ຄົ້ນຫາກຸ່ມວິຫານ Prambanan ປະເທດອິນໂດເນເຊຍ

(vovwordld)- ກຸງ​ເກົ່າ Yogyakarta ຂອງ​ອິນ​ໂດ​ເນ​ເຊຍ ​ແມ່ນ​ສູນ​ສິລະ​ປະ, ວັດທະນະທຳ ​ແລະ ການ​ເຫລື້ມ​ໃສ​ຂອງ​ເຂດ Jawa ດ້ວຍ​ປູຊະນີຍະສະຖານ​ປະຫວັດສາດ, ວັດທະນະທຳ​ເກົ່າ​ແກ່​ຫລາຍ​ແຫ່ງ. ຫນຶ່ງ​ໃນ​ຈຳນວນ​ປູຊະນີ​ຍະສະ​ຖານ​ນັ້ນ ​ແມ່ນ​​ກຸ່ມວິຫານທາດ Prambanan ເຊິ່ງ​ແມ່ນ​ແຫ່ງບູ​ຊາ​ເທວະ​ດາຂອງສາສະຫນາ​ຮີນ​ດູ​ແຫ່ງ​​ໃຫຍ່​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ​​ເມື່ອ​ປີ 1991. ​ເຖິງ​ວ່າ​ ແຜ່ນດິນ​ໄຫວ​​ເກີດ​ຂຶ້ນ​ເປັນຫລາຍ​ຄັ້ງ​​​ ຢູ່​ເຂດ​ນີ້ໄດ້​​ເຮັດ​ໃຫ້​ເຂດ​ວິຫານ​ຖືກ​ເປ​ເພ​ສ່ວນ​​ໃດ​ສ່ວນ​ຫນຶ່ງ​ກໍ​ຕາມ, ​ແຕ່​ດ້ວຍ​ຄຸນຄ່າ​ດ້ານ​ສະຖາປັດຕະຍະກຳ ​ແລະ ວັດທະນະທຳ ທີ່​ມີ​ຢູ່​ແລ້ວ. ປະຈຸ​ບັນ​, Prambanan ຍັງ​ຄົງ​ແມ່ນ​ເຂດ​ປູຊະນີຍະສະຖານ​ເປັນທີ່ຮູ້​ຈັກ​ຂອງ​ຫລາຍ​ຄົນຢູ່.

ຄົ້ນຫາກຸ່ມວິຫານ Prambanan ປະເທດອິນໂດເນເຊຍ - ảnh 1
ວິຫານ Prambanan
ພາບ:internet

        ​​ວິຫານ Prambanan ​ນອນ​ໃນ​ບໍລິ​ເວນ​ສວນສາທາລະນະ Prambanan ທີ່​ກວ້າງ​ໃຫຍ່ ຫ່າງ​ຈາກ​ກຸງ​​ເກົ່າ Yogyakarta ທາງ​ທິດ​ຕາ​ເວັນ​ອອກ​ປະມານ 18 ກິ​ໂລ​ແມັດ. Prambanan ຕັ້ງ​ຢູ່​ຄວາມ​ສູງ 154 ​ແມັດ​ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ. ຈຸດ​ພິ​ເສດຂອງ​ບັນດາ​ວິຫານຢູ່​ທີ່​ນີ້​ ແມ່ນ​​​ຖືກ​ກໍ່​ສ້າງ​ດ້ວຍທາດສູງ ​ແລະ ​​ມີຈອມແຫຼມຫຼາຍ​ຈອມ, ນີ້​ກໍ​ເປັນ​ຈຸດ​ເດັ່ນ​ໃນ​ສະຖາປັດຕະຍະກຳ​​ບັນດາ​ວິຫານຂອງ​ສາ​ສະຫນາ​ຮີນ​ດູ. ຝາ​ຜະຫນັງ​ສ່ວນ​ຫລາຍ​ຂອງ​ວັດ​ດັ່ງກ່າວ​ຖືກ​ແປະ​ໃສ່​ກັນ​ດ້ວຍ​ບັນ​ດາ​ຮູບຄວັດ​ສະຫລັກ​ກ່ຽວ​ກັບເທວະ​ດາ​ຫລືບົດ​ປະ​ພັນ ​Ramayana ແລະ​ເລື່ອງ​ລາວ​​ອື່ນໆທີ່​ເລົ່າ​ຂານ​ກັນມາ​ແຕ່​ບູຮານ​ນະ​ການ​ຢ່າງລະອຽດ​ຄ່ອງ​ແຄ້ວ ເຊິ່ງ​ສະ​ແດງ​.

