​ ຄົວ​ລາວ - ນຳ​ອາ​ຫານ​​ລາວ ມາ​ສູ່​ຄົນ ຫວຽດ

(VOVWORLD) - ຖ້ຫາກວ່າກ່ອນນີ້ 2  3 ປີອາຫານລາວແມ່ນສິ່ງທີ່ແປກໃໝ່ສຳລັບຄົນຫວຽດຈຳນວນຫຼາຍຍ້ອນວ່າຢູ່ຫວຽດນາມອາຫານລາວມີແຕ່ໄດ້ຂາຍຢູ່ຮ້າຍຫຼູຫຼາແພງໆບໍ່ແມ່ນວ່າຜູ້ໃດກໍມີໂອກາດໄດ້ຊິມ.  ນັບແຕ່ເມື່ອຮ້ານຄົວລາວເປີດໃຫ້ການບໍລິການສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ດູດດື່ມສຳລັບແຂກຄົນຫວຽດນາມອາຫານລາວເປັນເຍື່ອງອຫານທີ່ໃກ້ຊິດກັບຊາວຫວຽດນາມຫຼາຍກວ່າແລະນັກສຶກສາລາວແຕ່ລະຄົນເມື່ອມາທີ່ນີ້ກໍລ້ວນແຕ່ມີຄວາມຮູ້ສຶກຄືໄດ້ກັບເມືບ້ານສ່ວນຊາວຫວຽດນາມທີ່ເຄີຍຮ່ຳຮຽນແລະດຳລົງຊີວິດຢູ່ລາວກໍມີຄວາມຮູ້ສຶກຄືໄດ້ກັບຄືນສູ່ໄລຍະເວລາດຳລົງຊີວິດຢູ່ປະເທດລ້ານຊ້າງ.

​  ຄົວ​ລາວ - ນຳ​ອາ​ຫານ​​ລາວ ມາ​ສູ່​ຄົນ ຫວຽດ - ảnh 1ຮ້ານອາຫານຄົວລາວ

ໄປຕາມຮ່ອມ 91, ຖະໜົນ ຈົ່ວລາງ, ເມືອງ ດົງດາ, ຮ່າໂນ້ຍ ມີແຕ່ຮ້ານອາຫານ ຫວຽດ ເຊັ່ນ ຮ້າຍຂາຍເຂົ້າປຸ້ນ, ຂອງຫວານ, ເຂົ້າປຽກເຂົ້າ, ເຝີ…. ແຕ່ຢູ່ໃນຕອນສຸດຂອງຮ່ອມ ທ່ານຈະໄດ້ຮັບຟັງສຽງເພງລາວ, ເພງ ໄທ ທີ່ດັງອອກມາຈາກຮ້ານອາຫານນ້ອຍໆ, ມີປ້າຍມົນສີເຫຼືອງປະກົດຕົວໜັງສື “ຄົວລາວ”. ໂຕະໃດກໍມີແຂກນັ່ງເຕັມ.

ຜູ້ຊາຍ: woa… ຖືກລົດຊາດພື້ນເມືອງລາວລ້ວນໆເນາະ

ຍິງ: ແຊບເນາະ, ແຊບອີຫຼີ

ຊາຍ: ອີ່ມແລ້ວ ແຕ່ຍັງຢາກກິນຕໍ່.

ຍິງ: ເຂັ້ມຂົ້ນຄົບເຄື່ອງ, ະແດກຂອງເພິ່ນແຊບ….

