ຄວາມຄິດເຫັນຂອງນັກຂ່າວ ໄທ ກ່ຽວກັບສື່ມວນຊົນ ຫວຽດນາມ


(vovworld)- ​ບາງ​ຄວາມຄິດເຫັນ​ຂອງ​ນັກ​ຂ່າວ​ໄທ ກ່ຽວ​ກັບ​ການ​ພັດທະນາ​ຂອງ​ສ່ືມວນຊົນຫວຽດນາມ. ​

ຄວາມຄິດເຫັນຂອງນັກຂ່າວ ໄທ ກ່ຽວກັບສື່ມວນຊົນ ຫວຽດນາມ - ảnh 1
ຄະນະຜູ້ແທນນັກຂ່າວໄທ ຢ້ຽມຢາມ ແລະ ເຮັດວຽກກັບ VOV

        ຂ້າພະ​ເຈົ້າ​​ໄດ້ມາ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ຫນຶ່ງ​ກ່ອນ​ນີ້​ຫລາຍ​ປີ​ແລ້ວ ​ແຕ່​ເວລາ​ນັ້ນ​ບໍ່​ທັນ​ເຂົ້າ​ໃຈ​ກ່ຽວ​ກັບ​ສື່ມວນຊົນ ຫວຽດນາມ ປານ​ໃດ. ສ່ວນ​ ​ມາ​ຢ້ຽມຢາມ ຫວຽດນາມ ໃນຄັ້ງ​ທີ​ສອງ ຂ້າພະ​ເຈົ້າ​ເຫັນ​ວ່າ ສື່ມວນຊົນ ຫວຽດນາມ ໄດ້ມີ​ການ​ປ່ຽນ​ແປງ​ຫລາຍ​ແລ້ວ. ບັນດາ​ປະ​ເພດ​ສື່​ຄື: ວິ​ທະ​ຍຸ​ກະຈາຍ​ສຽງ, ​ໂທລະພາບ​ລ້ວນ​ແຕ່​ມີ​ບາດກ້າວ​ພັດທະນາ​ຢ່າງຮອບດ້ານ. ນັບ​ທັງ​ຫນັງສືພິມ​ຂອງ​ທ້ອງ​ຖິ່ນ​ກໍ​​ມີ​ຄຸນ​ນະພາ​ບດີ, ​ເຖິງ​ວ່າ ຂ້າພະ​ເຈົ້າ​ອ່ານ​ບໍ່​ໄດ້​ກໍ​ຕາມ ​ແຕ່​ສາມາດ​ເຫັນ​ໄດ້​ວ່າ ບັນດາ​ຫນັງສືພິມ​ນັ້ນ​ໄດ້​ຮັບ​ການ​​ຈັດ​ຫນ້າ​ຢ່າງສວຍ​ງາມ  ດ້ວຍ​ຫລາຍ​ຄໍລຳທີ່ອຸດົມສົ​ມບູນ.

ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາງ ວະຣີສະກາຣີ ​ແກ້ວ​ປັງ ​ເລຂາທິການ​ສະມາຄົມ​ຫນັງສືພິມ​ເຂດ​ປະ​ເທດ​ໄທ ທີ່​ໂອ້​ລົມກັບ​ນັກ​ຂ່າວVOV ​ເນື່ອງ​ໃນ​ໂອກາດ​ທ່ານນາງ​ມາຢ້ຽມຢາມ ຫວຽດນາມ ​​ໃນ​ຫວ່າງ​ແລ້ວ​ນີ້. ສຳ​ລັບ​ບັນດາ​ນັກ​ຂ່າວ​ໄທ​ແລ້ວ, ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮຳ່ຮຽນ​​ເອົາ​ບົດຮຽນເຊິ່ງກັນ ​ແລະ ກັນ ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ​ແມ່ນ​ມີ​ທີ​່ຕັ້ງບົດບາດ​ສຳຄັນ, ​​ເພາະວ່າ​ຍັງ​ມີ​ເວລາ​ບໍ່​​ຮອດ 3 ​ປີ​ ທີ່ອາ​ຊຽນ ຕ້ອງ​ສຳ​ເລັດ​ຈຸດໝາຍ​ກາຍ​ເປັນ​ປະຊາ​ຄົມ​ຢ່າງໝັ້ນຄົງເຂັ້ມ​ແຂງ. ພິ​ເສດ ສຳລັບ​ບັນນາທິການທີ່​ຈັດ​ລາຍການ​ໂດຍກົງຄື​ທ່ານ​ນາງ ນັນທະຣົນ ກັນ​ຄຳ ຊຶ່ງ​ແມ່ນ​ຜູ້​ຜະລິດ​ລາຍ​ການ​ຂອງ​ວິທະຍຸ​ກະຈາ​ຍສຽງ​ແຫ່ງ​ຊາດ ​ໄທ, ​ແຂວງ ຊົນບູຣີ ​ແລ້ວ, ການ​ຢ້ຽມຢາມ​ແລະ ​ເຮັດ​ວຽກ ກັບ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ຄັ້ງ​ນີ້ ​ໄດ້​ຊ່ວຍ​ໃຫ້​ທ່ານ​ນາງ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຜູ້​ຮ່ວມ​ງານ ຫວຽດນາມ ກວ່າ. ທ່ານ​ນາງ ນັນທະຣົນ ໃຫ້​ຮູ້​ວ່າ:

