ຄົ້ນຫາ George Town

(vovworld)- ດ້ວຍ​ສີສັນ​ວັດທະນະທຳ​ທີ່​ອຸດົມສົມບູນ​ກວ່າ​ໝູ່​ຢູ່​ປະ​ເທດ ມາ​ເລ​ເຊຍGeorge Town ​ເມືອງ​ເອກຂອງ​ລັດ Penang ​ແມ່ນ​ເກາະ​ແຫ່ງ​ຫນຶ່ງຖືກຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ-ຊ່ອງທະ​ເລ Mallacca ຍາມ​ໃດ​ກໍ​ແມ່​ນສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ​​ເຊີນ​ທ່ານຄົ້ນ​ຫາ George Town ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ເຟືອງ​ລຽນ ທີ່​ພາດ​ຫົວ​ຂໍ້​ວ່າ: ຄົ້ນຫາ George Town.

ຄົ້ນຫາ George Town - ảnh 1
George Town
photo:internet

         ​​ຖ້າສັງ​ເກດ​ຈາກ​ພື້ນ​ທີ່​​ສູງ​ກໍ່​ເຫັນ​ວ່າ ​ເກາະ George Town ​​ ​ສວຍ​ງາມ​ດັ່ງ​ໃນ​ຝັນ ດ້ວຍ​ສີ​ເຫລືອງ​​ເຫຼື້ອມຂອງແສງ​ແດດ​​ໃນ​ຍາມ​ເຊົ້າ, ສີຂຽວ​ຂອງ​ນ້ຳ​ທະ​ເລ ​ແລະ ຕົ້ນ​ໃມ້​ໃບ​ຫຍ້າ​ຂຽວ​ອຸ່ມ​ທຸ່ມ ​ເຮັດ​ໃຫ້​ລັດ Penang ​ງາມ​ເໝືອນດັ່ງ​ຮູບ​ພາບ​ທີ່​ມີ​ສີສັນ​ຫລາກ​ຫລາຍ. ​​ເຊື່ອມ​ຕໍ່​​ເຂດ​ດິນ​ຕໍ່​ແຜ່ນ​ກັບ George Town ​​ແມ່ນ​ຂົວ​ແຫ່ງ​ຫນຶ່ງທີ່​ມີ​ຄວາມ​ຍາວ 13 ກິ​ໂລ​ແມັດ ຊື່​ງ​ແມ່ນ​ຂົວ​ທີ່​ຍາວ​ກວ່າ​ໝູ່​ຢູ່ ອາຊີ ຕາ​ເວັນ​ອອກສຽງ​ໃຕ້. ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​​ແຕ່ສັດຕະວັດ​ທີ 15 ​​ແລະ ​​ແມ່ນ​ຫົວ​ເມືອງ​ຂຶ້ນຂອງ​ອັງກິດ​, ​ເມືອງ​ເອກ​ຂອງລັດ  Penang  ຖືກ​ຕັ້ງ​ຊື່​ຕາມ​ເຈົ້າ​ຊີວິດ George Town II. ພ້ອມ​ກັບ ​ເອີ​ລົບ, ມີຊາວ​ຈີນ, ຊາວມາ​ເລ​ຊຍ ​ແລະ ອິນ​ເດຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​​ໄດ້ມາ​ດຳລົງ​ຊີວິດ​ຢູ່​​ເກາະ​ແຫ່ງ​ນີ້​ ອັນ​​ໄດ້​​ເຮັດໃຫ້ George Town ​ມີພື້ນຖານວັດທະນະທຳປະສົມ​ລະຫວ່າງ​ຝ່າຍຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ພິ​ເສດ ​ແມ່ນ​ທາງດ້ານອາຫານ​ການ​ກິນ. ​ເອື້ອຍ Wan Fan ຊາວ George Town ​​ໃຫ້​ຮູ້​ວ່າ:

