ຄັນ​ຮົ່ມ ບໍ່ສ້າງ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ແຂວງ ​ຊ​ຽງ​ໃໝ່, ປະ​ເທດ ໄທ

(VOVWORLD) - ເມື່ອເວົ້າເຖິງປະເທດ ໄທ, ທຸກຄົນຕ່າງກໍຄິດເຖິງເຂດດິນແດນແຫ່ງວັດວາອາຮາມແລະບັນດາຮອຍຍິ້ມທີ່ອ່ອນໂຍນເມື່ອມີໂອກາດໄປຢ້ຽມຢາມປະເທດໄທໜຶ່ງໃນບັນດາຜະລິດຕະພັນເຊິ່ງແຂກທ່ອງທ່ຽວມັກຊື້ເພື່ອເປັນຂອງຕ້ອນໃຫ້ໝູ່ເພື່ອນຍາດຕິພີ່ນ້ອງນັ້ນແມ່ນຄັນຮົ່ມເຈ້ຍບໍ່ສ້າງ - ຜະລິດຕະພັນຫັດຖະກຳທີ່ມີຊື່ສຽງຂອງແຂວງຊຽງໃໝ່ມື້ນີ້ນັກຂ່າວວິທະຍຸກະຈາຍສຽງຫວຽດນາມຈະພາທ່ານຜູ້ຟັງ(ຜູ້ອ່ານ) ທັງຫຼາຍໄປພົບປະກັບນາຍຊ່າງຂອງໝູ່ບ້ານທີ່ເກົ່າແກ່ແຫ່ງນີ້ຢູ່ທີ່ນະຄອນຫຼວງຮ່າໂນ້ຍເພື່ອພ້ອມກັນຄົ້ນຫາກ່ຽວກັບຈຸດຄວາມງາມທີ່ເປັນເອກະລັກສະເພາະຂອງຄັນຮົ່ມດັ່ງກ່າວ.

ຄັນ​ຮົ່ມ ບໍ່ສ້າງ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ແຂວງ ​ຊ​ຽງ​ໃໝ່, ປະ​ເທດ ໄທ - ảnh 1ນາຍຊ່າງ ປາດຖະໜາ ຈົງທະວິຣັດ ເຂົ້າຮ່ວມງານໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ໄທ ຢູ່ນະຄອນຫຼວງ ຮ່າໂນ້ຍ

ໂດຍເປັນຄັ້ງທຳອິດທີ່ມາ ຮ່າໂນ້ຍ ເພື່ອເຂົ້າຮ່ວມງານໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ໄທ, ໃນຊຸດອາພອນປະຈຳຖິ່ນທີ່ມີສີຈາດແຈ້ງ ພ້ອມດ້ວຍວິທີການເກົ້າຜົມຂອງແມ່ຍິງເຂດຕາເວັນອອກສຽງເໜືອ ຂອງ ໄທ, ເອື້ອຍ ປາດຖະໜາ ຈົງທະວິຣັດ ມີຄວາມແປກປະຫຼາດໃຈ ຍ້ອນເຫັນຄວາມສົນໃຈຂອງລູກຄ້າ” ເມື່ອແວ່ຢາມຮ້ານແນະນຳຄັນຮົ່ມແບບດັ້ງເດີມຂອງໝູ່ບ້ານ ບໍ່ສ້າງ ທີ່ເອີ້ນວ່າ ຄັນຮົ່ມ ບໍ່ສ້າງ. ລູກຄ້ານັບສິບຄົນໄດ້ຢືນອ້ອມ ເພື່ອຊົມເອື້ອຍ ປາດຖະໜາ ຈົງທະວິຣັດ ພ້ອມກັບໝູ່ຂອງເພິ່ນ ແຕ້ມລວດລາຍໃສ່ຄັນຮົ່ມເຈ້ຍອັນນ້ອຍໆ ແລະ ໜ້າຮັກ.

