ຄວາມຜູກພັນຮັກແພງ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ

ຄວາມຜູກພັນຮັກແພງ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 1
ທ່ານໝໍ ໂຮງໝໍປະຊາຊົນ 115 ກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດທະເລນ້ຳຈືດ
ພາບ:sggp.org.vn

(vovworld) - ​ໃນ​ຊຸມ​ມື້​ທ້າຍ​ປີ 2011, ຄະນະ​ປະຕິບັດ​ວຽກ​ງານ​ການ​ກຸສົນ​ສັງຄົມ ​ໂດຍ​ຫນັງສືພິມ ​Saigon giai phong (​ໄຊ​ງ່ອນ​ປົດ​ປ່ອຍ​) ​ສົມທົບ​ກັບ​ໂຮງໝໍ​ Nhan dan (ປະຊາຊົນ) 115 ​ໄດ້​​ເດີນ​ທາງຍາວ​ໄກ​ເກືອບ 1.000 ກິ​ໂລ​ແມດ ​ເພື່ອ​ໄປ​ຫາ​ພໍ່​ແມ່​ພີ່ນ້ອງ​ ຊາວ​ກຳປູ​ເຈຍ ທີ່​ທຸກ​ຍາກ ຢູ່​ແຂວງ Battambang ແລະ Xiem Riep  ລາຊະ​ອານາຈັກ ກຳປູ​ເຈຍ. ມີ​ປະຊາຊົນ​ ກຳປູ​ເຈຍ ກວ່າ 1.100 ຄົນ ​ໄດ້​ຮັບ​ການ​ກວດ, ປີ່ນ​ປົວພະຍາດ ​ແລະ ​ຮັບ​ເອົາຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ ​ກໍ​ຄື​ໄດ້​ຮັບຂອງ​ຂວັນ. ພໍ່​ແມ່​ປະຊາຊົນກຳປູ​ເຈຍລ້ວ​ນ​ແຕ່ສະ​ແດງ​ຄວາມ​​ເຄົາລົບ​ນັບຖື ​ເມື່ອໄດ້​ຮັບ ບັນດາ​ຂອງ​ຂວັນ​ທີ່​ເຕັມ​ໄປ​ດ້ວຍຄວາມ​ຜູກ​ພັນ​ຮັກ​ແພງ ນັ້ນ.​

        ບັນດາ​ຜູ້​ທີ່​ເຂົ້າ​ຮ່ວມ​ການ​ປະຕິບັດ​ງານ ຢູ່ ກຳປູ​ເຈຍ ​ໃນ​ຊຸມ​ມື້​ທ້າຍ​ປີ 2011 ລ້ວນ​ແຕ່​ມີ​ຄວາມ​ຕື້ນ​ຕັນ​ໃຈ ​ເມື່ອ​​ໄດ້ເຫັນ​ປະຈັກ​ຕາ ປະຊາຊົນທີ່​ທຸກ​ຍາກ ຢູ່ ​ແຂວງ Battambang  ​ແລະ Xiem riep ລາຊະ​ອານາຈັກ ກຳປູ​ເຈຍ ມາກ​ວດພະຍາດ ​ແລະ ຮັບ​ເອົາຂອງ​ຂວັນ​ຈາກຄະນະ​ປະຕິບັດ​ງານ​ຂອງ​ຫວຽດນາມ. ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ມີ​ຄະນະ​ພະນັກງານ​ຫວຽດນາມ ມາ​ກວດ ປີ​່ນ​ປົວພະຍາດ ​ແລະ ​ແຈກ​ຢາ​ຍຢຸກ​ຢາຟີ​, ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫລາຍ ​ແລະ ຄອຍຖ້າ​ໃນ​ທຸກ​ມື້. ບາງ​ຄົນ​​​​ຜ່ານ​ເສັ້ນທາງ​ທີ່​ມີ​ຄວາມ​ຍາວ​ກວ່າ 30 ກິ​ໂລ​​ແມດ​ ມາ​​ກວດ ​ແລະ ປິ່ນ​ປົວ​ພະຍາດ​ ​ຈາກ​ທ່ານໝໍ​ຫວຽດນາມ ໂດຍ​ກົງ. ທ່ານ ​ເຈີ​ນ​ເທ​ຕວຽນ ບັນນາທິການ​ໃຫຍ່ ຫນັງສືພິມ ​ໄຊ​ງ່ອນ​ປົດ​ປ່ອຍ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການ​ຂອງ​ກອງ​ທຶນສາຍ​ໃຈ​ ​ເຈື່ອງ​ເຊີນ (ສາຍພູ​ຫລວງ) ຂອງ​ຫນັງສືພິມ ​ໄຊ​ງ່ອນ​ປົດ​ປ່ອຍ ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ປະຊາຊົນ​ກຳປູ​ເຈ​ຍທຸກ​ຄົນ ທີ່​ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ປົດ​ປ່ອຍປະ​​ເທດ​ຫວຽດນາມ. ທ່ານ ​ເຈີ​ນ​ເທ​ຕວຽນ​ເວົ້າ​ວ່າ:

        “ຫນັງສືພິມ ​ໄຊ​ງ່ອນ​ປົດ​ປ່ອຍ ​ໄດ້​ຈັດ​ຕັ້ງ​ລາຍການ ສາຍ​ໃຈ ​ເຈື່ອງ​ເຊີນ ສຳ​ເລັດ​ຜົນ ດ້ວຍ​ການ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ກວ່າ 1000 ​ຫລັງ ​ແລະ ວິຫານ, ຫໍ​ບູຊາ, ບ້ານ​ວັດທະນະທຳຢູ່​ລຽບຕາມ​ສາຍພູ​ຫລວງ. ​ໃນ​ໂອກາດ​ບຸນປີ​ໃຫມ່​ປີ​ມະ​ໂຣງ ພວກ​ຂ້າພະ​ເຈົ້າ​ໄດ້​​ສົ່ງບັນດາ​ຂອງຂວັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາ​ມຮັ​ກ​ແພງຄວາມຮູ້​ບຸນຄຸນຂອງ​ປະຊາຊົນ ​ແລະ ນັກຮົບ ຫວຽດນາມ ​ເຖິງ​ປະຊາຊົນ ກຳປູ​ເຈຍ ​ແລະ ລາວ. Battambang  ​ແລະ Xiem riep ​ແມ່ນ​ສະຖານ​ທີ​ສອງ​ແຫ່ງ ຊຶ່ງ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ກູ້​ຊາດ ກໍ​ຄື ​ໄລຍະຫລັງການ​ປົດ​ປ່ອຍນັ້ນ ​ ໄດ້​ອຸ້ມຊຸ​ຊ່ວຍ​ເຫລືອທະຫານ​ອາສາ​ສະໝັກ ຫວຽດນາມ ​. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ມີ​ແຜນ​ນະ​ໂຍບາຍ​ວ່າ ​ໃນຊຸມ​ມື້​ທ້າຍ​ປີ​ໃຫມ່​ ຕ້ອງ​ກັບ​ຄືນ​​ເມືອ​ຢ້ຽມຢາມເຂດ​ດິນ​ແດນ​ນີ້ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຂອງ​ຕົນ​ທີ່​ມີ​ຕໍ່​ຜູ້​ທີ່​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​​ໃນການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ ອາ​ເມ​ລິ​ກາ ຂອງ​ຫວຽດນາມ.”

        ​ເມື່ອ​ເຫັນ​ປະຈັກ​ຕາຄວາມທຸກ​ຍາກ​ລຳບາກ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​​​ໄດ້ເຮັດ​ໃຫ້ສະມາຊິກ​ທັງ​ໝົດ​ໃນ​ຄະນະ​ປະຕິບັດ​ວຽກ​ງານ​ການ​ກຸສົນ​ບໍ່ຮູ້​ສືກອິດ​ເມື່ອຍ​ຜ່ານ​ການ​ເດີນທາງ​ນັບ​ພັນ​ກີ​ໂລ​ແມດ. ບັນດາ​ສະຖານ​ທີ່​ຊຶ່ງ​ຄະນະ​ມາ​​ເຖິງ​ລ້ວນ​ແຕ່​ແມ່ນ​ເຂດ​ທຸກ​ຍາກ ພິ​ເສດ​ແມ່ນ ​ເຂດທະ​ເລ​ນ້ຳຈືດຢູ່ Xiem Riep. ປະຊາຊົນ​ດຳລົງ​ຊີວິດ​ຢູ່​ທີ່​ນີ້ ສ່ວນ​ຫລາຍ​ແມ່ນ​​ເຮັດອາຊີບ​ຫາ​ປາ​ເປັນ​ຕົ້ນ. ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ຢູ່​ເທິງ​ເຮືອ. ​ເມື່ອ​ສິ້ນ​ສຸດ​ວັນກວດ​, ປີ່ນ​ປົວພະຍາດ​ໃຫ້​ແກ່​ປະຊາຊົນ​ແລ້ວ, ທ່ານ ​ເຈີ​ນ​ເທ​ຕວຽນ, ບັນນາ​ທິການ​ໃຫຍ່ ຫນັງສືພິມ ​ໄຊ​ງ່ອນ​ປົດ​ປ່ອຍ ​ແລະ ທ່ານ   ຟາ​ນວັນ​ເບົາ, ຮອງ​ຜູ້ອຳນວຍການ​ພະ​ແນ​ກສາທາລະນະ​ສຸກ, ຜູ້ອຳນວຍການ​ໂຮງໝໍ​ປະຊາຊົນ 115 ​ໄດ້​ຕົກລົງ​ມອບ​ຢຸກຢາ​ທັງ​ໝົດທ່ີ​ຍັງ​ເຫລືອ​ໃຫ້​ແກ່​ໂຮງຮຽນ​ຢູ່ທະ​ເລ​ນ້ຳ  ຈືດ ​ແລະ ປຶ​ກສາ​ຫາລື​ກັນກ່ຽວ​ກັບ​ການກໍ່​ສ້າງ​ສຸກສາລາ​ໃຫ້​ແກ່ ຕາ​ແສງ Chong Ka Nia.

