ຂະແຫນງອຸດສາຫະກຳໂຮງແຮມຂອງສິງກະໂປ ສືບຕໍ່ເຕີບໂຕ

(vovworld)-ກຸ່ມຕືກອາຄານ​ Trongsan ລວມມີ ຕືກອາຄານ​ຫລາຍ​ຊັ້ນ​​ໃຫ້​ເຊົ່າຫ້ອງການ, ສູນ​ການ​ຄ້າ ​ແລະ ​ໂຮງ​ແຮມ ຫາ​ກໍ່​ເປີ​ດສະຫລອງ​ຢູ່​ສິງ​ກະ​ໂປ ​ໄດ້​ຍົກ​ຍອດ​ຈຳນວນ​ຫ້ອງການ​ໃຫ້​ເຊົ່າ ​ແລະ ຫ້ອງ​ພັກ​ໂຮງ​ແຮມ​ຢູ່​ທີ່​ນີ້​ເພີ່​ມຂຶ້ນ​ສູງ. ​ໂດຍ​ບໍ່​ຫົວຊາ​ຕໍ່ຄວາມ​ຕ້ອງການ​ບໍລິການ​ນີ້​ພວມ​ເພີ່ມ​ຂຶ້ນ​ນັ້ນ, ຂະ​ແຫນງ​ອຸດສາຫະກຳ​ໂຮງ​ແຮມ​ຂອງ​ສິງກະ​ໂປ ອາດ​ຈະ​ສືບ​ຕໍ່​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂະແຫນງອຸດສາຫະກຳໂຮງແຮມຂອງສິງກະໂປ ສືບຕໍ່ເຕີບໂຕ - ảnh 1
ຂະແຫນງອຸດສາຫະກຳໂຮງແຮມຂອງສິງກະໂປ ສືບຕໍ່ເຕີບໂຕ
photo:internet

        ກຸ່ມຕືກອາຄານ​ Trongsan ຫາກໍ່​​ໄດ້​ຮັບ​ການເປີດ​ສະຫລອງ ຊື່​ງລວມມີ: ຕືກອາຄານ​ໃຫ້​ເຊົ່າຫ້ອງການ Hi ap ho, ສູນ​ການ​ຄ້າ Trong san ​ແລະ ​ໂຮງ​ແຮມ​ສອງ​ແຫ່ງ. ທ່ານ Teo Ho Beng, ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Hi ap Ho ​ໃຫ້​ຮູ້​ວ່າ: ​ໄດ້​ຮັບ​​ໃບ​ສະ​ເຫ​ນີເຊົ່າ​ຫ້ອງການ​ ​ແລະ ຫ້ອງ​ພັກ ຢູ່ ກຸ່ມຕືກອາຄານນີ້​ຢ່າງ​ຫລວງ​ຫລາຍ​.

        “ພວກ​ຂ​້າພະ​ເຈົ້າ​ມີ​ແຜນການ​ເພີ່ມ​ທະວີ​ການ​ພັດທະນາ ກຸ່ມຕືກອາຄານ​ນີ້. ຈຸດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ລົງທຶນ​ດຳ​ເນີນທຸລະ​ກິດ​ຫ້ອງການ ​ແລະ ​ໂຮງ​ແຮມ. ຫວັງ​ວ່າ ບ້ວງ​ເງິນ​ລົງທຶນ​ນີ້​ຈະ​ນຳ​ມາ​ເຊິ່ງລາຍ​ຮັບ​ໃຫຍ່ ​ແລະ ​ຊ່ວຍ​ເພີ່ມ​ອັດຕາ​ສ່ວນ​ຕະຫລາດ.”

        ບັນດາ​ຫ້ອງການ​ຢູ່ ຕືກອາຄານ Hi ap Ho ສ່ວນ​ຫລາຍ​ມີ​ຜູ້​ມາເຊົ່າ​ໝົດແລ້ວ, ​ໃນ​ຂະນະ​ສູນ​ການ​ຄ້າ Trongsan ​ໄດ້​ໃຫ້​ເຊົ່າ​ກວ່າ 90% ຍອດ​ຈຳນວນ​ຮ້ານ​ຄ້າ​ແລ້ວ. ​ສ່ວນໂຮງ​ແຮມ 2 ​ແຫ່ງ​ຄື: “Ramada Singapore Hotel” ​ແລະ Here Hotel” ກໍ​ດຶງ​ດູດ​ຜູ້​ມາ​ເຊົ່າ​ເປັນ​ຈຳນວນ​ຫລວງຫລາຍ. ​ໂຮງ​ແຮມ ສອງ​ແຫ່ງ​ດັ່ງກ່າວ ມີ​ ຫ້ອງ​ພັກ ​ເກືອ​ບ 800 ຫ້ອງ, ກວມ​ປະມານ 1/3 ຍອດ​ຈຳນວນ​ຫ້ອງ​ພັກ​​ໂຮງ​ແຮມ​ຢູ່​ເຂດ Toa Payoh ​ແລະ Novena.