        ຂ້າພະເຈົ້າເຫັນວ່າຄັນຮົ່ມນີ້ເບິ່ງກໍລຽບງ່າຍ ແຕ່ມີລວດລາຍງາມຕາ. ບັນດາລວດລາຍທີ່ງາມຕາ ແລະ ປະທັບໃຈນີ້ ໄດ້ແຕ້ມດ້ວຍມືຢ່າງປານີດ ແລະ ພິຖິພິຖັນ. ຢູ່ທີ່ນີ້ ຍັງມີເຄື່ອງມືເພື່ອໃຫ້ເຮົາລອງແຕ້ມອີກດ້ວຍ. ສະນັ້ນ, ຂ້າພະເຈົ້າກຳລັງລໍຖ້າເພື່ອໄດ້ແຕ້ມບັນດາລວດລາຍທີ່ຕົນເອງມັກໃສ່ຄັນຮົ່ມອັນນີ້ດ້ວຍຕົນເອງ ຄືດັ່ງໄດ້ໄປທັດສະນະຕົວຈິງຢູ່ບ້ານບໍ່ສ້າງ

ບັນດາລວດລາຍທີ່ໄດ້ແຕ້ມໃສ່ຄັນຮົ່ມເຈ້ຍບໍ່ສ້າງນີ້ມີຄວາມລຽບງ່າຍທີ່ສຸດ, ເປັນຕົ້ນແມ່ນດອກໄມ້ໃບຫຍ້າທີ່ຕິດແທດກັບທຳມະຊາດ ແລະ ມີລັກສະນະສິປະທີ່ສຸດ. ຄັນຮົ່ມແຕ່ລະອັນ ແມ່ນເຮັດອອກມາຈາກໃຈຂອງນາຍຊ່າງ. ແຕ່ລະຄົນເມື່ອມາທີ່ນີ້ ຕ່າງກໍມີຄວາມສົນໃຈເຖິງຄັນຮົ່ມຂອງ ໄທ ເພາະວ່າ ງາມຈັບໃຈ ແລະ ຢາກເກັບໄວ້ເປັນທີ່ລະນຶກ”.

        ເອື້ອຍ ປາດຖະໜາ ຈົງທະວິຣັດ ໃຫ້ຮູ້ວ່າ: ບໍ່ສ້າງແມ່ນໝູ່ບ້ານນ້ອຍໆແຫ່ງໜຶ່ງຕັ້ງຢູ່ເມືອງ ບໍ່ສ້າງ, ແຂວງ ຊຽງໃໝ່. ສະຖານທີ່ແຫ່ງນີ້ ແມ່ນບ່ອນເຕົ້າໂຮມບັນດາຄອບຄົວເຮັດຄັນຮົ່ມທີ່ສືບທອດກັນມາຫຼາຍເຊັ່ນຄົນ ແລ້ວຄ່ອຍໆໄດ້ຮັບການເປີດກວ້າງ ແລະ ຊື່ສຽງຮຽງນາມຂອງຄວາມງາມທີ່ລະອຽດອ່ອນຂອງຄັນຮົ່ມ ບໍ່ສ້າງ ນັບມື້ນັບດັງກ້ອງໄປໄກ. ໄລ່ຮອດປັດຈຸບັນນີ້, ໝູ່ບ້ານຫັດຖະກຳ ບໍ່ສ້າງ ໄດ້ມີມາແຕ່ກ່ອນນີ້ຫຼາຍກວ່າ 5 ທົດສະວັດ ແລະ ສ່ວນຫຼາຍພໍ່ແມ່ປະຊາຊົນຢູ່ໝູ່ບ້ານແຫ່ງນີ້ ກໍ່ລ້ວນແຕ່ຕິດພັນກັບອາຊີບທີ່ເປັນມູນເຊື້ອນີ້.

