ບາງກອກ, ປະເທດໄທ ໄປເຖິງບັນດາທ້ອງຖິ່ນຂອງ ຫວຽດນາມ ຄື ຟູ໋ກວກ, ດາລາດ… ຜ່ານນັ້ນ, ອາດຈະເຫັນໄດ້ຈຳນວນແຂກທ່ອງທ່ຽວ, ນັກທຸລະກິດໄປມາພົວພັນ, ທ່ອງທ່ຽວລະຫວ່າງ 2 ປະເທດພວມນັບມື້ນັບເພີ່ມຂຶ້ນ. ພວກຂ້າພະເຈົ້າກໍ່ມີຄວາມຫວັງວ່າ ໃນອະນາຄົດ, ນອກຈາກການເຊື່ອມຕໍ່ທາງການບິນແລ້ວ, ກໍ່ມີການເຊື່ອມຕໍ່ທາງບົກນຳອີກ, ເວລານັ້ນ, ໄທ ແລະ ຫວຽດນາມ ຈະສະໜິດຕິດພັນກັນຫຼາຍກ່ວາອີກ.”

        ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີສອງຂອງ ໄທ ໃນພາກພື້ນ ອາຊຽນ; ກົງກັນຂ້າມ, ໄທ ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ຂອງ ຫວຽດນາມ ໃນພາກພື້ນ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງແລ້ວ, ດ້ວຍບັນດາການໄຈ້ແຍກກ່ຽວກັບກາລະໂອກາດຂອງວິສາຫະກິດ ຫວຽດນາມ ໃນເຂດດິນແດນໄທ, ຄາດໝາຍນຳວົງເງິນການຄ້າ 2 ຝ່າຍລະຫວ່າງ 2 ປະເທດບັນລຸ 20 ຕື້ USD ໃນປີ 2020 ຈະປະກົດຜົນເປັນຈິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