        ​ໂດຍ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ຫີນ​ແຕ່​ສັດຕະວັດ​ທີ 8 - 10, ​ເຂດ​ວິຫານ​ນີ້ລວມມີວິຫານ​ໃຫຍ່​ຕົ້ນຕໍ 8 ​ແຫ່ງ ​ແລະ ວິຫານ​ນ້ອຍ​ຢູ່​ອ້ອມ​ຂ້າງ 240 ​ແຫ່ງ. ຮອດ​ສັດຕະວັດ​ທີ 16, ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ແຜ່ນດິນ​ໄຫວ, ມີ​ວິຫານ​ຫລາຍ​ແຫ່ງ​ຖືກ​ພັງ​ທະລາ​ຍ ຍັງ​ເຫລືອ​ພຽງ 10 ​ແຫ່ງ​ເທົ່າ​ນັ້ນ. ກ້ອນ​ຫີນ​ດຳ​ຢູ່​ລຽບ​ຕາມເສັ້ນທາງ​ເຂົ້າ​ວິຫານແມ່ນ​ບັນ​ດາ​ຮ່ອງ​ຮອຍທີ່​ຍັງ​ເຫລືອ​​​ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວນີ້. ພາຍຫລັງ​ຫລາຍ​ສັດຕະວັດ​ຖືກ​ຫລົງ​ລືມ, ປີ 1930 ​ເຂດ​ປູຊະນີຍະສະຖານ​ດັ່ງກ່າວ​ໄດ້​ຮັບ​ການ​ບູລະນະ​ປະຕິສັງ​ຂອນ​ຢ່າງ​ເປັນ​ລະບົບ ​ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກ​ປະຊາ​ຄົມ​ໂລກ. ປີ 2006 ​ແຜ່ນ​ດິນ​ໄຫວ​ມີ​ຄວາມ​ແຮງ 6,3 ອົງສາ​ຣີກ​ແຕ ​​ເກີດ​ຂຶ້ນ​ຢູ່​ເຂດ​ນີ້ ສືບ​ຕໍ່​ເຮັດ​ໃຫ້​ບັນດາ​ວິຫານ​ທີ່​ຍັງ​ເຫ​ລື​ອຖືກ​ເປ​ເພ. ພາຍຫລັງ​ເຫດ​ແຜ່ນດິນ​ໄຫວ​ນີ້, ອິນ​ໂດ​ເນ​ເຊຍ ​ໄດ້​ປະຕິບັດ​ໂຄງການ​ບູລະນະ​ປະຕິສັງ​ຂອນ​ວິຫານ Prambanan ຢ່າງ​ຮີບ​ເຮັ່ງ. ພາຍຫລັງ 6 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ, ວິຫານ​ຕົ້ນຕໍ 3 ​ແຫ່ງ​ ແມ່ນ Bramah, Syiwa ​ແລະ Wisnu​ໄດ້​ຮັບ​ການ​ບູລະນະ​ສຳ​ເລັດ ​ແລະ ວິຫານ Syiwa ຊື່​ງ​ແມ່ນ​ວິຫານ​ເດີມ​ຂອງ​ກຸ່ມ​ວິຫານ Prambanan ມີ​ຄວາມ​ສູງ 47 ​ແມັດ ​ໄດ້​​ເປີດ​ປະຕູ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​.