        ບ້ານ ບໍ່ສ້າງ ແມ່ນບ້ານເຮັດຄັນຮົ່ມແຫ່ງດຽວຂອງ ໄທ. ເມື່ອແຂກມາທ່ຽວ ຊຽງໃໝ່ ກໍ່ລ້ວນແຕ່ແວ່ຢາມບ້ານຂອງພວກຂ້າພະເຈົ້າ, ຖ້າຫາກວ່າບໍ່ຖ່າຍຮູບກັບຄັນຮົ່ມຢູ່ບ້ານ ບໍ່ສ້າງ ກໍຖືວ່າ ຍັງບໍ່ທັນມາຮອດ ຊຽງໃໝ່ ເທື່ອ. ພໍ່ ແລະ ແມ່ໄດ້ສອນໃຫ້ຂ້າພະເຈົ້າເຮັດອາຊີບນີ້ແຕ່ຄາວຍັງນ້ອຍ. ໄລ່ມາຮອດປັດຈຸບັນ, ຂ້າພະເຈົ້າກໍເຮັດມາໄດ້ປະມານ 30 ກວ່າປີແລ້ວ”.

ຄັນ​ຮົ່ມ ບໍ່ສ້າງ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ແຂວງ ​ຊ​ຽງ​ໃໝ່, ປະ​ເທດ ໄທ - ảnh 2ບ້ານບໍ່ສ້າງ ແມ່ນບ່ອນເຕົ້າໂຮມບັນດາຄອບຄົວເຮັດຄັນຮົ່ມທີ່ສືບທອດກັນມາຫຼາຍເຊັ່ນຄົນ 

ເພື່ອເຮັດຄັນຮົ່ມໄດ້ອັນໜຶ່ງ, ພໍ່ແມ່ປະຊາຊົນຢູ່ ໝູ່ບ້ານ ບໍ່ສ້າງ ໄດ້ນຳໃຊ້ວັດຖຸດິບຫຼາຍຊະນິດ, ນອກຈາກໄມ້ໄຜ່, ແພໄໝມ້ອນແລ້ວ ກໍ່ຍັງຕ້ອງໃຊ້ເຈ້ຍສາອີກດ້ວຍ. ຂັ້ນຕອນເຮັດເຈ້ຍສາກໍບໍ່ແມ່ນງ່າຍໆ. ຕົ້ມເປືອກຕົ້ນສາປະມານ 3 ຊົ່ວໂມງ ແລ້ວເອົາໄປຕຳໃຫ້ແຫຼກດີ, ຫຼັງຈາກນັ້ນຈຶ່ງເອົານ້ຳໃສ່ ແລະ ຄົນຈົນແປ້ງຂອງເຈ້ຍໄດ້ລະລາຍໃນນ້ຳໝົດ, ກາຍເປັນແປ້ງກາວຊະນິດໜຶ່ງ. ສຸດທ້າຍ, ນາຍຊ່າງຈະຖອກແປ້ງດັ່ງກ່າວໃສ່ຂອບໄມ້ສີ່ລ່ຽມຄືໜ້າເຈ້ຍ ແລ້ວເອົາໄປຕາກແດກປະມານ 20  ນາທີ. ກໍຄ້າຍຄືກັນກັບຂັ້ນຕອນການເຮັດເຈ້ຍສາ, ຂັ້ນຕອນການເຮັດກ້ານຄັນຮົ່ມຈາກໄມ້ໄຜ່ ແລະ ການທາສີແຕ້ມລວດລາຍໃສ່ຄັນຮົ່ມແຕ່ລະອັນ ກໍແມ່ນບັນດາຂັ້ນຕອນທີ່ມີຄວາມສຳຄັນເຊັ່ນດຽວກັນ. ເອື້ອຍ ປາດຖະໜາ ຈົງທະວິຣັດ ໃຫ້ຮູ້ວ່າ: ລວດລາຍທັງໝົດທີ່ໄດ້ປະດັບປະດາໃສ່ຄັນຮົ່ມນັ້ນ ລ້ວນແຕ່ໄດ້ແຕ້ມດ້ວຍນ້ຳສີທຳມະຊາດຈາກພືດຜັກຊະນິດຕ່າງໆ, ແຕ່ມາຮອດປັດຈຸບັນ ເມື່ອໝູ່ບ້ານອາຊີບຫັດຖະກຳພັດທະນາກວ່າ, ບັນດານາຍຊ່າງຢູ່ທີ່ນີ້ ພັດຫັນມານິຍົມໃສ່ສີ acylic ເປັນສ່ວນຫຼາຍ.

