ຄວາມປະທັບໃຈພາຍຫລັງອັດຊຸດຝືກອົບຮົມ


(vovworld)- ພາຍ​ຫລັງ​ຝືກ​ອົບ​ຮົມ​ ແລະ ໄປ​ທັດ​ສະ​ນະ​ສຶກ​ສາ​​ບັນ​ດາ​ຮູບ​ແບບ​ດີ​ເດັ່ນກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ຢູ່​ແຂວງ, ນ​ະ​ຄອນ​ຈຳ​ນວນ​ຫນຶ່ງທາງ​ພາກເຫນືອ​ຫວຽດ​ນາມ ​ມາ​ເປັນ​ເວ​ລາ​ກວ່າ 20 ວັນ, ​ສະ​ມາ​ຊິກ​ແຕ່​ລະ​ຄົນ​ໃນ​ຄະ​ນະ​ພະ​ນັກ​ງານອົງ​ການ​ກາ​ແດງ​ລາວ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ຊຸດ​ຝືກ​ອົບ​ຮົມ​ຄັ້ງ​ນີ້ ໂດຍ ສູນ​ກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ​ຈັດ​ຕັ້ງ​ຂຶ້ນ. ດ້ວຍ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່ານັ້ນ, ບັນ​ດາ​ເພື່ອນ​ລາວ ຈະ​ໝູນໃຊ້​​ເຂົ້າ​ໃນ​ລາຍ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ເພື່ອ​ສ້າງ​ອົງ​ການ​ກາ​ແດງ​ລາວ ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງກວ່າ.
ຄວາມປະທັບໃຈພາຍຫລັງອັດຊຸດຝືກອົບຮົມ - ảnh 1
ຄະ​ນະ​ພະ​ນັກ​ງານອົງ​ການ​ກາ​ແດງ​ລາວ
ພາບ: ຢ້ຽວຮົ່ງ

        ຊຸດ​ຝືກ​ອົບ​ຮົມ​​ດຳ​ເນີນ​ໄປ​ແຕ່​ວັນ​ທີ 19/8-11/9 ຜ່ານ​ມາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ​ 20 ທ່ານ ຊື່ງ​ແມ່ນ​ຫົວ​ຫນ້າ, ຮອງ​ຫົວ​ຫນ້າ​ອົງ​ການ​ກາ​ແດງ​ທີ່ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ​ຂອງ​ລາວ​ຄື: ວຽງ​ຈັນ, ຊຽງ​ຂວາງ, ຫລວງ​ພະ​ບາງ, ຫລວງ​ນ້ຳ​ທາ… ນັບ​ແຕ່​ເມ​ື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ຮອດ​ປະ​ຈຸ​ບັນ, ສູນ​ກາງ​ສະ​ພາ​ກາ​ແດງ​ຫວຽດ​ນາມ ແລະ ອົງ​ການ​ສະ​ພາ​ກາ​ແດງ​ລາວ ໄດ້​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໃນ​ການ​ແລກ​ປ່ຽນ​ບົດ​ຮຽນ, ແຕ່ນີ້​ເປັນ​ຄັ້ງ​ທຳ​ອິດ​​ທີ່ບັນ​ດາ​ເພື່ອນ​ລາວ ໄດ້​ເຂົ້າ​ຮ່ວ​ມ​ຊຸດ​ບຳ​ລຸງ​ດ້ານ​ຄວາມ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ. ບັນ​ດາ​ຄູ​ສອນ​ໃນ​ຊຸດ​ຝືກ​ອົບ​ຮົມ​ນີ້ ສ່ວນ​ຫລາຍ​ແມ່ນ​ພະ​ນັກ​ງານ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ, ບັນ​ດາ​ຫົວ​ຫນ້າ​ຄະ​ນະ​ຂອງ​ສູນ​ກາງ​ສະ​ພາ​ກາ​ແດງ​ຫວຽດ​ນາມ. ບົດ​ຮຽນ​ແມ່ນ​ສຸມ​ໃສ່​ຕົ້ນ​ຕໍ​ເຂົ້​າ​ໃນ​ວຽກ​ງານ​ສ້າງ ແລະ ພັດ​ທະ​ນາ​ອົງ​ການ​ກາ​ແດງ, ວຽກ​ງານ​ໂຄ​ສະ​ນາ, ພັດ​ທະ​ນາ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວຽກ​ງ​ານ​ປ້ອງ​ກັນ​ເຫດ ແລະ ຮັບ​ມື​ກັບ​ໄພ​ພິ​ບັດ.. ຜ່ານ​ບັນ​ດາ​​ບົ​ດ​ສອນໃນ​ຊຸດ​ອົມ​​​ຮົມ​ນີ້, ທ່ານ​ແກ້ວ​ປະ​ເສີດ ອຸນ​ທະ​ຍອດ ​ຮັກ​ສາ​ການ, ຫົວ​ຫນ້າ​ຫ້ອງ​ການ​ກາ​ແດງ​ແຂວງ ຫລວງ​ນ້ຳ​ທາ ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​​ທີ່ສຳ​ຄັນໃຫ້​ແກ່​ຕົນ​.

