ຂໍ​ເຊີນ​ຊວນ​ທ່ານ​ເຂົ້າ​ຮ່ວມ​ການທວາຍ​ຜົນ​ຂອງ​ ງານ​ປະ​ກວດ​ “​ສຽງ​ເພງ ອາຊຽນ +3 ” ປີ 2019

(VOVWORLD) -ຈົ່ງພ້ອມກັນທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປີ 2019 ເພື່ອມີໂອກາດໄດ້ຮັບລາງວັນທີ່ມີຄ່າ ຈາກຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey.

ຈົ່ງພ້ອມກັນທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປີ 2019 ເພື່ອມີໂອກາດໄດ້ຮັບລາງວັນທີ່ມີຄ່າ ຈາກຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey.

ລະບຽບການທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປິ 2019 ມີດັ່ງນີ້:

-      ໂຄງປະກອບຂອງລາງວັນລວມມີ:

·        ລາງວັນທີ 1: ປີ້ຍົນໄປ-ກັບພາຍໃນປະເທດ ຂອງສາຍການບິນ Vietjet 01 ບ່ອນນັ່ງ.

·        ລາງວັນທີ 2. Voucher ພັກຜ່ອນບໍາລຸງສຸຂະພາບສໍາລັບຄອບຄົວ (ຜູ້ໃຫຍ່ 2 ຄົນ, ເດັກນ້ອຍ 2 ຄົນ) 4 ມື້ 3 ຄືນ ຢູ່ທີ່ ຕ່ວນເຈົາ, ນະຄອນຮະລອງ, ແຂວງກວ໋າງນິງຂອງຫວຽດນາມ.

ຂໍ​ເຊີນ​ຊວນ​ທ່ານ​ເຂົ້າ​ຮ່ວມ​ການທວາຍ​ຜົນ​ຂອງ​ ງານ​ປະ​ກວດ​ “​ສຽງ​ເພງ ອາຊຽນ +3 ” ປີ 2019 - ảnh 1ຕ່ວນເຈົາ, ນະຄອນຮະລອງ, ແຂວງກວາງນິງຂອງຫວຽດນາມ 

·        ລາງວັນທີ 3: Voucher ພັກຜ່ອນບໍາລຸງສຸຂະພາບສໍາລັບຄອບຄົວ (ຜູ້ໃຫຍ່ 2 ຄົນ, ເດັກນ້ອຍ 2 ຄົນ)   2 ມື້ 1 ຄືນ ຢູ່ທີ່ ຕ່ວນເຈົາ, ນະຄອນຮະລອງ, ແຂວງກວາງນິງຂອງຫວຽດນາມ.

·        ລາງວັນຊົມເຊີຍ: ເສື້ອເສີດ 01 ຜືນ.

-      ເງື່ອນໄຂເຂົ້າຮ່ວມການທວາຍຜົນ:

·        ການທວາຍຜົນຈະເລີ່ມຂຶ້ນ ພາຍຫຼັງເປີດງານປະກວດ “ສຽງເພງອາຊຽນ + 3” ຮອບຊີງຊະນະເລີດ (ເຊິ່ງຈະດໍາເນີນໃນເວລາ 20 ໂມງ ຂອງວັນທີ 28 ກໍລະກົດ ປີ 2019 ແລະ ສິ້ນສຸດລົງໃນທັນທີ ເມື່ອຄະນະກໍາມະການກະກຽມປະກາດຜົນລາງວັນ.

·        ຜູ້ເຂົ້າຮ່ວມຕ້ອງມີສື່ສັງຄົມອອນລາຍ Facebook.

·        ແຕ່ລະຄົນ ສາມາດທວາຍຜົນໄດ້ເທື່ອດຽວ.

·        ເມື່ອສົ່ງຜົນການທວາຍແລ້ວ, ບໍ່ສາມາດແປງຄືນໄດ້.

-      ແນະນໍາການເຂົ້າຮ່ວມທວາຍຜົນ:

Ø  1: ເຂົ້າໜ້າເວັບໄຊ https://aseansongcontest.com, ແລ້ວເລືອກເອົາພາສາ (ສັນຍາລັກທຸງຢູ່ເບື້ອງຂວາມື). ຫຼັງຈາກນັ້ນ ເລືອກເອົານັກຮ້ອງທີ່ທ່ານຄາດວ່າຈະເປັນຜູ້ຊະນະ.

Ø  2: ເຂົ້າ Facebook ຂອງຕົນເອງ.

Ø  3: ຊອກຫານັກຮ້ອງທີ່ທ່ານຄິດວ່າ ຈະຍາດໄດ້ລາງວັນທີໜຶ່ງ.

Ø  4: ເລື່ອນລົງມາ ແລ້ວຂຽນໃສ່ຊ່ອງ comment  ຈໍານວນຜູ້ທີ່ທວາຍຜົນຄືກັນກັບຕົນເອງ.

ຜູ້ຊະນະໃນການທວາຍຜົນ ຈະແມ່ນມີຜົນຂອງການທວາຍຖືກກັບນັກຮ້ອງທີ່ໄດ້ຮັບລາງວັນທີ 1 ໂດຍຄະນະກໍາມະການປະກາດ, ພ້ອມທັງທວາຍໃກ້ຄຽງທີ່ສຸດກັບຜູ້ທວາຍຜົນຄືກັບຕົນເອງ.

ຕົວຢ່າງ: ທ່ານທວາຍເອົານັກຮ້ອງ ໄດ້ຮັບລາງວັນທີ 1 ແມ່ນ Jimmy ແລະ ມີຜູ້ທວາຍຄືກັບຕົນເອງ ແມ່ນ 1001 ຄົນ, ແມ່ນໃຫ້ຂຽນຕົວເລກ 1001 ນັ້ນ ໃສ່ຊ່ອງ comment ແລ້ວກົດສົ່ງ ແມ່ນຖືວ່າສໍາເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