        ຈຸດທີ່ພົ້ນເດັ່ນທີ່ສຸດຂອງ ຄັນຮົ່ມ ບໍ່ສ້າງ ແມ່ນ ບັນດາຂັ້ນຕອນທັງໝົດລ້ວນແຕ່ເຮັດດ້ວຍມື ແລະ ລວດລາຍຈະບໍ່ຊ້ຳກັນ. ຄັນຮົ່ມແຕ່ລະອັນຈະມີລວດລາຍທີ່ແຕກຕ່າງກັນ. ທຳມະດາຈະແມ່ນຮູບດອກໄມ້ໃບຫຍ້າ ແລະ ຮຮູບໂຕຊ້າງ ເຊິ່ງເປັນສັນຍະລັກຂອງ ໄທ. ລູຄ້າມັກຊື້ຄັນຮົ່ມເພື່ອປະດັບປະດາໃນງານບຸນຕ່າງໆຄື ງານດອງ ແລ້ວຂຽນຊື່ເຈົ້າບ່າວເຈົ້າສາວໃສ່ຄັນຮົ່ມອີກດ້ວຍ. ນອກຈາກນັ້ນ, ຄັນຮົ່ມກໍໄດ້ນຳໃຊ້ໃນຊີວິດປະຈຳວັນ. ຄັນຮົ່ມ ບໍ່ສ້າງ ມີຢູ່ 3 ຊະນິດຄື, ຄັນຮົ່ມເຈ້ຍສາ ແລະ ຄັນຮົ່ມແພໄໝ ເຊິ່ງນິຍົມນຳໃຊ້ເພື່ອເປັນເຄື່ອງທີ່ລະນຶກ, ສ່ວນຄັນຮົ່ມເຮັດດ້ວຍແພທຳມະດາກໍໃຊ້ກັ້ງທົ່ວໄປ. ລາຄາຂອງແຕ່ລະອັນກໍບໍ່ແພງ, ປະມານກ່ວາ 100 ບາດເທົ່ານັ້ນ

   ການເຂົ້າຮ່ວມງານໂຄສະນາວັດທະນະທຳ ແລະ ການທ່ອງທ່ຽວ ໄທ ຢູ່ ຮ່າໂນ້ຍ ໃນຄັ້ງນີ້, ເອື້ອຍ ປາດຖະໜາ ຈົງທະວິຣັດ ປາດຖະໜາວ່າ ຜ່ານບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງ ໄທ, ປະຊາຊົນ ຫວຽດນາມ ຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງ ໄທ ຫຼາຍກວ່າອີກ ແລະ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ຄັນຮົ່ມ ບໍ່ສ້າງ ຈະກາຍເປັນເຄື່ອງທີ່ລະນຶກທີ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມປະເທດ ໄທ. ພິເສດ, ຖ້າມີໂອກາດໄປຢ້ຽມຢາມໝູ່ບ້ານອາຊີບຫັດຖະກຳ ບໍ່ສ້າງ ໃນເດືອນຈຽງ, ແຂກທ່ອງທ່ຽວຈະມີໂອກາດເຂົ້າຮ່ວມງານບຸນຄັນຮົ່ມ ບໍ່ສ້າງ ອີກດ້ວຍ. ນີ້ກໍໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາງານບຸນທີ່ມີຊື່ສຽງທີ່ສຸດຂອງ ໄທ./. 

ຕອບກັບ

ຂ່າວ/ບົດ​ອື່ນ