        ກຸ່ມຕືກອາຄານ​Trongsan ຕັ້ງ​​ໃກ້​ກັບ​​ໂຮງໝໍ​ເອກະ​ຊົນ​ຫລາຍ​ແຫ່ງ ​ແລະ ​ໂຮງໝໍ Tan Tock Seng. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພ້ອມ​ກັບ​ການ​ຮັບ​ໃຊ້​ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ສິງກະ​ໂປ ​ເພື່ອ​​ໄປ​ທ່ອງ​ທ່ຽວ​ທັງ​ກວດ​ພະຍາດ​ແລ້ວ​, ​ໂຮງ​ແຮມສອງ​ແຫ່ງ​ນີ້ ຍັງ​ດຶງ​ດູດ​ນັກ​ກິລາ​ສາກົນ​ມາ​ຝືກ​ແອບ​ ​ແລະ ​ແຂ່ງຂັນ​ຢູ່​ສິງກະ​ໂປ​ຫລາຍ​ສົມຄວນ. ​ເລື່ອງ​ນຳ​ ກຸ່ມຕືກອາຄານ​ປ Trongsan ​ເຂົ້າ​ເຄື່ອນ​ໄຫວຈະ​ສ້າງ​ກຳລັງ​​ແກ້ງ​ແຍ້​ງຕໍ່​ຂະ​ແຫນງອຸດສາຫະກຳ​ໂຮງ​ແຮມ​ຂອງ​ສິງກະ​ໂປ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜູ້​ຊ່ຽວຊານ​ຍັງ​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ຂົງ​ເຂດ​ໂຮງ​ແຮມ. ທ່ານ Robert Mcintosh, ຜູ້ອຳນວຍການ​ບໍລິຫານ​ໂຮງ​ແຮມ CBRE ຖື​ວ່າ: ໃນ​ທ້າຍ​ປີ 2013 ຢູ່ ສິງກະ​ໂປ ​ໄດ້ມີ​​ໂຮງ​ແຮມທັງ​ໝົດ 15 ​ແຫ່ງ ດ້ວຍ ຫ້ອງ​ພັກ 3600 ​ຫ້ອງ.

        “ຕືກອາຄານ​ປະສົມ Trongsan ​ເປັດຂີດ​ໝາຍ​ການ​ເພີ່ມ​ຂຶ້ນ​ຫລາຍ​ພໍ​ສົມຄວນ​ກ່ຽວ​ກັບ​ການ​ສະຫນອງ​ບໍລິການ​ໂຮງ​ແຮມ. ສິ່ງ​ດັ່ງກ່າວ​ຈະ​ຕອບ​ສະຫນອງ​ໄດ້​ຄວາມ​ຕ້ອງການກ່ຽວ​ກັບ​ຫ້ອງການ ​ແລະ ​ໂຮງ​ແຮມນັບ​ມື້​ນັບ​ເພີ່ມ​ຂຶ້ນຢູ່​ສິງກະ​ໂປ, ພ້ອມ​ທັງ​ຮັບ​ໃຊ້​ຄວາມ​ຕ້ອງການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຢ້ຽມຢາມ ສິງກະ​ໂປ.”

        ດ້ວຍ​ຈຸ​ດປະສົງ​ຢາ​ກ​ເຮັດ​ໃຫ້ສິງກະ​ໂປ​​ກາຍ​ເປັນ​ສູນ​ກອງ​ປະຊຸມ, ວາງສະ​ແດງ, ຂະ​ແຫນງ​ອຸດສາຫະກຳ​ໂຮງ​ແຮມ​ປະ​ເທດ​ນີ້ ຈະ​ສືບ​ຕໍ່​ພັດທະນາ. ບັນດາ​ໂຮງ​ແຮມຫລັງ​ໃຫມ່​ທີ່ຫາ​ກໍ​ນຳ​ເຂົ້າ​ເຄື່ອນ​ໄຫວ ​ເສຍ​ເວລາພຽງ​ 1 ປີ​ເພື່ອ​ສ້າງ​ບັນຊີ​ລາຍ​ຊື່​ລູກ​ຄ້າ ​ແທນທີ 3 ປີ​ຄື​ກ່ອນ​ນີ້. ​ເຖິງ​ວ່າ ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ມີການ​ຜັນ​ແປ​ຫລາຍ​ຢ່າງ​ໃນ​ໄລຍະ​ຜ່ານ​ມາກໍ​ຕາມ ​ແຕ່​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ສິງກະ​ໂປ​ຍັງສືບ​ຕໍ່ເພີ່ມ​ຂຶ້ນ, ອັດຕາ​ສ່ວນ​ຜູ້​ເຊົ່າ​ຫ້ອງ​ພັກຢູ່​ບັນດາ​ໂຮງ​ແຮມ​ບັນລຸສະ​ເລ່ຍກວ່າ 85%.