ຄົ້ນຫາກຸ່ມວິຫານ Prambanan ປະເທດອິນໂດເນເຊຍ - ảnh 2

         ​ເຖິງ​ວ່າ​ອາກາດ​ຢູ່​ແຫ່ງ​ນີ້​ຮ້ອນ​ເອົ້າ​ຫລາຍ​ກໍ​ຕາມ, ​ແຕ່​ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາຊີ ແລະ ​ເອີ​ລົບ ເປັນ​ຈຳນວນ​ຫລວງຫລາຍ ຍັງ​ຄົງ​ມາ​ຢາມ ແລະ ​ຄົ້ນ​ຫາ​ກຸ່ມ​ວິຫານ​​ດັ່ງກ່າວດ້ວຍ​ຄວາມ​ເມົາ​ມົວ​ຢູ່​. ອ້າຍ Peter Salt ນັກ​ທ່ອງ​ທ່ຽວ​ມາ​ຈາກ ປະ​ເທດ​ໂຮ​ນລັງ ​​ເວົ້າ​ວ່າ:

        “Prambanan ​ແມ່ນ​ເຂດ​ປູຊະນີຍະສະຖານທີ່​ສວຍ​ງາມ, ກວ້າງ​ໃຫຍ່ ​ແລະ ສະຫງົບ​ງຽບ. ກ່ອນ​ນີ້​ຂ້າພ​ະ​ເຈົ້າ​ຮູ້ຈັກ​ເຖິງ​ວິຫານ Prambanan ຜ່ານ​ຫນັງສື​ພິມ, ​ໂທລະພາບ ​ແຕ່​ບັດ​ນີ້​ໄດ້​ເຫັນ​ປະຈັກ​ຕາ​ການ​ທຳລາຍ​ຂອງ​ແຜ່ນດິນ​ໄຫວ​ຄັ້ງ​ຕ່າງໆ​ສຳລັບ Prambanan, ຂ້າພະ​ເຈົ້າ​ສຸດ​ເສຍດາຍ ​ແລະ ປາດ​ຖະຫນາ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ອິນ​ໂດ​ເນ​ເຊຍ, ວິຫານ Prambanan ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ໄວ.”

        ມາ​ຢ້ຽມຢາມ​ເຂດ​ວິຫານ​ນີ້, ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນຮູ້ສຶກ​ແປກ​ປະຫລາດ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ປະ​ກາດວ່າ​ຕ້ອງ​ໃສ່​ໝວກ​ກັນ​ກະທົບ. ອະທິບາຍ​ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ອ້າຍ Pufek ພາລະ​ກອນ​ເຮັດ​ວຽກ​ຢູ່​ເຂດ​ວິຫານ Syiwa ​ໃຫ້​ຮູ້​ວ່າ:

        “ວິຫານ Syiwa ​ເປີດ​ປະຕູ​ຮັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ຄືນ​​ໃຫມ່​ເມື່ອ​ວັນ​ທີ 7/10/2012 ​ແຕ່​ບັນດາ​ວິຫານ​ອ້ອມ​ຂ້າງ​ພວມ​ໃນ​ໄລຍະ​ປະຕິສັງຂອນ. ສະ​ນັ້ນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ, ນັກ​ທ່ອງ​ທ່ຽວ​ເມື່ອ​ເຂົ້າ​ຢ້ຽມ​ຊົມ ຕ້ອງໃສ່​ໝວກ​ກັນ​ກະທົບ. ​ເລື່ອງ​ໃສ່​ໝວກ​ກັນ​ກະທົບ​ບໍ່​ພຽງ​ແຕ່​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກຍັງ​ແມ່ນມາດ​ຕະການ​ເພື່ອ​ຄິດ​ໄລ່ ​ແລະ ຈຳກັດ​ຈຳນວນ​ຜູ້​ເຂົ້າ​ຊົມ​. ​ແຕ່ລະ​ເທື່ອ​ພຽງ​ມີ 50 ຄົນ​ໄດ້​ເຂົ້າ​ຢ້ຽມ​ຊົມ ອີກ​ດ້ວຍ.”