         “  ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍມາ​ຢ້ຽມຢາມ​ເກາະ George Town, ຍ້ອນ​ອາຫານ​ຢູ່​ທີ່​ນີ້​​ແຊບ. ຍ່າງ​ລຽບຕາມ​ຖະຫນົນ​ສາຍຕ່າງໆ​ຢູ່ George Town, ນັກ​ທ່ອງ​ທ່ຽວ​ສາມາດ​ຊອກ​ໄດ້​ອາຫານ​ທີ່​ແຊບນົວ​ຂອງ ອິນ​ເດຍ, ຂອງ​ຊາວ​ຈີນ ຫລື ມາ​ເລ​ເຊຍ”

         ເມື່ອເຂົ້າຮ້ານອາຫານ Tek Sen Restaurant ທີ່​ມີ​ຊື່​ສຽງຂອງຊາວຈີນ, ນັກ​ທ່ອງ​ທ່ຽວຜູ້​​ໃດ​ກໍ່ຍ້ອງ​ວ່າ ອາຫານ​ຢູ່​ທີ່​ນີ້​ແມ່ນ​​ແຊບ​ຫລາຍ. ອ້າຍ Sam ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ໃຫ້​ຮູ້​ວ່າ:

         “ ອາຫານ​ຢູ່​ທີ່​ນີ້​ ​ເຜັດ ​ແລະ ຮ້ອນ​ ​ແຕ່​ແຊບ​ຫລາຍ, ພິ​ເສດ​ແມ່ນ ​ຊີ້ນ​ໄກ່ ​ແລະ ​ເຂົ້າຂົ້ວກັບ​ກຸ້ງ. ຂ້າພະ​ເຈົ້າ ມັກ​ຢ້ຽມຢາມ George Town ​​ເພາະວ່າ ຢູ່​ທີ່​ນີ້ອາຫານ​ອຸດົມສົມບູນ ທັງມີ Hamburger ທັງ​ມີເຂົ້າ​ຈ້າວ​ອີກ”

         ຜ່ານ​ບັນດາ​ຮ້ານ​ອາຫານ​ທີ່​ມີ​ບັນຍາກາດອຶກ​ກະ​ທຶກ​ຄືກ​ໂຄມ, ນັກ​ທ່ອງ​ທ່ຽວ​ຍ່າງ​ໄປ​ຮອດ​ຖະຫນົນ​ສາຍ​ອື່ນ ​ແລະ ​ຢູ່​ທີ່​ນີ້​ບັນຍາກາດ​ສະຫງົບ​ງຽບ ​ເຕັມ​ໄປ​ດ້ວຍກິ່ນ​ທູບ​ທີ່​ຫອມ​ຫວນ​ຈາກ​​ວັດວາອາ​ຮາມ​ເດີມ​ຫລາຍ​ແຫ່ງທີ່​ຖືກ​ກໍ່ສ້າງ​ແຕ່​ຊຸມປີ 1800 ຄື: Kuan Yin Temple, Tua Peh Kong..

ຄົ້ນຫາ George Town - ảnh 2ຕົວເມືອງເກົ່າ George Town
ພາບ:internet

 

         ດ້ວຍສີ​ແດງ, ​ສີ​ເຫລືອງ ​ແລະ ສີຂຽວ​ຂອງ​ບັນດາ​ຊ່ໍ​ດອກ​ໄມ້ທີ່ວາງ​ຕໍ່ຫນ້າ ວິຫານ​ຮີນ​ດູ. ພ້ອມ​ກັບສຽງ​ດົນຕີ Bollywood ທີ່​​ທີ່​ຟົດ​ຟື້ນຈາກ​ເຂດ​ຊຸມ​ຊົນ​ຂອງຊາວ​ອິນ​ເດຍ (Little India). ວົງ​ຄະນາ​ຍາດ​ຊາວ ອິນ​ເດຍ ມາດຳລົງ​ຊີວິດ​ຢູ່​ທີ່​ນີ້ ​ໄດ້ປະ​ກອບ​ສ່ວນ​​ເຮັດ​ໃຫ້ພື້ນຖານ​ວັດທະນະທຳ​ຢູ່​​ເກາະ George Townອຸດົມສົມ​ບຸນ​ຍິ່ງ​ຂຶ້ນ.

