ກ​ຳ​ປູ​ເຈຍ ພ້ອມ​ແລ​້ວ​ທີ່​ຈະ​ພັດ​ທະ​ນາ​ພ້ອ​ມ​ກັບ RCEP

(VOVWORLD) -ພາຍຫຼັງຕັ້ງໜ້າເຈລະຈາມາເປັນເວລາ 8 ປີຜ່ານ່າຄວາມແຕກຕ່າງ ແລະ ສິ່ງທ້າທາຍນາປະການ, 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍ 5 ປະເທດ ຄູ່ຮ່ວມມືນອກພາກພື້ນ ໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງເປັນທາງການໃນຂອບເຂດກອງຊຸມສຸດຍອດ ອາຊຽນ ຄັ້ງທີ 37 ເຊິ່ງຖືກຈັດຂຶ້ນຢູ່ ຮ່າໂນ້ຍ ໃນໄລຍະຜ່ານມາ

ນີ້ແມ່ນຜົນງານອັນໃຫຍ່ຫຼວງຢ່າງແທ້ຈິງ, ຊ່ວຍກຳນົດພາກພື້ນ ການຄ້າເສລີ ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກປະເທດສະມາຊິກ, ໃນນັ້ນ ມີ ກຳປູເຈຍ. ວັນໂດ໊, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ ຈະໄຈແຍກຢ່າງລະອຽດ ກ່ຽວກັບບັນຫາດັ່ກ່າວ ຜ່ານບົດຂຽນດ້ວຍຫົວຂໍ້ວ່າກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP.

ກ​ຳ​ປູ​ເຈຍ ພ້ອມ​ແລ​້ວ​ທີ່​ຈະ​ພັດ​ທະ​ນາ​ພ້ອ​ມ​ກັບ RCEP - ảnh 1ພິທີລົງນາມສັນຍາ RCEP 

RCEP ໄດ້ຮັບຖືວ່າ ແມ່ນສັນຍາການຄ້າເສລີທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ, ດ້ວຍຕະຫຼາດທີ່ມີປະຊາກອນປະມານ 2,2 ຕື້ຄົນ, ກວມເອົາ 30% GDP ແລະ 28% ອັດຕາສ່ວນການແລກປ່ຽນການຄ້າທົ່ວໂລກ. ເລື່ອງລົງນາມໃນສັນຍາ RCEP ໄດ້ຮັບການຕີລາຄາຈາກຫາງສຽງ, ສື່ມວນຊົນ ແລະ ນັກຮຽນຮູ້ ວ່າ ຈະເຮັດໃຫ້ກະແສການຄ້າ ແລະ ການລົງທຶນໃນພາກພື້ນມີການປ່ຽນແປງຢ່າງແຮງ, ຊຸກຍູ້ບັນດາລະບົບສະໜອງພາຍໃນກຸ່ມ, ສ້າງກຳລັງໜູນສຳຄັນໜູນຊ່ວຍແກ່ວິວັດການພັດທະນາເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງ, ສ້າງກຳລັງໜູນຊຸດຍູ້ການເຕີບໂຕເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ວິທີການຫາລ້ຽງຊີບຂອງປະຊາຊົນໃນພາກພື້ນ, ກໍຄື ຊ່ວຍຟື້ນຟູບັນດາພື້ນຖານເສດຖະກິດ ພາຍຫຼັງວິກິດການຂອງໂລກລະບາດໂຄວິດ - 19.

        ທ່ານ Chheng Kimlong, ຮອງປະທານສະຖາບັນ ວິໄສທັດ ອາຊີ (AVI) ຂອງ ກຳປູເຈຍ ຕີລາຄາວ່າ, ເລື່ອງເຂົ້າຮ່ວມສັນຍາ RCEP ໄດ້ນຳມາກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ ກຳປູເຈຍ, ເປັນຕົ້ນແມ່ນ ເປີດກວ້າງບັນດາຕະຫຼາດສົ່ງອອກທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ, ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດ ແລະ ມີໂອກາດຢ່າງໃຫຍ່ຫຼວງກວ່າເພື່ອຍົກລະດັບພື້ນຖານເສດຖະກິດ ແລະ ພື້ນຖານການເຕີບໂຕເສດຖະກິດຂອງປະເທດ. ກຳປູເຈຍ ຈະຕ້ອງສ້າງໂຄງປະກອບຕະຫຼາດສົ່ງອອກຄືນໃໝ່, ສ້າງຜະລິດຕະພັນໃຫ້ຫຼາກຫຼາຍ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນ ແລະ ການບໍລິການທີ່ມີຕໍ່ຕະຫຼາດພາຍໃນ ແລະ ການສົ່ງອອກ. ສັນຍາ RCEP ກໍໄດ້ສ້າງເງື່ອນໄຂເພື່ອໃຫ້ ກຳປູເຈຍ ສືບຕໍ່ນະໂຍບາຍເປີດປະຕູ, ດຶງດູດແຫຼ່ງເງິນລົງທຶນ ແລະ ເຕັກໂນໂລຢີພາຍໃນກຸ່ມ ເພື່ອສ້າງພື້ນຖານພັດທະນາເສດຖະກິດ. ທ່ານ Chheng Kimlong ແບ່ງປັນວ່າ:

        “ເລື່ອງເຂົ້າຮ່ວການລົງນາມໃນສັນຍາ RCEP ຈະນຳມາເຊິ່ງຜົນປະໂຫຍດທີ່ໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ ກຳປູເຈຍ. ທຳອິດແມ່ນ ເປີດກວ້າງຕະຫຼາດ. ພິເສດ, ເມື່ອໝູນໃຊ້ສັນຍາດັ່ງກ່າວແມ່ນກັບກອບນິຕິກຳປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ກຳປູເຈຍ, ກໍຄືລະຫວ່າງບັນດາປະເທດນ້ອຍອື່ນໆກັບບັນດາຄູ່ຮ່ວມມືທີ່ໃຫຍ່ກວ່າ”.

