ຄົ້ນຫາໝູ່ບ້ານແພໄໝຫວ້ານຟຸກ

(vovworld) ພາຍຫຼັງເຮັດວຽກຢູ່ບັນດາແຂວງ, ນະຄອນທາງພາກເໜືອ ຫວຽດນາມ ມາເປັນເວລາ 4 ວັນ, ມື້ນີ້ແມ່ນມື້ເຮັດວຽກສຸດທ້າຍຂອງ ຄະນະນັກຂ່າວໄທ ຢູ່ ຫວຽດນາມ. ຄະນະລວມມີສະມາຊິກ 5 ຄົນເຂົາເຈົ້າໄດ້ ເລືອກເອົາໝູ່ບ້ານອາຊີບຜະລິດແພໄໝທີ່ມີມາກ່ອນໝູ່ຢູ່ຫວຽດນາມ ເພື່ອຖ່າຍທຳວີດີໂອ, ນັ້ນແມ່ນໝູ່ບ້ານແພໄໝ ຫວ້ານຟຸກ ຢູ່ຊານນະຄອນຫຼວງຮ່າໂນ້ຍ.

        ໝູ່ບ້ານແພໄໝ ຫວ້ານຟຸກ ຫາງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍປະມານ 10 ກີໂລແມັດ, ພາຍຫຼັງຂີ່ລົດ ໂອໂຕປະມານ 45 ນາທີ, ບັນດາສະມາຊິກໃນຄະນະລ້ວນແຕ່ຮູ້ສຶກເບີກບານມ່ວນຊື່ນເມື່ອໄປມາຢ້ຽມຢາມ ໝູ່ບ້ານແພໄໝ ຫວ້ານຟຸກ. ສອງຟາກທາງເຂົ້າໝູ່ບ້ານມີເຮືອນ 3 – 4 ຊັ້ນຫຼາຍຫຼັງຕິດຈອດກັນດ້ວຍຮ້ານຂາຍ ແພໄໝ ແລະ ໂສ້ງເສື້ອຫຍິບດ້ວຍແພໄໝມີລວດລາຍສວຍງາມ ແລະ ສີສັນລາກຫຼາຍ.

        ຄົ້ນຫາໝູ່ບ້ານແພໄໝຫວ້ານຟຸກ - ảnh 1
ເຄື່ອງຈັກດັງຂຶ້ນຈາກກີ່ຕຳ່ຫູກ

ສະຖານທີ່ທຳອິດທີ່ຄະນະນັກຂ່າວໄປແວ່ຢາມນັ້ນແມ່ນຮາກຖານຜະລິດແພໄໝຂອງນັກສິລະປະການທີ່ມີຊື່ສຽງໃນໝູ່ບ້ານ. ໂຮງຜະລິດແພໄໝຫຼັງນີ້ກ້ວາງປະມານ 80 ຕາລາງແມັດຕັ້ງຢູ່ໃກ້ກັບປະຕູໂຂງເຂົ້າໝູ່ບ້ານ. ຢູ່ລະບຽງນອກໂຮງຜະລິດແພໄໝຫຼັງນີ້ວາງກະຈາດມ້ອນຫຼາຍອັນ. ເພື່ອນພັບຈັບມ້ອນໂຕນື່ງຂຶ້ນມາເບິ່ງແລ້ວ ເວົ້າວ່າ:

        ສຽງເພື່ອນພັບ

        ເຂົ້າມາໃນໂຮງຈັກໂຮງງານ, ໄດ້ຍິນສຽງເຄື່ອງຈັກດັງຂຶ້ນຈາກກີ່ຕຳ່ຫູກ 10 ເຄື່ອງທີ່ພວມເຄື່ອນໄຫວ. ກີ່ຕຳ່ຫູກເຫຼົ່ານັ້ນຖືກຊັບຊ້ອນເປັນ 2 ແຖວ.

        ພາຍຫຼັງເຂົ້າຢ້ຽມຢາມໂຮງງານຜະລິດແພໄໝແລ້ວ, ຄະນະນັກຂ່າວ ໄທ ສືບຕໍ່ໄປຢ້ຽມຢາມຮ້ານຂາຍ ແພໄໝຢູ່ຕິດກັບໂຮງງານດັ່ງກ່າວ. ຮ້ານຄ້ານີ້ກ້ວາງ ປະມານ 50 ຕາແມັດຖືກແບ່ງເປັນ 2 ສ່ວນ, ຢູ່ທາງນອກແມ່ນຂາຍໂສ້ງເສື້ອ ແລະ ບັນດາເຄື່ອງທີ່ລະນຶກທີ່ສວຍງາມ. ຢູ່ທາງໃນແມ່ນຂາຍແຜ່ນແພ ແລະ ຜ້າພັນຄຳ ເປັນຈຳນວນຫຼວງຫຼາຍ. ແພໄໝທີ່ຜະລິດຢູ່ໝູ່ບ້ານ ຫວ້ານຟຸກ ມີລວດລາຍສວຍງາມ ແລະ ສີສັນຫຼາກຫຼາຍເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດານັກຂ່າວໄທ. ເພື່ອນພັບເວົ້າຕໍ່ໄປວ່າ:

        ສຽງເພື່ອນພັບ

        ຄະນະນັກຂ່າວໄທ ໄດ້ເລືອກເອົາບ່ອນງາມທີ່ສຸດໃນຮ້ານເພື່ອຖ່າຍທຳວີດີໂອ ນັ້ນແມ່ນຮ້ານຂາຍເສື້ອ, ກະໂປງດ້ວຍແພໄໝ ແລະ ຖັກແສ່ວດ້ວຍມືທີ່ມີຄຸນນະພາບສູງ, ລາຄາແຕ່ລະຊຸດນັບລ້ານດົ່ງ. ບັນດາສະມາຊິກໃນຄະນະ ຜູ້ລະວຽກ, ຜູ້ຖ່າຍພາບ, ຜູ້ສຳພາດ, ສ່ວນເພື່ອນພັບແມ່ນບັນນາທິການມີແຕ່ສັງເກດ ແລະ ຊອກຮູ້ຜະລິດຕະພັນໃນຮ້ານເທົ່ານັ້ນ. ທ່ານນາງ ອູຍ, ຫົວໜ້າຄະນະນັກຂ່າວ ໄທ ແມ່ນຜູ້ໄດ້ມີໂອກາດຢ້ຽມຢາມ ແລະ ຊື້ແພໄໝຢູ່ໝູ່ບ້ານ ຫວ້ານຟຸກ ຫຼາຍເທື່ອແລ້ວໃຫ້ຮູ້ວ່າ: ມາຢ້ຽມຢາມເທື່ອໃດລາວກໍ່ຮູ້ສຶກເພິງພໍໃຈຍ້ອນຊື້ໄດ້ບັນດາ ຜະລິດຕະພັນແພໄໝທີ່ສວຍງາມຢູ່ທີ່ນີ້.

        ສຽງທ່ານນາງອູຍ

        ມາຢ້ຽມຢາມໝູ່ບ້ານແພໄໝ ຫວ້ານຟຸກ ກັບເພື່ອນຮ່ວມງານໃນຄັ້ງນີ້, ທ່ານນາງ ອູຍ ຍັງໄດ້ໃຫ້ຄຳປຶກສາ ບັນດາສະມາຊິກໃນຄະນະເລືອກຊື້ໂສ້ງເສື້ອທີ່ ສວຍງາມ. ນາງສາວຂາຍເຄື່ອງຢູ່ຮ້ານຄ້ານີ້ມີອາຍຸປະມານ 18 – 19 ປີນຸ່ງຊຸດ Jumpsui ເຮັດດ້ວຍແພໄໝທີ່ງາມຕາ. ນາງໄດ້ແນະນຳໃຫ້ແຂກກ່ຽວກັບຜ້າພັນຄໍທີ່ ມີຄຸນນະພາບສູງ.

        ນາງສາວຂາຍເຄື່ອງແນະນຳຜະລິດຕະພັນແພໄໝຂອງໝູ່ບ້ານຢ່າງສຸດຈິດສຸດໃຈ, ສ່ວນເຈົ້າຂອງຮ້ານກໍ່ຍີ້ມ ແຍ້ມແຈ້ມໃສເມື່ອຕອບສຳພາດຕໍ່ນັກຂ່າວ ແລະ ຫຼຸດລາຄາ 10% ໃຫ້ຜູ້ຊື້ອີກ, ອັນໄດ້ເຮັດໃຫ້ທຸກຄົນໃນ ຄະນະຮູ້ສຶກເພິ່ງພໍໃຈ. ກ່ອນທີ່ຂຶ້ນລົດອອກຈາກໝູ່ບ້ານແພໄມ ຫວ້ານຟຸກ, ຜູ້ໃດກໍເລືອກຊື້ບັນດາຜະລິດ ຕະພັນແພໄໝຢູ່ໝູ່ບ້ານ ອາຊີບນີ້ ເພື່ອເປັນຂອງຂວັນໃຫ້ໝູ່ເພື່ອນ, ຄອບຄົວ ແລະ ໃຫ້ຕົນເອງ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