         ຫ່າງ​ຈາກ Little India ບໍ່​ໄກ​ປານ​ໃດ ນັກ​ທ່ອງ​ທ່ຽວ​ຈະ​ມາ​ຮອດ​ວິຫານ ອິດສະ​ລາມ ທີ່​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ​ເຄັ່ງ​ຂືມຂອງ​ຊາວ ມາ​ເລ​​ເຊຍ. ຢູ່​ໃນ​ວິຫານ ມີ​ຜູ້​ຊາຍ​ຫລາຍ​ຄົນ​ນຸ່ງ​ຊຸດ​​ສີ​ຂາວ ​ແລະ ຄຽນ sarong ພວມ​ສວດ​ມົນພາວະນາ. ສ່ວນ​ຢູ່​ຖະຫນົນ​ສາຍ​ອື່ນ, ນັກ​ທ່ອງ​ທ່ຽວ​ສາມາດ​ພົບ​ເຫັນ​ແມ່ຍິງ ມາ​ເລ​ເຊຍ ​ເຊື່ອ​ຖື​ສາສະຫນາ​ອິດສະ​ລາມນຸ່ງ​ຊຸດ​ອາພອນ​ພື້ນ​ເມືອງ​, ​ໃຊ້ຜ້າ​ຄຽນ​ຫົວ​ດ້ວນ​ສີສັນ​ຫລາກ​ຫລາຍທີ່​ເປັນ​ເອກະລັກ​ສະ​ເພາະ.

         ຢູ່ George Town, ພື້ນຖານ​ວັດທະນະທຳ ທີ່​​ປະສົມ​ປະສານຢູ່​ທີ່​ນີ້ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​​ແບບ​ແຜນການ​ດຳລົງ​ຊີວິດ​ປະຈຳ​ວັນ​, ພິ​ເສດ ​ໃນ​ພາສາ​ເວົ້າ. ສິ່ງ​ດັ່ງກ່າວ​ຍາມ​ໃດ​ກໍ​ສ້າງ​ຄວາມ​ປະ​ທັບ​​ໃຈ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ. ​ເອື້ອຍ Wan ​ໃຫ້​ຮູ້​ຕື່ມ​ອີກ​ວ່າ​:

         “ ຢູ່​​ໃນ​ຕົວ​ເມືອງ, ມີ​ໂຮງຮຽນ​ຂອງ​ຊາວ​ຈີນ​, ຊາວ​ອິນ​ເດຍ ​ແລະ ​ ຂອງ​ລັດຖະບານ ມາ​ເລ​ເຊຍ ​ແລະ​ໃຊ້ພາສາມາ​ເລ​ເຊຍ ​ເປັນ​ຕົ້ນຕໍ. ​ ​ແຕ່ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຫ່ງ​ນີຈະ​ຮູ້ສຶກແປກ​ປະຫລາດ​ໃຈ ​​ເມື່ອ​ເຫັນ​ວ່າ​ເດັກນ້ອຍ​ຢູ່​ທີ່​ນີ້ສ່ວນ​ຫຼາຍ​ສາມາດ​ເວົ້າ​ພາສາ​ຈີນ, ອິນ​ເດຍ ​ແລະ ອັງກິດ​​ໄດ້​ດີ​ທີ່​ສຸດ”

         ພາສາ​ເວົ້າ, ອາຫານ​ການ​ກິນ, ສະຖາປັດຕະຍະກຳ, ກິ່ນຫອມ​ຫວນຂອງ​ທູບ ​ແລະ ຄວາມ​ຮັກ​ແພງ​ແຂກຄົນ​ຂອງປະຊາຊົນ​ຢູ່​ກຳ​ແພງ​ເກົ່າ​ນີ້ ​ໄດ້​ນຳ​ເອົາ​ສິ່ງ​ທີ່​ໃຫມ່​ອ່ຽມຫລາຍ​ຢ່າງ ​ມາ​​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກທຸກ​ສາລະ​ທິດ.


ຕອບກັບ

ຂ່າວ/ບົດ​ອື່ນ