ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເສັງ​ “ຊອກ​ຮູ້​ກ່ຽວ​ກັບ​ການຢ້ຽມ​ຢາມ ​ ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະ​ຫວັດ​ສາດຂອງ​ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Soekarno

(VOVWORLD) -ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ໂດຍ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງການຢ້ຽມຢາມຂອງຜູ້ນຳສອງທ່ານ ຄົບຮອບ 60 ປີ .

 

        ກ່ອນນີ້ 60 ກວ່າປີ, ໃນວັນທີ 27 ທັນວາ 1959, ທ່ານປະທານໂຮ່ຈີມິນ ໄດ້ມີການຢ້ຽມຢາມສັນຖະວະໄມຕີ ອິນໂດເນເຊຍ ຢ່າງເປັນທາງການ ຄັ້ງທຳອິດ. ຫຼັງຈາກນັ້ນ 3 ເດືອນທ່ານປະທານາທິບໍດີອິນໂດເນເຊຍSoekarno ກໍໄດ້ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເຊັ່ນດຽວກັນ. ການຢ້ຽມຢາມດັ່ງກ່າວ ໄດ້ກໍ່ຕັ້ງພື້ນຖານໃຫ້ແກ່ການພົວພັນໄມຕີຈິດມິດຕະພາບອັນສະໜິດແໜ້ນ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ. ປີ 2019, ແມ່ນປີສະເຫຼີມສະຫຼອງການຢ້ຽມຢາມຂອງຜູ້ນຳສອງທ່ານ ຄົບຮອບ 60 ປີ ໂດຍໄດ້ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍຂຶ້ນທັງຢູ່ ຫວຽດນາມ ແລະ ອິນໂດເນເຊຍ. ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ໂດຍ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວດັ່ງກ່າວ. ຕໍ່ໄປ ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ - ນັກຂ່າວ VOV.

        ທຳນອງບົດເພງດັ່ງກ່າວ ເປັນການເປີດສາກໃຫ້ແກ່ຄ່ຳຄືນສະຫຼູບ ແລະ ມອບລາງວັນການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ເຊິ່ງໄດ້ດຳເນີນໃນວັນທີ 23 ທັນວາ ທີ່ຜ່ານມາ ຢູ່ ໂຮງລະຄອນຂອງວິທະຍຸກະຈາຍສຽງຫວຽດນາມ. ຜ່ານທຳນອງເພງທີ່ອ່ອນຊອນ, ຈັງຫວະຂຶ້ນລົງ ແລະ ເປັນທີ່ຕື້ນຕັ້ນໃຈຂອງບົດເພງດັ່ງກ່າວ ສ່ວນໃດສ່ວນໜຶ່ງວາດພາບໃຫ້ເຫັນກ່ຽວກັບປະເທດຫວຽດນາມ ວິລະຊົນ, ບໍ່ຍອມຈຳນົນ ພາຍໃຕ້ການຊີ້ນຳນຳພາຂອງ ປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ.

        ພິທີມອບລາງວັນແມ່ນໂອກາດເພື່ອໃຫ້ຄົນລຸ້ນຕ່າງໆຂອງສອງປະເທດໄດ້ຫວນຄືນ ແລະ ຊອກຮູ້ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ ຫວຽດນາມ - ອິນໂດເນເຊຍ. ຜ່ານບັນດາບົດເພງ, ວາດຟ້ອນ, ພາບຖ່າຍ, ຟິມຮູບເງົາສາລະຄະດີກ່ຽວກັບປະຫວັດສາດ, ການຕີລາຄາຂອງບັນດານັກຊ່ຽວຊານນັ້ນ... ຜູ້ຊົມຈະມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບນໍ້າໃຈເພື່ອນມິດສະຫາຍອັນສະໜິດສະໜົມລະຫວ່າງ ປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno, ກ່ຽວກັບຄວາມຮັກແພງຂອງປະຊາຊົນສອງປະເທດມີຕໍ່ຜູ້ນຳຂອງຕົນ ແລະ ສາຍພົວພັນອັນດີງາມທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ພິເສດ, ນີ້ແມ່ນໂອກາດ ເພື່ອໃຫ້ຜູ້ຊົມພົບປະ ແລະ ແລກປ່ຽນກັບບັນດາຜູ້ຂຽນທີ່ຍາດໄດ້ລາງວັນໃນການເສັງຄັ້ງນີ້.

ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເສັງ​ “ຊອກ​ຮູ້​ກ່ຽວ​ກັບ​ການຢ້ຽມ​ຢາມ ​ ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະ​ຫວັດ​ສາດຂອງ​ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Soekarno - ảnh 1 ທ່ານ ຫງວຽນເຖ໊ກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

        ພາຍຫຼັງປຸກລະດົມມາເປັນເວລາ 2 ເດືອນ, ຄະນະຈັດຕັ້ງ ໄດ້ຮັບບົດເສັງນັບຮ້ອຍບົດຈາກຜູ້ເຂົ້າຮ່ວມການເສັງທີ່ເຮັດວຽກໃນຫຼາຍຂົງເຂດ, ຫຼາຍເກນອາຍຸ ທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ. ໃນນັ້ນ, ຜູ້ມີອາຍຸສູງສຸດ 83 ປີ ແລະ ຜູ້ໜຸ່ມສຸດແມ່ນ 21 ປີ. ບົດເສັງແຕ່ລະບົດ ຕ່າງກໍສະແດງໃຫ້ເຫັນວ່າ ຜູ້ຂຽນມີຫົວຄິດປະດິດສ້າງ, ສຸດຈິດສຸດໃຈ. ທ່ານ ຫງວຽນເຖ໊ກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

        “ບົດຂຽນຫຼາຍບົດໄດ້ເຮັດມາຢ່າງພິຖີພິຖັນ, ມີຄວາມຍາວນັບສິບໜ້າ, ມີເນື້ອໃນອຸດົມສົມບູນ ແລະ ໄດ້ຂຽນດ້ວຍມືຢ່າງລະອຽດລະອໍ ຜ່ານບັນດາບົດຂຽນ, ຜູ້ຂຽນກໍໄດ້ສະແດງໃຫ້ເຫັນຄວາມຮັກແພງຂອງຕົນທີ່ມີຕໍ່ປະເທດ ອິນໂດເນເຊຍ, ເຊີດຊູນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນເຊີດຊູສາຍພົວພັນເພື່ອນມິດສະຫາຍຂອງທ່ານປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno”.

        ດ້ວຍການເຮັດວຽກທີ່ເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ຍຸຕິທຳ, ຄະນະກຳມະການໄດ້ເລືອກເຟັ້ນບັນດາບົດຂຽນທີ່ດີເດັ່ນ ເພື່ອມອບລາງວັນ. ລາງວັນພິເສດໄດ້ແກ່ຜູ້ຂຽນ ຕື່ແທັງຟອງ, ເກີດປີ 1979 ມາຈາກແຂວງດ່າໜັງ. ທ່ານ ຫງວຽນຕ໊ຽນລອງ, ຫົວໜ້າພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5), ຫົວໜ້າຄະນະກຳມະການການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno”, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດຕໍ່ບົດຂຽນຂອງຜູ້ຂຽນທີ່ມີອາຍຸ 40 ປີ, ທີ່ມາຈາກນະຄອນດ່າໜັງ. ນີ້ແມ່ນບົດຂຽນທີ່ມີຄວາມຍາວ 115 ໜ້າ, ໄດ້ຂຽນຢ່າງພິຖີພິຖັນ ປະກອບດ້ວຍຫຼາຍຮູບພາບ, ຂໍ້ມູນ ແລະ ຜະລິດຕະພັນຕ່າງໆ ເຊິ່ງບັນດາບົດເສັງຄັ້ງກ່ອນໆຍັງບໍ່ທັນໄດ້ເຕື້ອງເຖິງ... ຜູ້ຂຽນຍັງໄດ້ເກັບສະສົມບັນດາເລື່ອງລາວທີ່ກ່ຽວຂ້ອງເຖິງຜູ້ນຳສອງທ່ານ, ພິເສດແມ່ນປະທານໂຮ່ຈີມິນ ໃນການພົວພັນກັບ ອິນໂດເນເຊຍ ແລະ ຈຸດແຕກຕ່າງກັນຂອງຜູ້ນຳສອງທ່ານໃນການຢ້ຽມຢາມທັງ 2 ປະເທດໃນປີ 1959 ອີກດ້ວຍ.”

ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເສັງ​ “ຊອກ​ຮູ້​ກ່ຽວ​ກັບ​ການຢ້ຽມ​ຢາມ ​ ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະ​ຫວັດ​ສາດຂອງ​ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Soekarno - ảnh 2ທ່ານ ຕື່ແທັງຟອງ ຜູ້ຍາດໄດ້ລາງວັນພິເສດ (ຜູ້ຢູ່ໃຈກາງ)

        ບົດຂຽນຂອງທ່ານ ຟີ໊ບ໊າຄວາດ, ອາຍຸ 73 ປີ ມາຈາກ ຮ່າໂນ້ຍ ກໍແມ່ນບົດຂຽນທີ່ຈັບອົກຈັບໃຈຜູ້ອ່ານ ດ້ວຍບັນດາຂໍ້ມູນທີ່ລ້ຳຄ່າ. ເພິ່ນ ໄດ້ເລົ່າຄືນລາຍການ ແລະ ສະຖານະການຂອງການຢ້ຽມຢາມ ຈາກາຕາ ຂອງທ່ານປະທານໂຮ່ຈີມິນ ຢ່າງລະອຽດ ແລະ ດຶງດູດໃຈຜູ້ອ່ານ. ນອກຈາກນັ້ນ, ໃນບົດຂຽນຂອງເພິ່ນຍັງບັນຈຸຄຳກາບກອນຫຼາຍຕອນທີ່ທ່ານປະທານໂຮ່ຈີມິນ ໄດ້ອ່ານໃນການຢ້ຽມຢາມ ແລະ ການຕ້ອນຮັບການນຳ ອິນໂດເນເຊຍ ອັນໄດ້ສ້າງຄວາມຕື້ນຕັນໃຈຕໍ່ຄະນະກຳມະການ. ສິ່ງທີ່ພິເສດກວ່າອີກ, ນັ້ນແມ່ນ ເພິ່ນເປັນໜຶ່ງໃນບັນດາຜູ້ເຂົ້າຮ່ວມ ແລະ ໄດ້ເຫັນປະຈັກຕາຈຸດເວລາປະຫວັດສາດຂອງການຢ້ຽມຢາມປີ 1959. ທ່ານ ຟີ໊ບ໊າກວາດ, ຜູ້ຍາດໄດ້ລາງວັນທີ 1 ເລົ່າສູ່ຟັງວ່າ:

        “ຄາວນັ້ນ, ຂ້າພະເຈົ້າຍັງເປັນນັກຮຽນມັດທະຍົມຕອນຕົ້ນ ແລະ ໃນພິທີເຄົາລົບທຸງ, ອໍານວຍການຂອງໂຮງຮຽນ ໄດ້ປະກາດວ່າ ທ່ານປະທານາທິບໍດີ ອິນໂດເນເຊຍ Soekarno ຈະມາຢ້ຽມຢາມຫວຽດນາມ. ນັກຮຽນທຸກຄົນ ຕ່າງກໍຮູ້ສຶກດີໃຈ ແລະ ມີຄວາມກະຕືລືລົ້ນຫຼາຍ ຕໍ່ການຢ້ຽມຢາມຂອງທ່ານປະທານາທິບໍດີ Soekarno. ເພື່ອນຂອງຂ້າພະເຈົ້າໄດ້ອອກໄປຕ້ອນຮັບທ່ານປະທານາທິບໍດີ Soekarno ຢູ່ສະໜາມບິນ ຢາເລິມ ແລະ ມາເລົ່າສູ່ຂ້າພະເຈົ້າຟັງ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ. ໂຊກດີ, ຮອດປີ 2001, ຂ້າພະເຈົ້າ ໄດ້ໄປປະຕິບັດງານຢູ່ປະເທດ ອິນໂດເນເຊຍ ທີ່ສວຍງາມ. ຈາກນັ້ນ, ຂ້າພະເຈົ້າຮູ້ສຶກໄດ້ວ່າ ອິນໂດເນເຊຍ ມີອັນໃດອັນໜຶ່ງທີ່ໃກ້ຊິດສະໜິດສະໜົມສຳລັບຂ້າພະເຈົ້າ. ສະນັ້ນ, ເມື່ອເຂົ້າຮ່ວມການເສັງຄັ້ງນີ້, ຂ້າພະເຈົ້າໄດ້ພະຍາຍາມເກັບສະສົມ, ອ່ານປື້ມໃຫ້ຫຼາຍໆ ແລະ ເຂົ້າຫໍສະໝຸດແຫ່ງຊາດ ເພື່ອຫາຂໍ້ມູນຂຽນບົດ”.

ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເສັງ​ “ຊອກ​ຮູ້​ກ່ຽວ​ກັບ​ການຢ້ຽມ​ຢາມ ​ ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະ​ຫວັດ​ສາດຂອງ​ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Soekarno - ảnh 3 ທ່ານ ຟີ໊ບ໊າກວາດ, ຜູ້ຍາດໄດ້ລາງວັນທີ 1 (ຜູ້ຢູ່ໃຈກາງ)

        ອາດເວົ້າໄດ້ວ່າ, ຜົນງານທີ່ຍາດໄດ້ລາງວັນທີ 1 ແລະ ທີ 2 ແມ່ນບົດຂຽນສອງບົດທີ່ຕາງໜ້າໃຫ້ແກ່ບົດຂຽນເຂົ້າຮ່ວມການເສັງກວ່າ 300 ບົດ ແລະ ຕາງໜ້າໃຫ້ແກ່ສຽງເວົ້າຂອງປະຊາຊົນສອງລຸ້ນຄົນ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຄົນທີ່ເປັນລຸ້ນດຽວກັນກັບທ່ານ ຟີ໊ບ໊າກວາດ ຫວນຄືນບັນດາເລື່ອງລາວໃນເຫດການປະຫວັດສາດກ່ອນນີ້ 60 ກວ່າປີ. ທັງແມ່ນໂອກາດເພື່ອໃຫ້ຄົນລຸ້ນໜຸ່ມຄືອ້າຍ ຕື່ແທັ່ງຟອງ ໄດ້ຊອກຮູ້ກ່ຽວກັບຄວາມເປັນມາຂອງການພົວພັນໄມຕີຈິດມິດຕະພັບອັນສະໜິດແໜ້ນ ລະຫວ່າງສອງປະເທດ. ອ້າຍ ຕື່ແທັ່ງຟອງ ເວົ້າຄວາມໃນໃຈສູ່ຟັງວ່າ:

        “ດ້ວຍທຸກສິ່ງທຸກຢ່າງທີ່ໄດ້ອຸທິດສ່ວນ, ຮູບພາບຜູ້ນຳ 2 ທ່ານ ຍາມໃດກໍປະກົດຕົວໃນອະນາຄົດຂອງສອງປະເທດ ແລະ ໃນນ້ຳໃຈໄມຕີຈິດມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ ແລະ ອິນໂດເນເຊຍ. ນ້ຳໃຈເພື່ອນມິດສະຫາຍ ໄດ້ຜ່ານບັນດາຫຼັກການທາງການທູດປົກກະຕິ ແລະ ນ້ຳໃຈຖານອ້າຍນ້ອງຂອງຜູ້ນຳສອງທ່ານ ໄດ້ ແລະ ກຳລັງກາຍເປັນແບບຢ່າງອັນລ້ຳຄ່າເພື່ອໃຫ້ຄົນລຸ້ນໜຸ່ມສອງປະເທດຮ່ຳຮຽນຕາມ ແລະ ເສີມຂະຫຍາຍ. ການເສັງດັ່ງກ່າວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອໃຫ້ຄົນລຸ້ນໜຸ່ມຄືພວກຂ້າພະເຈົ້າ ໄດ້ມີໂອກາດສະແດງຄວາມຮັກແພງ, ໜ້າທີ່ຄວາມຮັບຜິດຊອບຂອງຕົນ ທີ່ມີຕໍ່ການພົວພັນ ເຊິ່ງການນຳສອງທ່ານໄດ້ອອກເຫື່ອເທແຮງສ້າງຕັ້ງຂຶ້ນ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງ”.

        ທີ່ພິທີສະຫຼຸບຄະແນນ ແລະ ມອບລາງວັນ, ບັນດານັກສິລະປິນຂອງ ວິທະຍຸກະຈາຍສຽງຫວຽດນາມ ພ້ອມດ້ວຍບັນດານັກສິລະປິນມາຈາກ ອິນໂດເນເຊຍ ກໍໄດ້ສະແດງບັນດາລາຍການສິລະປະທີ່ເປັນເອກະລັກສະເພາະຂອງທັງຫວຽດນາມ ແລະ ອິນໂດເນເຊຍ ໃຫ້ທ່ານຜູ້ຊົມ ໄດ້ຮັບຊົມ ແລະ ງານວາງສະແດງພາບຖ່າຍ ກ່ຽວກັບໄລຍະ 60 ປີ ແຫ່ງການຢ້ຽມຢາມຄັ້ງປະຫວັດສາດ ກໍໄດ້ວາງສະແດງຢູ່ໂຮງລະຄອນຂອງວິທະຍຸກະຈາຍສຽງຫວຽດນາມ ແຕ່ວັນທີ 23 ທັນວາ ຮອດວັນທີ 27 ທັນວາ 2019 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