ຂະແຫນງທ່ອງທ່ຽວໄທກັບບັນດາຍຸດທະສາດພັດທະນາໃຫມ່

(vovworld)-ທ່ອງ​ທ່ຽວ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຂະ​ແຫນງ​ເສດ​ຖະ​ກິດ​ຫລັກ​ແຫລ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ​ໄທ. ຕາມ World Travel&Tourisim Council (WTTC) ແລ້ວ, ໃນ​ປີ 2012 ຂະ​ແຫນງ​ທ່ອງ​ທ່ຽວ​ໄທ​ໄດ້​ປະ​ກອບ​ສ່ວນ​ປະ​ມານ 19% GDP ຂອງ​ປະ​ເທດນີ້. ຕາມ​ອົງ​ການ​ທ່ອງ​ທ່ຽວ​ໄທ​ແລ້ວ, ປີ 2012 ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ໄທ​ບັນ​ລຸ​ເກືອບ 22 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 19% ເມື່ອ​ທຽບ​ໃສ່​ປີ 2011 ແລະ ນຳ​ມາ​ເຊິ່ງ 3,6 ຕື້ USD ໃຫ​້​ແກ່​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປອດ​ຄວັນ​ນີ້. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ດັ່ງ​ກ່າວ, ຂະ​ແຫນງ​ທ່ອງ​ທ່ຽວ​ໄທ ຍາມ​ໃດ​ກໍ່​ສ້າງ​ຍຸດ​ທະ​ສາດ​ເປັນ​ປົກ​ກະ​ຕິ, ຍາວ​ນານ ແລະ ມີ​ຫລາຍ​ນະ​ໂຍ​ບາຍ​ໃຫມ່, ບຸ​ລິ​ມະ​ສິດ, ຫ​ນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວກໍ່​ຄື​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເມື່ອ​ມາ​ຢ້ຽມ​ຢາມ​ໄທ.

ໃນ​ປີ 2011 ເຖິງວ່າ​ຖືກ​ຜົນ​ສະ​ທ້ອ​ນ​ຢ່າງ​ຫ​ນັກ​ຫ​ນ່ວງ​ຈາກ​ໄພ​ນຳ​້​ຖວ້ມ​​ທີ່​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ເວ​ລາ 50 ປີ​ຜ່ານ​ມາ​ກໍ​ຕາມ, ແຕ່​ລາຍ​ຮັບ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວຍັງ​ຄົງ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ດ້ວຍ 23 ຕື້ USD, ເພີ່ມ​ຂຶ້ນ​ເກືອບ 24%ເມື່ອ​ທຽບ​ໃສ່​ປີ 2010. ສ່ວນໃນ​ປີ 2012, ລາຍ​ຮັບ​ຂອງຂະ​ແຫນງ​ທ່ອງ​ທ່ຽວ​ໄທ​​ເພີ່ມ​ຂຶ້ນ​ເປັນ 36 ຕື້ USD.

ຂະແຫນງທ່ອງທ່ຽວໄທກັບບັນດາຍຸດທະສາດພັດທະນາໃຫມ່ - ảnh 1
ພະຣາຊະວັງ
ພາບ:vietrantour.com.vn

ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ໄທ ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຕະ​ຫລາດ​ບ້ານ​ໃກ້​ເຮືອນ​ຄ​ຽງ ​ໄດ້​ນຳ​ ນັກ​ທ່ອງ​ທ່ຽວມາ​​​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ໄທ ເປັນ​ຈຳ​ນວນ​​ຫລວງຫລາຍ, ​ໃນ​ນັ້ນນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມຫລາຍ​ພໍ​ສົມຄວນ. ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຫວ່າງ​ແລ້ວ​ນີ້, ທ່ານ ສຸ​ຣະພອນ  ​ເຊ​ຕາ​ເຣນີ, ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ໄທ​ໃຫ້​ຮູ້​ວ່າ:

ສຽງທ່ານ​ສຸ​ຣະພອນ

ຄຽງ​ຄູ່​ກັບ​ການ​ໂຄສະນາ​ການທ່ອງທ່ຽວ, ​ ຍາມ​ໃດ​ ໄທ ກໍ​ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ດູດ​ດື່ມ, ນັ້​ນ​ແມ່ນ: ທ່ອງ​ທ່ຽວ​ວັດທະນະທຳ​ສົມທົບ​ກັບ​​ທັດສະນະ​ສຶກສາ, ຄົ້ນ​ຄ້ວາ, ທ່ອງ​ທ່ຽວ​ຢ້ຽມ​ຊົມ​ປູຊະນີຍະສະຖານ​ປະຫວັດສາດ​ສົມ​ທົບ​ກັບ​ທ່ອງ​ທ່ຽວ​ທະ​ເລ, ຢ້ຽມ​ຊົມ​ຖ້ຳ ​ແລະ ພັກຜ່ອນ​ບຳລຸ​ງສຸຂະພາບ​ຢູ່​ທະ​ເລ, ທ່ອງ​ທ່ຽວ​ຊີວະ​ພາບ… ນອກ​ນັ້ນ ​ໄທ​ຍັງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ສ້າງ​ເງື່ອນ​ໄຂ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນັບ​ມື້​ນັບ​ຫລາຍ. ​ໄທ ​ມີ​ທິດ​ກ້າວ​ເດີນ​ຢ່າ​ງໝັ້ນຄົງ​ໃນ​ການ​ຊຸກຍູ້​ການ​ບູລະນະ, ຍົກ​ລະດັບ, ກໍ່ສ້າງ​​ບັນດາ​ກິດ​ຈະ​ກຳ​ຄົມມະນາຄົມໃໝ່​ທີ່​ເຊື່ອມ​ຕໍ່​ເຂດ​ຕົວ​ເມືອງ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ. ເສັ້ນທາງ​ເຊື່ອມ​ຕໍ່​ກັບບັນດາ​ປະ​ເທດ​ອາ​ຊຽນກໍ​​ໄດ້ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ສະດວກ​ສະບາຍ. ຄຽງ​ຄູ່​ກັນ​ນັ້ນ, ຍາມ​ໃດ ລັດຖະບານ​ໄທ  ກໍ່​ມີ​ນະ​ໂຍບາຍ, ກົນ​ໄກ​ຫນູນ​ຊ່ວຍ​​ຂະ​ແຫນງ​ທ່ອງ​ທ່ຽວ.​ ທ່ານ​ຫງວຽນ​ແມ້ງ​ເກື​ອງ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:

