ກຳປູເຈຍ ແລະ ໄທ ຖອນກຳລັງທະຫານອອກຈາກເຂດພິພາດ

ກຳປູເຈຍ ແລະ ໄທ ຖອນກຳລັງທະຫານອອກຈາກເຂດພິພາດ - ảnh 1
ກຳລັງທະຫານ ກຳປູເຈຍ ຖອນອອກຈາກ ເຂດເກີດການພິພາດ
ພາບ: internet


(vovword) - ວັນ​ທີ 18/7, ກຳປູ​ເຈຍ ​ແລະ ​ໄທ ​ເລີ່​ມຕົ້ນ​ການ​ຖອນ​ກຳລັງ​ທະຫານ​ອອກ​ຈາກ​ເຂດ​ຊາຍ​ແດນທີ່​ເກີດ​ການ​ພິ​ພາດກັນ​ໃນ​ບໍລິ​ເວນ​ມີເນື້ອ​ທີ່​ກວ້າງ 4,6 ຕາລາງ​ກິ​ໂລ​ແມັດ ​ເພື່ອ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ສານ​ຍຸດຕິ​ທຳ​ສາກົນ (ICJ) ​ກ່ອນນີ້ 1 ປີ. ວິວັດທະນາ​ການ​ຖອນ​ກຳລັງ​ທະຫານ​ໄດ້​ຮັບ​ການ​ປະຕິບັດ​ພາຍ​ຫລັງ​ການ​ພົບ​ປະລະ​ຫວ່າງ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສົມ​ເດັດ ຮຸນ​ແຊ​ນ ​ແລະ ຄູ່​​ຕຳ​ແຫນ່​ງ ​ນາຍົກລັດຖະມົນຕີໄທ ທ່ານ​ນາງ ຍິ່ງຣັກ ຊີ​ນະ​ວັດ ຢູ່ ທີ່ຊຽມຣຽບ ປະ​ເທດ ກຳປູ​ເຈຍ ​ໃນ​ວັນ​ທີ 13/7. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ເຫັນ​ດີ ຈະ​ຈັດ​​ແບ່ງ​ກຳລັງ​ທະຫານ​ຢູ່​ເຂດປອດ​ການ​ທະຫານ​ຊົ່ວຄາວ​ຢູ່​ອ້ອມ​​ຂ້າງ​ພະ​ວິຫານ Preah Vihear ຄືນ​ໃຫມ່. ຕອນ​ເຊົ້າ​ວັນ​ທີ 18/7, ກຳປູ​ເຈຍ ​ໄດ້​ຖອນ​ທະຫານ 485 ຄົນ ອອກ​ຈາກ​ເຂດ​ດັ່ງກ່າວ ​ແທນ​ທີ່​ນັ້ນ​ແມ່ນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຊຶ່ງ​ລວມມີ: 255 ຄົນ, ​ໃນ​ນັ້ນ ລວມທັງຕຳຫລວດປອ້ງກັນຊາ​ຍ​ແດນ, ຕຳຫລວດ​ປົກ​ປັກ​ຮັກສາ​ມໍລະດົກ ​ແລະ ຕຳຫລວດ​​ທ່ອງ​ທ່ຽວ ພ້ອມ​ກັບ​ຕຳຫລວດ​ເຄື່ອນ​ທີ່​ພິ​ເສດເພື່ອປົກ​ປັກ​ຮັກສາ​ພະ​ວິຫານ. ​ໃນ​ຂະນະ​ນັ້ນ, ຢູ່​ເຂດ​ຊາຍ​ແດນຝ່າຍ​​ໄທ, ມີ​ຕຳຫລວດລາດຕະ​ເວນ​ຊາຍ​ແດນ​ໄທ 480 ຄົນ ​ຖືກ​ສົ່ງ​ເຖິງ​ເຂດ​ນີ້​ເພື່ອ​ປ່ຽນແທນ​​ໃຫ້​ກຳລັງ​ທະ​ຫານ​ທີ່ໃກ້​ຈະ​ຖືກ​ຖອນ​ອອກ​ຈາກ​ເຂດ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