ນັ້ນແມ່ນຄວາມຮູ້ສຶກຂອງບັນດາເພື່ອນໜຸ່ມທີ່ເປັນອະດີດນັກສຶກສາ ຫວຽດນາມ ເຄີຍຮຽນຢູ່ ລາວ ເມື່ອໄດ້ຊິມບັນດາເຍື່ອງອາຫານຂອງປະເທດທີ່ຕົນໄດ້ໄປຮ່ຳຮຽນ, ດຳລົງຊີວິດມາເປັນໄລຍະເວລາໜຶ່ງ ແລະ ມາບໍ່ໄດ້ກິນດົນແລ້ວ. ພວກເພື່ອນແບ່ງປັນວ່າ ອາຫານຢູ່ຮ້ານ ຄົວລາວ ແຊບອີຫຼີ ແລະ ເຮັດໃຫ້ເຂົາເຈົ້າຄິດຮອດຄວາມຊົງຈຳຫຼາຍຢ່າງ, ເໝືອນດັ່ງໄດ້ກັບເມືອປະເທດລາວອີກຄັ້ງ. ເພື່ອນ ດັ້ງທິເຮິນ, ອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ລາວ ບໍ່ພຽງແຕ່ມາກິນຄົນດຽວເທົ່ານັ້ນ ຫາກຍັງຊວນໝູ່ຄົນ ຫວຽດນາມ ຂອງຕົນມາຊິມນຳ. ເພື່ອນແບ່ງປັນວ່າ:

ຂ້າພະເຈົ້າໄດ້ໄປຮຽນຢູ່ ລາວ ມາ ແລະ ຂ້າພະເຈົ້າຢາກແນະນຳອາຫານລາວໃຫ້ໝູ່ຂອງຕົນ. ເທື່ອໜ້າຂ້ພະເຈົ້າກໍຈະຊວນໝູ່ຂອຕົນມານີ້ອີກ. ເພາະວ່າມັນພິເສດສຳລັບຂ້າພະຈົ້າ, ອາຫານແຕ່ລະຢ່າງຢູ່ທີ່ນີ້ ແມ່ນອາຫານຂອງປະເທດທີ່ຂ້າພະເຈົ້າເຄີຍດຳລົງຊີວິດ ແລະ ຮ່ຳຮຽນມາ ແລະ ຂ້າພະເຈົ້າຢາກແນະນຳໃຫ້ໝູ່ຂອງຕົນກ່ຽວກັບອາຫານການກິນ, ວັດທະນະທຳຂອງປະເທດບ້ານໃກ້ເຮືອນຄຽງຂອງຕົນວ່າມັນມີຫຍັງແດ່ ແລະ ມັນເປັນແນວໃດ. ເມື່ອມາກິນຢູ່ຮ້ານນີ້, ຄວາມຮັກ ແລະ ຄວາມຄິດຮອດຄິດເຖິງປະເທດລາວ ຂອງຂ້າພະເຈົ້າມັນກໍຫຼັ່ງໄຫຼມາ. ຢູ່ທີ່ນີ້ໄດ້ຟັງເພງລາວ ແລະ ການເສີບການບໍລິການກໍຄືກັນກັບຢູ່ລາວເລີຍ”.

​  ຄົວ​ລາວ - ນຳ​ອາ​ຫານ​​ລາວ ມາ​ສູ່​ຄົນ ຫວຽດ - ảnh 2ໂຕະໃດກໍມີຄົນນັ່ງເຕັມ

ພຸມພິທັດ ອຸປະເສີດ ຫຼື ຍັງໄດ້ຮູ້ຈັກກັນດີກັບຊື່ເອີ້ນວ່າ ຟຸກ - ເຈົ້າຂອງຮ້ານຄົວລາວ ຜູ້ນີ້ມີອາຍຸ 27 ປີ ໄດ້ແບ່ງປັນວ່າ ຜູ້ມາກິນຢູ່ຮ້ານສ່ວນຫຼາຍແມ່ນໄວໜຸ່ມ, ນັກສຶກສາ ລາວ ຮຽນຢູ່ ຫວຽດນາມ, ນັກສຶກສາ ຫວຽດນາມ ທີ່ໄປຮຽນຢູ່ລາວ, ຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ແລະ ມີທັງຄົນ ກຳປູເຈຍ ແລະ ຄົນ ໄທ ກໍໄດ້ມາກິນຢູ່ທີ່ນີ້, ບໍ່ແມ່ນເທື່ອດຽວສອງເທື່ອ, ບາງຄົນມື້ໃດກໍຕ້ອງແວ່ມາກິນ. ສະເລ່ຍໃນແຕ່ລະມື້, ຄົວລາວ ໄດ້ຮັບໃຊ້ແຂກທັງໝົດປະມານ 150 ເທື່ອຄົນ.