ກ​ຳ​ປູ​ເຈຍ ພ້ອມ​ແລ​້ວ​ທີ່​ຈະ​ພັດ​ທະ​ນາ​ພ້ອ​ມ​ກັບ RCEP - ảnh 2ກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP 

        ທ່ານ Mey Kalyan, ປະທານ ສະຖາບັນພັດທະນາແຫຼ່ງກຳລັງຂອງ ກໍາປູເຈຍ ໃຫ້ຮູ້ວ່າ, ໂດຍແມ່ນພົນລະເມືອງຂອງ ກຳປູເຈຍ, ທ່ານມີຄວາມປິຕິຊົມຊື່ນ ແລະ ເຊື່ອໝັ້ນວ່າ ສັນຍາ RCEP ຈະຊຸກຍູ້ການພັດທະນາຂອງພາກພື້ນ ພາຍຫຼັງໂລກລະບາດໂຄວິດ - 19, RCEP ແນ່ນອນວ່າ ຈະສວມບົດບາດສຳຄັນຍິ່ງໃນຈຸດເວລາທີ່ພື້ນຖານເສດຖະກິດທົ່ວໂລກພວມຂາດຄວາມດຸ່ນດ່ຽງ ຍ້ອນໂລກລະບາດໂຄວິດ - 19 ແລະ ລັດທິອາລັກຂາ. ໃນສະພາບການປັດຈຸບັນ, ສັນຍາ RCEP ຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ ກຳປູເຈຍ ເພື່ອຊຸກຍູ້ວົງເງິນການຄ້າກັບບັນດາປະເທດສະມາຊິກ, ດ້ານອື່ນ ກຳປູເຈຍ ກໍຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອກຳແໜ້ນບັນດາໂອກາດດັ່ງກ່າວ.

        ໂດຍມີທັດສະນະຄືກັນກັບທ່ານ Mey Kalyan, ທ່ານ Pho Vy - ນັກຂ່າວຮັບຜິດຊອບດ້ານເສດຖະກິດຂອງ ວິທະຍຸກະຈາຍສຽງ ແລະ ໂທລະພາບ Apsara ໃຫ້ຂໍ້ສັງເກດວ່າ: ສັນຍາ RCEP ຈະນຳມາເຊິ່ງກາລະໂອກາດໃຫ້ແກ່ ກຳປູເຈຍ ແຕ່ຄຽງຄູ່ກັນນັ້ນ ກໍມີບັນດາສິ່ງກີດຂວາງຮຽກຮ້ອງໃຫ້ ກຳປູເຈຍ ຕ້ອງຜ່ານຜ່າ. ທ່ານ Pho Vy ໃຫ້ຮູ້ວ່າ:

        “ພ້ອມກັບບັນດາຜົນປະໂຫຍດທີ່ໃຫຍ່ຫຼວງນັ້ນ, ສັນຍາ RCEP ກໍເຮັດໃຫ້ ກຳປູເຈຍ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທຳອິດ ແມ່ນບັນຫາແຫຼ່ງຊັບພະຍາກອນມະນຸດ. ກຳປູເຈຍ ກະກຽມໄດ້ແຫຼ່ງຊັບພະຍາກອນ ພ້ອມແລ້ວທີ່ຈະຕອບສະໜອງໄດ້ບັນດາຄວາມຕ້ອງການໃນໄລຍະຈະມາເຖິງແລ້ວຫຼືບໍ? ທີສອງແມ່ນ ຕະຫຼາດນຳເຂົ້າ - ສົ່ງອອກ. ກຳປູເຈຍ ຕ້ອງເຮັດແນວໃດເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງຕະຫຼາດສົ່ງອອກ ກັບຕະຫຼາດນຳເຂົ້າ.”

        ສັນຍາ RCEP ໄດ້ເລີ່ມເຄື່ອນໄຫວແຕ່ເດືອນພະຈິກ 2012 ຢູ່ ພະນົມເປັນ, ເຊິ່ງເວລານັ້ນ ກຳປູເຈຍ ເປັນປະເທດເຈົ້າພາບໝູນວຽນ ອາຊຽນ ດ້ວຍຄວາມຫວັງສ້າງສະພາບແວດລ້ອມເສລີ ແລະ ລົງທຶນເປີດກວ້າງລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາພື້ນຖານເສດຖະກິດພັດທະນາໃນພາກພື້ນ. ຜ່ານການຄົ້ນຄວ້າຕ່າງໆ, ບັນດານັກຊ່ຽວຊານໄດ້ຄາດຄະເນວ່າ ພາຍຫຼັງສັນຍາ RCEP ມີຜົນສັກສິດ ຈະຊ່ວຍໃຫ້ຂະແໜງສົ່ງອອກໃນແຕ່ລະປີຂອງ ກຳປູເຈຍ ເພີ່ມຂຶ້ນຕື່ມອີກ 7,3%, ການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ 23,4% ແລະ GDP ເພີ່ມຂຶ້ນປະມານ 2%./.

ຕອບກັບ

ຂ່າວ/ບົດ​ອື່ນ