ຂະ​ແໜງທ່ອງ​ທ່ຽວ ກຳ​ປູ​ເຈຍ ພ້ອມ​ແ​ລ້ວ​ທີ່​ຈະ​ພ້ອມ​ກັບ ອາ​ຊຽນ ຟື້ນ​ຟູ​ໃນ​ປີ 2022

(VOVWORLD) -ຂະແໜງທ່ອງທ່ຽວແມ່ນໜຶ່ງໃນ 4 ເສົາຄ້ຳຂອງພື້ນຖານເສດຖະກິດ ກຳປູເຈຍ. ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ໃນໄລຍະສອງປີຜ່ານມາ, ຂະແໜງທ່ອງທ່ຽວຂອງປະເທດນີ້ຖືກຜົນເສຍຫາຍຢ່າງໜັກໜ່ວງ. ເຖິງຢ່າງໃດກໍຕາມ, ຍ້ອນມີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຍຸດທະສາດສັກວັກຊິນຢ່າງໄວວາ, ນັບແຕ່ເດືອນພະຈິກ ປີ 2021, ກຳປູເຈຍ ໄດ້ເປີດປະຕູຕ້ອນຮັບແຂກທ່ງທ່ຽວ - ຜູ້ທີ່ສັກວັກຊິນຢ່າງຄົບຖ້ວນຢ່າງເປັນທາງການ.

ນັບແຕ່ຊຸມວັນທຳອິດຂອງປີ 2022, ຂະແໜງທ່ອງທ່ຽວ ກຳປູເຈຍ ຢັ້ງຢືນມີສັນຍານທີ່ໜ້າຊື່ນຊົມຢ່າງລຽນຕິດ. ບໍ່ພຽງແຕ່ເທົ່ານັ້ນ, ໃນບົດບາດເປັນປະທານ ອາຊຽນ 2022, ການຟື້ນຟູຂະແໜງທ່ອງທ່ຽວໃນທົ່ວພາກພື້ນ ອາຊຽນ ກໍແມ່ນຂໍ້ບູລິມະສິດອັນໜຶ່ງ ເຊິ່ງ ກຳປູເຈຍ ໄດ້ວາງອອກໃນປີນີ້.

ຂະ​ແໜງທ່ອງ​ທ່ຽວ ກຳ​ປູ​ເຈຍ ພ້ອມ​ແ​ລ້ວ​ທີ່​ຈະ​ພ້ອມ​ກັບ ອາ​ຊຽນ  ຟື້ນ​ຟູ​ໃນ​ປີ 2022 - ảnh 1ແຂກທ່ອງທ່ຽວມາທ່ຽວ ອັງກໍວັດ 

ໃນຊຸມວັນທ້າຍເດືອນມັງກອນ ຕົ້ນເດືອນກຸມພາ ຜ່ານມາ , ກຳປູເຈຍ ໄດ້ດຶງດູດຈຳນວນແຂກທ່ອງທ່ຽວຈຳນວນຫຼາຍຢູ່ພາຍໃນປະເທດ ແລະ ສາກົນ. ຕາມການສະຖິຕິຂອງກະຊວງທ່ອງທ່ຽວ ກຳປູເຈຍ ແລ້ວ, ແຕ່ວັນທີ 1 ຫາວັນທີ 3 ກຸມພາ ຜ່ານມາ, ມີແຂກທ່ອງທ່ຽວຈຳນວນເກືອບ 1 ລ້ານຄົນ ໄດ້ມາທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວ, ວັດວາອາຮາມ, ຫາດຊາຍທະເລ, ເຂດພັກຜ່ອນບຳລຸງສຸຂະພາບ ແລະ ສະຖານທີ່ລະຫຼີ້ນບັນເທິງ, ເພີ່ມຂຶ້ນກວ່າ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກ່ອນໜ້ານັ້ນ, ໃນໂອກາດບຸນປີໃໝ່ສາກົນ 2022, ໂຮງແຮມຢູ່ ກຳປູເຈຍ ມີກວ່າ 80% ຖືກແຂກຈອງເຕັມ, ພິເສດແມ່ນຢູ່ເຂດຕິດກັບທະເລ ແລະ ນະຄອນຫຼວງພະນົມເປັນ. ສັນຍານທີ່ຕັ້ງໜ້ານີ້ໄດ້ສະແດງໃຫ້ເຫັນການຟື້ນຕົວຂອງຂະແໜງທ່ອງທ່ຽວ ພາຍຫຼັງໄລຍະຖືກຢຸດຕິການເຄື່ອນໄຫວຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາຍາວນານ.