ນີ້ເປັນຄັ້ງທີ 2 ທີ່ຂ້າພະເຈົ້າມາກິນຢູ່ນີ້. ຂ້າພະເຈົ້າເຫັນວ່າ ອາຫານລາວ ຄ້າຍຄືກັນກັບອາຫານ ໄທ ແຕ່ບໍ່ຫວານເທົ່າອາຫານ ໄທ, ຂ້າພະເຈົ້າມັກອາຫານລາວຫຼາຍກວ່າ ແລະ ມັກລົດຊາດຕຳແບບນີ້. ຂ້າພະເຈົ້າເຄີຍກິອາຫານລາວຢູ່ ຮ້ານເຂົ້າລາວ  ແຕ່ຂ້າພະເຈົ້າມັກລົດຊາດຢູ່ຮ້ານຄົວລາວ ຫຼາຍກວ່າ, ແບບອາຫານຢູ່ຕາມທ້ອງຖະໜົນ, ສະບາຍ, ລາຄາຢູ່ນີ້ກໍດີກວ່າ ແລະ ລົດຊາດຢູ່ນີ້ກໍເຂັ້ມຂົ້ນກວ່າ”.

ເມື່ອເຂົ້າໄປໃນຮ້ານເຫັນວ່າ ບໍ່ໄດ້ປະດັບປະດາຫຍັງເລີຍ ແຕ່ຂ້າພະເຈົ້າບໍ່ຄິດວ່ານີ້ແມ່ນຈຸລົບ, ຫາກຍັງຮູ້ສຶກວ່າມັນໃກ້ຊິດກັບຄົນຫວຽດ ຫຼາຍກວ່າ”.

ນັ້ນແມ່ນຄວາມຮູ້ສຶກຂອງເພື່ອນ ເຈິມແອັງ ແລະ ຈ່າມີ ເມື່ອມາກິນອາຫານລາວ ແລະ ບັນຍາກາດຢູ່ຮ້ານຄົວລາວ - ເຊິ່ງເປັນຮ້ານອາຫານແບບທຳມະດາສາມັນ, ບໍ່ໄດ້ປະດັບປະດາອີຫຍັງຫຼາຍ, ມີແຕ່ໂຕະຕັ່ງສິບປາຍຊຸດ ພ້ອມດ້ວຍຄວາມສຸດຈິດສຸດໃຈ ແລະ ຈິດໃຈຮັກແພງແຂກຄົນເທົ່ານັ້ນ.  ຈ່າມີ ແບ່ງປັນຕື່ມອີກວ່າ ເພື່ອນໄດ້ກັບມາກິນຢູ່ຮ້ານນີ້ເທື່ອທີ 2 ແລ້ວ ແລະ ຈະກັບມາກິນອີກ ຍ້ອນວ່າ ອາຫານຢູ່ນີ້ແຊບ, ຖືກປາກຖືກຄໍ, ລາຄາກໍເໝາະສົມ ແລະ ເມນູກໍມີອາຫານຫຼາຍເຍື່ອງໃຫ້ເລືອກ. ພຸມພິທັດ ເຈົ້າຂອງຮ້ານ ໄດ້ແບ່ງປັນວ່າ ຢູ່ທີ່ນີ້ມີອາຫານ ແລະ ເຄື່ອງດື່ມລວມທັງໝົດ 156 ຢ່າງ, ສະເພາະປະເພດ ຕຳ - ເຊິ່ງເປັນອາຫານຫຼັກໆຂອງຮ້ານ ມີເຖິງ 43 ຢ່າງທີ່ແຕກຕ່າງກັນ:

ສະເພາະປະເພດຕຳ ຖ້າາກວ່າ ປາແດກບໍ່ແຊບ ຈະເຮັດໃຫ້ຕຳບໍ່ແຊບ. ສະເພາະປາແດຢູ່ຮ້ານເຮົາ ເຮົາໝັ້ນໃຈຫຼາຍ ແມ່ນໄດ້ເຮັດເອງຕາມສູດເພາະຂອງເຮົາ ແລະ ເຮັດມາເພື່ອຮັບໃຊ້ສະເພາະຮ້ານຄົວລາວເຮົາເທົ່ານັ້ນນອກຈາກປະເພດຕຳແລ້ວ, ຍັງມີເຂົ້າລາດໜ້າ, ແກງ, ເຂົ້າປຸ້ນ, ເຝີ, ເຂົ້າຊອຍແລະ ມີຫຼາຍເຍື່ອງທີ່ມີແຕ່ຢູ່ລາວ ຈຶ່ງມີ, ຢູ່ ຫວຽດນາມ ບໍ່ມີຄືເຂົ້າຜັດຕົ້ມຍຳທະເລ, ເຂົ້າຜັດສົ້ມໝູ ແລະ ຊາວ ຫວຽດນາມ ນິຍົມກິນອາຫານສອງເຍື່ອງນີ້ຫຼາຍ. ສ່ວນພໍ່ຄົວແມ່ຄົວຢູ່ທີ່ນີ້ 100% ແມ່ນຄົນລາວ, ເຂົາເຈົ້າລ້ວແຕ່ເປັນນັກສຶກສາທີ່ຍັງໜຸ່ມແໜ້ນ ແລະ ຈູບຈ້າວຫ້າວຫັນຫຼາຍ. ວັດຖຸດິບສ່ວນຫຼາຍແມ່ນເອົາມາແຕ່ລາວ, ຜັກບາງຊະນິດທີ່ຕ້ອງການໃຊ້ສົດ ບໍ່ສາມາດຂົນສົ່ງມາແຕ່ລາວໄດ້, ເຮົາກໍສັ່ງື້ຢູ່ ເຕິບັກ ແລະ ດ່າລາດ. ກ່ອນທີ່ເປີດຮ້ານ, ເຮົາກໍໄດ້ເປີດຂາຍອອນລາຍໜຶ່ງປີປາຍ ເພື່ອສຳຫຼວດຕະຫຼາດ ແລະ ເຂົ້າໃຈລູກຄ້າຂອງຕົນ, ສະນັ້ນ, ຂ້າພະເຈົ້າຮູ້ສຶກໝັ້ນໃຈ ແລະ ບໍ່ປະສົບກັບຄວາມຫຍຸ້ງຍາກແຕ່ຢ່າງໃດ.”

​  ຄົວ​ລາວ - ນຳ​ອາ​ຫານ​​ລາວ ມາ​ສູ່​ຄົນ ຫວຽດ - ảnh 3ຕຳປະເພດຕ່າງໆຂອງຮ້ານຄົວລາວ

ພຸມພິທັດ - ອ້າຍບ່າວໜຸ່ມຄົນນີ້ມາຈາກ ແຂວງຫົວພັນຂອງລາວ ແລະ ມີຄວາມຮັກປະເທດ ຫວຽດນາມ ຫຼາຍ. ສະນັ້ນ, ພາຍຫຼັງຮຽນຈົບມາຫາວິທະຍາໄລຢູ່ ຫວຽດນາມ,  ພຸມພິທັດ ຕັດສິນໃຈສືບຕໍ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ປັດຈຸບັນ, ພຸມພິທັດ ເປັນອາຈານສອນວິຊາ ພາສາລາວ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ. ຍ້ອນຄວາມຈັບອົກຈັບໃຈຂອງນັກສຶກສາ ຫວຽດນາມ ພາຍຫຼັງຊົ່ວໂມງແນະນຳກ່ຽວກັບວັດທະນະທຳ ແລະ ອາຫານລາວ ກໍແມ່ນກຳລັງແຮງໃຫ້ ພຸມພິທັດ ເປີດຮ້ານ.