        ຕາມ​ສະພາ​ທ່ອງ​ທ່ຽວ​ໂລກ​ແລ້ວ, ຂະ​ແຫນງ​ອຸດສາຫະກຳ​ໂຮງ​ແຮມ​ກວມ 11,3% GDP ​ແລະ ສ້າງ 9,1% ວຽກ​ເຮັດ​ງານ​ທຳ​​ໃຫ​້​ແກ່​ຄົນ​ງານຢູ່ ສິງກະ​ໂປ​ໃນ​ປີ 2012. ບໍລິສັດ​ສະ​ຫນອງ​ບັນດາ​ມາດ​ຕະການ​ສື່ສານ ​ແລະ ​ເຕັກ​ໂນ​ໂລ​ຊີ Timetric ຄາດ​ຄະ​ເນ​ວ່າ: ຂະ​ແຫນງ​ອຸດສາຫະກຳ​ນີ້​ຈະ​ນຳ​ມາ​ເຊິ່ງ 6,7 ຕື້ USD ​ໃຫ້​ແກ່​ສິງກະ​ໂປ​ໃນ​ປີ 2017. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ພັດທະນາ​ຢ່າງ​ວ່ອງ​ໄວຂອງ​ຂະ​ແຫນງ​ອຸດສຫາະກຳ​ໂຮງ​ແຮມ​​ເປັນສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ​ໃຫ້​​ແກ່ສິງກະ​ໂປ​. ນັ້ນ​ແມ່ນ​ການ​ຂາດ​ແຄນ​ແຫ​ລ່ງຊັບພະຍາກອນ​ມະນຸ​ດ.​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ,​ໂຮງ​ແຮມ​ຫລາຍ​ແຫ່ງ​ໄດ້​ຈັດ​ຕັ້ງ​ບັນດາ​ຊຸດ​ບຳລຸງ​ສ້າງ​ພາລະ​ກອນ, ​ໃຫ້ບຸລິມະສິດ​ແກ່ບັນດາ​ພາລະ​ກອນ​ມີ​ທັກ​ສະ, ມຸ່ງ​ໄປ​ເຖິງ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ. ນອກ​ນັ້ນ ລັດຖະບານ​ກໍ​ຫນູນ​ຊ່ວຍ​ບັນດາ​ໂຮງ​ແຮມ​ນຳ​ໃຊ້​ມາດ​ຕະການ​ເຕັກ​ໂນ​ໂລ​ຊີ​ຈຳ​ນວນ​ຫນຶ່ງ​ຄື: ລະບົບ​ຄຸ້ມ​ຄອງ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ. ຕາ​ມນັ້ນ​ແລ້ວ ຄຳສະເຫນີຂອງລູກຄ້າຈະຖືກເຕົ້າໂຮມ ແລະ ສົ່ງເຖິງພາລະກອນໂຮງແຮມຜ່ານ ອະ​ປະກອນ​ບໍລິການ​ບໍ່​ມີ​ສາຍ ​ແລະ ລະບົບ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຫ້ອງ​ພັກ​ສັບ​ຊ້ອນ​ຕາຕະລາງ​ປະຕິບັດ​ເພື່ອ​ນຳ​ໃຊ້​ແຫ​ລ່ງຊັບພະຍາກອນ​ມະນຸດ​ຂອງ​ໂຮງ​ແຮມ​ຢ່າງ​ດີ​ສຸດ. ປະຈຸ​ບັນ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກຸນ​ແຈ​ສຳຄັນ​ເພື່ອ​ຊຸກຍູ້​ຂະ​ແຫນງ​ອຸດສາຫະກຳ​ໂຮງ​ແຮມ​ຂອງ​ສິງກະ​ໂປ​ ພັດ​ທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