“ຂ້າພະເຈົ້າຫວັງວ່າ ຂະແໜງທ່ອງທ່ຽວຈະຟື້ນຟູໂດຍໄວ, ແຂກທ່ອງທ່ຽວກໍຈະມາທ່ຽວຫຼາຍຄືເມື່ອກ່ອນນີ້. ເຖິງຢ່າງໃດກໍຕາມ ເພື່ອຮັບປະກັນຄວາມປອດໄພ, ພວກເຮົາຄວນໃຊ້ຜ້າອັດປາກ-ອັດດັງ ແລະ ລ້າງມືດ້ວຍນ້ຳຢາຂ້າເຊື້ອ”.

“ຂ້າພະເຈົ້າດີໃຈຫຼາຍ ທີ່ Angkor Wat ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວຄືນໃໝ່ ແລະ ມີແຂກມາທ່ຽວຊົມເປັນຈຳນວນຫຼາຍ. ກຳປູເຈຍ ຄວບຄຸມໂລກລະບາດໄດ້ຢ່າງມີປະສິດທິຜົນ, ອັນໄດ້ເຮັດໃຫ້ປະຊາຊົນສາມາດໄປທ່ອງທ່ຽວດ້ວຍຄວາມອຸ່ນອ່ຽນໃຈ”.

ຕາມກະຊວງທ່ອງທ່ຽວ ກຳປູເຈຍ ແລ້ວ, ປີ 2019, ປະເທດນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 6,6 ລ້ານເທື່ອຄົນ, ນຳມາເຊິ່ງລາຍຮັບຂຶ້ນເຖິງກວ່າ 4,9 ຕື້ USD. ເຖິງຢ່າງໃດກໍຕາມ, ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ປີ 2020, ຈຳນວນແຂກທ່ອງທ່ຽວສາກົນທີ່ມາທ່ຽວຢູ່ ກຳປູເຈຍ ບັນລຸພຽງ 1,3 ລ້ານເທື່ອຄົນເທົ່ານັ້ນ. ຊ້ຳບໍ່ໜຳ, ໄລຍະ 11 ເດືອນຕົ້ນປີ 2021, ຕົວເລກດັ່ງກ່າວຍັງຫຼຸດລົງ ກວ່າ 163.000 ເທື່ອຄົນ. ແຕ່ກາງເດືອນ ພະຈິກ 2021, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techno Hun Sen ໄດ້ປະກາດເປີດປະຕູຕ້ອນຮັບແຂກທ່ອງທ່ຽວ - ຜູ້ທີ່ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ຢ່າງຄົບຖ້ວນ ພາຍຫຼັງທີ່ປະຊາຊົນຂອງປະເທດນີ້ສ່ວນຫຼາຍໄດ້ສັກວັກຊິນ. ຕົ້ນປີ 2022, ທ່ານລັດຖະມົນຕີກະຊວງທ່ອງທ່ຽວ ກຳປູເຈຍ Thong Khon  ຖະແຫຼງປຸກລະດົມບັ້ນເຄື່ອນໄຫວດ້ວຍຫົວຂໍ້ “ກຳປູເຈຍ: ສະຖານທີ່ທ່ອງທ່ຽວຂຽວ ແລະ ປອດໄພ”. ຕາມນັ້ນແລ້ວ, ແຂກທ່ອງທ່ຽວທີ່ໄດ້ສັກວັກຊິນຢ່າງຄົບຖ້ວນສາມາດມາທ່ຽວປະເທດນີ້ໂດຍບໍ່ຕ້ອງປະຕິບັດການແຍກຕົວ, ພ້ອມທັງສະເໜີໃຫ້ວິສາຫະກິດທ່ອງທ່ຽວ ປະຕິບັດມາດຕະການທ່ອງທ່ຽວປອດໄພຕ່າງໆ ແລະ ຮັບປະກັນຂັ້ນຕອນເຄື່ອນໄຫວຢ່າງມີປະສິດທິຜົນ ເພື່ອສະກັດກັ້ນການແຜ່ລາມໂລກລະບາດໂຄວິດ - 19. ອ້າຍ Songha - ເຈົ້າຂອງພັດທະຄານ Amazing Happy Pizza Pub ຢູ່ ພະນົມເປັນ ແບ່ງປັນວ່າ:

“ພວກຂ້າພະເຈົ້າໄດ້ກະກຽມຢ່າງລອບຄອບຖີ່ຖ້ວນເພື່ອຕ້ອນຮັບແຂກທ່ອງທ່ຽວຄືນໃໝ່, ນັບແຕ່ນໍ້າຢາຂ້າເຊື້ອ, ເຄື່ອງວັດແທກອຸນຫະພູມຮ່າງກາຍ ເພື່ອສືບຕໍ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນທີ່ສຸດ. ນອກຈາກນັ້ນ, ໃນໄລຍະຢຸດຕິການເຄື່ອນໄຫວຍ້ອນໂລກລະບາດ, ພວກຂ້າພະເຈົ້າກໍຫາວິທີສ້າງໂຄງປະກອບການເຄື່ອນໄຫວຂອງພັດທະຄານຄືນໃໝ່, ເຮັດແນວໃດໃຫ້ແທດເໝາະກັບສະພາບປົກກະຕິໃໝ່, ຄົ້ນຄວ້າ, ທົດລອງແຕ່ງເຍື່ອງອາຫານໃໝ່, ເຮັດໃຫ້ເມນູມີຄວາມຫຼາກຫຼາຍກວ່າ ເພື່ອດຶງດູດແຂກທ່ອງທ່ຽວ.”

ຂະ​ແໜງທ່ອງ​ທ່ຽວ ກຳ​ປູ​ເຈຍ ພ້ອມ​ແ​ລ້ວ​ທີ່​ຈະ​ພ້ອມ​ກັບ ອາ​ຊຽນ  ຟື້ນ​ຟູ​ໃນ​ປີ 2022 - ảnh 2ເວທີປາໄສ ທ່ອງທ່ຽວ ອາຊຽນ 2022

ນອກຈາກເປົ້າໝາຍຟື້ນຕົວຂະແໜງທ່ອງທ່ຽວຢູ່ພາຍໃນປະເທດແລ້ວ, ກຳປູເຈຍ ຍັງໃຫ້ບຸລິມະສິດສູງໃນການຟື້ນຟູ, ຊຸກຍູ້ການທ່ອງທ່ຽວໃນທົ່ວພາກພື້ນ ອາຊຽນ ເມື່ອຮັບປະກັນບົດບາດເປັນປະທານ ອາຊຽນ 2022. ນັບແຕ່ວັນທີ 16 ຫາວັນທີ 22 ມັງກອນ ຜ່ານມາ, ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ, ເວທີປາໄສທ່ອງທ່ຽວ ອາຊຽນ 2022 ພ້ອມດ້ວຍເຫດການອື່ນໆທີ່ປິ່ນອ້ອມ ກໍຖືກຈັດຂຶ້ນຢູ່ແຂວງ Preah Sihanouk, ກຳປູເຈຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນນັບຮ້ອຍຄົນ. ໜ້າທີ່ນີ້, ການນຳກະຊວງທ່ອງທ່ຽວບັນດາປະເທດ ໄດ້ປະຕິບັດພິທີກົດປຸ່ມຊົມເຊີຍການທ່ອງທ່ຽວ ອາຊຽນ ທີ່ໄດ້ເປີດປະຕູຄືນໃໝ່. ພ້ອມດຽວກັນນັ້ນ ແມ່ນພິທີປະກາດໂລໂກໃໝ່ຂອງການທ່ອງທ່ຽວ ອາຊຽນ ທີ່ວ່າ “A Destination for Every Dream” (ຈຸດນັດພົບດັ່ງໃນຝັນຂອງທຸກຄົນ). ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເປັນສັນຍາລັກທີ່ສຳຄັນທີ່ສຸດ, ສ້າງຂີດໝາຍແກ່ການເລີ່ມຕົ້ນໃໝ່ຂອງຂະແໜງທ່ອງທ່ຽວ ອາຊຽນ, ສະແດງໃຫ້ເຫັນຄວາມຕັດສິນໃຈມຸ່ງໄປເຖິງການເປີດປະຕູການທ່ອງທ່ຽວສາກົນຄືນໃໝ່, ຟື້ນຟູຂະແໜງທ່ອງທ່ຽວໃນປີ 2022. ຕາມທ່ານ Agustinho da Silva ຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງບໍລິສັດທ່ອງທ່ຽວ Spain Travel ແລ້ວ, ນັບມື້ນັບມີວິສາຫະກິດ, ບໍລິສັດທ່ອງທ່ຽວເອີຣົບ ຫຼາຍແຫ່ງ ມີຄວາມສົນໃຈເຖິງການເຊື່ອມຕໍ່ກັບບັນດາປະເທດ ອາຊຽນ.