ນັກຶກສາຂອງຂ້າພະເຈົ້າບອກວ່າ ອາຈານ ເປັນຫຍັງຄືບໍ່ເປີດຮ້ານ, ອາຈານແຕ່ງກິນແຊບຫຼາຍອາຈານເປີດຮ້ານແມ໋, ນ້ອຊິມາອຸດໜູນ ແລະ ໃນໂອກາດໂລກລະບາດນີ້, ຂ້າພະເຈົ້າມີເວລາວ່າງ ກໍເລີຍຕັດສິນໃຈເປີດຮ້ານ. ຂ້າພະເຈົ້າຢາກເຮັດຮ້ານກາຍເປັນບ່ອນພົວພັນແລກປ່ຽນກັບບັນດາເພື່ອນລາວຂອງຕົນ ແລະ ປັດຈຸບັນ, ຂ້າພະເຈົ້າໄດ້ເຮັດສຳເລັດແລ້ວ. ຄົນມາກິນຢູ່ນີ້ຫຼາຍ, ບາງຄົນຢູ່ບັກນິງ ຢູ່ ເຊີນເຕີຍ ຫ່າງຈາກນີ້ນັບ 60 70 ຫຼັກກໍຍັງມາກິນ. ຂ້າພະເຈົ້າຫວັງວ່າ ນີ້ຈະເປັນບ່ອນທີ່ຜູ້ໃດຮູ້ສຶກຄິດຮອດບ້ານ, ຄິດຮອດປະເທດກໍສາມາດມານີ້ ແລະ ຢາກແນະນຳອາຫານລາວ ໃຫ້ແກ່ທຸກຄົນໄດ້ຮັບຮູ້ຢ່າງກວ້າງຂວາງກວ່າ. ຕອນທຳອິດ, ຂ້າພະເຂົ້າວັງວ່າ ຈະບັນລຸໝາກຜົນປະມານ 30% ກໍດີແລ້ວ, ແຕ່ປັດຈຸບັນຄວາມເພິ່ງພໍໃຈຂອງຂ້າພະເຈົ້າແມ່ນ 150% ແລ້ວ. ຂ້າພະເຈົ້າດີໃຈຫຼາຍ”.

ເຖິງວ່າໄດ້ເປີດຮ້ານໃນໄລຍະເກີດໂລກລະບາດໂຄວິດ - 19 (ແຕ່ເດືອນພະຈິກ 2021) ກໍຕາມ ແຕ່ຄົວລາວ ຍັງຄົງຕົວໄດ້ ແລະ ມີການຂະຫຍາຍຕົວດີນຳອີກ, ຍິ່ງໄປກວ່ານັ້ ,  ບາງເທື່ອຍັງຮັບໃຊ້ບໍ່ທັນ. ເພາະສະນັ້ນ, ພາຍຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ 2022, ພຸມພິທັດ ໄດ້ວາງແຜນຈະເປີດຮ້ານແຕ່ 1 – 2 ແຫ່ງຕື່ມອີກ ເພື່ອຮັບໃຊ້ລູກຄ້າໄດ້ຢ່າງທັນການ ແລະ ຢາກໃຫ້ອາຫານລາວ ນັບມື້ນັບກາຍເປັນເຍື່ອງອາຫານທີ່ໃກ້ຊິດກັບຄົນຫວຽດ ຫຼາຍກວ່າ, ຊ່ວຍບັນເທົາຄວາມຄິດຮອດບ້ານ, ຄິດຮອດລົດຊາດລາວໆສຳລັບຄົນລາວ ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