ຄົ້ນຫາກຸ່ມວິຫານ Prambanan ປະເທດອິນໂດເນເຊຍ - ảnh 3
ລາຍການ​ຟ້ອນ​ພື້ນ​ເມື​ອງຂອງຊາວອິນໂດເນເຊຍ
ພາບ:internet

        ຍັງ​ມີ​ສິ່ງ​ເປັນ​ຫນ້າ​ສົນ​​ໃຈອີກ​ອັນ​ຫນຶ່ງ​ ນັ້ນ​ແມ່ນ ກ່ອນ​ທີ່​ເຂົ້າ​ຢ້ຽມຢາມ​ວິຫານ, ນັກ​ທ່ອງ​ທ່ຽວ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​​ແຜ່ນ​ແພ Batik.  ຮົ່ງ​ເຟືອ​ກ ນັກ​ສຶກສາ​ຫວຽດນາມ ພວມ​ຮຳ່ຮຽນ​ຢູ່​ມະຫາວິທະຍາ​ໄລ UGM Yogyakarta ​​ພາຍຫລັງ​​ເອົາ​ແພ Batil ຄຽນ​ອ້ອມ​ແອວ​​ກິ່ວຂອງ​ຕົນ​ຮຽບ​ຮ້ອຍ​ແລ້ວ​ ແລະ ​ພວມ​ຊ່ວຍ​ເພື່ອນ​ມິດ​ຊາວ​ຟິ​​ລິບ​ປິນ​ຄຽນ​ແພໄດ້​ເວົ້າ​ວ່າ:

        “ນ້ອງ​ໄດ້​ຮູ້ຈັກ​ວ່າ ນັກ​ທ່ອງ​ທ່ຽວທັງ​ໝົດ​ເມື່ອ​ເຂົ້າ​ຢ້ຽມ​ຊົມ​ວິຫານ​ລ້ວນ​ແຕ່​ຕ້ອງ​ຄຽນ​ແພ Batik ​ເພື່ອ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງຊາວ​ອິນ​ໂດ​ເນ​ເຊຍ, ນັ້ນ​ແມ່ນ​​ການນັບ​ຖື​ບັນ​ພະ​ບຸ​ລຸດ ​ແລະ ​ເພີ່ມ​ຄວາມ​ສຸພາບ​ເມື່ອ​ຢ້ຽມ​ຢາມວິຫານ​ແຫ່ງ​ນີ້. ນ້ອງ​ເຫັນ​ວ່າ​ ນີ້​ແມ່ນ​ສິ່ງ​ທີ່ມີ​ຄວາມ​ໝາຍ​ທີ່​ສຸດ”

        ພາຍຫລັງ​ເຂົ້າ​ຢ້ຽມ​ຊົມ​ກຸ່ມ​ວິຫານ Prambanan, ຍາມ​ກາງຄືນ​ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມ​ລາຍການ​ຟ້ອນ​ພື້ນ​ເມືອງ​ຂອງ​ລາຊະ​ວັງ Jawa ອີກ.

         ບັນດາ​ນາງ​ສາວ​ອິນ​ໂດ​ເນ​​ເຊຍ​ນຸ່ງ​ຊຸດ​ອາພອນ​ພື້ນ​ເມືອງ​ມີ​ສີສັນ​ຫລາກຫລາຍ​ສວຍ​ງາມ ​​ສະ​ແດ​ງລາຍການ​ຟ້ອນ​ທີ່​ມ່ວນ ​ແລະ ອ່ອນ​ຊອນນັ້ນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ກ່ຽວ​ກັບ​ສະຖາປັດຕະຍະກຳ​ຂອງ​ກຸ່ມ​ວິຫານ Prambanan ພ້ອມ​ກັບບັນດາລາຍການ​ຟ້ອນ​ພື້ນ​ເມື​ອງ Jawa ໄດ້​ສ້າງ​ຄວາມ​ດູ​ດດື່ມ​ຕື່ມ​ອີກໃຫ້​ແກ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້​ໃນ​ບັນດາ​ລາຍການ​ທ່ອງ​ທ່ຽວ​​ເຖິງກຸງ​ເກົ່າ Yogyakarta ຂອງ​ອິນ​ໂດ​ເນ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