ຄວາມປະທັບໃຈພາຍຫລັງຊຸດຝືກອົບຮົມ

(vovworld)- ພາຍ​ຫລັງເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ​ມາ​ເປັນ​ເວ​ລາ 20 ມື້ ແລະ​ໄດ້​ໄປ​ຢ້ຽມ​ຢາມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ຈຳ​ນວນ​ຫນຶ່ງ, ຢ້ຽມ​ຊົມ​ທັດ​ສະ​ນີ​ຍະ​ພາບ​ບາງ​ແຫ່ງ​ຢູ່​ພາກ​ເຫນືອ ຫວຽດ​ນາມ, ບັນ​ດາພະ​ນັກ​ງານ​, ລັດ​ຖະ​ກອນແຕ່​ລະຄົນ​ຂອງ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ​​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ລ້ວນ​ແຕ່​ຕີ​ລາ​ຄາ​ສູງຊຸດ​ຝືກ​ອົບ​ຮົມ​ກ່ຽວ​ກັບ​ວຽກ​ງານ​ຊາວ​ຫນຸ່ມ ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມ​ກອມ​ມູ​ນິດໂຮ່​ຈິ​ມີນ ຈັ​ດ​ຕັ້ງ. ດ້ວຍ​ບົດ​ຮຽນ​ຕ່າງໆທີ່​ຖອດ​ຖອນ​ມາ​ໄດ້, ບັນ​ດາພະ​ນັກ​ງານ, ລັດ​ຖະ​ກອນ​ລາວ ຈະ​​ນຳ​ເອົາໄປໝູນ​ໃຊ້​​ໃນ​ຕົວ​ຈິງເພື່ອ​​ສ້າງ​ຂະ​ບວນ​ການ​ຊາວ​ຫນຸ່ມ​​ຂອງລາວ​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ, ເຕີບ​ໃຫຍ່ ແລະ ​ເຂັ້ມ​ແຂງກວ່າ.

ຄວາມປະທັບໃຈພາຍຫລັງຊຸດຝືກອົບຮົມ - ảnh 1
ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ຂອງ​ຊຸດ​ຝຶກ​ອົບ​ຮົມ​ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ເຕີ​ນ​ຈ່າວ


ຊຸດ​ຝືກ​ອົບ​ຮົມ​ ດຳ​ເນີນ​ແຕ່​ວັນ​ທີ 1-20/10 ​ຊື່ງ​ລວມ​ມີ​ສຳ​ມະ​ນາ​ກອນ 30 ຄົນ. ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ພະ​ນັກ​ງານ​ຫລັກ​ແຫລ່ງຮັບ​ຜິດ​ຊອບ​ວຽກ​ງານ​ຊາວ​ຫນຸ່ມຂອງ​ສູນ​ກາງ​ຊາວ​ຫນຸ່ມ​ທີ່ມາ​ຈາກ 18 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ລາວ. ນອກ​ຈາກ​ບັນ​ດາ​ບົດ​ຮຽນ​ທິດ​ສະ​ດີ​ກ່ຽວ​ກັບ​ລະ​ບົບ​ການ​ເມືອງ​ຂອງ​ຫວຽດ​ນາມ​, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ​ຊາວ​ຫນຸ່ມ​ສອງ​ປະ​ເທດ, ວິ​ທີ​ສ້າງ​ແຜນ​ເຄື່ອນ​ໄຫວ​ໃຫ້​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ, ທັກ​ສະ​​​ໃນ​ການຈັດ​ຕັ້ງ​ໂອ້​ລົມ​ສົນ​ທະ​ນາ, ເວ​ທີ​ປາ​ໄສ… ບັນ​ດາ​ສຳ​ມະ​ນາ​ກອນ​ຍັງ​ໄດ້​ປະ​ຕິ​ບັດ​ໃນ​ພາກ​ຕົວ​ຈິງ​​ຢູ່​ຫ້ອງ​ຮຽນ. ສຳ​ລັບ ອ້າຍ​ລອນ​ຄຳ ສຸ​ມາ​ວົງ, ຮອງ​ເລ​ຂາ​ຊາວ​ຫນຸ່ມ ແຂວງ ຫົວ​ພັນ ແລ້ວ, ​ການ​ຮຽນ, ໂຄ​ສະ​ນາ​ກ່ຽວ​ກັບ​ແນວ​ທາງ, ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ຫນຸ່ມ​ແມ່ນ​ສິ່ງ​ທີ່​ຂາດບໍ່​ໄດ້.

