ຄົ້ນ​ຫາ​ປະກົດ​ການ​ທີ່ໜ້າຊື່ນ​ຊົມ​​ຢູ່ເສັ້ນ​ສູນ​ສູດແລ່ນຜ່ານ ອິນ​ໂດ​ເນ​ເຊຍ

(VOVWORLD) -  ເສັ້ນສູນສູດໄປຜ່ານເຂດດິນແດນ ແລະ ເຂດນ່ານນໍ້າທະເລຂອງ 14 ປະເທດ. ເຖິງຢ່າງໃດກໍຕາມ,  ມີພຽງນະຄອນດຽວທີ່ຢູ່ລະຫວ່າງກາງຊີກໂລກເໜືອ ແລະ ຊີກໂລກໃຕ້ ຍ້ອນມີເສັ້ນສູນູດໄປຜ່ານນັ້ນແມ່ນນະຄອນ Pontinanak ເຊິ່ງເປັນເມືອງເອກຂອງແຂວງ ຕາເວັນຕົກ ເກາະKalimantan ຂອງ ອິນໂດເນເຊຍ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ ເຮືອງຈ່າ ໄປຄົ້ນຫາປະກົດການທີ່ໜ້າຊື່ນຊົມໃນເສັ້ນສູນສູດທີ່ໄປຜ່ານດິນແດນ ອິນໂດເນເຊຍ.
 ຄົ້ນ​ຫາ​ປະກົດ​ການ​ທີ່ໜ້າຊື່ນ​ຊົມ​​ຢູ່ເສັ້ນ​ສູນ​ສູດແລ່ນຜ່ານ ອິນ​ໂດ​ເນ​ເຊຍ - ảnh 1 ອະນຸສອນເສັ້ນສູນສູດ ມີ 2 ເສົາທີ່ສູງກວ່າ ເປັນສັນຍາລັກໃຫ້ແກ່ປະກົດການຕາເວັນຂຶ້ນ ສ່ວນ 2 ເສົາທີ່ຕໍ່າ ເປັນສັນຍາລັກແກ່ປະກົດການຕາເວັນຕົກ

ເຂດອະນຸສອນສະຖານເສັ້ນສູນສູດ, ຕັ້ງຢູ່ຖະໜົນ Khatulistiwa (ໝາຍຄວາມວ່າແມ່ນເສັ້ນສູນສູດ), ເຊິ່ງຫ່າງຈາກໃຈກາງນະຄອນ Potinanak ໄປທາງທິດເໜືອປະມານ 3 km. ກ່ອນນີ້ 92 ປີ, ໃນສະໄໝທີ່ເປັນຫົວເມືອງຂຶ້ນຂອງ ໂຮນລັງ, ກຸ່ມນັກພະຈົນໄພ ແລະ ນັກສະຖາປັດຕະຍະກໍາ ຊາວໂຮນລັງ ໄດ້ກໍ່ສ້າງອະນຸສອນດັ່ງກ່າວ ດ້ວຍເສົາໄມ້ກະຈະ 4 ເສົາ, ໃນນັ້ນ ມີ 2 ເສົາທີ່ສູງກວ່າ ເປັນສັນຍາລັກໃຫ້ແກ່ປະກົດການຕາເວັນຂຶ້ນ ສ່ວນ 2 ເສົາທີ່ຕໍ່າກວ່ານັ້ນ ເປັນສັນຍາລັກແກ່ປະກົດການຕາເວັນຕົກ. ຢູ່ເທິງຈອມເສົາມີຮູບວົງມົນໃຫຍ່ຮູບໜຶ່ງ ເຊິ່ງໄດ້ຄວັດໂຕໜັງສື “Evenaar” (ໃນພາສາ ໂຮນລັງ ໝາຍຄວາມວ່າ ເສັ້ນສູນສູດ). ຢູ່ຂອບຮູບວົງມົນຍັງມີລູກສອນສອງລູກ ຊີ້ໄປທາງທິດເໜືອ ແລະ ທິດໃຕ້ຂອງເຄິ່ງຊີກໂລກ. ຮອດປີ 1991, ເຈົ້າແຂວງໆ ຕາເວັນຕົກ ເກາະ Kalimantan ໄດ້ຈັດພິທີສະຫຼອງອະນຸສອນ ເສັ້ນສູນສູດໂຕໃໝ່ ເຊິ່ງໃຫຍ່ກວ່າ ທົບ 5 ເທົ່າ ເມື່ອທຽບໃສ່ອະນຸສອນໂຕເກົ່າ ໃນບໍລິເວນດຽວກັນ ແລະ ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສໍາລັບແຂກທ່ອງທ່ຽວທ້ອງຖິ່ນ ແລະ ສາກົນ. ອ້າຍ Ivan ຜູ້ຄຸ້ມຄອງເຂດອະນຸສອນເສັ້ນສູນສູດ ດັ່ງກ່າວ ໃຫ້ຮູ້ວ່າ:

 ຄົ້ນ​ຫາ​ປະກົດ​ການ​ທີ່ໜ້າຊື່ນ​ຊົມ​​ຢູ່ເສັ້ນ​ສູນ​ສູດແລ່ນຜ່ານ ອິນ​ໂດ​ເນ​ເຊຍ - ảnh 2ເຂດອະນຸສອນເສັ້ນສູນສູດ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼາຍ 
 “ແຕ່ລະເດືອນ, ເຂດອະນຸສອນເສັ້ນສູນສູດ ໄດ້ຕ້ອນຮັບແຂກທ່ອງທ່ຽວແຕ່ 7.000 10.000 ຄົນ. ພິເສດແມ່ນ ໃນຊຸມວັນ 21 23 ມີນາ ແລະ 21 ຫາ ວັນທີ 23 ກັນຍາ ຂອງທຸກໆປີ ແມ່ນຈະດໍາເນີນເຫດການຢ້ຽມຊົມປະກົດການທໍາມະຊາດທີ່ໜ້າຕືີ່ນຕາຕື່ນໃຈ ເປັນພິເສດ. ໃນຈຸດເວລານີ້, ແສງແດດຕ້ອງລົງຊື່ກັບໜ້າໜ່ວຍໂລກ ໝາຍຄວາມວ່າ ດວງຕາເວັນຕັ້ງຢູ່ເທິງເສັ້ນສູນສູດ. ເມື່ອປະກົດການທໍາມະຊາດນີ້ເກີດຂຶ້ນ, ເງົາຂອງອະນຸສອນເສັ້ນສູນສູດນີ້ຈະຫາຍໄປໃນ 2 3 ວິນາທີ ເຖິງວ່າແສງແດດກ້າຈະຕ້ອງໃສ່ກໍຕາມເວລານີ້, ແຂກທ່ອງທ່ຽວຈະໄດ້ສໍາຜັດກັບປະກົດການ ເງົາຂອງຕົນກໍຖືກຫາຍໄປໃນຈຸດເວລານີ້ເຊັ່ນດຽວກັນ”.

        ອ້າຍ Ivan ກໍໃຫ້ຮູ້ຕື່ມອີກວ່າ, ເດືອນ ມີນາ ຂອງທຸກໆປີ, ອໍານາດການປົກຄອງນະຄອນ ລ້ວນແຕ່ໄດ້ຈັດງານບຸນເສັ້ນສູນສູດ ດ້ວຍບັນດາການເຄື່ອນໄຫວວັດທະນະທໍາ ແລະ ການລະຫຼີ້ນພື້ນເມືອງ ເພື່ອໃຫ້ແຂກທ່ອງທ່ຽວໄດ້ສໍາຜັດກັບແຮງດຶງດູດຂອງໜ່ວຍໂລກ.

        ລຸງ Syaifullah Ansory, ແຂກທ່ອງທ່ຽວປະຈໍາຖິ່ນ ຮູ້ສຶກມີຄວາມເອກອ້າງທະນົງໃຈ ເມື່ອນະຄອນ Pontinanak ແມ່ນນະຄອນໜຶ່ງດຽວໃນໂລກທີ່ມີເສັ້ນສູນສູດໄປຜ່ານ ແລະ ຢູ່ພຽງເສັ້ນສູນສູດນີ້ເທົ່ານັ້ນ ຈຶ່ງໄດ້ສໍາຜັດກັບປະກົດການທີ່ພິເສດນີ້. ລຸງ Syaifullah Ansory ແບ່ງປັນວ່າ:

 ຄົ້ນ​ຫາ​ປະກົດ​ການ​ທີ່ໜ້າຊື່ນ​ຊົມ​​ຢູ່ເສັ້ນ​ສູນ​ສູດແລ່ນຜ່ານ ອິນ​ໂດ​ເນ​ເຊຍ - ảnh 3ກິດຈະກຳຕັ້ງໄຂ່

ໜ້າປະທັບໃຈທີ່ສຸດ ເມື່ອໄຂ່ສາມາດຕັ້ງຊື່ໃນເວລາດົນຢູ່ໜ້າພື້ນພຽງ. ຢູ່ທີ່ເສັ້ນຂະໜານ 0 ອົງສາ, ແຮງດຶງດູດອ້ອມເຂດອະນຸສອນ ແມ່ນແຮງທີ່ສຸດ ອັນໄດ້ຊ່ວຍໃຫ້ໄຂ່ ສາມາດຕັ້ງຊື່ໄດ້ດີ ໂດຍບໍ່ຕ້ອງຈັບ. ຍິ່ງໄປກວ່ານັ້ນ, ຄວາມຮູ້ສຶກຂອງເຮົາເມື່ອໄດ້ຢືນຢູ່ລະຫວ່າງສອງຊີກຂອງໜ່ວຍໂລກ ແມ່ນຕື້ນຕັນໃຈ, ສັກສິດ ແລະ ຮູ້ສຶກເອກອ້າງທະນົງໃຈທີ່ສຸດ”.

        ອະນຸສອນ ເສັ້ນສູນສູດ ໂຕເກົ່າ ຕັ້ງຢູ່ຫ້ອງຫົກລ່ຽມ. ຢູ່ອ້ອມຂ້າງໄດ້ວາງສະແດງບັນດາພາບຖ່າຍປະຫວັດສາດກ່ຽວກັບເສັ້ນສູນສູດນັບແຕ່ປີ 1982 ມາຮອດປັດຈຸບັນ. ບັນດາພາບຖ່າຍກ່ຽວກັບການຢ້ຽມຢາມຄັ້ງຕ່າງໆຂອງບຸກຄົນທີ່ມີອິດທິພົນຊື່ສຽງ ແລະ ມີການຂຽນຄໍາອະທິບາຍຢ່າງລະອຽດກ່ຽວກັບຄວາມຮູ້ດາລາສາດ, ນອກຈາກນັ້ນ ຍັງມີການຄວັດແກະສະຫຼັກນູນຮູບພາບນະຄອນ Potinanak ແລະ ອະນຸສອນເສັ້ນສູນສູດ ອັນໄດ້ຊ່ວຍປະດັບປະດາໃຫ້ເຂດອະນຸສອນມີຊີວິດຊີວາຂຶ້ນຕື່ມ. ເຂດອະນຸສອນສະຖານເສັ້ນສູນສູດ ນອນຢູ່ໃນເຂດສູນລວມການບໍລິການທ່່ອງທ່ຽວ ໂດຍຫັນໜ້າອອກໄປຫາແມ່ນໍ້າ Kapuas ທີ່ສວຍງາມ. ໃນເຂດອະນຸສອນສະຖານລວມມີ ຫໍດາລາສາດ, ເຂດລະຫຼີ້ນ,ເຂດຂາຍເຄື່ອງທີ່ລະນຶກ ແລະ ພັດຕະຄານ, ຮ້ານອາຫານ. ຫຼັງຈາກໄປຢ້ຽມຊົມອ້ອມເຂດອະນຸສອນສະຖານແລ້ວ, ແຂກທ່ອງທ່ຽວຈະໄດ້ຮັບໃບຢັ້ງຢືນວ່າໄດ້ຂ້າມຜ່ານເສັ້ນສູນສູດ.

        ປັດຈຸບັນ, ເຂດອະນຸສອນສະຖານເສັ້ນສູນສັ້ນຢູ່ແຂວງ ຕາເວັນຕົກ ເກາະ Kalimantan ຂອງ ອິນໂດເນເຊຍ ແມ່ນມໍລະດົກວັດທະນະທໍາລະດັບຊາດ ທີ່ຕ້ອງໄດ້ຮັບການອະນຸລັກຮັກສາ./.

ຕອບກັບ

ຂ່າວ/ບົດ​ອື່ນ