        ສຽງ​ທ່ານ​ນາງ ນັນທະຣົນ

        ​ໃນ​ບົດ​​ທີ່​ໄດ້​ລົງ​ພິມ​ໃນຫນັງສືພິມ​ໄທຣັດຊຶ່ງ​ແມ່ນ​ຫນັງສືພິມ​ສຳຄັນ​ຂອງ​ໄທ, ທ່ານ ຊາ​ວະຣົງ ລີ​ມພັດທະ​ປານີ ປະທານ​ສະຫະພັນ​ນັກຫນັງສືພິມ​ແຫ່ງ​ປະ​ເທດ​ໄທ ກໍ​​ໄດ້​ໃຫ້ຂໍ້ສັງ​ເກດ​ຢ່າງ​ຕັ້ງຫນ້າ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ ຫວຽດນາມ ​ເວົ້າລວມ ​ກໍ​ຄື ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ​ເວົ້າ​ສະ​ເພາະ ວ່າ: “​ໃນ​ທ່າ​ອ່ຽງພັດທະນາ​ຮູບ​ການ​ສື່ມວນ​ຊົນໃຫມ່ ນັ້ນ​ແມ່ນ​ສື່ອອນ​ລາຍ, ສາມາດ​ເຫັນ​ໄດ້​ວ່າ​ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ລັດຖະບານ​ຄື: ວິທະຍຸ​ກະຈາຍສຽງ ຫວຽດນາມ ກໍ​​ໄດ້ມີ​ການ​ພັດທະນາ​ຢ່າງ​ວ່ອງ​​ໄວ ທັນ​ການ. ນອກຈາກ ຊ່ວຍ​ໃຫ້​ຜູ້​ຟັງ​ຮັບ​ຟັງ​ໂດຍກົງທາງ​ອິນ​ເຕີ​ແນ​ດ​ແລ້ວ ຍັງ​ສາມາດຮັບ​ຟັງ​ບັນດາ​ລາຍການ​ຢ້ອນ​ຫລັງ​ໄດ້​, ຍິ່ງ​ກວ່າ​ນັ້ນ ວິທະຍຸ​ກະຈາຍສຽງ ຫວຽດນາມ ຍັງ​ມີຊ່ອງ​ໂທລະພາບ​ສະ​ເພາະ​ຂອງ​ຕົນອີກ​ດ້ວຍ.”

​        ​​​ໂດຍ​ມີ​ຄວາມ​ເຫັນ​ເຊັ່ນ​ດຽວ​​ກັບ​ທ່ານ ຊາ​ວະຣົງ ລີ​ມພັດທະ​ປານີ, ທ່ານ​ນາງ​ອະ​ມາຣະພອນ ຣັດທະວິ​ນິດ ຜູ້ອຳນວຍການພາກ​ພາສາຕ່າງປະ​ເທດ, ສັງກັດ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ໄທ ​ໄດ້​ແບ່ງປັນ​ວ່າ: ການ​ແລກປ່ຽນ​ບົດຮຽນ, ວິຊາ​ສະ​ເພາະ ກັບ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ນຳ​ມາ​ຊຶ່ງ​ຄວາມ​ເຂົ້າ​ໃຈ​ໃຫມ່​ກ່ຽວ​ກັບ​ປະ​ເທດ​ບ​້ານ​ໃກ້​ເຮືອນ​ຄຽງ ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ. ທ່ານ​ນາງ ມາຣະພອນ ​ໃຫ້​ຮູ້​ວ່າ:   
    ສຽງ​ທ່ານ​ນາງ​ມາຣະພອນ

        ອາດ​ຈະ​ເວົ້າ​ໄດ້​ວ່າ, ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ສື່​ມວນ​ຊົນ ຫວຽດນາມ  ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ກະຈາຍສຽງ ​ແລະ ​ໂທລະພາບ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ມີ​ຕໍ່​ນັກ​ຂ່າວ​ໄທ. ຕາມ​ທັດສະນະ​ຂອງ​​ເຂົາ​ເຈົ້າ​ແລ້ວ, ສື່​ມວນຊົນ ​ແມ່ນ​ເຄ່ືອງມື​ທີ່ສຳຄັນ ຊ່ວຍ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ສະຫນັບສະຫນູນ​​ແນວທາງ​ພັດທະນາ​ປະຊາ​ຄົມ​ອາ​ຊຽນ. ສະ​ນັ້ນ ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ​ໂຄສະນາ​ກ່ຽວ​ກັບ​ອາ​ຊຽນອອກສູ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ​ແລະ ກໍ່​ແມ່ນ​ຄວາມມຸ່ງ​ມາດ​ປາດ​ຖະຫນາ​ຊຶ່ງ​ທ່ານ​ຊົງ​ວຸດ ສຸວັນນະ​ວົງ ນັກ​ຂ່າວ​ໂທລະພາບຊ່ອງ 11, ​ສັງກັດໂທລະພາບ​ແຫ່ງ​ຊາດ ​ໄທ ​ໄດ້​ແບ່ງປັນ​ກັບ​​ເພື່ອນຮ່ວມ​ງານ​ຫວຽດນາມ ວ່າ:
ສຽງ​ທ່ານຊົງ​ວຸດ ສຸວັນນະ​ວົງ


ຕອບກັບ

ຂ່າວ/ບົດ​ອື່ນ