“​ໄທ​ແມ່ນ​ປະ​ເທດ​ໃນ​ພາກ​ພື້ນ ທີ່ມີ​ລະດັບ​ພັດທະນາ​ສູງ ຖັດຈາກ​ມາ​ເລ​​ເຊຍ. ​ເຖິງ​ວ່າ ​ໃນ​ຊຸມ​ປີຜ່ານມາ, ​​ໄທ​ຖືກ​ວິ​ກິດ​ການ​ການ​ເມືອງ ​ແລະ ປະສົບ​ກັບ​ໄພ​ທຳ​ມະ​ຊາດ​ກໍ​ຕາມ ​ແຕ່​ໄທ​ມີ​ບັນດາ​ນະ​ໂຍບາຍ​ທີ່​ຂະຫຍັນ​ຂັນ​ເຄື່ອນ. ສະ​ນັ້ນ ລາຍການ​ທ່ອງ​ທ່ອງ​ໄປ ​ໄທ ​ມີ​ລາ​ຄາຖືກ​ກວ່າ​​ເມື່ອ​ທຽບ​ໃສ່ລາຍການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ. ​ໄທ ມີ​ນະ​ໂຍບາຍ​ກະ​ຕຸ້ນ​ຄວາມ​ຕ້ອງການ, ສະ​ນັ້ນ ບໍ່​ພຽງ​ແຕ່​ມີນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກຫວຽດນາມ ​ເທົ່າ​ນັ້ນ ​ຫາກ​ຍັງ​ມີນັກ​ທ່ອງ​ທ່ຽວ​ມາ​ຈາກຈີນເປັນ​ຈຳນວນ​ຫລວງຫລາຍອີກ. “

ຂະແຫນງທ່ອງທ່ຽວໄທກັບບັນດາຍຸດທະສາດພັດທະນາໃຫມ່ - ảnh 2
ພັດທະຢາ ສະຖານທີ່ທ່ອງທ່ຽວທີ່ຫນ້າສົນໃຈສຳລັບນັກທອ່ງທ່ຽວ
ຫວຽດນາມ
ພາບ:muchung.vn

ຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ກະ​ຕຸ້ນ​ຄວາມ​ຕ້ອງການ​ທ່ອງ​ທ່ຽວ, ​ໄທ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ດຶງດູດນັກ​ທ່ອງ​ທ່ຽວ​ຫວຽດນາມ​ເປັນ​ຈຳນວນ​ຫລວງຫລາຍ. ​ໃນ 6 ​ເດືອນ​ຕົ້ນ​ປີ 2013, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ໄທ ບັນລຸ​ເກືອບ 13 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ໃນ​ນັ້ນ ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫວຽດນາມ 260.621 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 10,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ປະຈຸ​ບັນ ​ແຕ່​ລະອາ​ທິດ ມີ 104 ຖ້ຽວ​ບິນ​ຈາກ​ຫວຽດນາມ​ໄປ​ໄທ. ທ່ານ​ນາງ ຈູ​ທາ​ທິບ ຈະ​ເຣີນລາບ, ຜູ້ອຳນວຍການ​ອົງການ​ທ່ອງ​ທ່ຽວ​ໄທ,  ຫ້ອງການ​ຜູ້ຕາງຫນ້າ​ຢູ່​ນະຄອນ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

          ສຽງ​ທ່ານ​ນາງ ຈູ​ທາ​ທິບ

ຕາມ​ທ່ານ​ນາງ ຈູ​ທາ​ທິບ ຈະ​ເຣີນລາບ ​ແລ້ວ, ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຕະຫລາດ​ສຳຄັນ​ຂອງ​ໄທ. ດ້ວຍ​ການ​ເຕີບ​ໂຕ​ໃນ​ 5 ​ເດືອນ​ຕົ້ນ​ປີ, ຂະ​ແຫນງ​ທ່ອງ​ທ່ຽວ​​ໄທ​ປາດ​ຖະຫນາ​ວ່າ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມ ຈະ​ລ່ືນ​ກາຍ​ລະດັບຂອງ​ປີ​ກາຍ​ແມ່ນ 618.000 ​ເທື່ອ​ຄົນ​.

ຂ່າວ/ບົດ​ອື່ນ