        ສຽງ​ທ່ານ ອຸ​ນ​ທະ​ຍອດ


        ນອກ​ຈາກຮ່ຳ​ຮຽນ​ເອົາ​ທິດ​ສະ​ດີ​ແລ້ວ​, ບັນ​ດາ​​ສຳ​ມະ​ນາ​ກອນ​ຍັງ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຕົວ​ຈິງ, ເພື່ອ​ແລກ​ປ່ຽນ​ຮູບ​ແບບ, ບົດ​ຮຽນ​ຢູ່​ຮາກ​ຖານ​ຢູ່ 4 ແຂວງ​ຄື: ຫວີງ​ຟ​ຸກ, ຕວຽນ​ກວາງ, ແທງ​ຮ​ວາ, ກວ໋າງ​ນີງ. ຢູ່​ບັນ​ດາ​ທ້ອງ​ຖິ່ນ​ດັງ​ກ່າວ, ຄະ​ນະ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຮູບ​ແບບ​ເຄື່ອນ​ໄຫວກ​ຸ​ສົນ, ຮ່ຳຮຽນ​ເອົາ​​ບົດ​ຮຽນ​ຫລາຍ​ຢ່າງກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ມະ​ນຸດ​ສະ​ທຳຢູ່​ຂັ້ນ​ຮາກ​ຖານ ນີ້ແມ່ນ​ວິ​ທີ​ດີ​ສຸດ​ເພື່ອ​ເຂົ້າ​ໃຈ​ໄດ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຈາກ​ທ​້ອງ​ຖິ່ນ. ທ່ານຄຳ​ປ້ອນ ສີ​ບຸ​ນ​ຕາ ຮອງ​ຫົວ​ຫນ້າ​​ຫ້ອງ​ການ​ກາ​ແດງ​ນະ​ຄອນ​ຫລວງ ວຽງ​ຈັນ ແບ່ງ​ປັນ​ວ່າ:

        ສຽງ​ທ່ານ ຄຳ​ພົມ

        ຜ່ານ​ການ​ໄປ​ທັດ​ສະ​ນະ​ສຶກ​ສາ, ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ ເປັນ​ຕົ້ນ​ເມື່ອ​ໄດ້​ລົງ​ຢ້ຽມ​ຢາມ​ອົງ​ການ​ກາ​ແດງ​ຂັ້ນ​ຕາ​ແສງ, ທ່ານ ວຽງ​ໄຊ ຄຳ​ມ​ຸນ​ເນີນ​, ຫົວ​ຫນ້າ​ຫ້ອງ​ການ​ກາ​ແດງ​ແຂວງ​ຊຽງ​ຂວາງ ເຫັນ​ວ່າ: ເຖິງວ່າ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ກາ​ແດງ​ແມ່ນ​ຄື​ກັນ ແຕ່​ວິ​ທີ​ປະ​ຕິ​ບັດ​ບັນ​ດານະ​ໂຍ​ບາຍນີ້​​ພັດ​ມີ​ຫລາຍ​ຈຸດ​ທີ່​ແຕກ​ຕ່າງ​ກັນ.

        ສຽງ​ທ່ານ ວຽງ​ໄຊ

        ​ໃນ​ໂອ​ກາດ​ອັດ​ຊຸດ​ຝືກ​ອົບ​ຮົມ​ນີ້ໄດ້​ມີ​ເອ​ກະ​ສານ​ຮ່ວມ​ມື​ກ່ຽວ​ກັບ​ການ​ແລກ​ປ່ຽນ​ຄະ​ນະ, ຮ່ວມ​ມື​ໃນ​​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທ​ຳ, ​ການ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ອົງ​ການ​ກາ​ແດງ​ບັນ​ດາ​ແຂວງ​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​​ໄດ້ຮັບ​ການ​ລົງ​ນາມ. ຜ່ານນີ້ໄດ້​ກໍ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