        ການ​ນຳ​ຫນັງສືພິມ ​ໄຊ​ງ່ອນ​ປົດ​ປ່ອຍ ​ແລະ ​ໂຮງໝໍ​ປະຊາຊົນ 115 ຍັງ​ສະ​ເຫ​ນີ​ໃຫ້​ອຳນາດ​ການ​ປົກຄອງ​ຕາ​ແສງ Chong Ka Nia ສົ່ງ​ພະນັກງານ​ໄປ​ຍັງ ​ໂຮງໝໍ​ປະຊາຊົນ 115 ​ເພື່ອ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ແນະນຳ​ການ​ນຳ​ໃຊ້​ຢາ​ປິ່ນ​ປົວ​ພະຍາດ​ເພື່ອ​ປະຖົມພະຍາບານ​ໃຫ້​ຄົນ​ເຈັບ​ໃນ​ກໍລະນີ​ສຸກ​ເສີນ. ລາຍ​ຈ່າຍ​ສຳລັບການ​ບຳລຸງ​ສ້າງ, ການ​ກິນ​ຢູ່, ຄ່າ​ໄປມາ​ຂອງ​ພະນັກງານ​​ແພດໝໍ​ ກຳ​ປູ​ເຈຍ ​ໂດຍ​ຫນັງສື​ພິມ ​ໄຊ​ງ່ອນ​ປົດ​ປ່ອຍ​ ​ແລະ ​ໂຮງໝໍ​ປະຊາຊົນ 115 ອຸປະ​ຖຳ. ທ່ານ​ນາງ ຫງວຽນ​ຕວນ​ແທນ, ສັງ​ກັດ​ໂຮງໝໍ​ປະຊາຊົນ 115 ​ໃຫ້​ຮູ້​ວ່າ:

        “ສະ​ເພາະ​ຢູ່ ທະ​ເລ​ນ້ຳ​ຈືດ           ບໍ່​ທັນ​ມີ​ສຸກສາລາ ສະ​ນັ້ນ ປະຊາຊົນ​ຖືກ​ເຈັບ​ເປັນ​ບໍ່​ຮູ້​ຈະໄປ​ປີ່ນ​ປົວ​ຢູ່​ບອ່ນ​ໃດ. ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ບາງ​ຄອບຄົວ ລູກ​ຫລານ​ເຈັບ​ເປັນ ​ເຂົາ​ເຈົ້າ​ກໍ່​ບໍ່ມີ​ເງື່ອນ​ໄຂ​ສົ່ງ​ໄປ​ປີ່ນ​ປົວ​ພະຍາດ ຍ້ອນ​ເຂົາ​ເຈົ້າ​ທຸກ​ຍາກ​ຫລາຍ. ປະຈຸ​ບັນ ມີ​ພະນັກງານ​ກຳປູ​ເຈ​ຍ ຜູ້​ຫນື່ງ​ໄດ້​ຖືກ​ສົ່ງ​ມາ​​ແຫ່ງນີ້ ພວກ​ຂ້າພະ​ເຈົ້າ​ຈະ​ແນະນຳ​ ກ່ຽວ​ກັບ​ການ​ປະຖົມພະຍາບານ ​ແລະ ວິທີປີນ​ປົວບັນດາພະຍາດ​​​ເບົາໃຫ້​ເຂົາ​ເຈົ້າ​​ໃນ​​ເວລາ​ເດືອນ​ຫນຶ່ງ.”

        ຈຳນວນ​ຂອງຂວັນ ຊຶ່ງ​ຄະນະ​ປະຕິບັດ​ວຽກ​ງານ​ການ​ກຸສົນ​ຂອງ​ຫນັງ​ສື​ພິມ ​ໄຊ​ງອ່ນປົດ​ປ່ອຍ ​ແລະ ບັນດາ​ທ່ານໝໍ​ຢູ່​ໂຮງໝໍ​ປະຊາຊົນ 115 ​ນຳ​ມາ​​ໃຫ້​ປະຊາຊົນ​ທຸກ​ຍາກ​ຢູ່ ​ສອງ​ແຂວງ Battambang ​ແລະ Xiem Riep ບໍ່​ຫລາຍ ​ແຕ່​ນັ້ນ​ແມ່ນ​ອາ​ລົມຈິດ, ​ແມ່ນ​ຂອງ​ຂວັນ​ໃນ​ຕົ້ນ​ລະດູບານ​ໃຫມ່​ຊຶ່ງ​ປະຊາຊົນ​ນະຄອນ​ໂຮ່ຈິ​ມີນ ມອບ​ໃຫ້​ປະຊາຊົນ​ກຳປູ​ເຈຍ.

 ລານແອນ


ຕອບກັບ

ຂ່າວ/ບົດ​ອື່ນ