“ກຳປູເຈຍແມ່ນຈຸດນັດພົບທີ່ສຸດຍອດ. ມື້ນີ້, ຂ້າພະເຈົ້າມາທີ່ນີ້ ດ້ວຍຄວາມຫວັງຈະເຊື່ອມຕໍ່ກັບຄູ່ຮ່ວມມືອື່ນໆຫຼາຍແຫ່ງ ບໍ່ພຽງແຕ່ຂອງ ກຳປູເຈຍ ຫາກຍັງມີບັນດາປະເທດ ອາຊຽນ ອີກດ້ວຍ. ນັບມື້ນັບມີແຂກທ່ອງທ່ຽວ ແອັດສະປາຍ ແລະ ເອີຣົບ ມີຄວາມສົນໃຈເຖິງສະຖານທີ່ທ່ອງທ່ຽວຕ່າງໆຢູ່ ອາຊີຕາເວັນອອກສ່ຽງໃຕ້. ອາຊຽນ ມີທັດສະນີຍະພາບສວຍງາມຫຼາຍແຫ່ງ, ມີວັດທະນະທຳທີ່ເປັນເອກະລັກສະເພາະ, ປະຊາຊົນເປັນມິດສະໜິດສະໜົມ ແລະ ອາຫານການກິນກໍເປັນຕາແຊບຫຼາຍ”.

ພ້ອມກັບ ກຳປູຈຍ, ຫຼາຍປະເທດອື່ນໃນ ອາຊຽນ ກໍເລີ່ມຜັນຂະຫຍາຍບັນດາລາຍການກະຕຸ້ນການທ່ອງທ່ຽວສາກົນ ນັບແຕ່ຕົ້ນປີ 2022. ຫວຽດນາມ ໄດ້ເຊື່ອມຕໍ່ສາຍການບິນສາກົນໄປ - ກັບທົ່ວໄປກັບປະເທດຈຳນວນໜຶ່ງ. ໄທ ກໍປະກາດຟື້ນຟູລາຍການ “Test and go”, ອະນຸຍາດໃຫ້ແຂກທ່ອງທ່ຽວຕ່າງປະເທດມາທ່ຽວຊົມຢ່າງສະບາຍ ຖ້າຫາກວ່າ ມີຜົນກວດເປັນລົບ. ເກາະ ບາລີ, ອິນໂດເນເຊຍ ກໍຕ້ອນຮັບແຂກທ່ອງທ່ຽວສາກົນໃນຖ້ຽວບິນທຳອິດ ພາຍຫຼັງຖືກໂຈະໄວ້ເປັນເວລາເກືອບ 2 ປີ…

ດ້ວຍບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍໃນສອງປີຜ່ານມາ, ຂະແໜງທ່ອງທ່ຽວ ກຳປູເຈຍ ເວົ້າສະເພາະ ແລະ ບັນດາປະເທດ ອາຊຽນ ເວົ້າລວມ ພ້ອມແລ້ວທີ່ຈະເປີດປະຕູຄືນໃໝ່ ແລະ ຈະຟື້ນຕົວຢ່າງແຮງໃນປີ 2022 ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