ສຽງ​​ທ່ານ ລອນ​ຄຳ

ນັບ​ແຕ່​ປີ 1972 ມາ​ຮອດ​ປະ​ຈຸ​ບັນ, ສູນ​ກາງ​ຊາວ​ຫນຸ່ມ​ກອມ​ມູ​ນິດ​ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ ຊຸດ​ຝືກ​ອົບ​ຮົມ 23 ຊຸດ ​ທີ່​ສະ​ຫງວນ​ໃຫ້ພະ​ນັກ​ງານ​ເຮັດ​ວຽກ​ງານ​ຊາວ​ຫນຸ່ມ​ຂອງ​ລາວເກືອບ 800 ຄົນ. ນອກນັ້ນ​ ແຕ່​ລະ​ປີ, ບັນ​ດາ​ແຂວງ ມ​ີ​ເສັ້ນ​ຊາຍ​ແດນ​ຮ່ວມ​ລະ​ຫວ່​າງ​ສອງ​ປະ​ເທດ​ຄື: ເຊີນ​ລາ- ຫົວ​ພັນ, ເຫງ້​ອານ - ຊຽງ​ຂວາງ, ກອນ​ຕູມ -ອັດ​ຕະ​ປື.. ກໍໄດ້​້​້​້​້​ເປັນແຮກ​ສ່ຽວນຳ​ກັນ ແລະ ແລກ​ປ່ຽ​ນ​ຄະ​ນະ​ຊາວ​ຫນຸ່ມ​ຂັ້ນ​ແຂວງ ມາ​ພົວ​ພັນ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ.  ມີ​ຊາວ​ຫນຸ່ມ​ລາວຫລາຍ​ຄົນ, ພິ​ເສດ​ແມ່ນ​ຊາວ​ຫນຸ່ມ​ແຂວງ ຫົວ​ພັນ ໄດ​້​ຮັບ​ທຶນ​ການ​ສຶກ​ສາ​ຂອງ​ແຂວງ ຮ່າ​ຕີງ ມາ​ຮຽ​ນ​ວິ​ຊາ​ຊີບ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮົ່ງ​ບາງ ແຂວງ ຮ່າ​ຕີງ ແລະ ເມື່ອ​ກັບ​ຄືນ​ເມືອ​ປະ​ເທດ​ລ້ວນ​ແຕ່​ສ້າງ​ອາ​ຊີບ​ດ້ວຍ​ອາ​ຊີບ​ຊື່ງຕົນເອງ​ໄດ້ຮ່ຳ​ຮຽນ​ມາ​ຢູ່ ຫວຽດ​ນາມ. ເພື່ອ​ເຮັດ​ໃຫ້​ສຳ​ມະ​ນາ​ກອນ​ຮູ້​ສຶກ​ມີ​ຄວາມ​ປະ​ທັບ​ໃຈ​ໃນ​ການ​ຮ່ຳ​ຮຽນ, ຫລັກ​ສູດ​ໄດ້​ມີ​ການ​ປ່ຽນ​ແປງ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນນີ້. ທ່ານ ຟານ​ມີງ​ທາຍ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ອ​ົງຄະ​ນະ​ພັກ, ຫົວ​ຫນ້າ​ພະ​ແນກວຽກ​ງານ​ອະ​ນຸ​ຊົນ ສະ​ຖາ​ບັນ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ຊຸດ​ຝືກ​ອົບ​ຮົມ​ໃຫ້​ຮູ້​ວ່າ:

“ຫລັກ​ສູດ​​​ທີ່​ເອົາ​ມາ​ສອນໃນ​ຊຸດ​ອົມ​ຮົມ​ປີນີ້ ມີ​ຫລາຍ​ຈຸດ​ໃຫມ່​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນນີ້. ຈຸ​ດ​ພິ​ເສດ​ທີ່​ສຸດ​ແມ່ນ​​ສ້າງ​ຕາມ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ສຳ​ມະ​ນາ​ກອນ​ທີ່​ເຂົ້າ​ຮ່ວມ​ຊຸດ​ຝືກ​ອົບ​ຮົມ​ກ່ອນນີ້. ປີນີ້ ພວກ​ຂ້າ​ພະ​ເຈົ້າ​​ໄດ້ເຊື້ອ​ເຊີນ​ພະ​ນັກ​ງານ​ຢູ່​ກົມ​ລົງ​ທຶນ​ມາ​ແນະ​ນຳ​ກ່ຽວ​ກັບ​ສະ​ພາບ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ​ ລາວ, ບັນ​ດາ​ສຳ​ມະ​ນາ​ກອນ​ມັກ​ຮຽນ​​ໃນຊົ່ວ​ໂມງນີ້​ທີ່​ສຸດ.”

        ບັນ​ດາ​ຄູ​​ອາ​ຈານ​ທີ່​ເຂົ້າ​ຮ່ວມ​ການສອນ​ລ້ວນ​ແຕ່​ແມ່ນ​ຫົວ​ຫນ້າ, ຮອງ​ຫົວ​ຫນ້າ​ພະ​ແນກ​ຂອງ​ສະ​ຖາ​ບັນ​ຊາວ​ຫນຸ່ມ​ເຍົ​າ​ວະ​ຊົນ ຫວຽດ​ນາມ, ນອກນັ້ນ​ຍັງ​ມີ​ພ​ະ​ນັກ​ງານ​ຂັ້ນ​ສູງ​​ສັງ​ກັດ​ບາງ​ກະ​ຊວງ, ຄະ​ນະ, ຂະ​ແຫນງ​ການ. ​ຮູບການ​ຮ່ຳຮຽນ ​ແມ່ນ​ຄຽງ​ຄູ່​ກັບການປະ​ຕິ​ບັດ​ຕົວ​ຈິງໃນ​​ຊຸດ​ຝືກ​ອົບ​ຮົມ​​ອັນໄດ້​ເຮັດ​ໃຫ້​ສຳ​ມະ​ນາ​ກອນ​ຫລາຍ​ຄົນ​ ມີ​ຄວາມປະ​ທັບ​ໃຈ. ອ້າຍ ບ​ຸນ​ຍົງ ເພດ​ວິ​ໄຊ, ຫົວ​ຫນ້າ​ຫ້ອງ​ການ​ສັງ​ລວມ, ເລ​ຂາ​ນຸ​ການ​ສູນ​ກາງ​ຊາວ​ຫນຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ.

        ສຽງ​ທ່ານບຸນ​ຍົງ


ນອກນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​​ແລກ​ປ່ຽນ​ບົດ​ຮຽນ​ກັບ​ຄະ​ນະ​ຊາວ​ຫນຸ່ມ​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຫວຽດ​ນາມ, ການໄປ​ຢ້ຽມ​ຢາມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ຄວາ​ມ​ໝາຍ​ທີ່​ສຸດ. ສຳ​ລັບ ອ້າຍ ລອນ​ຄຳ ສຸ​ມາ​ວົງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ຊາວ​ຫນຸ່ມ ແຂວງ ຫົວ​ພັນ​ແລ້ວ, ເລື່ອງ​ໄດ້​ໄປ​ຢ້ຽມ​ຢາມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ເຕີນ​ຈ່າວ ແຂວງ ຕວ​ຽນ​ກວາງ “ນະ​ຄອນ​ຫລວງ​ແຫ່ງ​ການ​ຕໍ່​ຕ້ານ”ໃນ​ໄລ​ຍະ​ຕໍ່​ຕ້ານ​ພວກ​ລ່າ​ເມືອງ​ຂຶ້​ນ ຝ​ລັ່ງ ແມ່ນ​ການ​ເຄື່ອນ​ໄຫວ​ ໂຄ​ສະ​ນາ​ ສຶກ​ສາ​ອົບ​ຮົມມູນ​ເຊື້ອ​ທີ່​ມີ​ຄວາມ​ຈຳ​ເປັນ.

        ສຽງທ່ານ ລອນ​ຄຳ


ຄາດ​ວ່າ​ໃນ​ປີ 2017 ຈະ​ມາ​ເຖິງ, ນອກ​ຈາກ​ຊຸດ​ຝ​ືກ​ອົບ​ຮົມຊຸດທີ 24 ແລ້ວ, ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ ໂຮ່​ຈິ​ມິນ ຍັງ​​ໄດ້​ຈັດ​ຕັ້ງ  ຊຸດ​ຮຽນ​ອີກ 2 ຊຸດທີ່​ສະ​ຫງວນ​ໃຫ້​ພະ​ນັກ​ງານ​ຊາວ​ຫນຸ່ມ​ຂັ້ນ​ສູງ​ຂອງ​ລາວ 50 ຄົນ.   ບັນ​ດາ​ບົດ​ຮຽນທີ່​ຖອດ​ຖອນ​ມາ​ໄດ້​ໃນ​ຊຸດ​ຝຶກ​ອົບ​ຮົມ ຫວັງ​ວ່າ ບັນ​ດາ​ພະ​ນັກ​ງານ​ຄະ​ນະ​ຊາວ​ຫນຸ່ມລາວ​​ຈະ​ໝູນໃຊ້​​ເຂົ້າໃນ​ພຶດ​ຕິ​ກຳ​ຕົວ​ຈິງ ເພື່ອ​ໃຫ້​ວຽກ​ງານ​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ​ຂອງ​ລາວ​ນັບ​ມື້​ນັບ​ພັດ​ທະ​ນາ​ດີກວ່າອ​ີກ. 


ຕອບກັບ

ຂ່າວ/ບົດ​ອື່ນ